ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20 (The 20th Meeting of the Board of Advisory Council) ຫຼື BAC-20 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ມິຖຸນາ 2026 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ

ພາຍໃຕ້ການນຳພາຮ່ວມຂອງ ທ່ານ ໄຄຣູນ ຣີຊັນ ຫົວໜ້າອົງການວິໄຈ ແລະ ນະວັດຕະກຳແຫ່ງຊາດ ປະເທດອິນໂດເນເຊຍ ທັງເປັນປະທານຄະນະກຳມະການ BAC ແລະ ທ່ານ ປອ ກຽງໄກ ອຸ່ນມະນີ ຮອງຜູ້ອຳນວຍການສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດຕາເວັນອອກສ່ຽງໃຕ້ ຫຼື ຊີເມວ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ເຊິ່ງມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ (AMS) ແລະ ພາກເອກະຊົນເຂົ້າຮ່ວມຢ່າງພ້ອມພຽງ.

729622599_1012884071124710_304856482733556604_n.jpg

ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງການລາຍງານ ແລະ ປຶກສາຫາລື ຫຼາຍວາລະທີ່ສຳຄັນ ໂດຍສະເພາະແມ່ນການຕິດຕາມຄວາມຄືບໜ້າຂອງແຜນວຽກບຸລິມະສິດທາງດ້ານເສດຖະກິດ (Priority Economic Deliverables - PED) ປະຈຳປີ 2025 ແລະ 2026 ຂອງ COSTI ເປັນຕົ້ນຜົນສຳເລັດໂຄງການເລີ່ມຕົ້ນທຸລະກິດເຕັກໂນໂລຊີອາຊຽນ (ASEAN Tech Startup Ignite) ໄລຍະທີ II ປີ 2025 ເຊິ່ງສະເໜີໂດຍປະເທດມາເລເຊຍ; ຄວາມຄືບໜ້າຂອງຮ່າງຖະແຫຼງການອາຊຽນ ວ່າດ້ວຍການສົ່ງເສີມການຮ່ວມມືດ້ານນະວັດຕະກຳ, ເຕັກໂນໂລຊີ ແລະ ວິທະຍາສາດອະວະກາດແລະ ແຜນງານພາກພື້ນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ວ່າດ້ວຍປັນຍາປະດິດ (AI) ໄລຍະທີ I ດ້ານສຸຂະພາບ ປີ 2026 ສະເໜີໂດຍປະເທດຟີລິບປິນ ພາຍໃຕ້ການເປັນປະທານຮ່ວມຂອງ ສປປ ລາວ. ນອກຈາກນີ້, ຄະນະຜູ້ແທນໄດ້ຮ່ວມກັນພິຈາລະນາຮັບຮອງເອົາຂໍ້ສະເໜີໝາກຜົນວຽກງານທີ່ສຳຄັນປະຈຳປີ 2027 (2027 AMD) ພາຍໃຕ້ ຂໍ້ລິເລີ່ມ ASEAN-EU Elevate ເພື່ອຍົກສູງຂີດຄວາມສາມາດຂອງຫ້ອງການຖ່າຍທອດເຕັກໂນໂລຊີອາຊຽນ ເຊິ່ງເປັນການຮ່ວມມືລະຫວ່າງ ອາຊຽນ ແລະ ສະຫະພາບເອີຣົບ.

ໃນຂະນະດຽວກັນ, ກອງເລຂາອາຊຽນ (ASEC) ຍັງໄດ້ລາຍງານຄວາມຄືບໜ້າກ່ຽວກັບສະຖານະພາບທາງດ້ານການເງິນ ແລະ ການປະກອບສ່ວນເຂົ້າໃນກອງທຶນວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ (ASTIF) ພ້ອມທັງປະກາດແຜນການຮັບຂໍ້ສະເໜີໂຄງການພາຍໃຕ້ກອງທຶນ ASTIF Call 2026 ເພື່ອເປີດໂອກາດໃຫ້ບັນດານັກວິໄຈໃນອາຊຽນໄດ້ຍື່ນສະເໜີໂຄງການຮ່ວມມືດ້ານເຕັກໂນໂລຊີ.

729664198_1322170876119859_7243987886790697437_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ