ສວສ ກວດຜ່ານເນື້ອໃນຫຼັກສູດ, ມາດຕະຖານຄວາມສຳເລັດ ແລະ ຜົນໄດ້ຮັບຂອງການຮຽນ ສຳລັບຊັ້ນມັດທະຍົມສຶກສາຢູ່ທີ່ສະໂມສອນ ວິທະຍາໄລຄູ ບ້ານເກີນ, ເມືອງທຸລະຄົມ,
ໃນຕອນເຊົ້າຂອງວັນທີ 23 ກັນຍາ 2026 ນີ້ ຢູ່ທີ່ສະໂມສອນ ວິທະຍາໄລຄູ ບ້ານເກີນ, ເມືອງທຸລະຄົມ, ແຂວງວຽງຈັນໄດ້ມີພິທີເປີດກອງປະຊຸມກວດຜ່ານເນື້ອໃນຫຼັກສູດ, ມາດຕະຖານຄວາມສຳເລັດ ແລະ ຜົນໄດ້ຮັບຂອງການຮຽນ ສຳລັບຊັ້ນມັດທະຍົມສຶກສາຢ່າງເປັນທາງການ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຄະນະສະຖາບັນ, ຜູ້ອາວຸໂສ, ຄູ-ອາຈານ ພ້ອມດ້ວຍນັກວິຊາການ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້, ທ່ານ ປອ ວົງເພັດ ອຸດົມລິດ ໄດ້ມີຄຳເຫັນກ່າວເປີດບາງຕອນວ່າ: ການຫັນປ່ຽນໂຄງສ້າງລະບົບການສຶກສາສາຍສາມັນສຶກສາ ຈາກລະບົບ 5+4+3 ມາເປັນ 6+3+3 ເຊິ່ງຖືວ່າເປັນຂີດໝາຍປະຫວັດສາດອັນສຳຄັນ ແລະ ເປັນບາດກ້າວຍຸດທະສາດຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ. ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຖືເປັນກຸນແຈສຳຄັນໃນການພັດທະນາການສຶກສາໃຫ້ມີຄຸນນະພາບ ແລະ ທັນສະໄໝ ເພື່ອຮອງຮັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ພ້ອມທັງຍົກສູງຄຸນນະພາບຊັບພະຍາກອນມະນຸດຂອງ ສປປ ລາວ ໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ (SDG4).
ກອງປະຊຸມໃນຄັ້ງນີ້ ມີຈຸດປະສົງເພື່ອຮ່ວມກັນກວດແກ້ເນື້ອໃນຫຼັກສູດຫຼາຍວິຊາຂອງຊັ້ນມັດທະຍົມສຶກສາ ໃນແຕ່ລະຂັ້ນຮຽນ ເພື່ອຮັບປະກັນຄຸນນະພາບ, ຄວາມຖືກຕ້ອງ ແລະ ສອດຄ່ອງກັບລະດັບຄວາມຮູ້-ຄວາມສາມາດຂອງຜູ້ຮຽນ; ພ້ອມທັງລະດົມຄວາມຄິດ, ປັບປຸງເນື້ອໃນໃຫ້ມີຄວາມເປັນເອກະພາບ ແລະ ແທດເໝາະກັບຜູ້ຮຽນໃນຍຸກສະຕະວັດທີ 21 ຕະຫຼອດຮອດກວດກາຄວາມຖືກຕ້ອງດ້ານເນື້ອໃນ, ຫຼັກໄວຍາກອນ ແລະ ການຈັດພິມ.
ນອກຈາກນີ້, ໃນວາລະກອງປະຊຸມ ຍັງໄດ້ມີການນຳສະເໜີບົດຮຽນ ແລະ ທິດທາງການພັດທະນາທີ່ສຳຄັນ ຈາກບັນດາຜູ້ຊ່ຽວຊານ ແລະ ນັກວິຊາການ ເປັນຕົ້ນແມ່ນ ການສຶກສາບົດຮຽນຈາກ ສປປ ຈີນ ກ່ຽວກັບການປູກຈິດສຳນຶກຊາດ ແລະ ການນຳໃຊ້ຫຼັກສູດ, ປັນຍາປະດິດ (AI) ແລະ ເຕັກໂນໂລຊີ ເຂົ້າໃນການປັບປຸງຫຼັກສູດ 6+3+3 ຂອງ ສປປ ລາວ; ການນຳສະເໜີການເປັນພົນລະເມືອງໂລກ ເຂົ້າໃນຫຼັກສູດ; ຄວາມເປັນມາໂດຍຫຍໍ້ ແລະ ຂະບວນການພັດທະນາຫຼັກສູດ 6+3+3; ການນຳໃຊ້ປັນຍາປະດິດ (AI) ແລະ ເຕັກໂນໂລຊີດິຈິຕອນ ເພື່ອເພີ່ມສະມັດຖະພາບ ແລະ ຄວາມເຂັ້ມແຂງໃຫ້ແກ່ວິຊາການໃນການປັບປຸງຫຼັກສູດ.
ຢ່າງໃດກໍຕາມ, ເພື່ອໃຫ້ການດຳເນີນກອງປະຊຸມມີປະສິດທິພາບ ແລະ ປະສິດທິຜົນສູງສຸດ, ທ່ານ ປອ ວົງເພັດ ອຸດົມລິດ ໄດ້ໃຫ້ທິດທາງວຽກງານຈຸດສຸມຈຳນວນໜຶ່ງ ໂດຍເນັ້ນໃຫ້ຄູ-ອາຈານທຸກທ່ານ ສຸມໃສ່ພັດທະນາສະມັດຖະພາບຂອງຜູ້ຮຽນໃຫ້ສອດຄ່ອງກັບຈິດຕະວິທະຍາການຮຽນຮູ້ຂອງເດັກຕາມແຕ່ລະໄວ; ເຊື່ອມໂຍງເນື້ອໃນລະຫວ່າງຊັ້ນມັດທະຍົມສຶກສາ (ມ.1 - ມ.6) ໃຫ້ກົມກຽວ, ຫຼຸດຜ່ອນຄວາມຊ້ຳຊ້ອນ; ເນັ້ນໃສ່ທັກສະການອ່ານ, ການຂຽນ, ການຄິດໄລ່ພື້ນຖານ, ທັກສະດິຈິຕອນ, ການແນະນຳອາຊີບ ແລະ ການເປັນພົນລະເມືອງດີ; ໃຫ້ຄະນະຮັບຜິດຊອບ, ທີມງານ ແລະ ຜູ້ປະສານງານຫຼັກ ເຮັດວຽກຢ່າງມີແຜນການ, ພ້ອມທັງນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າ ເພື່ອໃຫ້ໄດ້ຮ່າງຫຼັກສູດຊັ້ນມັດທະຍົມສຶກສາທີ່ສົມບູນ ແລະ ມີຄຸນນະພາບ.
ກອງປະຊຸມກວດຜ່ານເນື້ອໃນຫຼັກສູດຄັ້ງນີ້ ຈະດຳເນີນາຍາວກວ່າ 10 ວັນ (ຕັ້ງແຕ່ວັນທີ 23 ກັນຍາ ເຖິງ ວັນທີ 2 ຕຸລາ 2026), ໂດຍຈະມີການແບ່ງກຸ່ມຄົ້ນຄວ້າຕາມລາຍວິຊາ, ແລກປ່ຽນຄຳຄິດຄຳເຫັນ ແລະ ສະຫຼຸບຖອດຖອນບົດຮຽນ ເພື່ອໃຫ້ໄດ້ເນື້ອໃນຫຼັກສູດ, ມາດຕະຖານຄວາມສຳເລັດ ແລະ ຜົນໄດ້ຮັບຂອງການຮຽນ ທີ່ມີຄຸນນະພາບ, ຖືກຕ້ອງຕາມຫຼັກວິຊາການ ແລະ ທັນສະໄໝ ຢ່າງເປັນເອກະພາບກັນ.
ພາບ-ຂ່າວ: ສວສ




