ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ

(ແຜນງານບີຄວາ) ໄດ້ເລີ່ມຕົ້ນການຜະລິດວິດີໂອສຳລັບການພັດທະນາຄູ ຕອນທີ 29 (TDV 29) ໃນລະຫວ່າງວັນທີ 8-12 ມິຖຸນາ 2026 ນີ້. ເຊິ່ງວິດີໂອຕອນໃໝ່ນີ້ ຈະເປັນສື່ການຮຽນ-ການສອນເສີມ ໃຫ້ແກ່ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນ 14 (TSP 14) ສະບັບປັບປຸງໃໝ່ ພາຍໃຕ້ຫົວຂໍ້ “ການຊ່ວຍເຫຼືອເດັກທີ່ມີຄວາມຫຍຸ້ງຍາກໃນການຮຽນ”. ຫົວຂໍ້ດັ່ງກ່າວ ແມ່ນສອດຄ່ອງກັບຄວາມຕ້ອງການຕົວຈິງຂອງຄູປະຖົມສຶກສາເພື່ອຮຽນຮູ້ວິທີການຊ່ວຍເຫຼືອນັກຮຽນພິການໃນຫ້ອງຮຽນເຊິ່ງເປັນການຮັບປະກັນໃຫ້ເດັກນ້ອຍທຸກຄົນສາມາດເຂົ້າເຖິງການສຶກສາຂັ້ນປະຖົມທີ່ມີຄຸນນະພາບຢ່າງເທົ່າທຽມກັນ.

A

ຊຸດອຸປະກອນຊ່ວຍເຫຼືອຄູ TSP 14 ໄດ້ແນະນຳວິທີການທີ່ງ່າຍດາຍ ແລະ ສາມາດນຳໃຊ້ໄດ້ຈິງ ເພື່ອຊ່ວຍໃຫ້ນັກຮຽນທີ່ມີຄວາມຫຍຸ້ງຍາກທາງດ້ານການໄດ້ຍິນ, ສາຍຕາ, ການເຄື່ອນໄຫວ ແລະ ການຮຽນຮູ້ ສາມາດມີສ່ວນຮ່ວມໃນການຮຽນຢ່າງເຕັມສ່ວນ. ເຖິງຢ່າງໃດກໍດີ, ເພື່ອຈະສາມາດນຳໃຊ້ວິທີການເຫຼົ່ານັ້ນເຂົ້າໃນການສອນໃຫ້ໄດ້ຮັບຜົນດີ, ກ່ອນອື່ນໝົດ ຄູຈຳເປັນຕ້ອງມີຄວາມຮູ້ ແລະ ຄວາມສາມາດໃນການລະບຸຄວາມຕ້ອງການພິເສດຂອງນັກຮຽນແຕ່ລະຄົນກ່ອນ ເຊິ່ງນີ້ຄືຈຸດປະສົງຫຼັກຂອງວິດີໂອ TDV 29 ຕອນໃໝ່ນີ້.

ວິດີໂອດັ່ງກ່າວ ຈະສະແດງໃຫ້ເຫັນຕົວຢ່າງການຈັດກິດຈະກຳໃນຫ້ອງຮຽນຕົວຈິງ ໂດຍແນະນຳວິທີສັງເກດລັກສະນະ ແລະ ພຶດຕິກຳຂອງນັກຮຽນ ທີ່ມີຄວາມຫຍຸ້ງຍາກທາງດ້ານສະມາທິ, ການສື່ສານ, ການຈື່ຈຳ, ການເຄື່ອນໄຫວ, ສາຍຕາ ຫຼື ການໄດ້ຍິນ ພ້ອມທັງສາທິດວິທີການຕື່ມແບບຟອມ “ເຄື່ອງມືປະເມີນຄວາມຫຍຸ້ງຍາກໃນການຮຽນ-ສໍາລັບຄູ” (Child Functioning Module - Teacher Version ຫຼື CFM TV) ຢ່າງຖືກຕ້ອງ.

TDV 29 is produced by MoES teams with support from Australia

ການຖ່າຍທຳວິດີໂອໃນຄັ້ງນີ້ ໄດ້ຈັດຂຶ້ນຢູ່ໂຮງຮຽນປະຖົມແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ໂດຍການນຳພາຂອງສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ. ນອກນັ້ນ, ຍັງມີຜູ້ຕາງໜ້າຈາກວິທະຍາໄລຄູ (ວຄ), ກົມສ້າງຄູ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ສກຂ), ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊທານີ (ສກມ), ສູນສົ່ງເສີມການສຶກສາຮຽນຮ່ວມ, ທີມງານສື່ສານຂອງແຜນງານບີຄວາ ພ້ອມດ້ວຍຜູ້ປົກຄອງ, ນັກຮຽນ ແລະ ຄູ-ອາຈານ ຈາກຫຼາຍໂຮງຮຽນເຂົ້າຮ່ວມຢ່າງພ້ອມພຽງ.

TDV 29 helps teacher identify signs of vision impairment in the classroom and be able to better support their students

ພາຍຫຼັງການຜະລິດສຳເລັດ, ວິດີໂອຊຸດນີ້ ຈະຖືກນຳໃຊ້ເຂົ້າໃນການຝຶກອົບຮົມຄູ ສໍາລັບສົກຮຽນ 2026-2027 ທີ່ກຳລັງຈະມາເຖິງນີ້ ແລະ ຈະຖືກເຜີຍແຜ່ຜ່ານຊ່ອງທາງສື່ຕ່າງໆ ຂອງກະຊວງສຶກສາທິການ ແລະ ກິລາ ເພື່ອໃຫ້ຄູ-ອາຈານໃນທົ່ວປະເທດ ສາມາດເຂົ້າເຖິງ ແລະ ຮັບຊົມໄດ້ຢ່າງສະດວກສະບາຍ.

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ