ກອງປະຊຸມລະດັບສູງຂອງກອງທຶນຮ່ວມມືສາກົນເພື່ອການສຶກສາ ຫຼື Global Partnership for Education (GPE) ເຊິ່ງເປັນກອງປະຊຸມປິ່ນອ້ອມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ
ໃນລະຫວ່າງວັນທີ 21–23 ກັນຍາ 2026, ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ຂອງ ສປປ ລາວ ນໍາໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງຂອງກອງທຶນຮ່ວມມືສາກົນເພື່ອການສຶກສາ ຫຼື Global Partnership for Education (GPE) ເຊິ່ງເປັນກອງປະຊຸມປິ່ນອ້ອມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຄັ້ງທີ 81 ທີ່ ນະຄອນນິວຢອກ, ສະຫະລັດອາເມຣິກາ.
ໃນໂອກາດອັນສຳຄັນນີ້, ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມບັນດາກອງປະຊຸມລະດັບສູງທີ່ສຳຄັນ ເຊັ່ນ: ກອງປະຊຸມລະດັບສູງ: ເພີ່ມທະວີການລະດົມທຶນໃນຂົງເຂດການສຶກສາໃນໄລຍະໃໝ່ (Multiply Possibility High-Level Event: A new era for education financing) ມີຈຸດປະສົງເພື່ອສຸມໃສ່ການລະດົມທຶນສຳລັບການສຶກສາ, ແນໃສ່ຊ່ວຍເຫຼືອບຳລຸງຮັກສາ ແລະ ປັບປຸງລະບົບການສຶກສາຂອງບັນດາປະເທດກຳລັງພັດທະນາ ພ້ອມທັງເປີດໂອກາດໃຫ້ເດັກນ້ອຍໄດ້ຮັບການຮຽນຮູ້ຢ່າງມີປະສິດທິພາບ. ນອກຈາກນີ້, ຍัງໄດ້ເນັ້ນການໃຫ້ຄວາມໝາຍໝັ້ນທາງການເງິນຮອບໃໝ່ສຳລັບການສຶກສາຜ່ານທາງລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ, ພ້ອມທັງສົ່ງເສີມການລະດົມທຶນພາຍໃນປະເທດຄຽງຄູ່ກັບການຊ່ວຍເຫຼືອຈາກສາກົນ; ກອງປະຊຸມຮ່ວມມືທີ່ສ້າງສັນ ເພື່ອການປັບປຸງໂຄງສ້າງລະບົບການສຶກສາ (Innovative Partnerships to Transform Education System) ມຸ່ງເນັ້ນໃສ່ການຍົກສູງບົດບາດຂອງບັນດາມູນລະນິທິ ແລະ ພາກເອກະຊົນ ໃນການສົ່ງເສີມການຮຽນຮູ້, ການຮ່ວມມືກັບ GPE ເພື່ອປັບປຸງ ແລະ ຍົກລະດັບພາບລັກລວມຂອງຂົງເຂດການສຶກສາ; ກອງປະຊຸມປົດລັອກອະນາຄົດຂອງການສຶກສາຮ່ວມກັນ (Unlocking the Future of Education Together) ຖືເປັນເວທີສຳຄັນໃນການເຕົ້າໂຮມບັນດາປະເທດສະມາຊິກ GPE ເພື່ອສະເຫຼີມສະຫຼອງຜົນສຳເລັດ, ການໃຫ້ຄຳໝັ້ນສັນຍາ ແລະ ການລະດົມທຶນເຂົ້າໃນຂົງເຂດການສຶກສາຢ່າງເປັນຂະບວນການຟົດຟື້ນ; ກອງປະຊຸມ "ການລົງທຶນໃສ່ການຮຽນຂັ້ນເລີ່ມຕົ້ນ ເພື່ອສ້າງອະນາຄົດ: ການກະກຽມກອງປະຊຸມສຸດຍອດລະດັບໂລກດ້ານງົບປະມານການສຶກສາເພື່ອການພັດທະນາເດັກໃນການຮຽນຂັ້ນເລີ່ມຕົ້ນ ປະຈຳປີ 2027" (Investing Early, Building Futures: Launching the Journey to the Global Early Years Finance Summit 2027) ເນັ້ນໜັກເຖິງຄວາມສຳຄັນຂອງການລົງທຶນ ແລະ ການເຂົ້າເຖິງໂອກາດການຮຽນຮູ້ຂອງເດັກນ້ອຍຕັ້ງແຕ່ຂັ້ນການສຶກສາກ່ອນໄວຮຽນ.
ນອກຈາກການເຂົ້າຮ່ວມກອງປະຊຸມສຳຄັນດັ່ງກ່າວແລ້ວ, ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ຍัງໄດ້ຖືໂອກາດພົບປະກັບບັນດາຄູ່ຮ່ວມພັດທະນາ, ແລກປ່ຽນບົດຮຽນ ແລະ ປຶກສາຫາລືກ່ຽວກັບການຊຸກຍູ້ສົ່ງເສີມການຮ່ວມມື ເພື່ອພັດທະນາ ແລະ ຍົກລະດັບຄຸນນະພາບຂົງເຂດການສຶກສາຢູ່ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ໃນອະນາຄົດ.
#ພາບ-ຂ່າວ: ກົມແຜນການ ແລະ ການເງິນ ກະຊວງ ສສກ




