ຮອງລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ລົງຕິດຕາມ-ຊຸກຍູ້ໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ ຢູ່ເມືອງຈອມເພັດ ແຂວງຫຼວງພະບາງ

 

ເມື່ອວັນທີ 21 ສິງຫາ 20126 ຜ່ານມານີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຈາກສູນກາງ ໄດ້ລົງຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານສຶກສາທິການ ແລະ ກິລາ ຢູ່ເມືອງຈອມເພັດ ແຂວງຫຼວງພະບາງ ໂດຍສະເພາະແມ່ນບັນດາກິດຈະກໍາການຊ່ວຍເຫລືອຈາກໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ ແລະ ຄູ່ຮ່ວມພັດທະນາຕ່າງໆ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ມີນາ ຈັນມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ນາງ ຈັນສະໝຸດ ສຸກຂະເສີມ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈອມເພັດ ພ້ອມດ້ວຍຄະນະນໍາເມືອງ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ຈັນສະໝຸດ ສຸກຂະເສີມ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈອມເພັດ ໄດ້ລາຍງານສະພາບລວມຂອງການສຶກສາພາຍໃນເມືອງ, ເຊິ່ງເມືອງຈອມເພັດມີພະນັກງານຄູ-ລັດຖະກອນທັງໝົດ 391 ທ່ານ ແລະ ມີໂຮງຮຽນນັບແຕ່ຊັ້ນອະນຸບານຈົນເຖິງມັດທະຍົມສົມບູນ ລວມທັງໝົດ 87 ແຫ່ງ. ນອກຈາກນີ້, ຍັງໄດ້ລາຍງານຄວາມຄືບໜ້າ ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອຕ່າງໆ ນັບແຕ່ເດືອນກໍລະກົດ ປີ 2025 ເປັນຕົ້ນມາ ໂດຍມີກິດຈະກໍາທີ່ພົ້ນເດັ່ນເປັນຕົ້ນແມ່ນໄດ້ສໍາເລັດການຝຶກອົບຮົມການຈັດການຮຽນ-ການສອນຫ້ອງຄວບໃຫ້ຄູ, ສ້ອມແປງຫ້ອງນໍ້າ ແລະ ຫ້ອງຮຽນໃນບ້ານເປົ້າໝາຍ ແລະ ໄດ້ຈັດການຮຽນ-ການສອນຊ່ວງພັກແລ້ງ 10 ອາທິດ ໃຫ້ແກ່ເດັກນ້ອຍ 485 ນ້ອງ ແລະ ໄດ້ຈັດຝຶກອົບຮົມເຕັກນິກການສອນວິຊາພາສາລາວ ແລະ ຄະນິດສາດ ໃຫ້ຄູຊັ້ນປະຖົມ. ນອກຈາກນີ້, ຍັງໄດ້ຝຶກອົບຮົມວຽກງານນິເທດພາຍໃນໂມດູນ 1 ແລະ ໂມດູນ 2 ໃຫ້ຜູ້ອໍານວຍການໂຮງຮຽນປະຖົມ 60 ທ່ານ, ພ້ອມທັງສະໜອງແທັບເລັດ 33 ເຄື່ອງ ແລະ ເງິນຕື່ມເນັດເພື່ອຮັບໃຊ້ວຽກງານ ແລະ ສິ່ງທີ່ພົ້ນເດັ່ນພິເສດແມ່ນການສະໜອງທຶນການສຶກສາ (ເງິນເບ້ຍລ້ຽງ) ໃຫ້ແກ່ນັກຮຽນຍິງຊັ້ນມັດທະຍົມຕົ້ນທັງໝົດ 70 ນ້ອງ. ນອກຈາກການຊ່ວຍເຫລືອດ້ານເຕັກນິກ ແລະ ການຝຶກອົບຮົມແລ້ວ, ໂຄງການຍັງໄດ້ສະໜອງອຸປະກອນຮັບໃຊ້ຕ່າງໆ ເຊັ່ນ: ຄອມພິວເຕີໂນດບຸກ, ລົດຈັກ ແລະ ອຸປະກອນປະຊຸມທາງໄກ ເພື່ອຍົກສູງຂີດຄວາມສາມາດໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານສຶກສາຢູ່ຂັ້ນເມືອງ.

ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ພາກສ່ວນການສຶກສາເມືອງຈອມເພັດ ຍາດມາໄດ້ ພ້ອມດຽວກັນນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມສໍາຄັນຂອງການຝຶກອົບຮົມຄູ ແລະ ການສະໜອງອຸປະກອນຮັບໃຊ້ການຮຽນ-ການສອນ ເພື່ອຍົກສູງຄຸນນະພາບຂອງການສຶກສາໂດຍສະເພາະແມ່ນການກະກຽມຄວາມພ້ອມໃຫ້ເດັກກ່ອນເຂົ້າຮຽນຊັ້ນປະຖົມ. ຂະນະກຽວກັນທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ທຸກຂັ້ນ ຈົ່ງສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດກິດຈະກໍາຕ່າງໆຂອງໂຄງການໃຫ້ມີປະສິດທິຜົນ, ນໍາໃຊ້ງົບປະມານ ແລະ ອຸປະກອນທີ່ໄດ້ຮັບໃຫ້ເກີດປະໂຫຍດສູງສຸດ ເພື່ອແນໃສ່ເຮັດໃຫ້ຄຸນນະພາບການຮຽນ-ການສອນຂອງນັກຮຽນດີຂຶ້ນເລື້ອຍໆ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງເວົ້າໃຫ້ມີທ່າກ້າວຂະຫຍາຍຕົວຂື້ນ.

ການລົງຢ້ຽມຢາມໃນຄັ້ງນີ້ ຖືເປັນການຊຸກຍູ້ໃຫ້ກໍາລັງໃຈອັນສໍາຄັນໃຫ້ແກ່ຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ນັກຮຽນທົ່ວເມືອງຈອມເພັດ, ພ້ອມທັງເປັນການຕິດຕາມ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດໂຄງການ ເພື່ອເປັນຂໍ້ມູນສໍາຄັນໃນການປັບປຸງ ແລະ ພັດທະນາວຽກງານການສຶກສາໃນຕໍ່ໜ້າໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.

ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ພະແນກສຶກສາທິການ ແລະ ກິລາແຂວງ

787059534_1988184418559606_6013722497022853590_n.jpg786052515_1093427726685973_5782128587837050037_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ