ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ອອກວິດີໂອໃໝ່ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ເຮັດວຽກໃນຂະແໜງການສຶກສາ ໃນການສະໜັບສະໜູນນັກຮຽນພິການໃຫ້ດີຂຶ້ນ.

 

ນັກຮຽນຫຼາຍຄົນທີ່ມີຄວາມພິການ ຫຼື ຜູ້ທີ່ອາດຕ້ອງການການຊ່ວຍເຫຼືອໃນການຮຽນຫຼາກຫຼາຍແບບທີ່ຕ່າງກັນ ສ່ວນຫຼາຍຄູຍັງບໍ່ທັນຮັບຮູ້ຄວາມການຕ້ອງຂອງເຂົາເຈົ້າເພື່ອຊ່ວຍເຫຼືອໄດ້ເທື່ອ ເມື່ອເລີ່ມຕົ້ນເຂົ້າຮຽນ. ດັ່ງນັ້ນ, ນັກຮຽນດັ່ງກ່າວອາດຈະພົບຄວາມຫຍຸ້ງຍາກໃນການມີສ່ວນຮ່ວມໃນການຮຽນຢ່າງເຕັມສ່ວນ ແລະ ອາດຈະຮຽນບໍ່ທັນກັບໝູ່ເພື່ອນຫ້ອງດຽວກັນ. ຄູຈຳເປັນຕ້ອງມີເຄື່ອງມື ແລະ ຄຳແນະນຳ ທີ່ເປັນປະໂຫຍດ ເພື່ອຮັບຮູ້ຄວາມຕ້ອງການເຫຼົ່ານີ້ ແລະ ປັບປຸງການຮຽນການສອນແບບທີ່ສາມາດເຮັດໄດ້ງ່າຍ ເພື່ອຊ່ວຍໃຫ້ນັກຮຽນທຸກຄົນຮຽນຮູ້ໄດ້ຢ່າງມີປະສິດທິພາບ.

ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີຜ່ານແຜນງານບີຄວາ, ໄດ້ອອກວິດີໂອສຳລັບການພັດທະນາຄູ ຕອນທີ 29 (TDV 29), ເຊິ່ງເປັນວິດີໂອເສີມໃຫ້ແກ່ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນ 14 (TSP 14), “ການຊ່ວຍເຫຼືອນັກຮຽນພິການໃນຫ້ອງຮຽນ”. ວິດີໂອດັ່ງກ່າວໃຫ້ຄຳແນະນຳທີ່ເປັນປະໂຫຍດແກ່ຄູກ່ຽວກັບວິທີການສັງເກດ ລັກສະນະທ່າທາງທີ່ນັກຮຽນອາດຈະມີຄວາມຫຍຸ້ງຍາກກ່ຽວກັບການເບິ່ງເຫັນ, ການໄດ້ຍິນ, ການເຄື່ອນໄຫວ, ສະມາທິ, ການສື່ສານ, ຫຼື ການຈື່ຈຳ, ພ້ອມທັງແນະນຳໃຫ້ຮູ້ຈັກການຕື່ມແບບສອບຖາມ ເຄື່ອງມືປະເມີນຄວາມຫຍຸ້ງຍາກໃນການຮຽນຂອງນັກຮຽນ-ສຳລັບຄູ ໄດ້ຢ່າງຖືກຕ້ອງ.

ທ່ານ ປອ. ວົງເພັດ ອຸດົມລິດ, ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ກ່າວວ່າ: “ສື່ການຮຽນການສອນທີ່ເຫັນເປັນຮູບພາບ ແມ່ນຈຳເປັນສຳລັບຄູ, ເພາະວ່າຈະຊ່ວຍເຮັດໃຫ້ວິທີ່ການແນະນຳໃນການສອນທີ່ສຳຄັນ ສາມາດເຂົ້າໃຈໄດ້ງ່າຍ, ຈື່ຈຳໄດ້ດີ ແລະ ນຳໄປຈັດຕັ້ງປະຕິບັດ. TDV 29 ເປັນສື່ການຮຽນການສອນທີ່ເປັນປະໂຫຍດ ສຳລັບການສົ່ງເສີມການປະຕິບັດການຮຽນການສອນແບບຮຽນຮ່ວມ ແລະ ການຊ່ວຍເຫຼືອນັກຮຽນທຸກຄົນໃນຫ້ອງຮຽນ.”

ວິດີໂອນີ້ ແມ່ນມີຈຸດປະສົງ ເພື່ອຊ່ວຍຄູສອນຊັ້ນປະຖົມ ແລະ ພະນັກງານໃນຂະແໜງການສຶກສາ ທີ່ສະໜັບສະໜູນການສອນ. ໂດຍການຊ່ວຍໃຫ້ຄູ ສາມາດລະບຸໄດ້ເຖິງຄວາມຕ້ອງການໃນການຮຽນຂອງນັກຮຽນ ແລະ ຮູ້ວິທີການສອນໃນຫ້ອງຮຽນທີ່ສາມາດດັດປັບໄດ້, ວິດີໂອຈະຊ່ວຍສົ່ງເສີມການຮຽນຮ່ວມໃນຫ້ອງຮຽນ, ຊຸກຍູ້ການມີສ່ວນຮ່ວມຂອງນັກຮຽນ ແລະ ການຮຽນທີ່ ເໝາະສົມສຳລັບເດັກທຸກຄົນ. ສິ່ງເຫຼົ່ານີ້ ເຮັດໃຫ້ການມີສ່ວນຮ່ວມຂອງນັກຮຽນດີຂຶ້ນ ໃນການສອນແຕ່ລະວັນຂອງຄູ. ເມື່ອຄູຮູ້ຈັກ ກຳນົດຄວາມຕ້ອງການໃນການຮຽນຂອງນັກຮຽນຕັ້ງແຕ່ເລີ່ມຕົ້ນ ລວມທັງການດັດປັບການຮຽນການສອນໃນຫ້ອງຮຽນແບບງ່າຍຂຶ້ນ ຕາມທີ່ໄດ້ແນະນຳໃນ TSP 14, ຄູຈະສາມາດສ້າງຄວາມແຕກຕ່າງໄດ້ດີຂຶ້ນ ໂດຍສະເພາະສຳລັບນັກຮຽນທີ່ມີຄວາມພິການ ແລະ ຄຳແນະນຳນີ້ຍັງເປັນປະໂຫຍດຕ້ອງທຸກໆຫ້ອງຮຽນ.

ທ່ານ ໄມໂຄ ຄາຣີ, ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ການສຶກສາໃຫ້ທັກສະແກ່ເດັກທຸກຄົນ ລວມທັງເດັກທີ່ມີຄວາມພິການ, ເປັນທັກສະທີ່ເຂົາເຈົ້າຕ້ອງການເພື່ອສ້າງອະນາຄົ. ເມື່ອຄູດັດປັບການສອນຂອງເຂົາເຈົ້າ ໃຫ້ຕອບສະໜອງຄວາມຕ້ອງການໃນການຮຽນຮູ້ທີ່ແຕກຕ່າງກັນ, ເດັກທຸກຄົນຈະສາມາດມີໂອກາດປະກອບສ່ວນໄດ້ດີຂຶ້ນ, ປະສົບຜົນສໍາເລັດ ແລະ ເຕີບໃຫຍ່ດ້ານຄວາມຮູ້ ໃນຫ້ອງຮຽນທີ່ເຕັມໄປດ້ວຍການສະໜັບສະໜູນ. ວິດີໂອນີ້ຍັງຈະຊ່ວຍໃຫ້ ພໍ່ແມ່ຮູ້ຈັກສັງເກດລັກສະນະຂອງຄວາມຕ້ອງການໃນການຮຽນຮູ້ເພີ່ມຂອງລູກໄດ້ ແລະ ສະໜັບສະໜູນການພັດທະນາດ້ານການຮຽນຂອງລູກໄດ້ດີຂຶ້ນຢູ່ເຮືອນ. ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາໃນການພັດທະນາສື່ທີ່ເປັນປະໂຫຍດ ທີ່ສາມາດແກ້ໄຂສິ່ງທ້າທາຍ, ເພື່ອເຮັດໃຫ້ໂຮງຮຽນ ແລະ ຊຸມຊົນຮ່ວມແຮງຮ່ວມໃຈກັນຫຼາຍຂຶ້ນໃນການສົ່ງເສີມການຮຽນສຳລັບເດັກທຸກຄົນ.”

ວິດີໂອດັ່ງກ່າວຜະລິດໂດຍ ພະແນກໂຄສະນາ-ຂ່າວສານ, ກະຊວງສຶກສາທິການ ແລະ ກິລາ ໂດຍການຮ່ວມມື ກັບຄູຝຶກຈາກ ວິທະຍາໄລຝຶກຄູເປົ້າໝາຍ 3 ແຫ່ງຄື: ຫຼວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ, ກົມພັດທະນາຄູ ແລະ ການບໍລິຫານການສຶກສາ, ກົມສາມັນສຶກສາ ແລະ ພະແນກການສຶກສາຮຽນຮ່ວມ-ພິການ, ໂຮງຮຽນປະຖົມ ແລະ ໂຮງຮຽນສຶກສາພິເສດ ພ້ອມທັງຍັງມີຜູ້ຊ່ຽວຊານດ້ານການສື່ສານ ແລະ ການສຶກສາຮຽນຮ່ວມຈາກແຜນງານບີຄວາ ເຂົ້າຮ່ວມ. TDV 29 ຍັງເປັນສ່ວນໜຶ່ງຂອງການສຶກສາຄົ້ນຄວ້າ ເພື່ອທົດລອງນຳໃຊ້ຊຸດອຸປະກອນຊ່ວຍເຫຼືອຄູ ເພື່ອສຶກສາການມີສ່ວນຮ່ວມຂອງຄົນພິການ ເຊິ່ງຈະໄດ້ຈັດຕັ້ງປະຕິບັດ ໃນລະຫວ່າງສົກຮຽນປີ 2026–2027 ແລະ ຈະຊ່ວຍທົດສອບວ່າ ຄຳແນະນຳໃນ ຊຸດອຸປະກອນຊ່ວຍເຫຼືອຄູໂມດູນ 14 ສາມາດນຳໃຊ້ໄດ້ຄືແນວໃດ, ພ້ອມທັງກຳນົດການສະໜັບສະໜູນເພີ່ມຕື່ມທີ່ຈຳເປັນສຳລັບຄູ.

ທ່ານສາມາດຮັບຊົມວິດີໂອໄດ້ທາງ ຊ່ອງໂທລະພາບສຶກສາ ແລະ ກິລາ  Lao ESTV – ຊ່ອງ 8, ຄັງປັນຍາລາວ, ຊ່ອງຢູທູບ YouTube: ວິດີໂອສຳລັບການພັດທະນາຄູ Teacher Development Videos ແລະ ທາງແທັບເລັດທີ່ນໍາໃຊ້ໂດຍ ຜູ້ເຮັດວຽກສຶກສານິເທດ ທີ່ໃຫ້ຄຳແນະນຳແກ່ຄູ ໃນ 30 ເມືອງເປົ້າໝາຍ ທີ່ໄດ້ຮັບການສະໜັບສະໜູນຈາກອົດສະຕຣາລີ.

ລິ້ງເພື່ອຮັບຊົມວິດີໂອ: https://youtu.be/veEXZz2RKGg?si=LNVUckd1-D_QBhXu WhatsApp_Image_2026-09-02_at_10.07.44_AM.jpeg

WhatsApp_Image_2026-09-02_at_10.07.44_AM_1.jpeg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກທີ່ປຶກສາແຫ່ງຊາດ (National Consultants) ຈຳນວນ 3 ຕຳແໜ່ງ ເພື່ອເຂົ້າຮ່ວມປະຕິບັດງານໃນ ໂຄງການ IFWP-E&H ດັ່ງມີລາຍລະອຽດລຸ່ມນີ້:.

1. ຕຳແໜ່ງ : ທີ່ປຶກສາດ້ານການບໍລິຫານໂຄງການ "Project Administrative TA" ລາຍລະອຽດຕິດຄັດມາພ້ອມນີ: ເອກະສານຄັດຕິດ

2. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານການຕິດຕາມ ແລະ ປະເມີນຜົນ " Monitoring and Evaluation Specialist TA": ເອກະສານຄັດຕິດ

3. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານສິ່ງແວດລ້ອມ ແລະ ສັງຄົມ " Environmental and Social Specialist TA " : ເອກະສານຄັດຕິດ 

     ໄລຍະເວລາຮັບສະໝັກ: ກຳນົດເວລາສົ່ງ CV ແລະ ຈົດໝາຍສະແດງຄວາມສົນໃຈ (Expression of Interest): ຕັ້ງແຕ່ວັນທີ 5 ຫາ 19 ຕຸລາ 2026




♦ ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ, ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ GPE III-LEAP ຂໍເຊີນໂຮງພິມຂອງທ່ານເຂົ້າຍື່ນຊອງສົມທຽບລາຄາສະໜອງການຈັດພິມປຶ້ມ ຈໍານວນ 03 ລາຍການ, ໄລຍະເວລາໃນການສົ່ງມອບເຖິງສະຖານທີ ແມ່ນ 45 ວັນ (ພາຍຫຼັງເຊັນສັນຍາ). ດັ່ງລາຍລະອຽດໄດ້ຄັດຕິດເອກະສານ ປະກາດມາພ້ອມນີ້ (1 ສະບັບ) ⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.