ຂ່າວເດັ່ນ
ກອງປະຊຸມ ເຝິກອົບຮົບການສອນພາສາລາວຊັ້ນ ປ 1 - ປ 5
ຂຽນໂດຍ Super User
ສູນວິທະຍາສາດສັງຄົມ (ສ.ວ.ສ) ໄດ້ຈັດກອງປະຊຸມເຝິກອົບຮົມການສອນວິຊາພາສາລາວ ຊັ້ນປະຖົມສຶກສາ ປ 1 - ປ 5 ຂອງບ້ານ 3 ສ້າງ ຄັ້ງວັນທີ 22 - 31 ມັງກອນ 2018 ຂຶ້ນ ທີ່ເມືອງສັງທອງ ນະຄອນຫຼວງວຽງຈັນ.
ເປັນກຽດເຂົ້າຮ່ວມໂດຍ ທ່ານ ສຸລິແສງ ສີຫາລາດ ຫົວໜ້າຫ້ອງການສຶກສາເມືອງເມືອງສັງທອງ. ຜູ້ເຂົ້າຮ່ວມມີຄູເຝິກ 7 ທ່ານ ຍິ່ງ 5 ທ່ານ ສຳມະນາກອນ 75 ທ່ານ. ເພື່ອໃຫ້ກອງປະຊຸມໃນຄັ້ງນີ້ມີຄວາມໝາຍ ແລະ ຄວາມສຳຄັນຍິ່ງຂຶ້ນ ຈິ່ງໄດ້ໃຫ້ກຽດເປັນປະທານເປີດພິທີໂດຍ ທ່ານ ອ.ຈ ສຸກສະຫວັນ ພອນເທວາ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສ.ວ.ສ) ເປັນຜູ້ກ່າວເປີດພິທີຢ່າງເປັນທາງການ. ກອງປະ ຊຸມດັ່ງກ່າວໄດ້ມີຈຸດປະສົງ ເພື່ອເປັນການເສີມສ້າງ, ແລກປ່ຽນທັກສະ ປະສົບການໃນການສິດສອນວິຊາພາສາລາວ ໃນຊັ້ນປະຖົມໃຫ້ມີຄວາມໜັກແໜ້ນຍິ່ງຂຶ້ນກວ່າເກົ່າ ພ້ອມກັນນັ້ນກໍໄດ້ລົງປະຕິບັດເຝິກອົບຮົມຕົວຈິງທີ່ໂຮງຮຽນປະຖົມສົມບູນເພຍລາດ ເມືອງສັງທອງດ້ວຍບັນຍາກາດອັນຝົດຟື້ນ.