- ລາຍລະອຽດ
- ໝວດ: ໜ້າຫຼັກ
- ກົດເບິ່ງ: 1956
-
ເລື່ອງ: ການອອກກຳລັງກາຍ ແລະ ການຫຼີ້ນກິລາຂອງມວນຊົນ ໃນໄລຍະການປະຕິບັດມາດ ຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ແລະ ມາດຕະການຜ່ອນຜັນ ໃນບາງບໍລິເວນ ໃນລະຫວ່າງ ວັນທີ 21 ພຶດສະພາ ຫາ 4 ມິຖຸນາ 2021
- ລາຍລະອຽດ
- ໝວດ: ໜ້າຫຼັກ
- ກົດເບິ່ງ: 2553
ແຈ້ງການ ຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ
ເຖິງ: ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ/ ນະຄອນຫຼວງ
ເລື່ອງ: ໃຫ້ຕິດຕາມການສອນຜ່ານໂທລະພາບສຶກສາ ແລະ ກິລາ ແລະ ສື່ການສອນຕ່າງໆ ຂອງກະຊວງສຶກສາທິການ ແລະ ກິລາ
- ລາຍລະອຽດ
- ໝວດ: ໜ້າຫຼັກ
- ກົດເບິ່ງ: 1017
ແຈ້ງການ ຂອງກະຊວງສຶກສາທິການ ແລະ ກິລາ
ເຖິງ :- ບັນດາທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ອໍານວຍການ ສະຖາບັນ, ສໍານັກພິມສຶກສາ ແລະ ກິລາ ແລະ ສູນ
- ທ່ານ ອະທິການບໍດີ ມະຫາວິທະຍາໄລ 4 ແຫ່ງ
- ທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ ນະຄອນຫຼວງ
- ທ່ານ ປະທານສະມາຄົມການສຶກສາ ພາກເອກະຊົນ
- ທ່ານ ຜູ້ອໍານວຍການສະຖານການສຶກສາ ແລະ ກິລາ ທັງພາກລັດ ແລະ ເອກະຊົນ
ເລື່ອງ: ການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການ ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະ ວັນທີ 21 ພຶດສະພາ ຫາ 04 ມິຖຸນາ 2021 ຂອງຂະແໜງການສຶກສາ ແລະ ກິລາ.
- ລາຍລະອຽດ
- ໝວດ: ໜ້າຫຼັກ
- ກົດເບິ່ງ: 1641
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມກວດຜ່ານ ແລະ ຮັບຮອງປື້ມໄວຍາກອນລາວປັດຈຸບັນ ພາກອັກຂະຫຼະວິທີ ເມື່ອວັນທີ 19 ມີນາ ຜ່ານມາ ທີ່ສະຖາບັນດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ພ້ອມດ້ວຍອະດີດການນຳຂັ້ນສູງ, ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
- ລາຍລະອຽດ
- ໝວດ: ໜ້າຫຼັກ
- ກົດເບິ່ງ: 3047
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ມູນນິທິຍີ່ປຸ່ນ ໄດ້ຈັດກອງປະຊຸມກວດຜ່ານ ແລະ ຮັບຮອງປື້ມແບບຮຽນ ແລະ ຄູ່ມືຄູພາສາຍີ່ປຸ່ນ ຂັ້ນ ມ.4 ພາຍຫຼັງທີ່ໄດ້ມີການທົດລອງນຳໃຊ້ມາແລ້ວ ໃນສົກຮຽນ 2019-2020 ພາຍໃຕ້ໂຄງການທົດລອງສອນພາສາຍີ່ປຸ່ນຢູ່ໂຮງຮຽນມະທະຍົມສຶກສາໃນ ສປປ ລາວ ເມື່ອວັນທີ 25 ກຸມພາ ຜ່ານມາ ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໂດຍການເປັນປະທານຮ່ວມຂອງທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ນາງ ມິຈິໂກະ ຊຸມຸລະ ເລຂາເອກ, ພະແນກວັດທະນະທຳຈາກສະຖານທູດຍີ່ປຸ່ນປະຈຳ ສປປ ລາວ, ມີ ທ່ານ ນາງ ໂຄຊູເອະ ຄາວະມູລະ ຮອງຜູ້ອຳນວຍການສູນອາຊີ ມູນນິທິຍີ່ປຸ່ນ ປະຈຳ ສປປ ລາວ, ພ້ອມດ້ວຍ
- ລາຍລະອຽດ
- ໝວດ: ໜ້າຫຼັກ
- ກົດເບິ່ງ: 1248
ໃນທຸກໆປີ ທາງ World Economic Forum (WEF) ຈະລາຍງານພາບລວມ ເສດຖະກິດຂອງໂລກ ຊຶ່ງເກັບຂໍ້ມູນຈາກ ຄວາມໝັ້ນຄົງ ຂອງທະນາຄານ ແລະ ຄວາມຊັບຊ້ອນທາງທຸລະກິດຂອງແຕ່ລະປະເທດ ຈາກນັ້ນ ຈຶ່ງນຳຂໍ້ມູນ ທີ່ໄດ້ ມາລາຍງານພາບລວມເສດຖະກິດໃນຫຼາຍປະເທດທົ່ວໂລກ. ໂດຍທາງເວັບໄຊ Business Insider ໄດ້ເຈາະເລິກ ໄປທີ່ຂໍ້ມູນທາງການສຶກສາ ແລະ ໄດ້ຈັດອັນດັບ ປະເທດທີ່ມີລະບົບການສຶກສາທີ່ດີທີ່ສຸດ ມາທັງໝົດ 11 ອັນດັບ (ເນື່ອງຈາກມີ 3 ປະເທດທີ່ໄດ້ອັນດັບ 9 ຮ່ວມກັນ ຈຶ່ງເຮັດໃຫ້ຈຳເປັນຕ້ອງຈັດເປັນ 11 ອັນດັບ) ແລະ ນີ້ ກໍຄື 11 ປະເທດ ທີ່ມີລະບົບການສຶກສາດີທີ່ສຸດໃນໂລກ.
- ລາຍລະອຽດ
- ໝວດ: ໜ້າຫຼັກ
- ກົດເບິ່ງ: 2309
ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ກຳລັງຈັດຕັ້ງການ ພັດທະນາຊຸດເຄື່ອງມື ການຮຽນການສອນ ສຳລັບຫຼັກສູດຊັ້ນປະຖົມສຶກສາ ວິຊາພາສາອັງກິດ ຂັ້ນ ປ.3 ສະບັບປັບປຸງໃໝ່ ຊຶ່ງຄາດວ່າ ຈະໄດ້ນຳໃຊ້ໃນສົກຮຽນໃໝ່ ປີໜ້າ.
- ລາຍລະອຽດ
- ໝວດ: ໜ້າຫຼັກ
- ກົດເບິ່ງ: 1355
ກົມການສຶກສາກ່ອນໄວຮຽນ ຫຼື ກວຮ ກະຊວງ ສຶກສາທິການ ແລະ ກິລາ ຈັດກອງປະຊຸມ ພັດທະນາ ຄູ່ມືແນະນຳ, ສ້າງລະບຽບ ການບໍລິໂພກ ອາຫານ ແລະ ເຄື່ອງດື່ມ ທີ່ຖືກຫຼັກໂພຊະນາການໃນສະຖານ ການສຶກສາກ່ອນໄວຮຽນ ເພື່ອໃຫ້ ຜູ້ອໍານວຍການ ແລະ ຄູສອນ ລວມທັງ ພໍ່ແມ່ ຜູ້ປົກຄອງໄດ້ຮັບຮູ້ ແລະ ນໍາໃຊ້ເຂົ້າ ໃນການດໍາລົງຊີວິດປະຈໍາວັນ ແນໃສ່ເຮັດໃຫ້ເດັກມີການຈະເລີນເຕີບໂຕຕາມໄວອາຍຸ ແລະ ມີພັດທະນາການທີ່ດີ ທັງ 4 ດ້ານຄື: ສະຕິປັນຍາ, ຮ່າງກາຍ, ອາລົມ-ຈິດໃຈ ແລະ ສັງຄົມ.
- ລາຍລະອຽດ
- ໝວດ: ໜ້າຫຼັກ
- ກົດເບິ່ງ: 1727
ສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ (ສວສ) ກະຊວງ ສຶກສາ ທິການ ແລະ ກິລາ ໄດ້ຈັດ ພິທີປະກາດ ພະນັກງານ ຫຼັກແຫຼ່ງ ອອກ ພັກ ການ- ຮັບ ອຸດໜູນ ບໍານານ ເມື່ອວັນທີ 5 ມັງກອນ ຜ່ານມາ ທີ່ຫ້ອງປະຊຸມ ສະຖາບັນດັ່ງກ່າວ, ໂດຍ ພາຍໃຕ້ການ ເປັນ ປະທານ ຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ຮອງ ລັດ ຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ, ມີທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອຳນວຍການ ສະຖາ ບັນ ຄົ້ນຄວ້າ ວິທະຍາ ສາດການສຶກສາ ພ້ອມດ້ວຍຄະນະ, ຜູ້ອຳນວຍການ-ຮອງ ຜູ້ອຳນວຍການສູນ, ຫົວໜ້າ-ຮອງ ຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.