ຫສວຊ ເຜີຍແຜ່ນິຕິກຳຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ

 

ຫ້ອງການສະພາວິທະຍາສາດແຫ່ງຊາດ (ຫສວຊ), ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ ໃນວັນທີ 9 ກັນຍາ 2026 ຢູ່ທີ່ສະໂມສອນໃຫຍ່ ແຂວງສະຫວັນນະເຂດ ໃຫ້ກຽດເປັນປະທານໂດຍ ທ່ານ ຮສ.ປອ ທອງສະລິດມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ; ມີບັນດາຄະນະນຳ, ຫົວໜ້າຫ້ອງວ່າການປົກຄອງແຂວງ, ຕາງໜ້າພະແນກການອ້ອມຂ້າງແຂວງ, ພະແນກສຶກສາທິການ ແລະ ກິລາ ຈາກ ແຂວງພາກກາງ ແລະ ພາກໃຕ້ ຄື: ແຂວງຄຳມ່ວນ, ຈຳປາສັກ, ອັດຕະປື, ເຊກອງ ແລະ ສາລະວັນ. ພ້ອມດ້ວຍຄະນະນຳ ແລະ ຄູອາຈານ ຈາກຄະນະວິຊາໃນມະມະຫາວິທະຍາໄລສະຫວັນນະເຂດ, ວິທະຍາໄລອ້ອມຂ້າງ, ຫົວໜ້າຫົວຂໍ້ຄົ້ນຄວ້າວິທະຍາສາດ ປະຈຳປີ 2023–2025 ແລະ ພະນັກງານ-ວິຊາການເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ຈັດຂຶ້ນກໍເພື່ອເຜີຍແຜ່, ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບັນດານິຕິກຳ, ກົນໄກການຄຸ້ມຄອງ, ນະໂຍບາຍສົ່ງເສີມ ແລະ ການນຳໃຊ້ຖານຂໍ້ມູນນັກຄົ້ນຄວ້າວິທະຍາສາດ ທັງເປັນການຊຸກຍູ້ບັນຍາກາດການຄົ້ນຄວ້າ-ພັດທະນາ ເພື່ອຫັນຜົນງານວິທະຍາສາດ ແລະ ເຕັກໂນໂລຊີໃຫ້ກາຍເປັນນະວັດຕະກຳ ທີ່ສາມາດຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດຢ່າງຍືນຍົງ. ພ້ອມດຽວກັນນັ້ນ, ກໍໄດ້ທາບທາມຄຳຄິດເຫັນຕໍ່ (ຮ່າງ) ດຳລັດວ່າດ້ວຍການຄົ້ນຄວ້າວິທະຍາສາດ ແລະ ໄດ້ມີການຊຸກຍູ້ໃຫ້ການຈັດຕັ້ງຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ.

ໃນໂອກາດດຽວກັນນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ມີຄຳເຫັນກ່າວເປີດພິທີບາງຕອນວ່າ: ການຈັດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ ແມ່ນມີຄວາມສໍາຄັນຢ່າງຍິ່ງ ເພາະໄດ້ເຜີຍແຜ່ບັນດານິຕິກຳ ແລະ ເອກະສານສຳຄັນຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເປັນຕົ້ນແມ່ນ ດຳລັດ ວ່າດ້ວຍນັກຄົ້ນຄວ້າວິທະຍາສາດ; ຄຳແນະນຳການໃຫ້ນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ; ຄຳແນະນຳ ວ່າດ້ວຍການສະໜັບສະໜູນສ້າງຄວາມເຂັ້ມແຂງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ຄວາມສຳຄັນຂອງການລົງທະບຽນນັກຄົ້ນຄວ້າວິທະຍາສາດໃນຖານຂໍ້ມູນນັກຄົ້ນຄວ້າວິທະຍາສາດ ເພື່ອເກັບກໍາເອົາບັນດາຂໍ້ມູນນັກຄົ້ນຄວ້າໃນການແຕ່ງຕັ້ງເປັນຄະນະກຳມະການວິຊາການ, ຄະນະວິຊາການກັ່ນກອງຫົວຂໍ້ຄົ້ນຄວ້າ ແລະ ການເກັບກຳຜົນງານການຄົ້ນຄວ້າ ເພື່ອເປັນການສົ່ງເສີມ, ໃຫ້ລາງວັນ, ນາມມະຍົດ ແລະ ຕຳແໜ່ງນັກຄົ້ນຄວ້າວິທະຍາສາດ ໃຫ້ແກ່ບັນດານັກຄົ້ນຄວ້າຜູ້ທີ່ມີຜົນງານດີເດັ່ນໃນວຽກງານການຄົ້ນຄວ້າວິທະຍາສາດ. ທັງນີ້, ກໍເພື່ອສ້າງແຮງຈູງໃຈໃຫ້ແກ່ນັກຄົ້ນຄວ້າຮຸ່ນໃໝ່ ໃນການສຸມສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການສ້າງຜົນງານການຄົ້ນຄວ້າວິທະຍາສາດໃຫ້ເພີ່ມຂຶ້ນເລື້ອຍໆ.

ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມນໍາເອົາເນື້ອໃນຈິດໃຈ ດຳລັດ ແລະ ຄຳແນະນຳໄປຜັນຂະຫຍາຍ, ເຜີຍແຜ່ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ບຸກຄະລາກອນ, ຄູ-ອາຈານ ແລະ ນັກຄົ້ນຄວ້າຢູ່ພາກສ່ວນຂອງຕົນຢ່າງທົ່ວເຖິງ ແລະ ເລິກເຊິ່ງ ເພື່ອເຮັດໃຫ້ທຸກຄົນໄດ້ເຂົ້າໃຈກ່ຽວກັບສິດ, ໜ້າທີ່, ພັນທະ ແລະ ກົນໄກການຄຸ້ມຄອງຢ່າງຖືກຕ້ອງ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມແຮງຮ່ວມໃຈກັນ ສ້າງບັນຍາກາດການຄົ້ນຄວ້າວິທະຍາສາດໃຫ້ຟົດຟື້ນ, ຊຸກຍູ້ການຮ່ວມມືລະຫວ່າງຂະແໜງການ, ພາກລັດ ແລະ ພາກເອກະຊົນ ເພື່ອຫັນຜົນງານການຄົ້ນຄວ້າວິທະຍາສາດ ໃຫ້ກາຍເປັນນະວັດຕະກຳ ທີ່ສາມາດຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດຢ່າງຍືນຍົງ ແລະ ພ້ອມກັນສຸມໃສ່ ປະກອບຄຳຄິດເຫັນຕໍ່ (ຮ່າງ) ດຳລັດດຳລັດວ່າດ້ວຍການຄົ້ນຄວ້າວິທະຍາສາດ ດ້ວຍຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງ ເພື່ອໃຫ້ ດຳລັດດັ່ງກ່າວມີເນື້ອໃນສົມບູນ ແລະ ສອດຄ່ອງ, ແທດເໝາະກັບການຈັດຕັ້ງປະຕິບັດຕົວຈິງ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນຫຼາຍສະບັບ ເປັນຕົ້ນແມ່ນ: ດໍາລັດວ່າດ້ວຍນັກຄົ້ນຄວ້າວິທະຍາສາດ ສະບັບເລກທີ 262/ລບ, ລົງວັນທີ 09 ພຶດສະພາ 2025ແລະ ຄໍາແນະນຳ ການໃຫ້ນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດໃຫ້ກຽດເຜີຍແຜ່ໂດຍທ່ານ ແກ້ວອຸທອນ ລຸນແສງຈັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ຂໍ້ຕົກລົງວ່າດ້ວຍການສະໜັບສະໜູນທຶນສ້າງຄວາມເຂັ້ມແຂງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ເຜີຍແຜ່ ໂດຍ ທ່ານ ສຸວັນ ການສິນໄຊ ຮອງຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ແລະ ວຽກງານຖານຂໍ້ມູນນັກຄົ້ນຄວ້າວິທະຍາສາດ ຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເຜີຍແຜ່ໂດຍ ທ່ານ ນາງ ສະຖາພອນ ສຸທິວົງ, ຫົວໜ້າພະແນກປະສານງານວິທະຍາສາດ ແລະ ໄດ້ຮັບຟັງ ຈາກຕາງໜ້າ ຫົວຂໍ້ຄົ້ນຄວ້າ ປີ 2023 ແລະ 2024 ນຳສະເໜີ ຜົນຂອງການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ.

ພ້ອມດຽວກັນນີ້, ກໍໄດ້ທາບທາມຄຳຄິດເຫັນໃສ່ (ຮ່າງ) ດຳລັດວ່າດ້ວຍການຄົ້ນຄວ້າວິທະຍາສາດ ເພື່ອໃຫ້ບັນດາ ຜູ້ແທນກອງປະຊຸມ ຊ່ວຍຄົ້ນຄວ້າສຸມໃສ່ປະກອບຄຳເຫັນ ເຮັດໃຫ້ຮ່າງດໍາລັດດັ່ງກວ່າມີເນື້ອໃນອຸດົມສົມບຸນ ຄົບຖ້ວນຖືກຕ້ອງ ສອດຄ່ອງເໝາະສົມກັບສະພາບການຄົ້ນຄວ້າຕົວຈິງໃນປະເທດເຮົາ.

801582037_28275095562121120_2675574455501999840_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກທີ່ປຶກສາແຫ່ງຊາດ (National Consultants) ຈຳນວນ 3 ຕຳແໜ່ງ ເພື່ອເຂົ້າຮ່ວມປະຕິບັດງານໃນ ໂຄງການ IFWP-E&H ດັ່ງມີລາຍລະອຽດລຸ່ມນີ້:.

1. ຕຳແໜ່ງ : ທີ່ປຶກສາດ້ານການບໍລິຫານໂຄງການ "Project Administrative TA" ລາຍລະອຽດຕິດຄັດມາພ້ອມນີ: ເອກະສານຄັດຕິດ

2. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານການຕິດຕາມ ແລະ ປະເມີນຜົນ " Monitoring and Evaluation Specialist TA": ເອກະສານຄັດຕິດ

3. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານສິ່ງແວດລ້ອມ ແລະ ສັງຄົມ " Environmental and Social Specialist TA " : ເອກະສານຄັດຕິດ 

     ໄລຍະເວລາຮັບສະໝັກ: ກຳນົດເວລາສົ່ງ CV ແລະ ຈົດໝາຍສະແດງຄວາມສົນໃຈ (Expression of Interest): ຕັ້ງແຕ່ວັນທີ 5 ຫາ 19 ຕຸລາ 2026




♦ ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ, ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ GPE III-LEAP ຂໍເຊີນໂຮງພິມຂອງທ່ານເຂົ້າຍື່ນຊອງສົມທຽບລາຄາສະໜອງການຈັດພິມປຶ້ມ ຈໍານວນ 03 ລາຍການ, ໄລຍະເວລາໃນການສົ່ງມອບເຖິງສະຖານທີ ແມ່ນ 45 ວັນ (ພາຍຫຼັງເຊັນສັນຍາ). ດັ່ງລາຍລະອຽດໄດ້ຄັດຕິດເອກະສານ ປະກາດມາພ້ອມນີ້ (1 ສະບັບ) ⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.