- ລາຍລະອຽດ
- ຂຽນໂດຍ Super User
- ໝວດ: ຮູ້ຈັກກັບ MSWLogo
- ກົດເບິ່ງ: 3698
ການໂປຣແກຣມເລີ່ມຕົ້ນດ້ວຍ Microsoft Windows Logo
ໂປຣແກຣມທີ່ໃຊ້ໃນການພັດທະນາພາສາໂລໂກ ຫຼື ໂປຣແກຣມແປພາສາໂລໂກ ໃນນີ້ ຈະເປັນ Microsoft Windows Logo (MSW Logo) ໂດຍສາມາດດຶງເອົາມາໃຊ້ຈາກທີ່ຢູ່ໃນເວບໄຊ ເຊັ່ນ: http://softronix.com/logo.html
ຄວາມເປັນມາຂອງພາສາໂລໂກ (MSW Logo)
ເປັນຫຍັງຈຶ່ງເອີ້ນຮູບສາມຫຼ່ຽມນີ້ວ່າ ເຕົ່າໂລໂກ (Logo Turtle)?
ເລື່ອງຂອງມັນ ເລີ່ມຕົ້ນມາຈາກປະມານປີ ພ.ສ 2493 ມີນັກວິທະຍາສາດ ທ່ານໜຶ່ງຊື່ວ່າ ເກຣ ວອລເທີ (Grey Walter) ໄດ້ສ້າງຫຸ່ນຍົນເອເລັກໂຕຣນິກນ້ອຍໆຂຶ້ນມາໂຕໜຶ່ງ ແລະ ຂຽນໂປຣແກຣມສັ່ງໃຫ້ມັນເຮັດວຽກເໝືອນຈິງໄດ້ ລາວຈຶ່ງເອີ້ນມັນວ່າ “Turtle“ ເຊິ່ງແປວ່າ “ເຕົ່າ” ເພາະວ່າສັງເກດເບິ່ງມັນແລ້ວ ຄ້າຍກັບໂຕເຕົ່າ.
(http://www.extremenxt.com/walter.htm)
ໃນປີ ພ.ສ 2513 ກຸ່ມນັກວິໄຈຂອງ ສະຖາບັນເຕັກໂນຊີແມສຊາຊູເຊັດ ໄດ້ ທຳການອອກແບບ ແລະ ສ້າງຫຸ່ນຍົນຄ້າຍຄືກັບ ເກຣ ວອລເທີ ເພື່ອໃຫ້ເດັກນ້ອຍສາມາດຂຽນໂປຣແກຣມຄຳສັ່ງ ທີ່ໃຊ້ພາສາທີ່ເຂົ້າໃຈງ່າຍ ສັ່ງໃຫ້ເຕົ່າເຮັດວຽກຕາມຕ້ອງການ ພວກເຂົາເຈົ້າຈຶ່ງທຳການພັດທະນາພາສາຄອມພິວເຕີຂຶ້ນໃໝ່ ເອີ້ນວ່າ “ໂລໂກ” ເປັນພາສາທີ່ງ່າຍສຳລັບ ໃຫ້ເດັກນ້ອຍສາມາດຂຽນໂປຣແກຣມຫຸ່ນຍົນເຄື່ອນໄຫວໄປມາ ແລະ ປ່ຽນທິດທາງໄດ້ຕາມຄວາມຕ້ອງການ. ດັ່ງນັ້ນ, ພາສາໂລໂກ ຈຶ່ງເປັນທາງເລືອກໜຶ່ງໃຫ້ແກ່ຜູ້ທີ່ຈະເລີ່ມຕົ້ນເຝິກທັກສະທາງພາສາຕອມພິວເຕີ ແລະ ສາມາດວຽກງານຈາກຈີນຕະນາການ ໂດຍອາໄສຄວາມເຂົ້າໃຈພື້ນຖານຂອງວິຊາຄະນິດສາດ ທີ່ໃຊ້ໃນຊີວິດປະຈຳວັນໄດ້.
(http://cyberneticzoo.com/?tag=william-grey-walter)
! ຂັ້ນຕອນຕິດຕັ້ງໂປຣແກຣມ !
- ຄລິກຊ້ອນກັນ 2 ເທື່ອ (Double-click) ໃສ່ mswlogo65.exe
- ໜ້າຕ່າງເຕືອນຄວາມປອດໄພ(Open File - Security Warning) ຈະເປີດອອກມາ
- ຄລິກໃສ່ປຸ່ມ Run ເພື່ອຕິດຕັ້ງໂປຣແກຣມ
- ໜ້າຕ່າງ Microsoft Windows Logo - InstallShield Wizard ຈະເປີດອອກມາ ເພື່ອສະແດງການດຳເນີນການຕິດຕັ້ງ ແລະ ສັນຍະລັກ (Icon) ຂອງໂປຣແກຣມກໍປາກົດອອກມາ
- ໃຫ້ຄລິກປຸ່ມ Next > ໄປເລື້ອຍ
- ສັນຍະລັກຂອງໂປຣແກຣມ ຈະປາກົດຢູ່ໜ້າຈໍພາບ ຖ້າຫາກການຕິດຕັ້ງນັ້ນຖືກຕ້ອງ ແລະ ສຳເລັດ
ຂັ້ນຕອນການຕິດຕັ້ງໂປຣແກຣມ
! ການເຂົ້າສູ່ໂປຣແກຣມ !
1. ຄລິກຊ້າບໃສ່ປຸ່ມ Start >> 2. All Programms >> 3. ໂຟນເດີ Microsoft Windows Logo >> 4. ສັນຍະລັກ (Icon) Microsoft Windows Logo
ເບິ່ງຂັ້ນຕອນ
ຄຳສັ່ງຄວບຄຸມການໃຊ້ວຽກແບບຕ່າງໆຂອງໂປຣແກຣມ (Microsoft Windows Logo)
ຄຳສັ່ງພື້ນຖານ ເພື່ອໃຫ້ເຕົ່າເຄື່ອນທີ່ໃນໂປຣແກຣມ
ຄຳສັ່ງ |
ຄວາມໝາຍ |
FD |
ໄປທາງໜ້າ |
BK |
ກັບຫຼັງ |
LT |
ປິ່ນຊ້າຍ |
RT |
ປິ່ນຂວາ |
ARC |
ສ້າງທ່ອນກົງ |
CIRCLE |
ສ້າງວົງມົນ |
ELLIPSE |
ສ້າງວົງກົມ |
SETFC [0 0 255] FILL |
ໃສ່ສີຮູບເປັນສີຟ້າ |
SETSC [0 255 0] |
ໃສ່ສີພື້ນເປັນສີຂຽວ |
SETPC [255 255 0] |
ໃສ່ສີປາກກາເປັນສີເຫຼືອງ |
CS |
ລຶບຮູບພາບ |
ຄຳສັ່ງເພີ່ມເຕີມ
ຄຳສັ່ງ |
ຄວາມໝາຍ |
pu |
ຍົກປາກກາຂຶ້ນ ຂະນະເຕົ່າເຄື່ອນທີ່ (ບໍ່ແຕ້ມຮູບ) |
pd |
ວາງປາກກາລົງຂະນະເຕົ່າເຄື່ອນທີ່ (ແຕ້ມຮູບ) |
home |
ເຕົ່າໂລໂກກັບໄປບ່ອນເລີ່ມຕົ້ນ |
ht |
ເຊື່ອງຮູບເຕົ່າ |
st |
ສະແດງຮູບເຕົ່າ |
pe |
ກຳນົດຕຳແໜ່ງປາກກາ ເພື່ອຕຽມການລຶບຂໍ້ມູນເທິ່ງໜ້າຈໍພາບ |
ppt |
ກຳນົດຕຳແໜ່ງວາງປາກກາ ເພື່ອຕຽມການໃສ່ສີ |
cs |
ລຶບຂໍ້ມູນທັງໝົດໃນໜ້າຈໍພາບ |
CIRCLE <ຄວາມຍາວຂອງລັດສະໝີ> |
ຂີດຮູບວົງມົນຮອບໂຕເຕົ່າໂດຍມີເຕົ່າເປັນຈຸດໃຈກາງ |
CIRCLE2 <ຄວາມຍາວຂອງລັດສະໝີ> |
ຂີດຮູບວົງມົນຮອບໂດຍໂຕເຕົ່າຢູ່ທີ່ເສັ້ນຮອບວົງ |
ARC <ຈຳນວນ><ຄວາມຍາວຂອງລັດສະໝີ> |
ຂີດທ່ອນໂຄ້ງ |
ELLIPSE <ຄວາມກວ້າງຂອງລັດສະໝີ><ຄວາມຍາວຂອງລັດສະໝີ> |
ຂີດຮູບວົງກົມ |
SETSC [0 0 0] |
ປ່ຽນສີພື້ນໜ້າຈໍພາບ |
SETPC [0 0 0] |
ປ່ຽນສີປາກກາ |
SETFC [0 0 0] |
ປ່ຽນສີພາຍໃນວັດຖຸ |
FILL |
ໃສ່ສີພາຍໃນວັດຖຸ ໃຊ້ທາງຫຼັງຄຳສັ່ງSETFC; SETPC ແລະSETSC |
Label |
ເປັນຄຳສັ່ງທີ່ໃຫ້ເຕົ່າສະແດງຂໍ້ຄວາມ ເຊິ່ງຂໍ້ຄວາມທີ່ຕ້ອງການໃຫ້ສະແດງ ໃຫ້ຢູ່ໃນເຄື່ອງໝາຍ “…” |
SETPOS |
ເປັນຄຳສັ່ງທີ່ກຳນົດຕຳແໜ່ງຂອງເຕົ່າ ເຊິ່ງມີຮູບແບບ ຄື:SETPOS [X Y] |
!!! ໝາຍເຫດ: ຄຳສັ່ງທີ່ໃຊ້ສາມາດໃຊ້ຕົວອັກສອນພິມເປັນໂຕນ້ອຍ ຫຼື ໃຫຍ່ ແຕ່ຕ້ອງມີບ່ອນຫວ່າງຄຳສັ່ງ ແລະ ຕົວເລກ ຕົວຢ່າງ: ຖ້າພິມ fd100 ເຂົ້າໄປ MSWLogo ຈະຕອບວ່າ "I don't know how to fd100"
ຕົວຢ່າງການນຳໃຊ້ຄຳສັ່ງຂອງ MSW Logo
ຄຳສັ່ງ fd 200 rt 90 bk 200 lt 45 bk 200 ໝາຍເຖິງ ໃຫ້ເຕົ່າໄປໜ້າ 200 ຫົວໜ່ວຍ ປິ່ນຂວາ 90 ອົງສາ ຖອຍຫຼັງ 200 ຫົວໜ່ວຍ ປິ່ນຊ້າຍ 45 ອົງສາ ແລະ ຖອຍຫຼັງ 200 ຫົວໜ່ວຍ