ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຄະນະນໍາກະຊວງສຶກສາທິການ ແລະ ກິລາ ກັບ ຄະນະກວດແກ້ຜູ້ຊົງຄຸນວຸດທິ ປື້ມປະຫວັດສາດ ແລະ ມູນເຊື້ອການສຶກສາ ຂອງ ສປປ ລາວ ແລະ ມອບ-ຮັບ ປື້ມປະຫວັດສາດ 

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຄະນະນໍາກະຊວງສຶກສາທິການ ແລະ ກິລາ ກັບ ຄະນະກວດແກ້ຜູ້ຊົງຄຸນວຸດທິ ປື້ມປະຫວັດສາດ ແລະ ມູນເຊື້ອການສຶກສາ ຂອງ ສປປ ລາວ ແລະ ມອບ-ຮັບ ປື້ມປະຫວັດສາດ ແລະ ມູນເຊື້ອການສຶກສາ ຂອງ ສປປ ລາວ ທີ່ໄດ້ຮັບການກວດແກ້ຈາກຄະນະກວດແກ້ຜູ້ຊົງຄຸນວຸດທິ ໃນການກວດແກ້ ແລະ ຮຽບຮຽງ ປື້ມປະຫວັດສາດການສຶກສາຂອງ ສປປ ລາວ ໃນວັນທີ 18 ກັນຍາ 2026 ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາທ່ານຄະນະກວດແກ້ຜູ້ຊົງຄຸນວຸດທິ ນຳໂດຍ ທ່ານ ປອ ພັນຄຳ ວິພາວັນ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ ແລະ ກອງເລຂາເຂົ້າຮ່ວມຢ່າງພ້ອມພຽງ.

ເນື້ອໃນປື້ມປະຫວັດສາດ ແລະ ມູນເຊື້ອການສຶກສາ ຂອງ ສປປ ລາວ ແບ່ງອອກເປັນ 3 ຕອນ ຄື: ຕອນທີ 1ປະຫວັດສາດ ແລະ ມູນເຊື້ອການສຶກສາລາວ ສະໄໝດຶກດຳບັນ ຫາ ປີ 1893 ໃນຕອນນີ້ໄດ້ທົບທວນຄືນກ່ຽວກັບຮາກເຫງົ້າຂອງການສຶກສາລາວ ຕັ້ງແຕ່ຍຸກດຶກດຳບັນ, ການສຶກສາ ຜ່ານຮີດຄອງປະເພນີ ແລະ ບົດບາດອັນໂດດເດັ່ນຂອງ "ວັດ" ເຊິ່ງເປັນສູນກາງການສຶກສາ-ອົບຮົມ ຕົວອັກສອນ, ສິນລະທຳ ແລະ ວິຊາຊີບ ຂອງຄົນລາວໃນສະໄໝອານາຈັກລ້ານຊ້າງ ມາກ່ອນການເຂົ້າມາຂອງລັດທິລ່າເມືອງຂຶ້ນ; ຕອນທີ 2 ປະຫວັດສາດ ແລະ ມູນເຊື້ອການສຶກສາລາວ ປີ 1893 ຫາ ປີ 1975 ເປັນຍຸກທີ່ມີການປ່ຽນແປງທາງການເມືອງຢ່າງຂ້ຽວຂາດ, ເຊິ່ງເນື້ອໃນໄດ້ແບ່ງອອກເປັນ 2 ສ່ວນຢ່າງຈະແຈ້ງ ລະຫວ່າງລະບົບການສຶກສາແບບເກົ່າອານານິຄົມ ແລະ ລະບົບການສຶກສາແບບໃໝ່ປະຕິວັດຄື: ການສຶກສາໃນເຂດປົດປ່ອຍ ສະທ້ອນໃຫ້ເຫັນເຖິງຈິດໃຈຕໍ່ສູ້, ການສຶກສາພາຍໃຕ້ແປວໄຟສົງຄາມ ທີ່ເນັ້ນການລຶບລ້າງຄວາມບໍ່ຮູ້ໜັງສື ແລະ ສ້າງພະນັກງານປະຕິວັດ; ການສຶກສາໃນເຂດຝ່າຍວຽງຈັນ ສະທ້ອນໃຫ້ເຫັນເຖິງລະບົບການສຶກສາ ທີ່ມີການຮັບເອົາອິດທິພົນ ແລະ ຮູບແບບການຈັດການສຶກສາຈາກຕ່າງປະເທດ ພາຍໃຕ້ສະພາບແວດລ້ອມຂອງສັງຄົມໃນເວລານັ້ນ. ສ່ວນຕອນທີ 3 ປະຫວັດສາດ ແລະ ມູນເຊື້ອການສຶກສາລາວ ປີ 1975 ຫາ ປີ 2026 ປະຕິວັດການສຶກສາ ພາຍຫຼັງການສະຖາປະນາ ສປປ ລາວ ໄດ້ສ່ອງແສງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວ, ການປະຕິຮູບການສຶກສາໃຫ້ທັນສະໄໝ, ການຫັນເປັນອຸດສາຫະກຳ, ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ຕະຫຼອດຮອດຜົນສຳເລັດອັນຍິ່ງໃຫຍ່ ຂອງການສຶກສາລາວ ຈົນເຖິງປີ 2026 ນີ້.

ໃນຕອນທ້າຍພິທີ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງຄະນະກວດແກ້ຜູ້ຊົງຄຸນວຸດທິ ທີ່ໄດ້ເສຍສະຫຼະເວລາ ແລະ ສຸມທຸກກໍາລັງແຮງໃສ່ໃນການອ່ານ, ກວດກາ ຢ່າງເອົາຈິງເອົາຈັງ ແລະ ໃຫ້ຄໍາຊີ້ນໍາຕໍ່ກອງເລຂາ ເພື່ອນໍາເອົາປື້ມ ດັ່ງກ່າວໄປປັບປຸງ ແລະ ຮຽບຮຽງ ໃຫ້ເປັນລະບົບ, ຄົບຖ້ວນ ທາງດ້ານໂຄງຮ່າງ ແລະ ເນື້ອໃນ ເພື່ອເປັນເອກະສານຢັ້ງຢືນເຖິງປະຫວັດຄວາມເປັນມາຂອງການສຶກສາລາວແຕ່ລະໄລຍະ ໃຫ້ລູກຫຼານເຮົາ ໄດ້ຄົ້ນຄວ້າ ແລະ ເຊື່ອມຊຶມ ຢ່າງທົ່ວເຖິງ. ພ້ອມທັງເປັນກິດຈະກຳສຳຄັນໃນການປະກອບສວນເຂົ້າໃນການສະຫຼອງສະຫຼອງວັນສ້າງຕັ້ງກະຊວງສຶກສາທິການ ແລະ ກິລາ ວັນທີ 06 ມັງກອນ 1956 ຫາ 2026 ຄົບຮອບ 71 ປີ.

ພາບ-ຂ່າວໂດຍ: ບົວລະພາ

795395773_1794898698210357_8584337956980856203_n.jpg807284732_1080382121368729_7507189879634787487_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ

♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ