ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາ
ພາຍໃຕ້ຫົວຂໍ້ “ການເຊື່ອມໂຍງພາສາ: ການສະໜັບສະໜູນການພັດທະນາທັກສະດ້ານພາສາລາວ ແລະ ການຮູ້ໜັງສືຂອງເດັກນ້ອຍ ໃນສະພາບການທີ່ມີຄວາມຫຼາກຫຼາຍພາສາໃນ ສປປ ລາວ” ໃນວັນທີ 24-25 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານນາງມະໂນລີ ດົງວັນ, ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານໄມໂຄ ຄາຣີ, ເລຂາເອກສະຖານທູດອົດສະຕຣາລີປະຈຳ ສປປ ລາວ.

ກອງປະຊຸມ ຊຶ່ງມີຜູ້ເຂົ້າຮ່ວມປະມານ 125 ຄົນຈາກບັນດາກົມຂອງກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ວິທະຍາໄລຄູ, ຄູ, ຜູ້ອຳນວຍການໂຮງຮຽນ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ຄູ່ຮ່ວມພັດທະນາ ແລະ ນັກຄົ້ນຄວ້າ ເພື່ອສົ່ງເສີມການພັດທະນາພາສາ ແລະ ການຮູ້ໜັງສືໃນໄວເດັກ ເພື່ອເດັກນ້ອຍທຸກຄົນ.

ໃນໂອກາດນີ້, ທ່ານ ນາງມະໂນລີ ດົງວັນ ໄດ້ກ່າວວ່າ: “ກອງປະຊຸມຄັ້ງນີ້ມີຄວາມສຳຄັນຫຼາຍ ເພາະຊ່ວຍຮັບປະກັນວ່າ ເດັກທຸກຄົນ, ລວມທັງເດັກທີ່ບໍ່ເວົ້າພາສາລາວເປັນຫຼັກໃນຄອບຄົວ ເມື່ອເລີ່ມເຂົ້າໂຮງຮຽນ, ຈະມີໂອກາດທີ່ຈະໄດ້ຮຽນຮູ້, ມີສ່ວນຮ່ວມ ແລະ ປະສົບຜົນສຳເລັດນັບແຕ່ເລີ່ມເຂົ້າຮຽນ. ໂດຍການສະໜັບສະໜູນເດັກນ້ອຍ ໃນການໃຫ້ສ້າງພື້ນຖານດ້ານພາສາໃຫ້ ເຂັ້ມແຂງ ຕັ້ງແຕ່ເລີ່ມຕົ້ນເຂົ້າໂຮງຮຽນ, ພວກເຮົາກຳລັງຊ່ວຍສ້າງລະບົບການສຶກສາທີ່ຮຽນຮ່ວມຫຼາຍຂຶ້ນ ແລະ ລົງທຶນໃນຊັບພະຍາກອນມະນຸດເພື່ອອະນາຄົດຂອງ ສ.ປ.ປ. ລາວ”.

ສ່ວນທາງດ້ານ ທ່ານ ໄມໂຄ ຄາຣີ ໄດ້ກ່າວວ່າ: “ກອງປະຊຸມຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງກະຊວງສຶກສາທິການ ແລະ ລັດຖະບານອົດສະຕຣາລີ ຕໍ່ການສຶກສາແບບຮຽນຮ່ວມ. ການຮຽນຮ່ວມບໍ່ພຽງແຕ່ກ່ຽວກັບ ການໄດ້ເຂົ້າໂຮງຮຽນເທົ່ານັ້ນ, ແຕ່ຍັງກ່ຽວກັບການຮັບປະກັນວ່າ ເດັກສາມາດຮຽນຮູ້ໄດ້ຢ່າງແທ້ຈິງ ເມື່ອຢູ່ໃນໂຮງຮຽນ. ສຳລັບເດັກນ້ອຍທີ່ບໍ່ເວົ້າພາສາລາວເປັນຫຼັກຢູ່ໃນຄອບຄົວ ໃນຕອນເລີ່ມເຂົ້າຮຽນ, ການສະໜັບສະໜູນດ້ານທັກສະພາສາ ຕັ້ງແຕ່ເລີ່ມຕົ້ນຮຽນ ແມ່ນມີຄວາມສຳຄັນຫຼາຍ, ເພາະມັນຊ່ວຍໃຫ້ເຂົາເຈົ້າເຂົ້າໃຈການຮຽນ, ສ້າງຄວາມໝັ້ນໃຈ ແລະ ເຮັດໃຫ້ມີໂອກາດທີ່ດີຂຶ້ນ ໃນການພັດທະນາຕົນເອງ ໃຫ້ສາມາດສຳເລັດການສຶກສາຊັ້ນປະຖົມ.”
ກອງປະຊຸມຄັ້ງນີ້ ຈັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ເຊິ່ງສອດຄ່ອງກັບບູລິມະສິດແຫ່ງຊາດ ກໍໍຄື: ການສົ່ງເສີມການສຶກສາຂັ້ນພື້ນຖານ ໃຫ້ເປັນພື້ນຖານສຳລັບການພັດທະນາຊັບພະຍາກອນມະນຸດ. ໃນ ສປປ ລາວ, ເດັກນ້ອຍຫຼາຍຄົນ, ໂດຍສະເພາະໃນຊຸມຊົນທີ່ຢູ່ຫ່າງໄກ ແລະ ມີຄວາມຫຼາກຫຼາຍດ້ານພາສາ, ເມື່ອເລີ່ມເຂົ້າຮຽນ ສ່ວນຫຼາຍຍັງບໍ່ສາມາດເວົ້າພາສາລາວ ທີ່ເປັນພາສາຫຼັກທີ່ໃຊ້ໃນການສອນ ໄດ້ດີເທື່ອ. ສິ່ງນີ້ສາມາດເປັນອຸປະສັກ ຕໍ່ການຮຽນຮູ້ຕັ້ງແຕ່ມື້ທຳອິດຂອງການຮຽນຊັ້ນປະຖົມ ປີທີ 1. ກອງປະຊຸມດັ່ງກ່າວ ຍົກໃຫ້ເຫັນວິທີການປະຕິບັດຕົວຈິງ ເພື່ອຫຼຸດຜ່ອນຊ່ອງຫວ່າງນີ້ , ເພື່ອໃຫ້ເດັກສາມາດສ້າງທັກສະການຟັງ, ການເວົ້າ, ການອ່ານ ແລະ ການຂຽນພາສາລາວ ພ້ອມທັງຍັງຮັກສາພາສາເຜົ່າ ທີ່ເຂົາເຈົ້າເວົ້າຢູ່ໃນຄອບຄົວ.

ກອງປະຊຸມໃນໄລຍະສອງມື້ ຍັງໄດ້ສະແດງໃຫ້ເຫັນປະສົບການ ແລະ ບົດຮຽນ ໃນ ສປປ ລາວ ແລະ ປະເທດເພື່ອນບ້ານ ເຊັ່ນ ຫວຽດນາມ ກ່ຽວກັບຄວາມພ້ອມຂອງໂຮງຮຽນ, ການພັດທະນາພາສາເວົ້າ, ຄວາມພ້ອມຂອງການອ່ານ, ການພັດທະນາວິຊາຊີບຄູ ແລະ ສະພາບແວດລ້ອມການຮຽນຮູ້ ທີ່ມີຫຼາຍພາສາ. ຈຸດເດັ່ນທີ່ສໍາຄັນແມ່ນການນໍາສະເຫນີກ່ຽວກັບ ການຈັດຕັ້ງປະຕິບັດສື່ການຮຽນການສອນຝຶກເວົ້າພາສາລາວ ແລະ ບົດຮຽນທີ່ຖອດຖອນໄດ້, ເຊິ່ງເປັນໂຄງການຂອງ ສສກ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີຜ່ານແຜນງານບີຄວາ, ເຊິ່ງສະແດງຍົກໃຫ້ເຫັນຜົນໄດ້ຮັບທີ່ມຸ່ງຫວັງໃນການຊ່ວຍເຫຼືອເດັກ ໃຫ້ພັດທະນາທັກສະການເວົ້າ ທີ່ເຂົາເຈົ້າຕ້ອງມີ ເພື່ອປະສົບຜົນສໍາເລັດໃນໂຮງຮຽນ.
ກອງປະຊຸມດັ່ງກ່າວຍັງມີໂຄງການຂອງ ສວສ ເປັນຕົ້ນແມ່ນ ຄວາມພ້ອມໃນການອ່ານ (Readiness Reading Readiness) ແລະ ໂຄງການອື່ນໆ ເຊັ່ນ: ໂຄງການຄູນຳໃຊ້ຄວາມຮູ້ດ້ານພາສາທີ່ອຸດົມສົມບູນ (Teachers Apply Language-rich-Knowledge, TALK) ຂອງ VVOB ຫວຽດນາມ, ການກຽມພ້ອມຮຽນໃນໂຮງຮຽນໃນຊຸມຊົນຂອງອົງການ CRS ລາວ, ໂຄງການ ຄວາມສຸກໃນການອ່ານ ການຮຽນແບບດີຈີຕໍ ສຳລັບການຮູ້ອ່ານ (Happy Read Digital Learning for Readeracy) ຂອງອົງການ Save the Children ຫວຽດນາມ, ໂຄງການ ຫ້ອງອ່ານ (Room to Read Laos) ແລະ ອົງການສຸພານິມິດລາວ (World Vision International Laos) ສະໜັບສະໜູນການພັດທະນາວິຊາຊີບຄູໃນການອ່ານ. ຕົວຢ່າງເຫຼົ່ານີ້ສະແດງໃຫ້ເຫັນ ຄຸນຄ່າຂອງວິທີການທີ່ໃຊ້ໄດ້ຈິງ ແລະ ອີງໃສ່ຫຼັກຖານທີ່ຊ່ວຍໃຫ້ເດັກ, ໂດຍສະເພາະຜູ້ທີ່ເວົ້າພາສາອື່ນທີ່ບໍ່ແມ່ນພາສາລາວເປັນຫຼັກໃນຄອບຄົວ, ສ້າງພື້ນຖານທີ່ເຂັ້ມແຂງ.

ທ່ານໄມໂຄ ຄາຣີ ໄດ້ກ່າວສະຫຼຸບວ່າ: “ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຄຽງຂ້າງກະຊວງສຶກສາທິການ ແລະ ກິລາ ໃນຄວາມພະຍາຍາມຮ່ວມກັນ ເພື່ອປັບປຸງດ້ານພາສາ ແລະ ການຮູ້ໜັງສືໃນໄວເດັກ. ຄວາມສຳຄັນຂອງວຽກງານນີ້ ແມ່ນມີຫຼາຍກວ່າຢູ່ຫ້ອງຮຽນ. ການຮຽນຮູ້ພື້ນຖານທີ່ເຂັ້ມແຂງໃນຊ່ວງເລີ່ມຮຽນ ແມ່ນສິ່ງຈຳເປັນສຳລັບການສ້າງກຳລັງແຮງງານໃນອະນາຄົດທີ່ປະເທດລາວຕ້ອງການ. ເດັກທີ່ພັດທະນາທັກສະການຮູ້ໜັງສື ແລະ ພາສາໃນຕັ້ງແຕ່ໄວເດັກ ມີແນວໂນ້ມທີ່ຈະສືບຕໍ່ການສຶກສາໃນຂັ້ນຕໍ່ໄປຂອງເຂົາເຈົ້າ, ມີທັກສະດ້ານອື່ນໆທີ່ດີຂຶ້ນ ແລະ ສາມາດປະກອບສ່ວນຢ່າງມີປະສິດທິພາບ ຕໍ່ການພັດທະນາ ແລະ ເສດຖະກິດຂອງປະເທດຊາດ. ການໃຫ້ທຶນເພື່ອພັດທະນາດ້ານພາສາ ແລະ ການຮູ້ໜັງສື ແມ່ນການໃຫ້ທຶນຕໍ່ຊັບພະຍາກອນມະນຸດໃນອະນາຄົດ, ຄວາມກ້າວໜ້າທາງສັງຄົມ ແລະ ທ່າແຮງໄລຍະຍາວຂອງປະເທດລາວ”.



