ລັດຖະມົນຕີ ສສກ ຕ້ອນຮັບການເຂົ້າຢ້ຽມພົບປະຂອງສະມາຄົມລັດຖະສະພາມິດຕະພາບຍີ່ປຸ່ນ-ລາວ
Featured

ເມື່ອວັນທີ 23 ເມສາ 2025 ທີ່ຫ້ອງຮັບແຂກ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິ ການ ແລະ ກິລາ ໄດ້ເຂົ້າຢ້ຽມຢາມຂໍ່ານັບພົບປະຂອງ ທ່ານ ສາສະກິ ທາໂຣ 

493938363 1232479098879896 3927458817146436742 n

 ຫົວໜ້າຫ້ອງການສະມາຄົມລັດຖະສະພາ ມິດຕະພາບຍີ່ປຸ່ນ-ລາວ ພ້ອມດ້ວຍຄະນະ, ມີຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານ- ວິຊາການທັງສອງຝ່າຍເຂົ້າຮ່ວມ.
    ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຢ່າງສູງຕໍ່ຫົວໜ້າຫ້ອງການສະມາຄົມລັດຖະສະພາມິດຕະພາບຍີ່ປຸ່ນ-ລາວ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ສປປ ລາວ, ຊຶ່ງເປັນນິມິດໝາຍທີ່ດີໃຫ້ແກ່ການຮ່ວມມືລະຫວ່າງ ສປປ ລາວ ແລະ ຫ້ອງການສະມາຄົມລັດຖະສະພາມິດຕະພາບຍີ່ປຸ່ນ-ລາວ ເວົ້າລວມ ເວົ້າສະເພາະເປັນນິມິດໝາຍທີ່ດີໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ, ຊຶ່ງມັນໄດ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍຕໍ່ການຮ່ວມມື, ເປັນເຈົ້າການໃນການຈັດຕັ້ງປະຕິບັດ ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ແລະ ສະໜັບສະໜູນຕໍ່ກັບວຽກງານການສຶກສາຂອງລາວ ໃນປັດຈຸບັນ ແລະ ຕໍ່ໜ້າ. ພິເສດທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ການເອົາໃຈໃສ່ຂອງພວກເພິ່ນຕໍ່ພວກຂ້າພະເຈົ້າ ທີ່ໄດ້ໄປຢ້ຽມຢາມຢູ່ ປະເທດຍີ່ປຸ່ນ ຮ່ວມກັບທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄລຍະຜ່ານມານີ້ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ. ພາຍຫຼັງກັບມາແຕ່ປະເທດຍີ່ປຸ່ນແລ້ວ ກໍຍັງໄດ້ມີບາງກິດຈະກໍາ ເພື່ອສະເຫຼີມສະຫຼອງວັນດັ່ງກ່າວ, ພິເສດເມື່ອບໍ່ດົນມານີ້, ທາງອະດີດສະມາຄົມ, ອະດີດນັກສຶກສາ ຈາກປະເທດຍີ່ປຸ່ນ, ສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ສະຖາທູດຍີ່ປຸ່ນ, ອົງການໄຈກາ ແລະ ພາກສ່ວນຕ່າງໆ ໄດ້ຮ່ວມກັນຈັດກິດຈະກຳ ຫົວຂໍ້: “ສະບາຍດີຍີ່ປຸ່ນ” ທີ່ສ່ວນປະຕູໄຊ ນະຄອນຫຼວງວຽງຈັນ, ຊຶ່ງເປັນກິດຈະກໍາທີ່ມີຄວາມໝາຍຄວາມ ສໍາຄັນທາງດ້ານວັດທະນະທໍາ ທັງລາວ ແລະ ຍີ່ປຸ່ນ ແລະ ຜ່ານມາໄດ້ຈັດກິດຈະກໍາແຂ່ງຂັນພາສາຍີ່ປຸ່ນ.

492198637 1232479058879900 6179332024593844343 n

         ໂອກາດດຽວກັນ, ທ່ານ ສາສະກິ ທາໂຣ ໄດ້ລາຍງານໃຫ້ຮູ້ວ່າ: ຫ້ອງການສະມາຄົມລັດຖະສະພາມິດ ຕະພາບຍີ່ປຸ່ນ-ລາວ ໄດ້ເຮັດວຽກປະສົມປະສານ ກ່ຽວກັບການພັດທະນາທາງດ້ານການສຶກສາ ໂດຍສະເພາະ ການສ້າງນັກສຶກສາລາວ ໃຫ້ມີຄຸນນະພາບອອກຮັບໃຊ້ສັງຄົມ. ນອກຈາກນັ້ນ. ຍັງໄດ້ພິຈາລະນາກໍ່ສ້າງໂຮງຮຽນ 2 ພາສາລາວ-ຍີ່ປຸ່ນ, ຊຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ ການກໍ່ສ້າງດັ່ງກ່າວ.

492181265 1232479182213221 7341084981277596395 n

      493272007 1232479132213226 8551866686595287813 n

 

 

 

 

 

 

 

              ແນວໃດກໍຕາມ, ທ່ານລັດຖະມົນຕີ ສສກ ໃນຕໍ່ໜ້າແມ່ນເຫັນດີຕໍ່ການສະເໜີຂອງທ່ານຫ້ອງການສະມາຄົມລັດຖະສະພາມິດຕະພາບຍີ່ປຸ່ນ-ລາວ ໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ຈະໄດ້ມີການແລກປ່ຽນ, ການຢ້ຽມຢາມ ທາງກະຊວງສຶກສາທິການ ແລະ ກິລາ ແມ່ນຍິນດີຕ້ອນຮັບການຢ້ຽມຢາມຂອງຝ່າຍຍີ່ປຸ່ນ ແລະ ແຜນໃນຕໍ່ໜ້ານີ້ ແມ່ນກໍາລັງກະກຽມຈັດກິດຈະກໍາຕ່າງໆ ເປັນຕົ້ນແມ່ນກິດຈະກໍາທາງດ້ານກິລາ, ຊຶ່ງຜ່ານມາແມ່ນໄດ້ຈັດການແຂ່ງຂັນກິລາຢູໂດ. ນອກຈາກນັ້ນ, ກ່ຽວກັບການພັດທະນາທາງເສດຖະກິດ ແມ່ນຈະມອບໃຫ້ທາງສະຖາບັນລາວ-ຍີ່ປຸ່ນ ຈັດກິດຈະກຳ ເປັນຕົ້ນແມ່ນການສໍາມະນາ ບົດຮຽນຂອງຜູ້ທີ່ຮຽນຈົບຈາກຍີ່ປຸ່ນ ເວລາກັບມາລາວ ເຂົາເຈົ້າໄດ້ນໍາໃຊ້ ບົດຮຽນຄືແນວໃດ ໃນການດໍາລົງຊີວິດຢູ່ໃນການພັດທະນາ ແລະ ເຕົ້າໂຮມນັກທຸລະກິດຜູ້ທີ່ປະສົບຜົນສໍາເລັດ ທີ່ເຄີຍຮຽນຢູ່ຍີ່ປຸ່ນ ມາເຂົ້າຮ່ວມງານສໍາມະນາດັ່ງກ່າວ, ຈັດວາງສະແດງຜົນສໍາເລັດຕ່າງໆ ແລະ ຍັງມີແຜນຈະຈັດກິດຈະກໍາແຂ່ງຂັນຄວາມຮູ້ກ່ຽວກັບຍີ່ປຸ່ນ ແລະ ລາວ ໂດຍຈະໄດ້ສົມທົບກັບຫຼາຍພາກສ່ວນ.

ຂ່າວໂດຍ: ບຸນທະວີ ນະວົງສາ

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •