Featured

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ

Mr Michael Currie First Secretary Australian Embassy and Ms Manoly Dongvan opened the workshop

ສຳລັບການສຶກສາຂັ້ນພື້ນຖານ (ແຜນງານບີຄວາ) ໄດ້ຈັດກອງປະຊຸມຝຶກອົບຮົມຂຽນບົດເລື່ອງ ເພື່ອຜະລິດວິດີໂອສ້າງຄວາມຮັບຮູ້ໃນຫົວຂໍ້ “ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ”. ກອງປະຊຸມດັ່ງກ່າວມີກຳນົດຈັດຂຶ້ນເປັນເວລາ 4 ວັນ ໃນລະຫວ່າງວັນທີ 16 ຫາ 19 ກຸມພາ 2026 ໂດຍການເຂົ້າຮ່ວມຈາກ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກນ້ອຍ ແລະ ຜູ້ຊ່ຽວຊານຈາກສະຖານທູດອົດສະຕຣາລີ.

ແຜນສ້າງວິດີໂອແມ່ນອີງຕາມເອກະສານຄໍາແນະນໍາການປົກປ້ອງ ແລະ ຮັກສາຄວາມປອດໄພສໍາລັບເດັກຂອງ ສສກ ສຳລັບຜູ້ເຮັດວຽກໃນຂະແໜງການສຶກສາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ທີ່ໄດ້ອອກໃນປີ 2024. ການຝຶກອົບຮົມໄລຍະເວລາ 1 ວັນເຄິ່ງ ແມ່ນໄດ້ຈັດຝຶກໃຫ້ແກ່ທີມງານສື່ຂອງ ສສກ ເພື່ອທວນຄືນເນື້ອໃນການຝຶກອົບຮົມທີ່ໄດ້ຈັດໃນປີຜ່ານມາ ກ່ຽວກັບຄວາມຮູ້ພື້ນຖານ ສິ່ງທີ່ຄວນເຮັດ ແລະ ສິ່ງທີ່ຫ້າມເຮັດ ສຳລັບການປົກປ້ອງເດັກ ແລະ ແນະນຳການດຳເນີນວາລະກອງປະຊຸມເພື່ອຂຽນບົດເລື່ອງ.

 

ໃນໂອກາດນີ້, ທ່ານ ນາງ ມະໂນລີ ດົງວັນ, ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ກ່າວວ່າ: "ປີທີ່ຜ່ານມາ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ສຶກ​ສາ ແລະ ພະແນກຄວາມກ້າວໜ້າຂອງແມ່ຍິງ ໄດ້ຮ່ວມມືກັນເປັນຄັ້ງທຳອິດໃນການສ້າງວິດີໂອ: “ຄວາມສະເໝີພາບ ຍິງ-ຊາຍ ຢູ່ໃນຫ້ອງຮຽນ”. ການຮ່ວມມືດັ່ງກ່າວປະສົບຜົນສຳເລັດ ແລະ ໄດ້ຮັບການຕອບຮັບເປັນຢ່າງດີ. ດັ່ງ​ນັ້ນ, ເພື່ອສືບຕໍ່ການຮ່ວມມື, ພະແນກຄວາມກ້າວໜ້າຂອງແມ່ຍິງ ໄດ້ສະເໜີ ສ້າງວິດີໂອທີສອງ ອີງຕາມ

“ຄຳແນະນຳສຳລັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ສຳລັບຜູ້ເຮັດວຽກໃນຂະແໜງການສຶກສາ” ຂອງ​ກະ​ຊວງ​ສຶກ​ສາ​ທິການ ແລະ ກິ​ລາ ໃນເດືອນ ກໍລະກົດ 2024 ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ. ຫຼັງ​ຈາກ​ທີ່​ວີ​ດີ​ໂອ​ໄດ້​ຮັບ​ການ​ຮັບ​ຮອງ​ແລ້ວ​ຈະ​ຕ້ອງໄດ້​ອອກ​ອາ​ກາດ​ຜ່ານທາງໂທລະພາບສຶກສາ ແລະ ກິລາ, ແພດຟອມຄັງປັນຍາລາວ ແລະ ສື່ສັງຄວາມອອນລາຍ ເພື່ອໃຫ້ຄູໃນທົ່ວປະເທດສາມາດຮັບຊົມໄດ້.”

ຂະນະທີ່ ທ່ານ ໄມໂຄ ຄາຣີ, ເລຂາເອກ, ສະຖານທູດອົດສະຕຣາລີ, ກໍໄດ້ກ່າວວ່າ: "ຄູເຮັດໜ້າທີ່ຫຼາຍກວ່າການສອນບົດຮຽນ; ເຂົາເຈົ້າສ້າງ ສະພາບແວດລ້ອມການຮຽນຮູ້ ທີ່ປອດໄພ, ເປັນບ່ອນທີ່ ເດັກສາມາດເຕີບໃຫຍ່ໄດ້. ເຂົາເຈົ້າເປັນຜູ້ທີ່ຢູ່ແຖວໜ້າ ເພື່ອປົກປ້ອງການເປັນຢູ່ທີ່ດີຂອງເດັກໃນໂຮງຮຽນ. ລັດຖະບານອົດສະຕຣາລີ ພູມໃຈທີ່ໄດ້ຊ່ວຍ ສສກ ພັດທະນາ 'ເອກະສານຄໍາແນະນໍາການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ' ຢ່າງເປັນທາງການ ສໍາລັບພະນັກງານໃນຂະແໜງການສຶກສາ ແລະ ພວກເຮົາຍິນດີທີ່ຈະສືບຕໍ່ການຮ່ວມມືໃນແຜນສ້າງວິດີໂອນີ້. ລັດຖະບານອົດສະຕຣາລີ ມີຄວາມມຸ້ງໝັ້ນທີ່ຈະສົ່ງເສີມສິດທິຂອງເດັກ ແລະ ດຳເນີນມາດຕະການໃນເບື້ອງຕົ້ນ ເພື່ອປ້ອງກັນ, ລະບຸສິ່ງທີ່ເປັນອັນຕະລາຍ ແລະ ຕອບໂຕ້ຄວາມສ່ຽງໃນການຮັກສາຄວາມປອດໄພ. ກະຊວງການຕ່າງປະເທດ ແລະ ການຄ້າ ຂອງອົດສະຕຣາລີ (DFAT) ໄດ້ຈັດຕັ້ງປະຕິບັດນະໂຍບາຍການປົກປ້ອງເດັກຂອງຕົນຄັ້ງທຳອິດໃນປີ 2008 ແລະ ໄດ້ປັບປຸງໃນປີທີ່ຜ່ານມາ ເພື່ອສ້າ່ງຄວາມເຂັ້ມແຂງໃຫ້ແກ່ຄວາມມຸງໝັ້ນ ເພື່ອການຮັກສາຄວາມປອດໄພສຳລັບເດັກ ແລະ ຫຍໍ້າເຖິງການປະຕິບັດທີ່ຈະບໍ່ທົນຕໍ່ທຸກພຶດຕິກຳໃດ ທີ່ເປັນການກົດຂີ່ຂູດຮີດເດັກ, ການຄຸກຄາມ ແລະ ເຮັດໃຫ້ເດັກຢູ່ໃນອັນຕະລາຍ. ເມື່ອມີວິດີໂອນີ້, ເປົ້າໝາຍຮ່ວມກັນຂອງພວກເຮົາ ແມ່ນເພື່ອຖືເອົາສິດທີິເດັກເປັນໃຈກາງ ແລະ ແນະນຳວິທີການທີ່ຈະແຈ້ງ, ສາມາດປະຕິບັດໄດ້ແກ່ຄູ ເພື່ອປົກປ້ອງເດັກ”.

ວາລະກອງປະຊຸມແມ່ນຈະດຳເນີນໄປແບບປະຕິບັດຕົວຈິງ ເຊິ່ງຈະລວມມີ: ການສ້າງສາກສະຖານະນການ, ການສະແດງບົດບາດສົມມຸດ ເພື່ອກະກຽມໃນການກຳກັບນັກສະແດງ, ຫຼັກການການຂໍການຍິນຍອມເຂົ້າຮ່ວມຖ່າຍທຳ, ຜູ້ຝຶກອົບຮົມຈະຊ່ວຍຄັດເລືອກເນື້ອໃນທີ່ເນັ້ນເຖິງການສະແດງທີ່ເໝາະສົມກັບວັດທະນະທຳ, ບໍ່ມີການສະແດງດ້ວຍຮູບພາບ ແລະ ວິທີການແມ່ນຈະຊຸກຍູ້ການປະຕິບັດໃນທາງບວກ ແລະ ປ້ອງກັນຫຼາຍກວ່າທີ່ຈະເປັນການຕຳນິ.

ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍ ລັດຖະບານລາວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຮາລີ ແລະ ລັດຖະບານສະຫະລັດອາເມລິກາ. ແຜນງານແມ່ນມີເປົ້າໝາຍສົ່ງເສີມຜົນການຮຽນຂອງນັກຮຽນຜູ້ໜຸ່ມນ້ອຍໃນປະເທດ, ໂດຍສະເພາະແມ່ນ ເດັກທີ່ດ້ອຍໂອກາດ. ແຜນງານບີຄວາຍັງສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມໃນທຸກໆກິດຈະກຳ.