ທ່ານຮອງນາຍົກລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ເນັ້ນຫຼາຍບັນຫາໃຫ້ແຂວງຈຳປາສັກ ເອົາໃຈໃສ່ຍົກລະດັບຄຸນນະພາບການສຶກສາ ຫັນສູ່ຍຸກດິຈິຕອນ

 

ໃນຕອນບ່າຍວັນທີ 7 ກັນຍາ 2026, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແັລະ ກິລາ ພ້ອມຄະນະ ໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ໂດຍສະເພາະພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ເພື່ອໂອ້ລົມ ແລະ ຊີ້ທິດທາງການພັດທະນາວຽກງານການສຶກສາ-ກິລາ ໃຫ້ມີປະສິດທິພາບສູງຂຶ້ນ ເນື່ອງໃນໂອກາດເປີດສົກຮຽນໃໝ່ ສົກຮຽນ 2026-2027, ໃຫ້ກຽດເຂົ້າຮ່ວມຕ້ອນຮັບ ແລະ ຮັບຟັງການໂອ້ລົມມີ ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງຈຳປາສັກ; ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ; ທ່ານ ປອ ພູວົງ ອະໄພ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຜູ້ແທນຈາກມະຫາວິທະຍາໄລຈຳປາສັກ, ວິທະຍາໄລເຕັກນິກ, ວິທະຍາໄລຄູປາກເຊ, ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 9 ເມືອງ ແລະ 1 ນະຄອນປາກເຊ, ຫົວໜ້າ-ຮອງຂະແໜງ, ຜູ້ອຳນວຍການສະຖານການສຶກສາ ແລະ ຄູ-ອາຈານ ຢ່າງພ້ອມພຽງ.

ໃນພິທີ, ທ່ານ ປອ ພູວົງ ອະໄພ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ໃນໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນເຖິງສະພາບລວມ; ຜົນງານທີ່ພົ້ນເດັ່ນ; ຜົນສຳເລັດການຈັດຕັ້ງປະຕິບັດ 11 ຄາດໝາຍຂອງຂະແໜງການສຶກສາ ແລະ ກິລາ ເຫັນວ່າ ສາມາດຈັດຕັ້ງປະຕິບັດໄດ້ແລ້ວ 7 ຄາດໝາຍ, ມີ 2 ຄາດໝາຍທີ່ຍັງບໍ່ທັນບັນລຸ ແລະ 2 ຄາດໝາຍທີ່ກຳລັງຈັດຕັ້ງປະຕິບັດ; ບັນຫາ ແລະ ສິ່ງທ້າທາຍ; ແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ໃນສົກຮຽນ 2026-2027 ທີ່ຈະຕ້ອງໄດ້ກະກຽມສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມທີ່ເປັນບຸລິມະສິດ ຕິດພັນກັບຂະແໜງການຍ່ອຍ ເພື່ອຮັບປະກັນໃຫ້ການປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານຮອບດ້ານໃນຂະແໜງການ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ເນັ້ນ 9 ບັນຫາສຳຄັນ ໃຫ້ຄະນະຜູ້ບໍລິຫານ ແລະ ບຸກຄະລາກອນສຶກສາ-ກິລາ ເອົາໃຈໃສ່ນຳໄປຈັດຕັ້ງປະຕິບັດຢ່າງຈິງຈັງ ດັ່ງນີ້: ຜູ້ບໍລິຫານການສຶກສາທຸກຂັ້ນຕ້ອງມີແບບແຜນວິທີເຮັດວຽກທີ່ຈະແຈ້ງ, ກຳນົດເປົ້າໝາຍທີ່ວັດແທກໄດ້ ແລະ ຕິດຕາມຜົນຢ່າງຕໍ່ເນື່ອງ; ເຜີຍແຜ່ບົດຮຽນ ແລະ ຕົວແບບທີ່ດີຂອງຄູ-ອາຈານ, ສະຖານການສຶກສາ ແລະ ນັກຮຽນ ໃຫ້ສັງຄົມເຫັນເຖິງຄຸນຄ່າຂອງການສຶກສາ ໂດຍໃຫ້ການສຶກສາກາຍເປັນວາລະຮ່ວມກັນຂອງຄອບຄົວ, ໂຮງຮຽນ ແລະ ສັງຄົມ; ສ້າງໂຮງຮຽນໃຫ້ປອດໄພ, ສະອາດ, ມີລະບຽບ ແລະ ເປັນບ່ອນບົ່ມເພາະຄວາມຮູ້, ຄຸນນະທຳ, ວິໄນ ແລະ ຄວາມຝັນຂອງເດັກ; ສ້າງແຜນງານຍົກລະດັບຄູໃຫ້ເປັນທັງຜູ້ສອນ, ຜູ້ແນະນຳ ແລະ ຜູ້ສ້າງແຮງບັນດານໃຈ, ພ້ອມທັງວາງມາດຕະການຕິດຕາມນັກຮຽນຢ່າງໃກ້ຊິດເພື່ອຫຼຸດຜ່ອນອັດຕາການປະລະການຮຽນ; ເສີມສ້າງທັກສະການຮູ້ເທົ່າທັນສື່ ແລະ ດິຈິຕອນ ໃຫ້ແກ່ນັກຮຽນ, ຄູ ແລະ ຜູ້ປົກຄອງ ເພື່ອປ້ອງກັນໄພຫຼອກລວງທາງອອນລາຍ ທີ່ກຳລັງແຜ່ລາມ; ຍ້ອງຍໍ ແລະ ຂະຫຍາຍຜົນຕົວແບບຄູທີ່ມີຜົນງານ, ພ້ອມທັງບົ່ມເພາະພອນສະຫວັນຂອງນັກຮຽນດ້ານວິທະຍາສາດ, ກິລາ ແລະ ສິລະປະ ເພື່ອກ້າວສູ່ລະດັບພາກພື້ນ ແລະ ສາກົນ; ກະກຽມປັບປຸງເນື້ອໃນການຮຽນ-ການສອນໃຫ້ທັນສະໄໝ, ກ້າທີ່ຈະນຳໃຊ້ເຕັກໂນໂລຊີ ໂດຍສະເພາະປັດຍາປະດິດ (AI) ເຂົ້າໃນການຮຽນ-ການສອນ, ການຄົ້ນຄວ້າ ແລະ ການບໍລິຫານ ຢ່າງມີຈັນຍາບັນ ແລະ ປອດໄພ: ສະໜອງປັດໄຈອຳນວຍຄວາມສະດວກໃຫ້ຄູ-ອາຈານ, ເຮັດວຽກປະສານສົມທົບຂະແໜງການອື່ນໆ ແລະ ຖອດຖອນບົດຮຽນຢ່າງເປັນປະຈຳໂດຍກ້າເວົ້າຄວາມຈິງ ແລະ ຮ່ວມກັນ ວິເຄາະແກ້ໄຂບັນຫາ; ຜັນຂະຫຍາຍວຽກງານ "ສາມສ້າງ" ດ້ວຍການນຳເອົາວຽກງານສາມສ້າງລົງສູ່ຮາກຖານຢ່າງມີຜົນແທ້ຈິງ ໂດຍເນັ້ນຜົນສຳເລັດຢູ່ໜ້າຫ້ອງຮຽນ, ຊຸມຊົນ ແລະ ຄຸນນະພາບຂອງຜູ້ຮຽນເປັນຫຼັກ801582278_1056176833690273_8434844769605675424_n.jpg800996470_4503952743204417_7857334825615092286_n.jpg801200339_1074320495081823_267239716338262038_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກທີ່ປຶກສາແຫ່ງຊາດ (National Consultants) ຈຳນວນ 3 ຕຳແໜ່ງ ເພື່ອເຂົ້າຮ່ວມປະຕິບັດງານໃນ ໂຄງການ IFWP-E&H ດັ່ງມີລາຍລະອຽດລຸ່ມນີ້:.

1. ຕຳແໜ່ງ : ທີ່ປຶກສາດ້ານການບໍລິຫານໂຄງການ "Project Administrative TA" ລາຍລະອຽດຕິດຄັດມາພ້ອມນີ: ເອກະສານຄັດຕິດ

2. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານການຕິດຕາມ ແລະ ປະເມີນຜົນ " Monitoring and Evaluation Specialist TA": ເອກະສານຄັດຕິດ

3. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານສິ່ງແວດລ້ອມ ແລະ ສັງຄົມ " Environmental and Social Specialist TA " : ເອກະສານຄັດຕິດ 

     ໄລຍະເວລາຮັບສະໝັກ: ກຳນົດເວລາສົ່ງ CV ແລະ ຈົດໝາຍສະແດງຄວາມສົນໃຈ (Expression of Interest): ຕັ້ງແຕ່ວັນທີ 5 ຫາ 19 ຕຸລາ 2026




♦ ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ, ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ GPE III-LEAP ຂໍເຊີນໂຮງພິມຂອງທ່ານເຂົ້າຍື່ນຊອງສົມທຽບລາຄາສະໜອງການຈັດພິມປຶ້ມ ຈໍານວນ 03 ລາຍການ, ໄລຍະເວລາໃນການສົ່ງມອບເຖິງສະຖານທີ ແມ່ນ 45 ວັນ (ພາຍຫຼັງເຊັນສັນຍາ). ດັ່ງລາຍລະອຽດໄດ້ຄັດຕິດເອກະສານ ປະກາດມາພ້ອມນີ້ (1 ສະບັບ) ⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.