ສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກສ່ຽງໃຕ້ (ສສພຊ) ພາຍໃຕ້ອົງການລັດຖະມົນຕີສຶກສາຂົງເຂດອາຊີຕາເວັນອອກສ່ຽງໃຕ້ (ອົງການຊີເມວ) ໄດ້ຈັດກອງປະຊຸມຄະນະບໍລິຫານງານສູນ ຄັ້ງທີ 9 (ສົກປີ 2025-2026)
ສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກສ່ຽງໃຕ້ (ສສພຊ) ພາຍໃຕ້ອົງການລັດຖະມົນຕີສຶກສາຂົງເຂດອາຊີຕາເວັນອອກສ່ຽງໃຕ້ (ອົງການຊີເມວ) ໄດ້ຈັດກອງປະຊຸມຄະນະບໍລິຫານງານສູນ ຄັ້ງທີ 9 (ສົກປີ 2025-2026) ແລະ ກອງປະຊຸມສຳມະນາສາກົນ ຄັ້ງທີ 8 ພາຍໃຕ້ຫົວຂໍ້ “ສົ່ງເສີມການສຶກສາພົນລະເມືອງໂລກໃນອາຊີຕາເວັນອອກສ່ຽງໃຕ້” ເມື່ອບໍ່ດົນມານີ້ ທີ່ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ Alfredo de Araujo, ຜູ້ອຳນວຍການແຫ່ງຊາດດ້ານການສຶກສາຕໍ່ເນື່ອງ ກະຊວງສຶກສາທິການ ປະເທດຕີມໍ-ເລສເຕ ແລະ ທ່ານ Morkoath Pring, ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ປະຊາຊົນ ກໍາປູເຈຍ, ມີຜູ້ຕາງໜ້າຄະນະບໍລິຫານງານສູນຈາກປະເທດສະມາຊິກຊີເມວ ເຊັ່ນ: ກຳປູເຈຍ, ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ, ຕີມໍ-ເລສເຕ, ພ້ອມດ້ວຍກອງເລຂາອົງການຊີເມວ ແລະ ພະນັກງານສູນ ເຂົ້າຮ່ວມ.
ໃນພິທີ, ທ່ານ ຮສ.ປອ ນາງ ສີລີນທອນ ສັກລໍຄຳ ຜູ້ອຳນວຍການ ສສພຊ ໄດ້ກ່າວຕ້ອນຮັບ ແລະ ເປີດກອງປະຊຸມຢ່າງເປັນທາງການ ວ່າ: ຈຸດປະສົງຫຼັກແມ່ນເພື່ອລາຍງານຜົນການຈັດຕັ້ງປະຕິບັດວຽກງານໃນສົກປີ 2025-2026 ຜ່ານມາ, ພ້ອມທັງນຳສະເໜີທິດທາງ ແລະ ແຜນການໃນສົກປີ 2026-2027 ເພື່ອໃຫ້ຄະນະບໍລິຫານງານໄດ້ຄົ້ນຄວ້າ, ແລກປ່ຽນຄຳຄິດຄຳເຫັນ ແລະ ພິຈາລະນາຮັບຮອງ ໃຫ້ສອດຄ່ອງກັບຄວາມຕ້ອງການດ້ານການສຶກສາໃນໄລຍະໃໝ່ຂອງພາກພື້ນ ແລະ ສາກົນ.
ຈາກນັ້ນ, ໃນວັນທີ 15-16 ກັນຍາ 2026, ສສພຊ ໄດ້ສືບຕໍ່ຈັດກອງປະຊຸມສຳມະນາສາກົນ ຄັ້ງທີ 8 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ Dr. Jong-Hun Kim ຜູ້ອຳນວຍການສູນ APCEIU, ຜູ້ອຳນວຍການພາກພື້ນອາຊີຕາເວັນອອກສ່ຽງໃຕ້ຈາກອົງການ DVV International, ຄະນະບໍລິຫານງານ ສສພຊ, ສູນປະສານງານການສຶກສາພົນລະເມືອງໂລກຈາກປະເທດສະມາຊິກ, ພ້ອມດ້ວຍບັນດາຊ່ຽວຊານ, ນັກການສຶກສາ, ຄູ-ອາຈານ ແລະ ນັກຮຽນ ລວມ 80 ກວ່າຄົນ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສຶກສາໃນການສ້າງຄົນຮຸ່ນໃໝ່ໃຫ້ມີຄວາມຮູ້, ທັກສະ ແລະ ທັດສະນະຄະຕິທີ່ດີ ເພື່ອພ້ອມກັນປະກອບສ່ວນສ້າງອະນາຄົດຂອງໂລກ. ຂະນະທີ່ ທ່ານ Dr. Jong-Hun Kim ໄດ້ສະແດງຄວາມຊົມເຊີຍຕໍ່ ສປປ ລາວ ໃນການສົ່ງເສີມການສຶກສາພົນລະເມືອງໂລກ (GCED) ແລະ ຢືນຢັນຄວາມພ້ອມຂອງ APCEIU ໃນການສືບຕໍ່ສະໜັບສະໜູນວຽກງານດັ່ງກ່າວໃນພາກພື້ນ.
ກອງປະຊຸມສຳມະນາດັ່ງກ່າວ ຍັງໄດ້ຮັບຟັງການນຳສະເໜີບົດຮຽນ ແລະ ຫົວຂໍ້ສຳຄັນຕ່າງໆ ເປັນຕົ້ນແມ່ນ ການສຶກສາພົນລະເມືອງໂລກໃນບໍລິບົດການສຶກສານອກໂຮງຮຽນ, ການຄິດຄືນໃໝ່ກ່ຽວກັບການສຶກສາພົນລະເມືອງໂລກໃນຍຸກປັນຍາປະດິດ (AI) ທີ່ມີທັງໂອກາດ ແລະ ສິ່ງທ້າທາຍ, ພ້ອມທັງແລກປ່ຽນບົດຮຽນຕົວຈິງຈາກປະເທດມາເລເຊຍ, ໄທ ແລະ ສປປ ລາວ (ໂດຍສະເພາະຜົນສຳເລັດຈາກວິທະຍາໄລສ້າງຄູທົ່ວປະເທດ). ພິເສດ, ກອງປະຊຸມຍັງໄດ້ເປີດເວທີໃຫ້ໄວໜຸ່ມ ແລະ ນັກຮຽນຈາກ 4 ໂຮງຮຽນມັດທະຍົມສົມບູນໃນນະຄອນຫຼວງວຽງຈັນ ໄດ້ແບ່ງປັນມຸມມອງ ແລະ ຄວາມຄາດຫວັງຕໍ່ການສຶກສາໃນອະນາຄົດອີກດ້ວຍ.
#ພາບ-ຂ່າວໂດຍ: ສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກສ່ຽງໃຕ້



