ພາບລວມ:
ໂຄງການ GPEIII:LEAP ກຳລັງດຳເນີນ ການຮັບຮອງເອົາທຶນເພີ້ມ ແລະ ການຂະຫຍາຍເວລາຂອງໂຄງການ ເພື່ອຊຸກຍູ້ໂຄງການໃຫ້ບັນລຸເປົ້າໝາຍ ແລະ ຕົວຊີ້ບອກ. ເຊິ່ງໃນຂະບວນການແມ່ນມີການປັບປຸງແຜນການມີສ່ວນຮ່ວມ(SEP) ຈາກທຸກພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ ລວມທັງ ພາກສ່ວນທີ່ຈະໄດ້ຮັບຜົນປະໂຫຍດ ເພື່ອລວບລວມຄໍາຄິດເຫັນ, ຄວາມເປັນເອກະພາບຕໍ່ແນວທາງການຮັບທຶນ ແລະ ກິດຈະກໍາເພີ້ມ.
ຈຸດປະສົງ:
ການເຜີຍແຜ່ເອກະສານສະບັບປັບປຸງຂອງ ພັນທະການຄຸ້ມຄອງຄວາມສ່ຽງທາງສິ່ງແວດລ້ອມ-ສັງຄົມ ແລະ ແຜນການມີສ່ວນຮ່ວມ(SEP) ຂອງໂຄງການທີ່ກຳລັງດຳເນີນການຮັບທືນເພີ້ມ ແມ່ນເປັນການດຳເນີນຂັ້ນຕອນສຸດທ້າຍເພື່ອການມີສ່ວນຮ່ວມຈາກທຸກພາກສ່ວນທີ່ກ່ຽວຂອງ ຈາກຂັ້ນສູນກາງ ເຖິງ ຂັ້ນທ້ອງຖິ່ນ ແລະ ປະກອບເຂົ້າໃນ ແຜນການມີສ່ວນຮ່ວມຂອງໂຄງການ(SEP) ເພື່ອສະໜອງເຂົ້າໃນການຮັບຮອງທຶນເພີ້ມ.
ຕິດຕໍ່ ປະສານງານ:
ຫ້ອງການປະສານງານສາກົນເພື່ອການສຶກສາ(ECU): 021 243 672
Email address: This email address is being protected from spambots. You need JavaScript enabled to view it.