ຫ້ອງການກະຊວງ ສສກ ເຊື່ອມຊຶມເອກະສານສຳຄັນຂອງພັກ ແລະ ຫ້ອງການ ພ້ອມມອບຫຼຽນກາລະນຶກ 50 ປີ

 

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານສຳຄັນຂອງພັກ ແລະ ວຽກງານຂອງຫ້ອງການ ພ້ອມທັງມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃນຕອນເຊົ້າວັນທີ 4 ກັນຍາ 2026 ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ກິ່ງມະໂນ ພົມມະຫາໄຊ, ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນໍາຫ້ອງການກະຊວງ, ມີສະຫາຍ ຮສ.ປອ ຫຼ້າວັນ ວົງຄຳສານ ຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍສະຫາຍຮອງເລຂາຄະນະພັກຮາກຖານຫ້ອງການ, ຄະນະພັກຮາກຖານ, ບັນດາເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບຫ້ອງການກະຊວງ ຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງ, ມະຫາຊົນກ້າວໜ້າ ແລະ ພະນັກງານ-ລັດຖະກອນ ພາຍໃນຫ້ອງການກະຊວງ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ໃນພິທີ, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຮັບຟັງຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2026 ຂອງຫ້ອງການກະຊວງ; ຮັບຟັງເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 4444/ສສກ, ລົງວັນທີ 17 ກໍລະກົດ 2026; ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກວິທີເຮັດວຽກຂອງກະຊວງ ສສກ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງຫ້ອງການກະຊວງ; ຂໍ້ຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານຫ້ອງການກະຊວງ; ຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຫົວໜ້າ ແລະ ຮອງຫົວໜ້າຫ້ອງການ ກະຊວງ; ໄດ້ຮັບຟັງການເຜີຍແຜ່ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XII ສະບັບເລກທີ 303/ຄຈສພ, ລົງວັນທີ 20 ພຶດສະພາ 2026. ນອກຈາກນີ້, ໃນພິທີຍັງໄດ້ມີການມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ອີກດ້ວຍ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ກິ່ງມະໂນ ພົມມະຫາໄຊ, ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ຄະນະພັກ, ຄະນະນຳ ຕະຫຼອດຮອດບັນດາສະມາຊິກພັກ ແລະ ພະນັກງານພາຍໃນຫ້ອງການກະຊວງ ເພື່ອສ້າງຄວາມເຂົ້າໃຈ ແລະ ເປັນໄປທິດທາງດຽວກັນ ທັງດ້ານແນວຄິດ ແລະ ພຶດຕິກຳຕົວຈິງ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຄະນະພັກ, ຄະນະນຳ ແລະ ພະນັກງານຫ້ອງການກະຊວງ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຢ່າງມີຄວາມຮັບຜິດຊອບສູງ, ເຮັດໃຫ້ກົນໄກການເຮັດວຽກຂອງກະຊວງ ແລະ ຫ້ອງການ ດຳເນີນໄປໄດ້ຢ່າງມີປະສິດທິພາບ. ພ້ອມນັ້ນ, ສະຫາຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງຫ້ອງການ ເຊິ່ງມີຄຸນລັກສະນະພິເສດປຽບເໝືອນ "ທະບວງໜຶ່ງ" ພາຍໃຕ້ກະຊວງ, ເປັນສູນລວມຮອບດ້ານ, ເປັນສູນປະສານງານ, ເກັບກຳ-ສຳເນົາເອກະສານ, ເບິ່ງແຍງຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນເສນາທິການໃຫ້ແກ່ກະຊວງ.

ດັ່ງນັ້ນ, ເພື່ອປັບປຸງ ແລະ ຍົກສູງປະສິດທິພາບການເຮັດວຽກໃນຕໍ່ໜ້າ, ສະຫາຍໄດ້ເນັ້ນບາງທິດທາງຊີ້ນຳທີ່ສຳຄັນ ດັ່ງນີ້: ໃຫ້ຄະນະຫ້ອງການ ແລະ ຄະນະພະແນກ (ທັງໝົດ 8 ພະແນກ) ກວດຄືນພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ. ພ້ອມທັງປ່ຽນແປງທັດສະນະຈາກ "ການເຮັດວຽກແບບວິຊາການ" ມາເປັນ "ຜູ້ຄຸ້ມຄອງ ແລະ ນຳພາ" ຢ່າງແທ້ຈິງ; ຍຶດໝັ້ນ 5 ຫຼັກການຂອງພັກ, ຫຼັກການລວມສູນປະຊາທິປະໄຕ, ຕັດສິນເປັນໝູ່ຄະນະ ແລະ ມອບຄວາມຮັບຜິດຊອບໃຫ້ບຸກຄົນ; ປະຕິບັດທິດນຳ "3 ກ້າ 3 ເປີດ" ຢ່າງເຂັ້ມງວດ ຄື: ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ແລະ ເປີດໃຈ, ເປີດປະຕູ, ເປີດກວ້າງ (ຮັບຟັງ, ແລກປ່ຽນຄວາມເຫັນ ແລະ ມີຄວາມຈິງໃຈ); ເລັ່ງແກ້ໄຂບັນຫາເອກະສານຊັກຊ້າ ໂດຍຫັນມາໃຊ້ລະບົບຕິດຕາມເອກະສານທັນສະໄໝ (E-Office/App) ເພື່ອຕິດຕາມສະຖານະເອກະສານ, ຫຼຸດຜ່ອນການໃຊ້ເຈ້ຍ ແລະ ຫຼຸດບົດລາຍງານທີ່ຊ້ຳຊ້ອນ; ຫຼີກລ່ຽງການເຮັດວຽກຊ້ຳຊ້ອນ ຫຼື ກ້າວກ່າຍພາລະບົດບາດຂອງກົມອື່ນ; ຄະນະນຳເອງກໍຕ້ອງມີຄວາມຮັບຜິດຊອບຕໍ່ເນື້ອໃນເອກະສານ; ການເຮັດໜັງສືເຊີນຄະນະນຳ ກໍຕ້ອງໄດ້ແຈ້ງຕາຕະລາງໃຫ້ເພິ່ນຮັບຊາບ ແລະ ເຫັນດີກ່ອນທຸກຄັ້ງ ແລະ ຕ້ອງກວດກາຄວາມຖືກຕ້ອງຂອງສັບພາສາ, ຕຳແໜ່ງທາງການໃຫ້ຖືກຕ້ອງຕາມລະບຽບການ. ມາຮອດນີ້, ຂ້າພະເຈົ້າເຊື່ອໝັ້ນ ຄະນະພັກ, ຄະນະນຳ, ສະມາຊິກພັກ ຕະຫຼອດຮອດພະນັກງານ-ລັດຖະກອນ ຫ້ອງການກະຊວງ ທຸກສະຫາຍ ຈະມີຄວາມສາມັກຄີເປັນໜຶ່ງດຽວ ແລະ ປະສົບຜົນສຳເລັດຢ່າງງົດງາມ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ກໍຄື ພາລະກິດທີ່ໄດ້ຮັບມອບໝາຍໃນຕໍ່ໜ້າ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ມີປະສິດທິພາບສູງຂຶ້ນເລື້ອຍໆ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ພາບໂດຍ: ບົວລະພາ ອິນສີມະນີ792910466_3574256889410101_2274555598142671737_n.jpg794328525_836481286152743_6789773704191401963_n.jpg793090822_1080451377780693_1710566408061135717_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກທີ່ປຶກສາແຫ່ງຊາດ (National Consultants) ຈຳນວນ 3 ຕຳແໜ່ງ ເພື່ອເຂົ້າຮ່ວມປະຕິບັດງານໃນ ໂຄງການ IFWP-E&H ດັ່ງມີລາຍລະອຽດລຸ່ມນີ້:.

1. ຕຳແໜ່ງ : ທີ່ປຶກສາດ້ານການບໍລິຫານໂຄງການ "Project Administrative TA" ລາຍລະອຽດຕິດຄັດມາພ້ອມນີ: ເອກະສານຄັດຕິດ

2. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານການຕິດຕາມ ແລະ ປະເມີນຜົນ " Monitoring and Evaluation Specialist TA": ເອກະສານຄັດຕິດ

3. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານສິ່ງແວດລ້ອມ ແລະ ສັງຄົມ " Environmental and Social Specialist TA " : ເອກະສານຄັດຕິດ 

     ໄລຍະເວລາຮັບສະໝັກ: ກຳນົດເວລາສົ່ງ CV ແລະ ຈົດໝາຍສະແດງຄວາມສົນໃຈ (Expression of Interest): ຕັ້ງແຕ່ວັນທີ 5 ຫາ 19 ຕຸລາ 2026




♦ ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ, ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ GPE III-LEAP ຂໍເຊີນໂຮງພິມຂອງທ່ານເຂົ້າຍື່ນຊອງສົມທຽບລາຄາສະໜອງການຈັດພິມປຶ້ມ ຈໍານວນ 03 ລາຍການ, ໄລຍະເວລາໃນການສົ່ງມອບເຖິງສະຖານທີ ແມ່ນ 45 ວັນ (ພາຍຫຼັງເຊັນສັນຍາ). ດັ່ງລາຍລະອຽດໄດ້ຄັດຕິດເອກະສານ ປະກາດມາພ້ອມນີ້ (1 ສະບັບ) ⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.