ກົມພັດທະນາຄູ ແລະ ການບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດການແຕ່ງຕັ້ງຜູ້ດຳລົງຕໍາແໜ່ງບໍລິຫານ ຫົວໜ້າພະແນກ ແລະ ຮອງພະແນກ (ປະເພດ 4 ແລະ 5) 

 

ກົມພັດທະນາຄູ ແລະ ການບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດການແຕ່ງຕັ້ງຜູ້ດຳລົງຕໍາແໜ່ງບໍລິຫານ ຫົວໜ້າພະແນກ ແລະ ຮອງພະແນກ (ປະເພດ 4 ແລະ 5) ພ້ອມທັງປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ ໃນວັນທີ 24 ກັນຍາ 2026 ທີ່ຫ້ອງປະຊຸມກົມດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ຜູ້ອຳນວຍການສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ຕະຫຼອດຮອດພະນັກງານ ວິຊາການເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ, ທ່ານ ເພັດມະນີ ສີລັດມີນາ ຮອງຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ໄດ້ຜ່ານມະຕິຕົກລົງວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ; ຜ່ານຂໍ້ຕົກລົງສະບັບເລກທີ 6671/ສສກ, ລົງວັນທີ 15 ກັນຍາ 2026 ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານຂອງກົມພັດທະນາຄູ ແລະ ການບໍລິຫານການສຶກສາ, ລັດຖະມົນຕີ ສສກ ຕົກລົງແຕ່ງຕັ້ງ ທ່ານ ມິຖຸນາ ພານຄໍາ ຫົວໜ້າພະແນກຝຶກອົບຮົມ ເປັນຫົວໜ້າພະແນກບໍລິຫານ ແລະ ຄົ້ນຄວ້າ-ສັງລວມ, ທ່ານ ແສງແກ້ວ ພັນທະລັດ ຫົວໜ້າພະແນກກໍ່ສ້າງຄູ ເປັນຫົວໜ້າພະແນກກໍ່ສ້າງ ແລະ ບຳລຸງວິຊາຊີບຄູ, ທ່ານ ຕາວັນ ຂຸນບໍໄລ ຮອງຜູ້ອໍານວຍການສູນພັດທະນາຄູ ເປັນຫົວໜ້າພະແນກພັດທະນາຫຼັກສູດ, ທ່ານ ບົວເພັດ ອິນທະວົງ ຫົວໜ້າພະແນກບຳລຸງຄູ ເປັນຫົວໜ້າພະແນກຝຶກອົບຮົມ, ທ່ານ ນາງ ອຸໄລພອນ ພອນໄຊທິບ ຫົວໜ້າພະແນກບໍລິຫານ ແລະ ຄົ້ນຄວ້າ-ສັງລວມ ເປັນຫົວໜ້າພະແນກຄົ້ນຄວ້າ-ວິໄຈ, ທ່ານ ນາງ ວິສັງຂານ ພໍບຸບຜາ ເປັນຫົວໜ້າພະແນກ ກວດກາ, ຕິດຕາມ ແລະ ປະເມີນຜົນ, ພ້ອມທັງແຕ່ງຕັ້ງຮອງຫົວໜ້າພະແນກ ຈໍານານ 12 ທ່ານ ໃນ 6 ພະແນກ.

ຈາກນັ້ນ, ໃນພິທີກໍໄດ້ມີການມອບຂໍ້ຕົກລົງໃຫ້ຜູ້ທີ່ຖືກແຕ່ງດຳລົງຕໍາແໜ່ງບໍລິຫານ ຫົວໜ້າພະແນກ ແລະ ຮອງພະແນກ (ປະເພດ 4 ແລະ 5) ພ້ອມທັງປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ເຊິ່ງການປັບປຸງຄັ້ງນີ້ຖືເປັນຄວາມຈຳເປັນ ແລະ ພາວະວິໄສ ທາງດ້ານບຸກຄະລາກອນຂອງພວກເຮົາມີຈຳນວນຫຼຸດໜ້ອຍລົງ, ດ້ານໜ້າວຽກສາມາດຮວບຮວມເຂົ້າກັນໄດ້ ເພື່ອໃຫ້ໂຄງຈັກການຈັດຕັ້ງມີຄວາມກະທັດຮັດ ແລະ ສົມເຫດສົມຜົນ, ໃນໄລຍະຜ່ານມາເຫັນວ່າບາງກົມກອງໂຄງຈັກການຈັດຕັ້ງບໍ່ສົມດູນ, ການປັບປຸງໂດຍການໂຮມກົງຈັກເຂົ້າກັນຈະຊ່ວຍໃຫ້ການບໍລິຫານງານມີຄວາມລວມສູນ ແລະ ເຂັ້ມແຂງ, ການປັບປຸງມີທັງການຫຼຸດ, ການເພີ່ມ ແລະ ການຮັກສາໄວ້ ນໍາເອົາຜົນດີມາສູ່ຂະແໜງການ ຄື: ການທົບທວນການປະຕິບັດງານ, ການຈັດວາງຄົນໃຫ້ຖືກກັບວຽກ ຊ່ວຍຊັບຊ້ອນພະນັກງານໃຫ້ສອດຄ່ອງກັບຄວາມຮູ້, ຄວາມສາມາດ ແລະ ວິຊາສະເພາະ ຫຼີກລ່ຽງບັນຫາໃນອະດີດທີ່ວ່າ "ຜູ້ເກັ່ງເລກຫັນໄປຂຽນ, ຜູ້ເກັ່ງຂຽນຫັນໄປເວົ້າ" ເຊິ່ງເຮັດໃຫ້ຜົນງານບໍ່ໄດ້ຕາມຈຸດປະສົງ.

ດ້ານພາລະບົດບາດ ແລະ ຄວາມຮັບຜິດຊອບຂອງກົມໃໝ່ ຈາກການໂຮມວຽກງານພັດທະນາຄູ ແລະ ວຽກງານບໍລິຫານການສຶກສາເຂົ້າກັນ, ເຮັດໃຫ້ກົມໃໝ່ມີພາລະບົດບາດ ແລະ ຄວາມຮັບຜິດຊອບທີ່ສູງກວ່າເກົ່າ ໂດຍສະເພາະ ວຽກງານກໍ່ສ້າງຄູ ມອບໃຫ້ສະຖາບັນການສຶກສາ-ໂຮງຮຽນ ເປັນຜູ້ດໍາເນີນການກໍ່ສ້າງເປັນຫຼັກ, ວຽກງານຄຸ້ມຄອງ, ບໍາລຸງ ແລະ ກວດສອບ ກົມໃໝ່ຈະຮັບຜິດຊອບໃນການກວດສອບ, ວາງໂຄງຮ່າງ, ພັດທະນາ ແລະ ບໍາລຸງຄູ-ອາຈານ ລວມທັງຜູ້ບໍລິຫານການສຶກສາທຸກລະດັບ ໃນຂອບເຂດ 18 ແຂວງ-ນະຄອນຫຼວງ ທົ່ວປະເທດ, ຄຸນນະພາບຂອງຄູ, ທັກສະຂອງຄູ ແລະ ຄວາມສາມາດຂອງຜູ້ບໍລິຫານການສຶກສາ ຈະດີ ຫຼື ບໍ່ນັ້ນ, ແມ່ນຂຶ້ນກັບການກຳນົດໂຄງຮ່າງ ແລະ ການຮັບຜິດຊອບຂອງກົມ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການສຶກສາໃນປັດຈຸບັນ.

ພາບ-ຂ່າວ: ບົວລະພາ

819898368_1895351674965522_927603070087428980_n.jpg819208072_1082982971103636_3248580721267001161_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ