ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7 ເອກະພາບທົ່ວປະເທດ ປະຈໍາສົກຮຽນ 2024-2025 ເມື່ອວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ
ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສູນ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ນວມຄໍາ ຈັນທະບູລີ ວ່າການແທນຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2024-2025 ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ມີນັກສອບເສັງລວມທົ່ວປະເທດ ທັງໝົດ 69.164 ຄົນ, ຍິງ 34.585 ຄົນ (ໃນນີ້ມີນັກສອບເສັງບີແລັງ 271 ຄົນ, ຍິງ 157 ຄົນ, ນັກສອບເສັງສົງ 951 ອົງ) ທຽບໃສ່ສົກຮຽນ 2023-2024 ເຫັນວ່ານັກສອບເສັງ ເພີ່ມຂືຶ້ນ 341 ຄົນ; ມີຈໍານວນສູນສອບເສັງທັງໝົດ 585 ສູນ, ຖ້າທຽບໃສ່ ສົກຮຽນ 2023-2024 ເພີ່ມຂຶ້ນ 6 ສູນ; ມີຈໍານວນຫ້ອງສອບເສັງທັງໝົດ 3.449 ຫ້ອງ, ຖ້າທຽບໃສ່ ສົກຮຽນ 2023-2024 ຫຼຸດລົງ 130 ຫ້ອງ. ສ່ວນຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ມີນັກສອບເສັງລວມທົ່ວປະເທດທັງໝົດ 41.758 ຄົນ; ຍິງ 20.055 ຄົນ (ໃນນີ້ມີນັກສອບເສັງບີແລັງ 195 ຄົນ, ຍິງ 111 ຄົນ; ນັກສອບເສັງສົງ 469 ອົງ) ຖ້າທຽບໃສ່ສົກຮຽນ 2023-2024 ເຫັນວ່ານັກສອບເສັງຫຼຸດລົງ 4.986 ຄົນ; ມີຈໍານວນສູນສອບເສັງທັງໝົດ 262 ສູນ ທຽບໃສ່ສົກຮຽນ 2023-2024 ຫຼຸດລົງ 30 ສູນ; ມີຈໍານວນຫ້ອງສອບເສັງທັງໝົດ 2.004 ຫ້ອງ ທຽບໃສ່ສົກຮຽນ 2023-2024 ຫຼຸດລົງ 333 ຫ້ອງ.
![]() |
![]() |
ສໍາລັບເວລາ ແລະ ໄລຍະເວລາດໍາເນີນການສອບເສັງ ແລະ ສະຫຼຸບຜົນການສອບເສັງ ວັນທີ 11-13 ມິຖຸນາ 2025 ສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ມ.4; ວັນທີ 18-20 ມິຖຸນາ 2025 ສອບເສັງຄືນ ສໍາລັບນັກຮຽນຂັ້ນ ມ.4 ທີ່ຂາດສອບເສັງມີເຫດຜົນ; ວັນທີ 18-20 ມິຖຸນາ 2025 ສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7; ວັນທີ 25-27 ມິຖຸນາ 2025 ສອບເສັງຄືນ ສໍາລັບນັກຮຽນ ມ.7 ທີ່ຂາດສອບເສັງມີເຫດຜົນ. ໃນສົກຮຽນ 2024-2025 ທົ່ວປະເທດມີໂຮງຮຽນມັດທະຍົມທັງໝົດ 1.861 ແຫ່ງ, ເອກະຊົນ 153 ແຫ່ງ, ໃນນັ້ນ ໂຮງຮຽນມັດທະຍົມຕອນຕົ້ນ 1.000 ແຫ່ງ ເອກະຊົນ 75 ແຫ່ງ, ໂຮງຮຽນມັດທະຍົມຕອນປາຍ 30 ແຫ່ງ ແລະ ໂຮງຮຽນມັດທະຍົມສົມບູນ 831 ແຫ່ງ ເອກະຊົນ 78 ແຫ່ງ, ຖ້າທຽບໃສ່ສົກຮຽນຜ່ານ 2023-2024 ເຫັນວ່າໂຮງຮຽນມັດທະຍົມເພີ່ມຂຶ້ນ 9 ແຫ່ງ.

ໂອກາດນີ້, ທ່ານ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ເນັ້ນໜັກໃຫ້ຄະນະກຳມະການເປີດຫົວບົດສອບເສັງ, ຍາມຫ້ອງເສັງ, ກວດບົດສອບເສັງ ຕ້ອງປະຕິບັດລະບຽບທີ່ກຳນົດໄວ້, ໂປ່ງໃສ, ຍຸຕິທຳ, ໂດຍສະເພາະໃຫ້ປະຕິບັດຕາມຕາຕະລາງລາຍວິຊາການໃນໄລຍະການສອບເສັັງຢ່າງເຂັ້ມງວດ; ກຳມະການຈາກກະຊວງລົງຕິດຕາມການສອບເສັງຕ້ອງປະຕິບັດຕາມກົດລະບຽບທຸກມາດຕາທີ່ກຳນົດໄວ້, ພ້ອມທັງນຳເອົາເອກະສານທຸກຢ່າງທີ່ຕ້ອງເອົາກັບມາກົມສາມັນໃຫ້ຄົບທຸກຢ່າງ; ແຕ່ລະສູນທີ່ມີຄະນະສະເພາະກິດປະຈຳຢູ່ຂໍໃຫ້ເອົາໃຈໃສ່ຢ່າງເຂັ້ມງວດ; ໄລຍະເວລາສອບເສັງໃຫ້ປະສານກັບພາກສ່ວນທີ່ກ່ຽວຂ້ອງໃຫ້ປິດບັນດາຮ້ານບັນເທີງ, ຮ້ານກິນດື່ມ ທີ່ຈະກໍ່ໃຫ້ເກີດຄວາມສ່ຽງຕ່າງໆພ້ອມທັງປະກາດຫ້າມບໍ່ໃຫ້ນັກຮຽນເຊັນໃສ່ເສື້ອ.


