ກົມການສຶກສາກ່ອນໄວຮຽນ (ກວຮ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກຸ່ມພັດທະນາເດັກໃນຊຸມຊົນ (CCDG)
ໃນວັນທີ 1 ຕຸລາ 2026 ນີ້, ກົມການສຶກສາກ່ອນໄວຮຽນ (ກວຮ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກຸ່ມພັດທະນາເດັກໃນຊຸມຊົນ (CCDG) 7 ແຂວງພາກໃຕ້ ປະຈຳປີ 2026 ແລະ ວາງແຜນຈັດຕັ້ງປະຕິບັດ ປະຈຳປີ 2027 ຂຶ້ນຢ່າງເປັນທາງການ ທີ່ແຂວງສະຫວັນນະເຂດ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ຈອມແພງ ວົງສາ ຫົວໜ້າກົມການສຶກສາກ່ອນໄວຮຽນ ພ້ອມດ້ວຍບັນດາການນຳຂັ້ນກົມ, ພະແນກສຶກສາທິການ ແລະ ກິລາ ຈາກ 7 ແຂວງພາກໃຕ້ ແລະ ບັນດາເມືອງເປົ້າໝາຍ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ການສະໜັບສະໜູນຈາກກອງທຶນຮ່ວມມືສາກົນເພື່ອການສຶກສາ ພາຍໃຕ້ໂຄງການການຮຽນຮູ້ ແລະ ເທົ່າທຽມ (GPE III:LEAP) ໂດຍມີຈຸດປະສົງຫຼັກເພື່ອຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດການຮຽນການສອນ, ການນຳໃຊ້ງົບປະມານ, ບັນຫາສິ່ງທ້າທາຍ, ວິທີແກ້ໄຂ ແລະ ຂໍ້ສະເໜີຕ່າງໆ ຂອງວຽກງານກຸ່ມພັດທະນາເດັກໃນຊຸມຊົນ ໃນໄລຍະຜ່ານມາ ຢູ່ 7 ແຂວງພາກໃຕ້, ພ້ອມທັງຮ່ວມກັນປຶກສາຫາລື ແລະ ວາງແຜນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ສໍາລັບປີ 2027 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.
ໃນພິທີເປີດ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມ ເຊິ່ງເນັ້ນໜັກໃຫ້ຜູ້ເຂົ້າຮ່ວມສຸມໃສ່ການຖອດຖອນບົດຮຽນຢ່າງເລິກເຊິ່ງ ເພື່ອເປັນບ່ອນອີງອັນສຳຄັນ ໃນການຍົກລະດັບ ແລະ ພັດທະນາວຽກງານການສຶກສາກ່ອນໄວຮຽນ ໃຫ້ກ້າວໜ້າຢ່າງຕໍ່ເນື່ອງ.
ກອງປະຊຸມດັ່ງກ່າວ ຈະໄດ້ດຳເນີນໄປເປັນເວລາ 3 ວັນ ເລີ່ມແຕ່ວັນທີ 1 ເຖິງ ວັນທີ 3 ຕຸລາ 2026.
ພາບ-ຂ່າວ: ກົມການສຶກສາກ່ອນໄວ




