“ປາງບຸນໃຫຍ່ຂອງສົກສຶກສາ 2026-2027” ໄຂຂຶ້ນດ້ວຍບັນຍາກາດຟົດຟື້ນ ແລະ ເອກະພາບກັນທົ່ວປະເທດ
ໃນບັນຍາກາດທີ່ເຕັມໄປດ້ວຍຄວາມຫວັງ, ຄວາມພາກພູມໃຈ ແລະ ຄວາມສະໝານສາມັກຄີ, ທົ່ວປະເທດລາວເຮົາ ໄດ້ພ້ອມກັນເປີດສັກກະຫຼາດສົກຮຽນໃໝ່ 2026-2027 ຢ່າງເປັນທາງການ ໃນວັນທີ 1 ກັນຍານີ້. ເຊິ່ງບັນຍາກາດຕາມໂຮງຮຽນແຫ່ງຕ່າງໆ ນັບແຕ່ຂັ້ນລ້ຽງເດັກ-ອະນຸບານ, ປະຖົມ, ມັດທະຍົມ ຕະຫຼອດຮອດສະຖາບັນການສຶກສາຕ່າງໆ ທັງພາກລັດ ແລະ ເອກະຊົນ ໄດ້ດຳເນີນໄປຢ່າງຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມເອກະພາບກັນທົ່ວປະເທດ.
ນັບແຕ່ເຊົ້າຕັ້ງແຕ່ຕາເວັນຍັງບໍ່ທັນຂຶ້ນພົ້ນຂອບຟ້າ, ຕາມເສັ້ນທາງສາຍຕ່າງໆ ໃນຕົວເມືອງໃຫຍ່ ເຊັ່ນ: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ ໄດ້ເຕັມໄປດ້ວຍຄວາມຄຶກຄື້ນ. ພາບຂອງພໍ່ແມ່ຜູ້ປົກຄອງທີ່ພາລູກຫຼານຂີ່ລົດໄປສົ່ງລູກຫຼານຢູ່ໜ້າໂຮງຮຽນ, ນັກຮຽນໃນຊຸດເຄື່ອງແບບໃໝ່, ຮອຍຍິ້ມທີ່ສົດໃສ ແລະ ສຽງທັກທາຍສະບາຍດີກັນຢ່າງອົບອຸ່ນລະຫວ່າງໝູ່ເພື່ອນ ແລະ ຄູ-ອາຈານ ໄດ້ສ້າງສີສັນໃຫ້ກັບວັນທຳອິດຂອງການເປີດສົກຮຽນໃໝ່ຢ່າງຄຶກຄື້ນ.
ໃນຂະນະດຽວກັນ, ຢູ່ເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ, ເຖິງວ່າການເດີນທາງຈະມີຄວາມຫຍຸ້ງຍາກ ຫຼື ຕ້ອງຜ່ານເສັ້ນທາງພູດອຍ, ແຕ່ບັນຍາກາດກໍບໍ່ໄດ້ຫຼຸດໜ້ອຍຖອຍລົງເລີຍ. ນັກຮຽນ ໄດ້ພ້ອມກັນຍ່າງເປັນກຸ່ມ, ສຽງເວົ້າສຽງຫົວຢ່າງມ່ວນຊື່ນມຸ່ງໜ້າສູ່ໂຮງຮຽນ. ຜູ້ປົກຄອງ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຮ່ວມແຮງຮ່ວມໃຈກັນປັບປຸງອາຄານສະຖານທີ່, ອະນາໄມເດີ່ນໂຮງຮຽນ ເພື່ອຕ້ອນຮັບຄູ-ອາຈານ ແລະ ນັກຮຽນ ເຂົ້າສູ່ປີຮຽນໃໝ່ດ້ວຍຄວາມອົບອຸ່ນ ແລະ ມີຄວາມຮັກແພງ.
ພິເສດໃນພິທີໄຂສົກຮຽນໃໝ່ປີນີ້, ບັນດາຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ນັບແຕ່ຂັ້ນສູນກາງ, ແຂວງ, ເມືອງ, ຕະຫຼອດຮອດຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ, ນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງ ທົ່ວປະເທດ ໄດ້ພ້ອມກັນຮັບຟັງ ສານອວຍພອນໄຂສົກຮຽນໃໝ່ 2026-2027 ຈາກ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.ເຊິ່ງທ່ານ ໄດ້ຕາງໜ້າໃຫ້ສູນກາງພັກ ແລະ ລັດຖະບານ ຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄວາມເປັນຫ່ວງເປັນໄຍຢ່າງຈິງໃຈ ມາຍັງຄະນະນໍາ, ຜູ້ບໍລິຫານ, ຄູ-ອາຈານ, ນ້ອງນ້ອຍນັກຮຽນ ແລະ ປວງຊົນລາວທັງຊາດ ໂດຍມີເນື້ອໃນສຳຄັນບາງຕອນວ່າ: ພັກ ແລະ ລັດຖະບານ ຍາມໃດກໍຖືວ່າ "ເອົາການສຶກສາ ໄປກ່ອນວຽກງານອື່ນກ້າວໜຶ່ງ" ແລະ "ເອົາຄົນເປັນເປົ້າໝາຍ, ເປັນໃຈກາງ" ເພື່ອສ້າງກຳລັງແຮງງານທີ່ມີຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດ.
ທັງນີ້, ເຖິງວ່າຈະປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມ, ແຕ່ທ່ານນາຍົກລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍຄວາມພະຍາຍາມຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ທີ່ສາມາດຍາດໄດ້ຜົນງານສຳຄັນຫຼາຍດ້ານ ເປັນຕົ້ນ: ການປັບປຸງໂຄງລ່າງພື້ນຖານສະຖານການສຶກສາ ແລະ ການສະໜອງອາຫານທ່ຽງໃນໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ; ການເພີ່ມເງິນອຸດໜູນເບ້ຍລ້ຽງໃຫ້ແກ່ນັກຮຽນ-ນັກສຶກສາ ທຸກຊັ້ນ ທຸກສາຍ; ການເອົາໃຈໃສ່ແກ້ໄຂບັນຫາການປະລະການຮຽນ ແລະ ການຍົກສູງຄຸນນະພາບການສິດສອນ; ການສ້າງຜົນງານອັນໂດດເດັ່ນຂອງນັກຮຽນ-ນັກສຶກສາລາວ ໃນການແຂ່ງຂັນລະດັບພາກພື້ນ ແລະ ສາກົນ.
ເພື່ອເຮັດໃຫ້ການກະກຽມຄວາມພ້ອມໃຫ້ສົກຮຽນໃໝ່ປຽບດັ່ງ "ປາງບຸນໃຫຍ່ຂອງສົກການສຶກສາ", ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທົ່ວສັງຄົມພ້ອມກັນປະຕິບັດບາງທິດທາງຕົ້ນຕໍ ດັ່ງນີ້: ຜູ້ບໍລິຫານການສຶກສາທຸກຂັ້ນ: ເພີ່ມທະວີຄວາມຮັບຜິດຊອບ, ຕິດຕາມ-ຊຸກຍູ້ໂຮງຮຽນຢ່າງໃກ້ຊິດ, ສ້າງຂະບວນການກິລາ, ສິລະປະ-ວັນນະຄະດີ ແລະ ສິ່ງອຳນວຍຄວາມສະດວກ ເພື່ອດຶງດູດນັກຮຽນໃຫ້ສົນໃຈການຮຽນ. ພ້ອມທັງຜັນຂະຫຍາຍ 08 ທິດທາງ ຈາກກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ ເຂົ້າສູ່ຕົວຈິງ; ຄູ-ອາຈານ: ປະຕິບັດໜ້າທີ່ດ້ວຍຈັນຍາບັນ, ຍຶດໝັ້ນ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ, ຮ່ຳຮຽນເອົາເຕັກນິກ-ເຕັກໂນໂລຊີອັນໃໝ່ ມາໝູນໃຊ້ໃນການປະສົມປະສານບົດສອນໃຫ້ມີຄວາມຫຼາກຫຼາຍ; ພໍ່ແມ່ຜູ້ປົກຄອງ: ຖືເປັນພັນທະ ແລະ ຄວາມຮັບຜິດຊອບໃນການປຸກລະດົມລູກຫຼານໃຫ້ເຂົ້າຮຽນ ແລະ ສືບຕໍ່ຮຽນໃຫ້ຈົບ ຢ່າງນ້ອຍການສຶກສາພາກບັງຄັບ (ມັດທະຍົມສຶກສາປີທີ 4 / ມ.4) ເພື່ອເປັນພື້ນຖານຕໍ່ຍອດໃນສາຍອາຊີບ ຫຼື ຊັ້ນສູງ; ນັກຮຽນ-ນັກສຶກສາ: ຕັ້ງໃຈຄົ້ນຄວ້າຮ່ຳຮຽນ, ເປັນເຈົ້າການໃນການຮຽນດ້ວຍຕົນເອງ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເປັນນັກຮຽນດີ, ຮຽນເກັ່ງ ແລະ ເປັນພົນລະເມືອງດີຂອງຊາດ; ທຸກພາກສ່ວນໃນສັງຄົມ ແລະ ອົງການຈັດຕັ້ງ: ຮ່ວມກັນສະໜັບສະໜູນ, ສ້າງສະພາບແວດລ້ອມທີ່ດີ ແລະ ຖືເອົາການສຶກສາເປັນພັນທະໜ້າທີ່ຂອງທຸກຄົນໃນທົ່ວສັງຄົມ.
ການເປີດສົກຮຽນໃໝ່ 2026-2027 ນີ້ ບໍ່ພຽງແຕ່ແມ່ນການເລີ່ມຕົ້ນຂອງປີຮຽນໃໝ່ເທົ່ານັ້ນ, ແຕ່ຍັງແມ່ນການຢືນຢັນເຖິງຄວາມສາມັກຄີ ແລະ ຄວາມເອກະພາບຂອງທົ່ວປະເທດ ໃນການຊຸກຍູ້ຂະແໜງການສຶກສາໃຫ້ກ້າວໜ້າ. ເນື້ອໃນສານອວຍພອນຈາກ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກາຍເປັນກຳລັງໃຈອັນໃຫຍ່ຫຼວງ ແລະ ເປັນເຂັມຊີ້ທິດທາງໃຫ້ກັບຄູ-ອາຈານ, ຜູ້ບໍລິຫານການສຶກສາ ແລະ ທົ່ວປວງຊົນລາວ ໃນການສຸມສະຕິປັນຍາ ແລະ ເຫື່ອແຮງ ເພື່ອສ້າງເຍົາວະຊົນລາວໃຫ້ມີຄຸນນະພາບ ພ້ອມທີ່ຈະກາຍເປັນກຳລັງແຮງສຳຄັນໃນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.
ບົດສະເໜີໂດຍ: ລູກນ້ຳເຊ ອິນທະດາລິນ



