ນະຄອນຫຼວງວຽງຈັນ ຄອງອັນດັບທີ 1 ຖາມ-ຕອບວິທະຍາສາດ ລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2024-2025
 4 ນ້ອງນັກຮຽນ ຕົວແທນຈາກພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ປະກອບມີ ນາງ ລິນດ້າ ພົງສະຫວັດ, ທ້າວ ພິລາພົນ ພົນເສນາ, ທ້າວ ແອັດລິ່ ສັນຕິສຸກ ແລະ ນາງ ສຸກພັນສາ ພົມມະລັງສີ ຊ່ວຍກັນຕອບຄຳຖາມ ໄດ້ຄະແນນ 17 ຄະແນນ ຄວ້າອັນດັບທີ 1 ໃນການແຂ່ງຂັນກິດຈະກຳຖາມ-ຕອບວິທະຍາສາດ ໃນໂອກາດການສອບເສັງ
ແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສືກສາ ສົກຮຽນ 2024-2025. ຂະນະທີ່ອັນດັບທີ 2 ເປັນຂອງພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ, ອັນດັບທີ 3 ແຂວງຜົ້ງສາລີ ແລະ ອັນດັບທີ 4 ແຂວງຈໍາປາສັກ.
489508748 1216652927129180 7157997227784770393 n
ພາຍຫຼັງພິທີເປີດການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສືກສາ ສົກຮຽນ 2024-2025 ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 8 ເມສາ 2025 ກໍໄດ້ມີການແຂ່ງຂັນກິດຈະກຳຖາມ-ຕອບວິທະຍາດ ຊຶ່ງມີນັກຮຽນເຂົ້າຮ່ວມແຂ່ງຂັນຕາງໜ້າ ພະແນກສຶກສາທິການ ແລະ ກິລາ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ພາກສ່ວນລະ 4 ນ້ອງ ລວມທັງໝົດ ເກືອບ 100 ນ້ອງ ໂດຍມີຄະນະກຳມະການລະດັບຊາດເຂົ້າຮ່ວມຕັດສິນການແຂ່ງຂັນກິດຈະກຳດັ່ງກ່າວ.
489955700 1216652997129173 4272366297063675458 n
ຜ່ານການແຂ່ງຂັນຜົນປະກົດວ່າ: 4 ນ້ອງນັກຮຽນ ຕົວແທນຈາກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ປະກອບມີ ນາງ ລິນດ້າ ພົງສະຫວັດ ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ, ທ້າວ ພິລາພົນ ພົນເສນາ ໂຮງຮຽນ ປາດຖະໜາ, ທ້າວ ແອັດລິ່ ສັນຕິສຸກ ໂຮງຮຽນ ພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລ ແລະ ນາງ ສຸກພັນສາ ພົມມະລັງສີ ໂຮງຮຽນ ມສ ວຽງຈັນ ສາມາດຕອບຄຳຖາມ ໄດ້ດີກວ່າ17 ແຂວງ ຈາກ 18 ຄໍາຖາມ ໄດ້ຄະແນນລວມທັງໝົດ 17 ຄະແນນ ຄວ້າອັນດັບທີ 1 ໃນກິດຈະກຳດັ່ງກ່າວ.
ສ່ວນອັນດັບທີ 2 ເປັນຂອງ ນັກຮຽນຈາກແຂວງອຸດົມໄຊ ປະກອບມີ ທ້າວ ບຸນສັກດາ ກິ່ງສັກດາ, ທ້າວ ພົງສະກອນ ກິນນາລີ, ນາງ ສຸນິວັນ ອຸ່ນສະຫວັນ ແລະ ນາງ ມິນນີ້ ພັນທະກອນ; ອັນດັບທີ 3 ເປັນຂອງນັກຮຽນ ແຂວງຈຳປາສັກ ປະກອບມີ ທ້າວ ອາທິດໄຊ ຊ່ອງວິໄລ, ນາງ ປາວີນາ ສີປະເສີດ, ນາງ ອາລິສາ ວົງພູທອນ ແລະ ນາງ ມະນີຈັນ ຈັນບຸດລ້ວນ; ອັນດັບທີ 4 ເປັນຂອງນັກຮຽນແຂວງຜົ້ງສາລີ ປະກອບມີ ນາງ ກິດາພອນ ສຸລັດ, ນາງ ສຸທອນ ແກ້ວຍະສານ ແລະ ທ້າວ ສຸກສະຫວ່າງ ທອງອ່ອນປະເສີດ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ໂຄງການ GPE III - LEAP ມີຈຸດປະສົງຂໍລົງ ປະກາດເຊີນຜູ້ສົນໃຈສະໜອງການຈັດພິມປຶ້ມຈໍານວນ 05 ລາຍການ ສະໜອງໃຫ້ກົມສ້າງຄູພາຍໃຕ້ໂຄງການກອງທຶນ ຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA). ໃນວັນທີ 29 ເມສາ 2026 - 12 ພຶດສະພາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະ ບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ