ລາວ-ກູບາ ສືບຕໍ່ຮ່ວມພັດທະນາວຽກງານກິລາ-ກາຍຍະກຳ ກ້າວທັນລະດັບສາກົນ

 

ລັດຖະບານສປປ ລາວ ແລະ ລັດຖະບານ ສ.ກູບາ ສືບຕໍ່ຮ່ວມກັນລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນທາງດ້ານວຽກງານກິລາ-ກາຍຍະກຳ ໃນ ສປປ ລາວ ຂຶ້ນໃນວັນທີ 29 ມິຖຸນາ 2026 ນີ້ ທີ່ສຳນັກກະຊວງສຶກສາທິການ ແລະ ກິລາ (ສສກ) ໃຫ້ກຽດລົງນາມໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການພາແລມປິກແຫ່ງຊາດ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດ ແລະ ທ່ານ ນາງ ແອນນາ ອີ ວຽນ ວັນເດດ (Enna E. Viant Valdes) ເອກອັກຄະລັດຖະທູດສາທາລະນະລັດ ກູບາ ປະຈຳ ສປປ ລາວ, ມີຫົວໜ້າກົມຮ່ວມມືກັບຕ່າງປະເທດ, ຫົວໜ້າກົມກິລາມວນຊົນ ພະລະ ແລະ ສິລະປະສຶກສາ ພ້ອມດ້ວຍບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

734915117_1605745011556388_6955446342374230062_n.jpg

ການລົງນາມຄັ້ງນີ້ ເປັນການສືບຕໍ່ໃນການຮ່ວມມືສອງຝ່າຍກ່ຽວກັບວຽກງານດ້ານກິລາ, ພະລະສຶກສາ ແລະ ສິລະປະສຶກສາ ແລະ ແລກປ່ຽນປຶກສາຫາລືໃນຂົງເຂດວຽກງານວິຊາການອື່ນໆ ທີ່ທັງສອງຝ່າຍຕົກລົງເຫັນດີຮ່ວມກັນ ທັງນີ້ ກໍເພື່ອເສີມຂະຫຍາຍສາຍພົວພັນການຮ່ວມມື ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງສອງລັດຖະບານ ບົນພື້ນຖານສາຍພົວພົນມິດຕະພາບ ລະຫວ່າງປະຊາຊົນສອງປະເທດ.

ໃນໄລຍະຜ່ານມາ ສ.ກູບາ ໄດ້ໃຫ້ທຶນການສຶກສາ ແກ່ນັກສຶກສາລາວ ໄປຮຽນຕໍ່ວິຊາກິລາ-ກາຍະກໍາ ຢູ່ ກູບາ ແລະ ສ້າງນັກວິຊາການໃນຂົງເຂດຕ່າງໆ ເປັນຕົ້ນ ພາສາແອັດສະປາຍໂຍນ, ການແພດ ແລະ ກົດໝາຍ. ສ່ວນດ້ານກິລາ, ກົມກິລາລະດັບສູງ ສສກ ໄດ້ລົງນາມບົດບັນທຶກວ່າດ້ວຍດ້ານກິລາ ກັບ ສະຖາບັນກິລາ, ພະລະສຶກສາ ແລະ ສິລະ ສ.ກູບາ ໃນປີ 2018 ແລະ ສົກປີ 2022 - 2026 ທີ່ຫາກໍສິ້ນສຸດໃນເດືອນ 3 ປີ 2026 ນີ້. ນອກນັ້ນ ຜ່ານມາ ກູບາ ໄດ້ສົ່ງຄູຝຶກກິລາຈໍານວນຫຼາຍທ່ານເພື່ອມາຊ່ວຍຝຶກສອນນັກກິລາລາວ ປະກອບມີຄູຝືກກິລາມວຍສາກົນ ແລະ ຄູຝຶກແລ່ນ-ລານ.

ໂອກາດນີ້ ທ່ານ ກິ່ງມະໂນ ພົມມະຫາໄຊ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງທ່ານເອກອັກຄະລັດຖະທູດ ສ.ກູບາ ປະຈຳ ສປປ ລາວ ໄປຍັງລັດຖະບານ ສາທາລະນະລັດກູບາ ທີ່ໃຫ້ການຊ່ວຍເຫຼືອໃນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ຕະຫຼອດມາ.

ພາບ-ຂ່າວໂດຍ ສົງການ ພັນແພງດີ

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ