ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສສກ ພ້ອມຄະນະ ລົງຊຸກຍູ້ການຮຽນ-ການສອນ ແລະ ມອບອຸປະກອນການສຶກສາ-ກິລາ ຢູ່ໂຮງຮຽນປະຖົມສົມບູນສະຜ່າຍ

 

ໃນຕອນເຊົ້າວັນທີ 7 ກັນຍາ 2026, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026–2027 ພ້ອມທັງມອບອຸປະກອນການສຶກສາ ແລະ ອຸປະກອນກິລາ ໃຫ້ແກ່ໂຮງຮຽນປະຖົມສົມບູນສະຜ່າຍ, ເມືອງຊະນະສົມບູນ, ແຂວງຈຳປາສັກ.

ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ມີ ທ່ານ ສຸພາບ ທຳມະຮັກສາ

ຮອງເລຂາຄະນະບໍລິຫານງານພັກແຂວງ; ທ່ານ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ; ທ່ານ ປອ ພູວົງ ອະໄພ ກຳມະການພັກແຂວງ, ຫົວໜ້າແຜນກສຶກສາທິການ ແລະ ກິລາແຂວງຈຳປາສັກ; ທ່ານ ສຳລານ ອ່ອນໄຊວຽງ ຮອງເລຂາຄະນະບໍລິຫານງານພັກເມືອງຊະນະສົມບູນ ພ້ອມດ້ວຍຄະນະພັກ-ຄະນະນຳ ຂັ້ນແຂວງ, ຂັ້ນເມືອງ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ, ອຳນາດການປົກຄອງທ້ອງຖິ່ນ ແລະ ນ້ອງໆນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ນີວອນ ວົງສັກດາ ຜູ້ອຳນວຍການໂຮງຮຽນປະຖົມສົມບູນສະຜ່າຍ ໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານຂອງໂຮງຮຽນໃຫ້ຮູ້ວ່າ: ໂຮງຮຽນປະຖົມສົມບູນສະຜ່າຍ ສ້າງຕັ້ງຂຶ້ນມາແຕ່ປີ 1902, ຕັ້ງຢູ່ບ້ານສະຜ່າຍ, ເມືອງຊະນະສົມບູນ, ແຂວງຈຳປາສັກ. ມີຂອບເຂດບໍລິການຮັບນັກຮຽນຈາກ 3 ຄຸ້ມບ້ານ ຄື: ຄຸ້ມສະຜ່າຍທາງ, ຄຸ້ມບ້ານເໜືອ ແລະ ຄຸ້ມບ້ານໂພນໄຊ. ປັດຈຸບັນ ມີອາຄານ 4 ຫຼັງ, ສູນຊັບພະຍາກອນ 1 ຫຼັງ; ໃນນັ້ນ ນຳໃຊ້ເຂົ້າໃນການຮຽນ-ການສອນ 2 ຫຼັງ ຄື: ອາຄານອະນຸບານ 1 ຫຼັງ ແລະ ອາຄານປະຖົມ 1 ຫຼັງ, ເປີດການຮຽນ-ການສອນທັງໝົດ 7 ຫ້ອງ (ຊັ້ນອະນຸບານ 2 ຫ້ອງ ແລະ ຊັ້ນປະຖົມ ປ.1-ປ.5 ທັງໝົດ 5 ຫ້ອງ).

ໃນສົກຮຽນ 2026–2027 ນີ້, ມີນັກຮຽນຊັ້ນອະນຸບານ 36 ຄົນ (ຍິງ 17 ຄົນ), ນັກຮຽນຊັ້ນປະຖົມ 133 ຄົນ (ຍິງ 76 ຄົນ) ແລະ ມີຄູ-ອາຈານ ທັງໝົດ 8 ທ່ານ (ຍິງ 6 ທ່ານ). ທັງນີ້, ກ່ອນການເປີດສົກຮຽນໃໝ່, ທາງໂຮງຮຽນໄດ້ປະສານສົມທົບກັບອຳນາດການປົກຄອງບ້ານສະຜ່າຍກາງ ແລະ ພໍ່ແມ່ຜູ້ປົກຄອງ ອະນາໄມ ປັບປຸງເດີ່ນ, ອາຄານຮຽນ ແລະ ຫ້ອງນ້ຳ ໃຫ້ມີຄວາມສະອາດ, ປອດໄພ. ພ້ອມດຽວກັນນັ້ນ, ກໍໄດ້ເປີດຮັບລົງທະບຽນນັກຮຽນໃນລະຫວ່າງວັນທີ 24–31 ສິງຫາ 2026 ເພື່ອຮັບປະກັນໃຫ້ເດັກນ້ອຍໃນເຂດບໍລິການ 3 ບ້ານ ໄດ້ເຂົ້າຮຽນ 100%.

ສຳລັບສົກຮຽນໃໝ່ນີ້, ໂຮງຮຽນໄດ້ຕັ້ງເປົ້າມຸ່ງເນັ້ນປັບປຸງຄຸນນະພາບການສິດສອນ ໂດຍນຳໃຊ້ວິທີການສອນແບບໃໝ່, ສົ່ງເສີມໃຫ້ນັກຮຽນມີສ່ວນຮ່ວມໃນກິດຈະກຳຕົວຈິງ, ສ້າງໂຮງຮຽນໃຫ້ເປັນ "ໂຮງຮຽນສີຂຽວ-ສະອາດ" ແລະ ສູ້ຊົນຫຼຸດຜ່ອນອັດຕາການປະລະການຮຽນ ເພື່ອສ້າງໂຮງຮຽນປະຖົມສົມບູນສະຜ່າຍ ໃຫ້ເປັນໂຮງຮຽນຕົວແບບດ້ານການສຶກສາໃນອະນາຄົດ.

ໃນໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະພັກ, ຄະນະນຳແຂວງ-ເມືອງ, ຜູ້ບໍລິຫານໂຮງຮຽນ ຕະຫຼອດເຖິງພະນັກງານຄູ-ອາຈານ ບາງຕອນວ່າ: ການລົງເຄື່ອນໄຫວຄັ້ງນີ້ ເປັນການຕິດຕາມ ແລະ ຊຸກຍູ້ການເປີດສົກຮຽນໃໝ່ຢູ່ 3 ແຂວງ (ຈຳປາສັກ, ສະຫວັນນະເຂດ ແລະ ຄຳມ່ວນ) ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕາມທິດຊີ້ນຳ ກໍຄື ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສົ່ງເຖິງຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ທົ່ວປະເທດ ໃຫ້ປະກົດຜົນເປັນຮູບປະທຳ.

ພ້ອມນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍຢ່າງຍິ່ງຕໍ່ໂຮງຮຽນປະຖົມສົມບູນສະຜ່າຍ ທີ່ມີຄວາມພ້ອມດ້ານອາຄານສະຖານທີ່, ມີການວາງຮາກຖານການສຶກສາອະນຸບານຮ່ວມນຳ ໂດຍສະເພາະແມ່ນຜົນງານອັນໂດດເດັ່ນ "ບໍ່ມີນັກຮຽນປະລະການຮຽນ" ໃນສົກຮຽນນີ້ ເຊິ່ງຖືເປັນບາດກ້າວທຳອິດທີ່ສຳຄັນ ທີ່ຄວນຂະຫຍາຍຜົນໃຫ້ກວ້າງຂວາງທົ່ວແຂວງ. ນອກຈາກນີ້, ຍັງໄດ້ຊົມເຊີຍຄວາມເປັນລະບຽບຮຽບຮ້ອຍ ແລະ ວິໄນຄວາມສະອາດ ເຊັ່ນ: ການຝຶກໃຫ້ເດັກນ້ອຍປົດເກີບກ່ອນເຂົ້າຫ້ອງຮຽນ ເຊິ່ງເປັນຕົວແບບທີ່ດີ.

ສຳລັບແຜນການປັບປຸງຫຼັກສູດການສຶກສາ, ທາງກະຊວງສຶກສາທິການ ແລະ ກິລາ ມີແຜນປັບປຸງຫຼັກສູດຊັ້ນປະຖົມໃຫ້ແລ້ວໃນຕົ້ນປີ 2027 ເພື່ອແກ້ໄຂບັນຫາເຄັ່ງຮ້ອນ ເປັນຕົ້ນແມ່ນ ເດັກນ້ອຍອ່ານບໍ່ອອກ, ຄິດໄລ່ບໍ່ໄດ້ ແລະ ບໍ່ກ້າສະແດງອອກ ຫຼື ນຳສະເໜີບັນຫາ. ຫຼັງຈາກນັ້ນ, ຈະຈັດຝຶກອົບຮົມຄູ-ອາຈານ ເລີ່ມຈາກຊັ້ນ ປ.1-ປ.3 ແລະ ຂະຫຍາຍໃສ່ ປ.4-ປ.5.

ສ່ວນການແກ້ໄຂໂຮງຮຽນບໍ່ໄດ້ມາດຕະຖານນັ້ນ, ປັດຈຸບັນ ທົ່ວປະເທດມີໂຮງຮຽນປະຖົມບໍ່ໄດ້ມາດຕະຖານ ຈຳນວນ 1,059 ແຫ່ງ; ໃນນີ້ ແຂວງຈຳປາສັກມີ 50 ກວ່າແຫ່ງ. ກະຊວງສຶກສາ ແມ່ນຈະສຸມໃສ່ 4 ແຫຼ່ງທຶນ ຄື: ງົບປະມານລັດ, ງົບປະມານທ້ອງຖິ່ນ, ການລະດົມທຶນຈາກສັງຄົມ/ພາກສ່ວນເອກະຊົນ ແລະ ທຶນກູ້ຢືມ/ຊ່ວຍເຫຼືອຈາກຕ່າງປະເທດ ເພື່ອລຶບລ້າງບັນຫາດັ່ງກ່າວ. ສະນັ້ນ, ເພື່ອເຮັດໃຫ້ວຽກງານພັດທະນາການສຶກສາຂອງພວກເຮົາໄດ້ຮັບການຍົກລະດັບຂຶ້ນຢ່າງມີຄຸນນະພາບ, ຂ້າພະເຈົ້າຂໍຮຽກຮ້ອງໃຫ້ຄະນະພັກ-ຄະນະນຳແຂວງຈຳປາສັກ ສືບຕໍ່ເປັນຕົວແບບໃນການແກ້ໄຂບັນຫາຄູອາສາສະໝັກ, ສຸມໃສ່ລຶບລ້າງໂຮງຮຽນ 50 ກວ່າແຫ່ງທີ່ບໍ່ໄດ້ມາດຕະຖານໃຫ້ໝົດໄປ ແລະ ພັດທະນາໂຮງຮຽນປະຖົມສົມບູນສະຜ່າຍ ໃຫ້ເປັນໂຮງຮຽນຕົວແບບດ້ານການສຶກສາ ເພື່ອເປັນບ່ອນຖອກຖອນບົດຮຽນຂອງໂຮງຮຽນອື່ນໆ ທົ່ວປະເທດ.

ໃນຕອນທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ໃຫ້ກຽດມອບອຸປະກອນການຮຽນ ແລະ ອຸປະກອນກິລາ ຈຳນວນໜຶ່ງໃຫ້ແກ່ໂຮງຮຽນປະຖົມສົມບູນສະຜ່າຍ ເພື່ອຮັບໃຊ້ເຂົ້າໃນການຮຽນ-ການສອນ ແລະ ກິດຈະກຳຂອງໂຮງຮຽນ ໃນສົກຮຽນໃໝ່ 2026-2027 ນີ້ຕື່ມອີກ.799202523_2246916799421889_4111980707119637449_n.jpg800796865_1059132470332119_3058744724240018712_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກທີ່ປຶກສາແຫ່ງຊາດ (National Consultants) ຈຳນວນ 3 ຕຳແໜ່ງ ເພື່ອເຂົ້າຮ່ວມປະຕິບັດງານໃນ ໂຄງການ IFWP-E&H ດັ່ງມີລາຍລະອຽດລຸ່ມນີ້:.

1. ຕຳແໜ່ງ : ທີ່ປຶກສາດ້ານການບໍລິຫານໂຄງການ "Project Administrative TA" ລາຍລະອຽດຕິດຄັດມາພ້ອມນີ: ເອກະສານຄັດຕິດ

2. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານການຕິດຕາມ ແລະ ປະເມີນຜົນ " Monitoring and Evaluation Specialist TA": ເອກະສານຄັດຕິດ

3. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານສິ່ງແວດລ້ອມ ແລະ ສັງຄົມ " Environmental and Social Specialist TA " : ເອກະສານຄັດຕິດ 

     ໄລຍະເວລາຮັບສະໝັກ: ກຳນົດເວລາສົ່ງ CV ແລະ ຈົດໝາຍສະແດງຄວາມສົນໃຈ (Expression of Interest): ຕັ້ງແຕ່ວັນທີ 5 ຫາ 19 ຕຸລາ 2026




♦ ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ, ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ GPE III-LEAP ຂໍເຊີນໂຮງພິມຂອງທ່ານເຂົ້າຍື່ນຊອງສົມທຽບລາຄາສະໜອງການຈັດພິມປຶ້ມ ຈໍານວນ 03 ລາຍການ, ໄລຍະເວລາໃນການສົ່ງມອບເຖິງສະຖານທີ ແມ່ນ 45 ວັນ (ພາຍຫຼັງເຊັນສັນຍາ). ດັ່ງລາຍລະອຽດໄດ້ຄັດຕິດເອກະສານ ປະກາດມາພ້ອມນີ້ (1 ສະບັບ) ⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.