ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປິດໂຄງການຮ່ວມມືລະຫວ່າງຄະນະກໍາມາທິການແຫ່ງຊາດລາວ-ເກົາຫຼີ ເພື່ອອຸຍແນັດໂກ ສົ່ງເສີມເປົ້າໝາຍການພັດທະນາແບບຍືນຍົງ-ເປົ້າໝາຍທີ 4 ເມື່ອວັນທີ 21 ເມສາ 2025
ທີ່ຫ້ອງປະຊຸມລ້ານຊ້າງ 3 ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ,
ປະທານຄະນະກໍາມາທິການແຫ່ງຊາດລາວເພື່ອອຸຍແນັດໂກ, ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ, ທ່ານ ຮສ.ປອ ນາງ ສິລິນທອນ ສັກລໍຄໍາ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງ ສສກ, ເລຂາທິການຄະນະກໍາມາທິການແຫ່ງຊາດລາວ ເພື່ອອຸຍແນັດໂກ ແລະ ທ່ານ ນາງ ພິລານີ ພິດສະໄໝ ວ່າການຫົວໜ້າກົມການສຶກສານອກໂຮງຮຽນ ສສກ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມທີ່ກ່ຽວຂ້ອງ, ບັນດາທ່ານຫົວໜ້າ/ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງຈາກແຂວງຫຼວງພະບາງ, ໄຊຍະບູລີ ແລະ ແຂວງສະຫວັນນະເຂດ, ຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ ຕະຫຼອດຮອດພາກສ່ວນທີ່ກ່ຽວງຂ້ອງຢ່າງພ້ອມພຽງ. ພິທີປິດໂຄງການການຮ່ວມມືລະຫວ່າງຄະນະກໍາມາທິການແຫ່ງຊາດລາວ-ເກົາຫຼີ ເພື່ອອຸຍແນັດໂກ ສົ່ງເສີມເປົ້າໝາຍການພັດທະນາແບບຍືນຍົງ-ເປົ້າໝາຍທີ 4 ຫຼື Bridge Laos Project: Promoting Sustainable Development Goal 4 (SDG4) ໄດ້ຖືກຈັດຂຶ້ນເພື່ອສະຫຼຸບຜົນໄດ້ຮັບຈາກການຈັດຕັ້ງປະຕິບັດໂຄງການຮ່ວມມືລະຫວ່າງຄະນະກໍາມາທິການແຫ່ງຊາດລາວ-ເກົາຫຼີ ເພື່ອອຸຍແນັດໂກ ໃນໄລຍະ 5 ປີທີ່ຜ່ານມາ (2020-2025) ຊຶ່ງຫ້ອງການເລຂາຄະນະກໍາມາທິການແຫ່ງຊາດລາວ ເພື່ອອຸຍແນັດໂກ (ກົມຮ່ວມມືກັບຕ່າງປະເທດ) ແລະ ກົມການສຶກສານອກໂຮງຮຽນ ໄດ້ຮ່ວມກັນຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ.

ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງມາຍັງລັດຖະບານແຫ່ງສາທາລະນະລັດ ເກົາຫຼີ ຜ່ານສະຖານເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ ແລະ ຄະນະກຳມາທິການແຫ່ງຊາດເກົາຫຼີ ເພື່ອອຸຍແນັດໂກ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືທີ່ດີໃນຕະຫຼອດໄລຍະການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເພື່ອຍົກສູງຄຸນນະພາບການສຶກສາ ຊຶ່ງເປັນເປົ້າໝາຍສຳຄັນຂອງການພັດທະນາແບບຍືນຍົງເປົ້າໝາຍທີ 4 ແລະ ເປັນຫຼັກໝາຍທີ່ສໍາຄັນທີ່ສຸດໃນການສ້າງສັງຄົມທີ່ມີຄວາມຮູ້, ສາມາດແຂ່ງຂັນໄດ້ ແລະ ມີຄວາມເທົ່າທຽມກັນ. ການສົ່ງເສີມການສຶກສາທີ່ມີຄຸນນະພາບ, ທົ່ວເຖິງ ແລະ ເທົ່າທຽມກັນ ແມ່ນນະໂຍບາຍບູລິມະສິດຂອງລັດຖະບານ ສປປ ລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ທີ່ສອດຄ່ອງກັບວິໄສທັດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະແຜນພັດທະນາຂະແໜງການສຶກສາ ແລະ ກິລາ ຄັ້ງທີ 9 ເພື່ອການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.
ໂຄງການ Bridge Laos Project ມີຜົນສໍາເລັດຫຼາຍດ້ານທີ່ສໍາຄັນ ແລະ ປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍໃນການພັດທະນາຕ່າງໆໃນລະດັບສາກົນ ແລະ ລະດັບຊາດ ຄື: ໂຄງການໄດ້ສ້າງຄວາມເຂັ້ມແຂງໃນການຍົກລະດັບການເຂົ້າເຖິງການສຶກສາ ໂດຍສະເພາະແມ່ນການສຶກສານອກໂຮງຮຽນ ຊຶ່ງເປັນເຄື່ອງມືສຳຄັນໃນການເຂົ້າເຖິງຜູ້ທີ່ດ້ອຍໂອກາດ ແລະ ຜູ້ທີ່ຢູ່ຫ່າງໄກສອກຫຼີກ; ໂຄງການໄດ້ຊ່ວຍພັດທະນາຂີດຄວາມສາມາດຂອງບຸກຄະລາກອນການສຶກສາໃນທຸກຂັ້ນ, ຈາກຂັ້ນສູນກາງ, ຂັ້ນແຂວງຮອດຂັ້ນເມືອງ ເຮັດໃຫ້ພວກເຮົາມີຄວາມພ້ອມທີ່ຈະຂະຫຍາຍຜົນສຳເລັດນີ້ໃຫ້ກວ້າງຂວາງຍິ່ງຂຶ້ນ; ໂຄງການນີ້ໄດ້ຊ່ວຍຍົກລະດັບ ແລະ ພັດທະນາວິຊາຊີບຄູ ພ້ອມທັງປັບປຸງການຮຽນ-ການສອນໃນລະບົບການສຶກສານອກໂຮງຮຽນ ຊຶ່ງເປັນການວາງຮາກຖານສຳຄັນສຳລັບການປັບປຸງລະບົບການສຶກສາຂອງພວກເຮົາໃນໄລຍະຍາວ; ປະຊາຊົນໃນບ້ານເປົ້າໝາຍໄດ້ມີໂອກາດໃນພັດທະນາວິຊາຊີບຂັ້ນພື້ນຖານອີງຕາມຄວາມຕ້ອງການຂອງຊຸມຊົນ ແລະ ສັງຄົມ ຊຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ຮັບການປັບປຸງ ແລະ ດີຂຶ້ນເທື່ອລະກ້າວ; ສູນການຮຽນຮູ້ຊຸມຊົນໄດ້ຮັບການສະໜັບສະໜູນທາງດ້ານໂຄງລ່າງພື້ນຖານ ໃນການສະໜອງການສິດສອນ ແລະ ຝຶກອົບຮົມ ເຮັດໃຫ້ໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ ແລະ ຈະກາຍເປັນສູນແຫ່ງການຮຽນຮູ້ຕະຫຼອດຊີວິດຂອງຊຸມຊົມໃນຕໍ່ໜ້າ.

ໂຄງການດັ່ງກ່າວເຮັດໃຫ້ພວກເຮົາໄດ້ເຫັນການປ່ຽນແປງໃນຫຼາຍດ້ານໃນຊຸມຊົນຂອງເຂດເປົ້າໝາຍຂອງໂຄງການ ເຊັ່ນ: ຜູ້ທີ່ດ້ອຍໂອກາດໃນເຂດຫ່າງໄກສອກຫຼີກຢູ່ແຂວງຫຼວງພະບາງ, ໄຊຍະບູລີ ແລະ ສະຫວັນນະເຂດ ມີໂອກາດໄດ້ເຂົ້າຮຽນຢູ່ໃນລະບົບການສຶກສານອກໂຮງຮຽນຫຼາຍຂຶ້ນ ພ້ອມທັງໄດ້ຮັບການສະໜັບສະໜູນທາງດ້ານອຸປະກອນການຮຽນ, ຄູສອນ ມີໂອກາດຍົກລະດັບການສິດສອນໃນຫຼັກສູດການສຶກສານອກໂຮງຮຽນ ແລະ ວິທີການສິດສອນ ທີ່ສອດຄ່ອງ ແລະ ສາມາດດັດປັບກັບການຮຽນ-ການສອນ ໃຫ້ເຂົ້າກັບສະພາບຂອງທ້ອງຖິ່ນຂອງຕົນ. ພ້ອມດຽວກັນນັ້ນ, ປະຊາຊົນກໍໄດ້ຮັບການຝຶກອົບຮົມວິຊາຊີບຂັ້ນພື້ນຖານ ຊຶ່ງເຮັດໃຫ້ການດຳລົງຊີວິດມີການພັດທະນາດີຂຶ້ນ. ເຖິງແມ່ນວ່າໂຄງການໄລຍະນີ້ ຈະສິ້ນສຸດລົງແລ້ວ, ແຕ່ການເດີນທາງຂອງພວກເຮົາໃນການສົ່ງເສີມການສຶກສາທີ່ມີຄຸນນະພາບຍັງຈະສືບຕໍ່ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ່ພວກເຮົາໄດ້ຕັ້ງໄວ້ຮ່ວມກັນ. ຫວັງຢ່າງຍິ່ງວ່າ ການຮ່ວມມືລະຫວ່າງຫ້ອງການຄະນະກຳມາທິການແຫ່ງຊາດ ລາວ-ເກົາຫຼີ ໃນຕໍ່ໜ້າ ຈະກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ ເພື່ອບັນລຸຜົນສຳເລັດທີ່ຍິ່ງໃຫຍ່ກວ່າເກົ່າ.
ຂ່າວໂດຍ: ບົວລະພາ
