ອະດີດນາຍົກ ມອບປຶ້ມເລື່ອງ "ຊວນອ່ານ ຊວນຄິດ" ແລະ ການຄຸ້ມຄອງລິຂະສິດ ໃຫ້ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ

ພິທີມອບ-ຮັບປຶ້ມເລື່ອງ "ຊວນອ່ານ ຊວນຄິດ" ແລະ ການຄຸ້ມຄອງລິຂະສິດ ໃຫ້ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາໃນຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 5 ກັນຍາ 2025 ທີ່ຫ້ອງປະຊຸມ ສວສ, ໃຫ້ກຽດມອບໂດຍ ທ່ານ ປອ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ປອ ວົງເພັດ ອຸດົມລິດ, ທ່ານ ອຸທິດ ທິບມະນີ ແລະ ທ່ານ ນາງ ມະໂນລີ ດົງວັນ ຮອງຜູ້ອຳນວຍການ ສວສ ພ້ອມດ້ວຍບັນດາອຳນວຍການສູນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີ, ທ່ານ ປອ ວົງເພັດ ອຸດົມລິດ ໄດ້ຕາງໜ້າຄະນະນຳສະຖາບັນຄົ້ນຄວ້າວິທະຍາສາດການສຶດສາ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານ ປອ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃນໂອກາດທີ່ມາມອບ-ຮັບ ປຶ້ມເລື່ອງ "ຊວນອ່ານ ຊວນຄິດ" ໃຫ້ກັບ ສວສ ເພື່ອນຳເອົາເນື້ອໃນຈິດໃຈຂອງປຶ້ມເຫຼັ້ມນີ້ ໄປຈັດຕັ້ງຜັນຂະຫຍາຍເປັນປຶ້ມອ່ານເສີມ ເພື່ອນໍຳໄປຮັບໃຊ້ເຂົ້າໃນການຮຽນການສອນ ຢູ່ບັນດາໂຮງຮຽນໃນຂອບເຂດທົ່ວປະເທດ.
ໃນໂອກາດດັ່ງກ່າວ, ທ່ານ ປອ ພັນຄຳ ວິພາວັນ ໄດ້ກ່າວວ່າ: ອີງຕາມໜັງສືສະເໜີຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ ຂ້າພະເຈົ້າ ເລີຍໄດ້ນຳເອົາປື້ມເລື່ອງ “ຊວນອ່ານ ຊວນຄິດ” ນີ້ ພ້ອມດ້ວຍຕົ້ນສະບັບ ແລະ ການຄຸ້ມຄອງລິຂະສິດການພິມ ມາມອບໃຫ້ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເປັນຜູ້ຄຸ້ມຄອງການພິມ ເພື່ອຈະນໍາໃຊ້ເຂົ້າໃນການສອນການຮຽນຕາມຄວາມເໝາະສົມ. ສຳລັບປື້ມເລື່ອງ “ຊວນອ່ານ ຊວນຄິດ” ແມ່ນເລີ່ມຂຽນມາແຕ່ຕົ້ນປີ 2025 ຊຶ່ງຂ້າພະເຈົ້າໄດ້ພະຍາຍາມຮີບໂຮມເອົາບັນດາແນວຄິດຈິດໃຈ ແລະ ຜົນງານຂອງບັນພະບູລຸດເຮົານັບທັງຜູ້ທີ່ມີຊີວິດຢູ່ ແລະ ຜູ້ລ່ວງລັບໄປແລ້ວ ຈຳນວນໜຶ່ງທີ່ເຫັນວ່າມີຄວາມຈຳເປັນ ຊຶ່ງມີເນື້ອໃນທີ່ສຳຄັນກ່ຽວກັບພະພຸດທະທຳນາຍ ທັງໝົດ 16 ຂໍ້, ຄຳສຸພາສິດ, ຄຳຄົມ ແລະ ຄຳປິດສະໜາ ທີ່ຖືກຮີບໂຮມໂດຍຫຍໍ້ທີ່ເບິ່ງງ່າຍໆ.
ສຳລັບການຈັດພິມນັ້ນ ແມ່ນພວກເຮົາໄດ້ມີການສະເໜີຕໍ່ກະຊວງວັດທະນະທຳ ແລະ ພາກສ່ວນພິມຈຳໜ່າຍ ທີ່ກ່ຽວຂ້ອງ ກໍໄດ້ອະນຸມັດຢ່າງເປັນທາງການແລ້ວ ແລະ ຖ້າຫາກຢາກຈະພິມຕໍ່ ກໍຄວນມີການປັບປຸງຕື່ມ ສະນັ້ນ ເຫດຜົນທີ່ມອບໃຫ້ ສວສ ຢາກໃຫ້ສືບຕໍ່ຮັກສາ ແລະ ຜັນຂະຫຍາຍມູນເຊື້ອຕໍ່ໆກັນໄປ ທັງນີ້ເນື່ອງຈາກເຫັນວ່າ ສວສ ແມ່ນມີພາລະບົດບາດ ແລະ ສິດໜ້າທີ່ໃນການຄົ້ນຄວ້າວິທະຍາສາດການສຶກສາ ໃນການຄຸ້ມຄອງມີສິດຈຳໜ່າຍ ແລະ ການນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດຕໍ່ຂະແໜງການສຶກສາໃນສປປ ລາວ.
ໂອກາດດຽວກັນ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງທ່ານ ພັນຄຳ ວິພາວັນ ທີ່ໄດ້ເສຍສະຫຼະເວລາອັນມີຄ່າມາມອບຜົນງານການຜະລິດປື້ມເລື່ອງ “ຊວນອ່ານ ຊວນຄິດ” ໃຫ້ໃນຄັ້ງນີ້ ຊຶ່ງຈະມີບົດບາດສໍາຄັນໃນການສົ່ງເສີມການອ່ານ ເພາະມີຄຳຄົມບາງຄຳມີຄວາມໝາຍທີ່ດີຫຼາຍ ຊຶ່ງຈະຝາກໄວ້ໃຫ້ລູກຫຼານໄດ້ເຫັນຄວາມອຸດົມສົມບູນແນວຄວາມຄິດສະຫຼາກຫຼັກແຫຼມຂອງຮຸ່ນບັນພະບູລຸດຂອງພວກເຮົາ ແລະ ປື້ມດັ່ງກ່າວນີ້ ກໍເປັນຂອງຂວັນໃຫ້ແກ່ພໍ່ແມ່ປະຊາຊົນຊາວລາວ ຊຶ່ງທາງພວກເຮົາຂໍສືບຕໍ່ເສີມຂະຫຍາຍມູນເຊື້ອເພື່ອໃຫ້ລູກຫຼານ ກໍຄື ພໍ່ແມ່ປະຊາຊົນໄດ້ອ່ານຢ່າງທົ່ວເຖິງ.
ໃນພິທີທີ່ມີຄວາມໝາຍຄວາມສໍາຄັນໃນເທື່ອນີ້, ທ່ານ ປອ ວົງເພັດ ອຸດົມລິດ ຍັງໄດ້ມອບປຶ້ມ 35 ປີ ແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໃຫ້ກັບ ທ່ານ ປອ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ອີກດ້ວຍ.

ພາບ-ຂ່າວໂດຍ: ສົງການ ພັນແພງດີ
