ຫາລືລະດັບວິຊາການ “ພັດທະນາທັກສະດິຈິຕອນ ແລະ ຄວາມຮູ້ດ້ານດິຈິຕອນ ສົ່ງເສີມການມີວຽກເຮັດງານທໍາຂອງໄວໜຸ່ມລາວ

 

ກອງປະຊຸມປຶກສາຫາລືລະດັບວິຊາການ ເພື່ອເລີ່ມຕົ້ນໂຄງການ “ການພັດທະນາທັກສະດິຈິຕອນ ແລະ ຄວາມຮູ້ດ້ານດິຈິຕອນ ເພື່ອສົ່ງເສີມການມີວຽກເຮັດງານທໍາຂອງໄວໜຸ່ມລາວ (Digital Skills and Digital Literacy for Lao Adolescent Employability)" ຈັດຂຶ້ນ ໃນຕອນເຊົ້າວັນທີ 8 ກັນຍາ 2026, ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ ຫຼື ສສກ (ຊັ້ນ 3, ຕຶກກິລາ) ໃຫ້ກຽດເຂົ້າຮ່ວມມີທ່ານ ອະນຸແພງ ແກ້ວວົງສາ ຮອງຫົວໜ້າກົມແຜນການ ແລະ ການເງິນ, ທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ, ທ່ານ ນາງ ວິນລີ້ ສະມິດ ຫົວໜ້າຮ່ວມມືຈາກສະຫະພາບເອີຣົບ ປະຈຳ ສປປ ລາວ (EU) ແລະ ທ່ານ ນາງ ມາກາ ໂຣມິເດັນ ຮອງຫົວໜ້າອົງການອຸຍນິເຊັບ ປະຈຳ ສປປ ລາວ (UNICEF) ພ້ອມດ້ວຍບັນດາຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານວິຊາການ, ບັນດາຄູ່ຮ່ວມພັດທະນາຕ່າງໆ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ອະນຸແພງ ແກ້ວວົງສາ ກ່າວວ່າ: ປັດຈຸບັນໄດ້ມີການພັດທະນາຢ່າງໄວວາ ໃນຍຸກສະໄໝເສດຖະກິດດິຈິຕອນ, ທັກສະດ້ານດິຈິຕອນ (Digital Skills & Literacy) ໄດ້ກາຍເປັນປັດໄຈສໍາຄັນ ແລະ ມີຄວາມເປັນຢ່າງຍິ່ງ ຂອງການພັດທະນາຊັບພະຍາກອນມະນຸດໃນພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະ ກໍຄື ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີຄວາມສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ ແລະ ຕໍ່ໜ້າ, ສະນັ້ນ ໂຄງການດັ່ງກ່າວ ເຊິ່ງເປັນໂຄງການທີ່ມີຄວາມສໍາຄັນ, ເປັນໂຄງການຕົວແບບທີ່ດີ ແລະ ມີຄວາມສອດຄ່ອງຕໍ່ກັບ ແຜນປະຕິບັດງານການສຶກສາດິຈິຕອນ 5 ປີ (2026-2030) ຂອງກະຊວງ ສສກ, ພ້ອມດຽວກັນນັ້ນກໍຍັງເປັນກິດຈະກຳທີ່ປິ່ນອ້ອມ ແລະ ຊຸກຍູ້ແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຄັ້ງ 10 (2026-2030) ອີກດ້ວຍ. ໂຄງການດັ່ງກ່າວ ມີໄລຍະເວລາຂອງການຈັດຕັ້ງປະຕິບັດ 3 ປີ (ເລີ່ມແຕ່ວັນທີ 1 ກັນຍາ 2026 - 31 ສິງຫາ 2029) ໂດຍຈະສຸມໃສ່ 3 ແຂວງເປົ້າໝາຍເຊັ່ນ: ແຂວງຫຼວງພະບາງ, ສະຫວັນນະເຂດ ແລະ ແຂວງວຽງຈັນ ເປັນເປົ້າໝາຍຫຼັກຂອງໂຄງການ. ໂຄງການນີ້ ຈະສ້າງຂີດຄວາມສາມາດທາງດ້ານດິຈິຕອນໃຫ້ແກ່ຄູສອນ ແລະ ນັກຮຽນ-ນັກສຶກສາ ສາຍອາຊີວະສຶກສາ; ສົ່ງເສີມການແນະແນວວິຊາຊີບ ແລະ ການເປັນຜູ້ປະກອບການດ້ານດິຈິຕອນ; ສ້າງຄວາມຮູ້ກ່ຽວກັບຄວາມສໍາຄັນຂອງທັກສະດິຈິຕອນ ເພື່ອເພີ່ມໂອກາດໃນການມີວຽກເຮັດງານທໍາຂອງໄວໜຸ່ມລາວ ເພື່ອໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ທ່ານ ອະນຸແພງ ແກ້ວວົງສາ ກ່າວອີກວ່າ: ສະຫະພາບເອີຣົບ ໄດ້ໃຫ້ການສະໜັບສະໜູນທາງດ້ານງົບປະມານ ແລະ ອົງການ UNICEF ທີ່ໄດ້ຮັບມອບໝາຍໃຫ້ເປັນອົງການຄຸ້ມຄອງທຶນ ເພື່ອຮ່ວມກັນຈັດຕັ້ງປະຕິບັດໂຄງການດັ່ງກ່າວ. ເຊິ່ງເລີ່ມຕົ້ນຈັດຕັ້ງປະຕິບັດ ແຕ່ເດືອນ ກັນຍາ ຫາ ທັນວາ 2026 ສະນັ້ນ, ກອງປະຊຸມໃນມື້ນີ້ ຈຶ່ງມີຈຸດປະສົງສະເພາະ ແລະ ເປັນສິ່ງສໍາຄັນຫຼາຍ ເພື່ອຈະເຮັດໃຫ້ຜູ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ເພື່ອຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຊັ່ນ: ສ້າງຄວາມເຂົ້າໃຈຮ່ວມກັນກັບພາບລວມ, ເປົ້າໝາຍ, ຂອບເຂດ ແລະ ຄາດໝາຍຜົນໄດ້ຮັບຂອງໂຄງການ; ທົບທວນ ແລະ ຕົກລົງຮ່ວມກັນ ກ່ຽວກັບແຜນວຽກໄລຍະເລີ່ມຕົ້ນ (Inception Phase); ກຳນົດ, ບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ; ປຶກສາຫາລືກ່ຽວກັບແນວທາງການເກັບກຳຂໍ້ມູນເບື້ອງຕົ້ນ (Baseline Survey); ກຳນົດກົນໄກການປະສານງານ ແລະ ບາດກ້າວຕໍ່ໄປ ໃນການຈັດຕັ້ງປະຕິບັດໂຄງການ ສະນັ້ນ ຂໍໃຫ້ທຸກໆທ່ານຊ່ວຍໃຫ້ການຮ່ວມມືປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການມີຄວາມເປັນເອກະພາບ ແລະ ບັນລຸຕາມຈຸດປະສົງເປົ້າໝາຍທີ່ກຳນົດໄວ້.

ພາບ-ຂ່າວ ໂດຍ ສົງການ ພັນແພງດີ

801044936_1391758055856689_8955674194484245356_n.jpg799789917_1637257608069148_6131203595702223498_n.jpg800993858_2956077641393290_1024758858293888218_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກທີ່ປຶກສາແຫ່ງຊາດ (National Consultants) ຈຳນວນ 3 ຕຳແໜ່ງ ເພື່ອເຂົ້າຮ່ວມປະຕິບັດງານໃນ ໂຄງການ IFWP-E&H ດັ່ງມີລາຍລະອຽດລຸ່ມນີ້:.

1. ຕຳແໜ່ງ : ທີ່ປຶກສາດ້ານການບໍລິຫານໂຄງການ "Project Administrative TA" ລາຍລະອຽດຕິດຄັດມາພ້ອມນີ: ເອກະສານຄັດຕິດ

2. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານການຕິດຕາມ ແລະ ປະເມີນຜົນ " Monitoring and Evaluation Specialist TA": ເອກະສານຄັດຕິດ

3. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານສິ່ງແວດລ້ອມ ແລະ ສັງຄົມ " Environmental and Social Specialist TA " : ເອກະສານຄັດຕິດ 

     ໄລຍະເວລາຮັບສະໝັກ: ກຳນົດເວລາສົ່ງ CV ແລະ ຈົດໝາຍສະແດງຄວາມສົນໃຈ (Expression of Interest): ຕັ້ງແຕ່ວັນທີ 5 ຫາ 19 ຕຸລາ 2026




♦ ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ, ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ GPE III-LEAP ຂໍເຊີນໂຮງພິມຂອງທ່ານເຂົ້າຍື່ນຊອງສົມທຽບລາຄາສະໜອງການຈັດພິມປຶ້ມ ຈໍານວນ 03 ລາຍການ, ໄລຍະເວລາໃນການສົ່ງມອບເຖິງສະຖານທີ ແມ່ນ 45 ວັນ (ພາຍຫຼັງເຊັນສັນຍາ). ດັ່ງລາຍລະອຽດໄດ້ຄັດຕິດເອກະສານ ປະກາດມາພ້ອມນີ້ (1 ສະບັບ) ⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.