ຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານ ໃນຕອນເຊົ້າວັນທີ 23 ກັນຍາ 2026 ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ ຊັ້ນ4)

 

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານ ໃນຕອນເຊົ້າວັນທີ 23 ກັນຍາ 2026 ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ ຊັ້ນ4) ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ມີບັນດາຄະນະຫ້ອງການ ພ້ອມຫົວໜ້າ-ຮອງຫົວໜ້າພະແນກ, ຜູ້ຕາງໜ້າຈາກບັນດາກົມ, ຕະຫຼອດຮອດພະນັກງານ ວິຊາການພາຍໃນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ໄດ້ລາຍງານແຜນວຽກຈຸດສຸມ ປະຈຳໄຕມາດ 4 (ເດືອນຕຸລາ-ທັນວາ 2026) ຂອງຫ້ອງການກະຊວງ; ຜ່ານຮ່າງຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກວິທີເຮັດວຽກຂອງຫ້ອງການ ກະຊວງສຶກສາທິການ ແລະ ກິລາ ແລະ ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານຂອງຫ້ອງການ.

ໂອກາດນີ້, ທ່ານ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງ ກະຊວງ ສສກ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ພະນັກງານດຳລົງຕຳແໜ່ງບໍລິຫານຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ ເລກທີ 6675/ສສກ, ລົງວັນທີ 15 ກັນຍາ 2026 ລັດຖະມົນຕີ ສສກ ຕົກລົງແຕ່ງຕັ້ງທ່ານ ທອງກໍ່າ ອຸທິດາ ຫົວໜ້າພະແນກຄຸ້ມຄອງສາງ ແລະ ການຂົນສົ່ງ ເປັນຫົວໜ້າພະແນກບໍລິຫານ ແລະ ພິທີການ, ທ່ານ ນາງ ບົວວັນ ຈັນທະນົງເດດ ຫົວໜ້າພະແນກຄົ້ນຄວ້າ-ສັງລວມ ເປັນຫົວໜ້າພະແນກຄົ້ນຄວ້າສັງລວມ ແລະ ເລຂານຸການ, ທ່ານ ນາງ ວັນມະນີ ວັນນະສີ ເປັນຫົວໜ້າພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ທ່ານ ໂອມະນີ ສີຫາລາດ ຫົວໜ້າພະແນກຄຸ້ມຄອງຊັບສິນ ເປັນຫົວໜ້າພະແນກຄຸ້ມຄອງການ ລົງທຶນພາກເອກະຊົນ, ທ່ານ ລອນພັນ ເຝົ້າດາວັນ ຫົວໜ້າພະແນກບໍລິຫານ ແລະ ປະຊາສຳພັນ ເປັນຫົວໜ້າພະແນກໂຄສະນາ-ຂ່າວສານ, ທ່ານ ວົງວິໄລ ສູນທະວົງ ຮອງຫົວໜ້າພະແນກຄຸ້ມຄອງໂຄງການ ເປັນຮັກສາການຫົວໜ້າພະແນກຄຸ້ມຄອງໂຄງການ, ທ່ານ ວິໄລ ນ້ອຍມະນີ ຮອງຫົວໜ້າພະແນກຄຸ້ມຄອງການລົງທຶນພາກເອກະຊົນ ເປັນຮັກສາການຫົວໜ້າພະແນກຄຸ້ມຄອງຊັບສິນ ແລະ ອອກແບບ-ກໍ່ສ້າງ, ທ່ານ ພູຄໍາ ມະໂນລົດ ຫົວໜ້າພະແນກຄຸ້ມຄອງຊັບສິນ ເປັນຫົວໜ້າພະແນກຄຸ້ມຄອງສາງ ແລະ ການຂົນສົ່ງ, ທ່ານ ສົມພອນ ໂສດາ ຮອງຫົວໜ້າພະແນກບໍລິຫານ ແລະ ປະຊາສຳພັນ ເປັນຮອງຫົວໜ້າພະແນກບໍລິຫານ ແລະ ພິທີການ, ທ່ານ ນາງ ວິສຸດາ ພິມມະຈັກ ຮອງຫົວໜ້າພະແນກຄຸ້ມຄອງສາງ ແລະ ການຂົນສົ່ງ ເປັນຮອງຫົວໜ້າພະແນກບໍລິຫານ ແລະ ພິທີການ, ທ່ານ ນາງ ເກດມະລິນ ສີສຸພັນ ຮອງຫົວໜ້າພະແນກເລຂານຸການ ແລະ ພິທີການ ເປັນຮອງຫົວໜ້າພະແນກຄົ້ນຄວ້າສັງລວມ ແລະ ເລຂານຸການ, ທ່ານ ບຸນມີໄຊ ສົມມະນີ ເປັນຮອງຫົວໜ້າພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ທ່ານ ອໍາສັກ ສີອຳພອນ ຫົວໜ້າຂະແໜງ ເປັນຮອງຫົວໜ້າພະແນກຄຸ້ມຄອງການລົງທຶນພາກເອກະຊົນ, ທ່ານ ນາງ ມະນີສອນ ນະສະຫວັດ ເປັນຮອງຫົວໜ້າພະແນກຄຸ້ມຄອງການລົງທຶນພາກເອກະຊົນ, ທ່ານ ອຸດົມ ສິງດາລາ ເປັນຮອງຫົວໜ້າພະແນກໂຄສະນາ-ຂ່າວສານ, ທ່ານ ສຸກສະໝອນ ຊາພູວົງ ເປັນຮອງຫົວໜ້າພະແນກຄຸ້ມຄອງໂຄງການ, ທ່ານ ບຸນຕັ່ງ ສັນຕິວົງ ຮອງຫົວໜ້າພະແນກຄຸ້ມຄອງ ອອກແບບ, ກໍ່ສ້າງ ແລະ ສ້ອມແປງ ເປັນຮອງຫົວໜ້າພະແນກຄຸ້ມຄອງຊັບສິນ ແລະ ອອກແບບ-ກໍ່ສ້າງ, ທ່ານ ເລື່ອງລິດ ສຸວັນລາສີ ຮອງຫົວໜ້າພະແນກຄຸ້ມຄອງຊັບສິນ ເປັນຮອງຫົວໜ້າພະແນກຄຸ້ມຄອງຊັບສິນ ແລະ ອອກແບບ-ກໍ່ສ້າງ, ທ່ານ ສາຍແກ້ວ ບຸນຈັນດີ ເປັນຮອງຫົວໜ້າພະແນກຄຸ້ມຄອງສາງ ແລະ ການຂົນສົ່ງ, ທ່ານ ໂລ້ ແກ້ວໂພໄຊ ຮອງຫົວໜ້າພະແນກເລຂານຸການ ແລະ ພິທີການ ເປັນຮອງຫົວໜ້າພະແນກຄຸ້ມຄອງສາງ ແລະ ການຂົນສົ່ງ.

ໂອກາດດັ່ງກ່າວ, ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ໄດ້ກ່າວວ່າ: ການແຕ່ງຕັ້ງໃນຄັ້ງນີ້ ເປັນການປະຕິບັດຕາມກົນໄກ, ກົດລະບຽບ ແລະ ຄວາມຕ້ອງການຂອງວຽກງານ, ເປັນການຢັ້ງຢືນເຖິງຄວາມຮ່ວມມື, ຄວາມຮູ້-ຄວາມສາມາດ, ທັກສະ ແລະ ຜົນງານຕົວຈິງ ທີ່ບັນດາທ່ານໄດ້ອຸທິດແຮງກາຍ ແຮງໃຈ ເພື່ອພັດທະນາຂະແໜງການສຶກສາ ແລະ ກິລາໃນໄລຍະຜ່ານມາ, ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຮັບຄວາມໄວ້ວາງໃຈຈາກຄະນະນຳກະຊວງ ໃຫ້ດຳລົງຕຳແໜ່ງບໍລິຫານໃນຄັ້ງນີ້, ຂໍໃຫ້ບັນດາທ່ານສືບຕໍ່ຈັດຕັ້ງປະຕິບັດວຽກງານທີ່ຖືກມອບໝາຍໃຫ້ໄດ້ຮັບປະໂຫຍດຢ່າງສູງສຸດ, ຫ້ອງການກະຊວງ ຕ້ອງເປັນແບບຢ່າງໃຫ້ບັນດາກົມວິຊາການ ທັງໃນດ້ານ "ການເປັນເສນາທິການທີ່ດີ ແລະ ເປັນຜູ້ປະສານງານທີ່ດີ ທັງດ້ານເນື້ອໃນ ແລະ ວິທີການເຮັດວຽກຕົວຈິງ; ສ້າງຜົນງານຕົວຈິງ ໃນ 3 ເດືອນທ້າຍປີ ແບ່ງຄວາມຮັບຜິດຊອບວຽກງານ ແລະ ສັບຊ້ອນວຽກງານໃຫ້ຖືກກັບໜ້າທີ່ວຽກງານ, ປະເມີນຜົນຈາກ "ຜົນງານຕົວຈິງ; ເລັ່ງແກ້ໄຂວຽກງານທີ່ສຳຄັນຫຼັກ ໂດຍສະເພາະວຽກງານບໍລິຫານ ແລະ ເອກະສານ, ການນຳໃຊ້ E-Office; ການສ້າງຄວາມເຂັ້ມແຂງທາງດ້ານອົງການຈັດຕັ້ງພັກ ແລະ ມະຫາຊົນ; ປະຕິບັດຕາມລະບຽບວິໄນ ແລະ ການພັດທະນາພະນັກງານ ແລະ ເຊື່ອໝັກວ່າ 3 ເດືອນທ້າຍປີ ພວກເຮົາຈະສາມາດສ້າງ "ໂສມໜ້າໃໝ່" ໃຫ້ແກ່ຫ້ອງການກະຊວງ ສສກ ຢ່າງມີປະສິດທິພາບ.

ພາບ-ຂ່າວ: ບົວລະພາ823829299_1539541074548314_8244334817636009523_n.jpg816523221_1423135699777159_3149212035224168949_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ