ລາວ-ອັງກິດ ປຶກສາຫາລື ສືບຕໍ່ຂອບການຮ່ວມມືວຽກງານ ພັດທະນາການສຶກສາ

ທ່ານ ນາງ ເມວ ບາໂລ ເອກອັກຄະຣາຊະທູດອັງກິດ ປະຈຳ ສປປລາວ ພ້ອມດ້ວຍຄະນະ ໄດ້ຂົ້າຢ້ຽມພົບປະ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃນວັນທີ 6 ສິງຫາ 2025 ທີ່ສຳນັກກະຊວງສຶກສາທິ ການ ແລະ ກິລາ ຫຼື ສສກ, ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ການເຂົ້າພົບປະຄັ້ງນີ້ ນອກຈາກຈະເປັນການຮັດແໜ້ນສາຍພົວພັນການຮ່ວມມືລະຫວ່າງ 2 ປະເທດທີ່ມີມູນເຊື້ອຍາວນານແລ້ວຍັງເປັນການປຶກສາຫາລືເຊິ່ງກັນ ແລະ ກັນ ເພື່ອສືບຕໍ່ເສີມຂະຫຍາຍວຽກງານການຮ່ວມມືດ້ານການສຶກສາ, ວິທະຍາສາດ ແລະ ກິລາ ລະຫວ່າງ ສປປ ລາວ ແລະ ອັງກິດ ແລະ ອຽກລັງເໜືອ ທີ່ຫາກໍສິ້ນສຸດການຮ່ວມມືໃນປີ 2024 ຜ່ານມານີ້ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອການສຶກສາລາວຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນວຽກງານສະໜອງທຶນການສຶກສາລະດັບປະລິນຍາໂທ "Chevening Scholarship" ທີ່ໄດ້ຮັບການສະໜັບໜູນຈາກລັດຖະບານອັງກິດ 100% ຊຶ່ງມີນັກສຶກສາລາວໄດ້ຮັບທຶນການສຶກສາແລະ ຈົບມາແລ້ວ 99 ຄົນ. ພ້ອມກັນນັ້ນ, ທັງສອງຝ່າຍກໍຍັງໄດ້ປຶກສາຫາລືກ່ຽວກັບການການສະໜັບສະໜູນເພື່ອການພັດທະນາຂະແໜງການສຶກສາຂອງລາວ ແລະ ສຶກສາຄວາມເປັນໄປໄດ້ ທາງດ້ານການຄ້າ ແລະ ການລົງທຶນເພື່ອເສີມຂະຫຍາຍການປະດິດສ້າງໃນຂະແໜງການສຶກສາ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍໄດ້ກ່າວໃຫ້ຮູ້ ເຖິງວຽກງານບູລິມະສິດຂອງກະຊວງ ສສກ ປະກອບມີ ການສຶກສາ, ວິທະຍາສາດ ແລະ ກິລາ ທີ່ຕ້ອງໄດ້ພັດທະນາໄປພ້ອມໆກັນ. ນອກຈາກນັ້ນ, ກໍຍັງມີວຽກງານການປັບປຸງຫຼັກສູດການຮຽນການສອນ, ແກ້ໄຂການປະລະການຮຽນ, ແກ້ໄຂການຂາດແຄນຄູສອນ ແລະ ປັບປຸງພື້ນຖານໂຄງລ່າງການສຶກສາລາວ ໃນປັດຈຸບັນ, ການຍົກລະດັບການສຶກສາພາກເອກະຊົນ ແລະ ພາກລັດໃນ ສປປ ລາວ ໃຫ້ຝ່າຍອັງກິດໄດ້ຮັບຊາບ ພ້ອມທັງສະແດງຄວາມຂອບໃຈມາຍັງລັດຖະບານອັງກິດ ທີ່ໄດ້ໃຫ້ການຮ່ວມມືວຽກງານພັດທະນາການສຶກສາຂອງລາວດ້ວຍດີຕະຫຼອດມາ ແລະ ຂໍໃຫ້ຝ່າຍລັດຖະບານອັງກິດ ຈົ່ງສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານການຮ່ວມມືໃນຕໍ່ໜ້າໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
