ຄະນະຜູ້ແທນ ສສກ ເຂົ້າຮ່ວມສຳມະນາຍຸດທະສາດການຄຸ້ມຄອງແຫຼ່ງກຳເນີດລັງສີທີ່ໝົດອາຍຸການນຳໃຊ້ ທີ່ອິນໂດເນເຊຍ

 

ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ນຳພາໂດຍ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ທ່ານ ປອ ພອນສະຫວັນ ລັດດາວົງ ຫົວໜ້າພະແນກຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຼຍ ແລະ ທ່ານ ກິດຕິພອນ ເທື່ອມບຸນມີ ວິຊາການພະແນກຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຼຍ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້: "ຍຸດທະສາດການຄຸ້ມຄອງ ແລະ ຈັດການແຫຼ່ງກຳເນີດລັງສີທີ່ໝົດອາຍຸການນຳໃຊ້ (Focus Group on Strategizing the End-Of-Life Management of Radioactive Sources East Asia Regional)" ທີ່ນະຄອນຫຼວງຈາກາຕ້າ, ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 31 ສິງຫາ ຫາ 03 ກັນຍາ 2026.

ກອງປະຊຸມສຳມະຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນ ແລະ ປະສົບການລະຫວ່າງບັນດາປະເທດສະມາຊິກອາຊຽນ ພ້ອມດ້ວຍປະເທດໃນພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ສະຫະລັດອາເມຣິກາ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ສີລັງກາ ກ່ຽວກັບວຽກງານການຄຸ້ມຄອງ ແລະ ຈັດການກັບແຫຼ່ງກຳເນີດລັງສີທີ່ໝົດອາຍຸການນຳໃຊ້ ລວມເຖິງການນຳໃຊ້ຄືນໃໝ່ (Recycling), ການເກັບມ້ຽນແບບຊົ່ວຄາວ ແລະ ຖາວອນ ເພື່ອຮັບປະກັນຄວາມປອດໄພ ແລະ ໃຫ້ຖືກຕ້ອງຕາມມາດຕະຖານ ແລະ ລະບຽບການສາກົນ. ນອກຈາກນັ້ນ, ໃນວາລະດຽວກັນ ຄະນະຜູ້ແທນຍັງໄດ້ເຂົ້າພົບປະ ແລະ ລາຍງານຜົນການເຂົ້າຮ່ວມກອງປະຊຸມ ຕໍ່ ທ່ານ ຄຳເຟືອງ ພັນທະໄຊ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດອິນໂດເນເຊຍ ອີກດ້ວຍ.

ໂອກາດນີ້, ທ່ານ ສຸກສະຫວາດ ສີຫາປັນຍາ ກໍໄດ້ລາຍງານສະພາບລວມຂອງການເຂົ້າຮ່ວມກອງປະຊຸມ ພ້ອມທັງສະພາບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຼຍ ຂອງ ສປປ ລາວ ໂດຍສະເພາະແມ່ນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຊັ່ນ: ລະບຽບການຄຸ້ມຄອງແຫຼ່ງກຳເນີດລັງສີທີ່ໝົດອາຍຸການນຳໃຊ້, ສິ່ງເສດເຫຼືອຈາກລັງສີ ແລະ ການຈັດຫາກຸ່ມສະຖານທີ່ເກັບມ້ຽນທີ່ເໝາະສົມ.

ໂອກາດດຽວກັນ, ທ່ານ ຄຳເຟືອງ ພັນທະໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຜູ້ແທນກົມຄຸ້ມຄອງວິທະຍາສາດ ທີ່ໄດ້ຕັ້ງໜ້າເຄື່ອນໄຫວວຽກງານຕ່າງປະເທດ ແລະ ເຫັນດີເປັນເອກະພາບວ່າ ວຽກງານດັ່ງກ່າວ ມີຄວາມໝາຍ ແລະ ຄວາມສຳຄັນຢ່າງຍິ່ງສຳລັບ ສປປ ລາວ ໃນການພັດທະນາລະບົບຄຸ້ມຄອງໃຫ້ມີຄວາມປອດໄພສູງ ພ້ອມທັງຫວັງເປັນຢ່າງຍິ່ງວ່າ ວຽກງານນີ້ຈະສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ພາບ-ຂໍ້ມູນ: ກົມຄຸ້ມຄອງວິທະຍາສາດ ສສກ797957277_1631969658656602_7278544625015433803_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກທີ່ປຶກສາແຫ່ງຊາດ (National Consultants) ຈຳນວນ 3 ຕຳແໜ່ງ ເພື່ອເຂົ້າຮ່ວມປະຕິບັດງານໃນ ໂຄງການ IFWP-E&H ດັ່ງມີລາຍລະອຽດລຸ່ມນີ້:.

1. ຕຳແໜ່ງ : ທີ່ປຶກສາດ້ານການບໍລິຫານໂຄງການ "Project Administrative TA" ລາຍລະອຽດຕິດຄັດມາພ້ອມນີ: ເອກະສານຄັດຕິດ

2. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານການຕິດຕາມ ແລະ ປະເມີນຜົນ " Monitoring and Evaluation Specialist TA": ເອກະສານຄັດຕິດ

3. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານສິ່ງແວດລ້ອມ ແລະ ສັງຄົມ " Environmental and Social Specialist TA " : ເອກະສານຄັດຕິດ 

     ໄລຍະເວລາຮັບສະໝັກ: ກຳນົດເວລາສົ່ງ CV ແລະ ຈົດໝາຍສະແດງຄວາມສົນໃຈ (Expression of Interest): ຕັ້ງແຕ່ວັນທີ 5 ຫາ 19 ຕຸລາ 2026




♦ ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ, ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ GPE III-LEAP ຂໍເຊີນໂຮງພິມຂອງທ່ານເຂົ້າຍື່ນຊອງສົມທຽບລາຄາສະໜອງການຈັດພິມປຶ້ມ ຈໍານວນ 03 ລາຍການ, ໄລຍະເວລາໃນການສົ່ງມອບເຖິງສະຖານທີ ແມ່ນ 45 ວັນ (ພາຍຫຼັງເຊັນສັນຍາ). ດັ່ງລາຍລະອຽດໄດ້ຄັດຕິດເອກະສານ ປະກາດມາພ້ອມນີ້ (1 ສະບັບ) ⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.