ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ເລີ່ມການສຶກສາຄົ້ນຄວ້າກ່ຽວກັບການຮຽນຮ່ວມຂອງນັກຮຽນພິການ ຢູ່ທີ່ແຂວງຊຽງຂວາງ

 ໃນວັນທີ 17 ສິງຫາ 2026, ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ໄດ້ຈັດກອງປະຊຸມແນະນຳຂັ້ນເລີ່ມຕົ້ນ ເພື່ອນຳສະເໜີການສຶກສາຄົ້ນຄວ້າກ່ຽວກັບການຮຽນຮ່ວມສຳລັບຄົນພິການ ໂດຍການນຳໃຊ້ ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນທີ 14: ການຊ່ວຍເຫຼືອເດັກທີ່ມີຄວາມຫຍຸ້ງຍາກໃນການຮຽນ (TSP 14) ແລະ ວິດີໂອສຳລັບການພັດທະນາຄູ ຕອນທີ 29 (TDV 29). ໃນກອງປະຊຸມຄັ້ງນີ້ໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ລຳພູນ ຫຼວງໄຊ, ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ແລະ ທ່ານ ນາງ ເຣເບັກກ້າ ແມັກຮິວ, ຫົວໜ້າແຜນງານບີຄວາ. ຜູ້ເຂົ້າຮ່ວມກອງປະຊຸມມາຈາກກົມພັດທະນາຄູ ແລະ ການບໍລິຫານການສຶກສາ, ກົມສາມັນສຶກສາ, ວິທະຍາໄລຄູເປົ້າ ໝາຍ 3 ແຫ່ງຄື: ຫຼວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ, ຜູ້ຊ່ຽວຊານວຽກງານສຶກສາ ແລະ ອົງການຈັດຕັ້ງຄົນພິການ ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳເຫັນຕໍ່ວິທີການສຶກສາຄົ້ນຄວ້າ, ການປຶກສາຫາລືກ່ຽວກັບເຄື່ອງມື, ໄລຍະເວລາ ແລະ ເພື່ອຕົກລົງເປັນເອກະພາບກັນກ່ຽວກັບ ພາລະບົດບາດ ແລະ ໜ້າທີ່ຂອງທຸກພາກສ່ວນທີ່ກ່ຽວຂ້ອງ ກ່ອນທີ່ຈະເລີ່ມຕົ້ນການຈັດຕັ້ງປະຕິບັດ.

Dr. Lamphoune Laungxay Director General of DTEAD and Ms. Rebecca McHugh chaired the meeting

ການສຶກສາຄົ້ນຄວ້າດັ່ງກ່າວ  ຈະໄດ້ດຳເນີນກໍລະນີສຶກສາຂະໜາດນ້ອຍຂອງໂຮງຮຽນປະຖົມ ໃນເມືອງ ເມືອງຄູນ, ແຂວງຊຽງຂວາງ ຕະຫຼອດສົກຮຽນ 2026–2027, ຈະມີນັກຮຽນທີ່ມີຄວາມພິການ 18 ຄົນເຂົ້າຮ່ວມ, ພ້ອມດ້ວຍຄູໃນໂຮງຮຽນ ແລະ ຊຸມຊົນຂອງໂຮງຮຽນເພື່ອຄົ້ນຫາບັນດາຫຼັກຖານ ການດຳເນີນງານກ່ຽວກັບ ວິທີການທີ່ເຮັດໄດ້ດີຈາກຊຸດອຸປະກອນຊ່ວຍເຫຼືອຄູໂມດູນທີ 14 ໃນສະພາບແວດລ້ອມຫ້ອງຮຽນຕົວຈິງ ແລະ ສິ່ງທີ່ຊ່ວຍຄູໃຫ້ນຳໃຊ້ໄດ້ຢ່າງຕໍ່ເນື່ອງ.

ທ່ານ ປອ ລຳພູນ ຫຼວງໄຊ  ໄດ້ກ່າວວ່າ: “ການສຶກສາຄົ້ນຄວ້ານີ້ ເປັນບາດກ້າວທີ່ສຳຄັນໃນການປັບປ່ຽນເຄື່ອງມືເພື່ອການສຶກສາຮຽນຮ່ວມອັນໃໝ່ໃຫ້ກາຍເປັນການສະໜັບສະໜູນການຮຽນໃນຫ້ອງຮຽນແບບປະຕິບັດໄດ້ຈິງສຳລັບຄູ. ຊຸດອຸປະກອນຊ່ວຍເຫຼືອຄູ (TSP) ທີ 14 ແລະ ວິດີໂອພັດທະນາຄູ (TDV) ທີ 29 ໄດ້ພັດທະນາສຳເລັດແລ້ວ ແລະ ພ້ອມທີ່ຈະທົດລອງໃນໂຮງຮຽນ. ໂດຍການຮວບຮວມເອົາທັງສອງເຄື່ອງມືນີ້ ຈະຊ່ວຍໃຫ້ຄູຮັບຮູ້ໄດ້ດີຂຶ້ນ ເມື່ອເດັກອາດຈະມີຄວາມພິການ ແລະ ວິທີການປະຕິບັດທີ່ງ່າຍ ແລະ ໃຊ້ໄດ້ຈິງເພື່ອຊ່ວຍ ເຫຼືອ ນັກຮຽນໃນການຮຽນຮູ້ໃນຫ້ອງຮຽນ. ການສຶກສາຄົ້ນຄວ້ານີ້ ຈະໄດ້ດຳເນີນທີ່ແຂວງຊຽງຂວາງ, ຄາດວ່າຈະຊ່ວຍໃຫ້ຮຽນຮູ້ເຖິງ ວິທີການໃດທີ່ແນະນຳໃນເຄື່ອງມື ສາມາດປະຕິບັດຕົວຈິງໄດ້ໃນໂຮງຮຽນ ແລະ ວິທີທີ່ໃດທີ່ຈະຕ້ອງໄດ້ປັບປຸງຕື່ມ ເພື່ອຊ່ວຍໃຫ້ນັກຮຽນທຸກຄົນສາມາດຮຽນຮູ້ໄດ້.”

The inception workshop brought together 60 participants from Departments of MoES 3 TTCs and DPsJPG

ທ່ານ ນາງ ເຣເບັກກ້າ ແມັກຮິວ, ຫົວໜ້າແຜນງານບີຄວາ ໄດ້ກ່າວຕື່ມວ່າ: “ເມື່ອເດັກພິການ ໄດ້ຮັບໂອກາດໃນການຮຽນຮູ້ ເຊັ່ນ: ການອ່ານ, ການຂຽນ ແລະ ສ້າງທັກສະພື້ນຖານທີ່ເຂັ້ມແຂງ, ເຂົາເຈົ້າຈະໄດ້ຮຽນຮູ້ທັກສະທີ່ຈຳເປັນສຳລັບອານາຄົດ. ທັກສະເຫຼົ່ານີ້ ຈະຊ່ວຍໃຫ້ ເຂົາເຈົ້າຊອກຫາວຽກເຮັດງານທຳໄດ້ໃນອານາຄົດ, ສາມາດປະກອບສ່ວນແກ່ຄອບຄົວ ແລະ ຊຸມຊົນຂອງຕົນ, ພ້ອມທັງ ເຕີບໃຫຍ່ເປັນສະມາຊິກສັງຄົມທີ່ມີຄວາມຫ້າວຫັນ. ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການສົ່ງເສີມການສຶກສາຮຽນຮ່ວມ ທີ່ສາມາດປະຕິບັດໄດ້ຈິງຫຼາຍຂຶ້ນສຳລັບຄູ ແລະ ມີປະສິດທິພາບຫຼາຍຂຶ້ນສຳລັບນັກຮຽນທຸກຄົນ.”

           ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນທີ 14 ແນະນໍາທີການ ທີ່ໃຊ້ໄດ້ຕົວຈິງແກ່ຄູ ເພື່ອຊ່ວຍເຫຼືອນັກຮຽນທີ່ມີຄວາມຫຍຸ້ງຍາກໃນການຮຽນໃນການສອນແຕ່ລະວັນ. ເອກະສານໄດ້ລວມມີ ເຄື່ອງມືທີ່ໃຊ້ໄດ້ງ່າຍ ທີ່ຊ່ວຍຄູໃຫ້ສັງເກດເຫັນຄວາມຕ້ອງການຄວາມຊ່ວຍເພື່ອໃຫ້ນັກຮຽນສາມາດຮຽນຮູ້, ສາມາດວາງແຜນການສອນສຳລັບບຸກຄົນ ແລະ ດັດປັບການສອນໃນຫ້ອງຮຽນຕາມວິທີທີ່ປະຕິບັດໄດ້ຈິງ ແລະ ງ່າຍຕໍ່ການນຳໃຊ້. ວິດີໂອ ພັດທະນາຄູທີ 29 ເປັນວິດີໂອເສີມທີ່ໄດ້ສະແດງໃຫ້ເຫັນສິ່ງທີ່ເກີດຂຶ້ນໃນຫ້ອງຮຽນທີ່ສາມາດສັງເກດເຫັນໄດ້ ເຊິ່ງອາດຈະຊີ້ບອກວ່າ ເດັກມີຄວາມພິການ ແລະ ຄູສາມາດຮຽນຮູ້ກ່ຽວກັບວິທີການ ທີ່ສາມາດນຳໃຊ້ ເຄື່ອງມືປະເມີນຄວາມຫຍຸ້ງຍາກຂອງໃນການຮຽນຮູ້ ສຳລັບຄູ. ວິດີໂອດັ່ງກ່າວໄດ້ຮັບການອອກແບບມາ ເພື່ອຊ່ວຍຄູໃນການສັງເກດລັກສະນະທ່າທາງຢ່າງລະອຽດ ແລະ ປະຕິບັດຂັ້ນຕອນຕໍ່ໄປ ເພື່ອເຂົ້າໃຈ ແລະ ຮູ້ວິທີປະຕິບັດເພື່ອຊ່ວຍຕອບສະໜອງຄວາມຕ້ອງການການຮຽນຮູ້ຂອງເດັກແຕ່ລະຄົນໃຫ້ດີຂຶ້ນ.

TSP 14 TDV 29 help teachers to recognise when a child may have a disability and simple ways to support them

ການສຶກສາຄົ້ນຄວ້ານີ້ ຈະໃຊ້ຮູບແບບການຮຽນຮູ້ແບບປະສົມປະສານ ແລະ ອີງໃສ່ກໍລະນີສຶກສາ. ລວມມີ: ການສັງເກດການສອນໃນຫ້ອງຮຽນ, ຄູຕື່ມແບບຟອມ, ແຜນການຮຽນຮູ້, ຂໍ້ມູນການຕິດຕາມປະເມີນຜົນ, ການສຳພາດ ແລະ ການສົນທະນາກຸ່ມ ທີ່ເນັ້ນເຖິງ ວິທີ່ເພື່ອຊ່ວຍໃຫ້ເຂົ້າໃຈວິທີທີ່ຄູນຳໃຊ້ເຄື່ອງມືໃນການຈັດຕັ້ງປະຕິບັດ. ການສຶກສາ ຄົ້ນຄວ້ານີ້ຍັງຈະສຶກສາເຖິງ ການມີສ່ວນຮ່ວມຂອງພໍ່ແມ່, ການໄດ້ຮັບຄຳແນະນຳ ແລະ ການສະໜັບສະໜູນທີ່ມີຢູ່ຜ່ານລະບົບຂອງໂຮງຮຽນ ແລະ ຂັ້ນເມືອງ.

             ຕະຫຼອດສົກຮຽນ,  ການສຶກສາຄົ້ນຄວ້າ ການທົດລອງນຳໃຊ້ເຄື່ອງມືນີ້ຈະມີການສະທ້ອນຄືນ ແລະ ການດັດປັບຫຼາຍຄັ້ງ ເພື່ອໃຫ້ສິ່ງທີ່ໄດ້ຮຽນຮູ້ໃນຕອນຕົ້ນ ສາມາດນຳໃຊ້ເພື່ອປັບປຸງການຈັດຕັ້ງປະຕິບັດ ໃນຂະນະທີ່ໜ້າວຽກຍັງດຳເນີນໄປປົກກະຕິ. ວິທີການແບບປະຕິບັດຊໍ້າຄືນນີ້ ຈະຊ່ວຍໃຫ້ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ແຜນງານບີຄວາ ໄດ້ຮຽນຮູ້ວ່າເຄື່ອງມືເຫຼົ່ານີ້ມີປະໂຫຍດຫຼືບໍ່ ເທົ່ານັ້ນ, ແຕ່ຍັງຕ້ອງມີເງື່ອນໄຂໃດອີກແດ່ ເພື່ອໃຫ້ເຄື່ອງມືເຫຼົ່ານີ້ໄດ້ນຳໃຊ້ຢ່າງມີປະສິດທິພາບ ແລະ ຍືນຍົງ.

When teaching and learning are inclusive all students are more engaged and have better learning outcomesJPG

ການສຶກສາຄົ້ນຄວ້າຍັງຈະຊ່ວຍລະບຸເຖິງ ອຸປະສັກຕໍ່ການຮຽນຮູ້ ທີ່ສາມາດແກ້ໄຂໄດ້ໂດຍຜ່ານການປັບປຸງການສອນໃນໂຮງຮຽນ ແລະ ການອຳນວຍຄວາມສະດວກທີ່ເໝາະສົມ ແລະ ອຸປະສັກໃດ ທີ່ຕ້ອງການໃຫ້ການຊ່ວຍເຫຼືອທີ່ກວ້າງຂວາງຂື່້ນເຊັ່ນ: ການໃຫ້ຄຳແນະ, ການນຳໃຊ້ວິທີການຊ່ວຍເຫຼືອທີ່ທັນສະໄໝ, ການຟື້ນຟູສຸຂະພາບ ຫຼື ການບໍລິການອື່ນໆ.

             ທ່ານ ນາງ ເຣເບັກກ້າ ແມັກຮິວ, ຫົວໜ້າແຜນງານບີຄວາ ກ່າວວ່າ: “ພວກເຮົາຫວັງວ່າ ຈະໄດ້ຮຽນຮູ້ຈາກການສຶກສາຄົ້ນຄວ້າການທົດລອງນຳໃຊ້ເຄື່ອງມືນີ້ ໃນແຂວງຊຽງຂວາງ ແລະ ຈາກປະສົບການທີ່ບອກເລົ່າຈາກຄູ, ນັກຮຽນ ແລະ ຄອບຄົວ. ນີ້ແມ່ນໂອກາດ ທີ່ສຳຄັນທີ່ຈະໄດ້ສົ່ງເສີມການສຶກສາຮຽນຮ່ວມ ໂດຍຜ່ານເຄື່ອງມືທີ່ໃຊ້ໄດ້ຈິງ, ການຮຽນຮູ້ຮ່ວມກັນ ແລະ ການຮ່ວມມືກັນຢ່າງໃກ້ຊິດຂອງທຸກພາກສ່ວນ. ລັດຖະບານອົດສະຕຣາລີ ມຸ່ງໝັ້ນທີ່ຈະສືບຕໍ່ຮ່ວມມືກັບ ກະຊວງສຶກສາທິການ ແລະ ກິລາ ເພື່ອໃຫ້ເດັກທຸກຄົນມີໂອກາດປະສົບຜົນສຳເລັດທາງດ້ານການຮຽນເພີ້ມຂຶ້ນໃນໂຮງຮຽນ.”

            ທ່ານ ປອ ລຳພູນ ຫຼວງໄຊ ໄດ້ກ່າວສະຫຼຸບໃນຕອນທ້າຍວ່າ: “ພວກເຮົາມີຄວາມຍິນດີ ທີ່ຈະເລີ່ມຕົ້ນການສຶກສາຄົ້ນຄວ້າການທົດລອງນຳໃຊ້ເຄື່ອງມື ການມີສ່ວນຮ່ວມຂອງຄົນພິການ ໃນແຂວງຊຽງຂວາງ ແລະ ຮ່ວມມືກັບຄູ່ຮ່ວມງານຂອງພວກເຮົາ ເພື່ອສົ່ງເສີມການສຶກສາຮຽນຮ່ວມໃນລາວ. ພວກເຮົາຫວັງວ່າ ຈະໄດ້ບົດຮຽນທີ່ຫຼາກຫຼາຍຈາກໂຮງຮຽນ, ຄູ ແລະ ຊຸມຊົນເພື່ອນຳໃຊ້ປະສົບການເຫຼົ່ານີ້ເຂົ້າໃນການປັບປຸງການຊ່ວຍເຫຼືອເດັກພິການໃນອານາຄົດ.”

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ