ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 32 ປີ (07 ຕຸລາ 1994-07 ຕຸລາ 2026) ຂໍເຊີນທ່ານຮັບຊົມ ແລະ ສົ່ງຕໍ່ວິດີໂອ ທີ່ເປັນແຮງບັນດານໃຈ ທີ່ຜະລິດໂດຍ ກະຊວງສຶກສາທິການ ແລະ ກິລາ

ຂໍເຊີນທ່ານຮັບຊົມ ແລະ ສົ່ງຕໍ່ວິດີໂອ ທີ່ເປັນແຮງບັນດານໃຈ ທີ່ຜະລິດໂດຍ ກະຊວງສຶກສາທິການ ແລະ ກິລາ, ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ.

🎬 ຄຸນຄ່າຂອງຄູ - ເລື່ອງທີ່ສັນລະເສີນຄູ ແລະ ການອຸທິດຕົນໃນການສິດສອນນັກຮຽນໃຫ້ປະສົບຜົນສຳເລັດ.

ຮັບຊົມທີ່ລິ້ງນີ້: https://youtu.be/lFoVU8l1T6o?si=zHXNtevEXUJbIDhX

ເລື່ອງທີ່ສະແດງເຖິງການອຸທິດຕົນຂອງຄູ ແລະ ຜົນກະທົບອັນເລິກເຊິ່ງ ແລະ ຍືນຍົງຂອງວຽກງານຂອງເຂົາເຈົ້າຕໍ່ຄົນຮຸ່ນຕໍ່ໆໄປ. ພ້ອມ​ທັງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ສິ່ງ​ທ້າ​ທາຍ​ຂອງ​ຄູ ​ແລະ ບົດບາດ​ອັນ​ສຳຄັນ​ຂອງຄູໃນ​ການ​ສ້າງ​ກຳລັງ​ໃຈ​ໃຫ້​ຄົນ​ຮຸ່ນຕໍ່ໄປ ​ແລະ ສ້າງ​ອະນາຄົດ​ຂອງ​ປະ​ເທດ​ຊາດ.

 

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ