• 1

    ສະບາຍດີ

  • 2

  • 3

  • 4

  • 5

  • 6

  • 7

  • 8

ສາມັກຄີ ມີວິໄນ ທັນສະໄໝ ໄດ້ມາດຕະຖານ

ກອງປະຊຸມຝຶກອົບຮົມຄູຝຶກຫຼັກແຫຼ່ງ ສຳລັບຫຼັກສູດຊັ້ນປະຖົມສຶກສາຂັ້ນ ປ.3, ໄດ້ໄຂຂຶ້ນ ໃນວັນທີ 21 ເດືອນ ມີຖຸນາ ໂດຍການເປັນປະທານຂອງທ່ານ ປອ. ອ່ອນແກ້ວ ນວນນະວົງ, ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ທ່ານ ນາງ ເຈນ ແຊນເລີ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ພ້ອມດ້ວຍສຳມະນາກອນ ແລະ ພາກສ່ວນກ່ຽວຂ້ອງ 59 ຄົນ ເຂົ້າຮ່ວມ.

ໃນການກ່າວເປີດກອງປະຊຸມ, ທ່ານ ອ່ອນແກ້ວ ນວນນະວົງ ໄດ້ກ່າວວ່າ: “ຂໍສະແດງຄວາມຊົມເຊີຍຕໍ່ການຫ້າງຫາກະກຽມໄດ້ດີຫຼາຍ, ການຈັດກອງປະຊຸມຝຶກອົບຮົມບຳລຸງຄູທີ່ມີຄຸນນະພາບ ແມ່ນສິ່ງສຳຄັນເພື່ອຂັບເຄື່ອນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ນີ້ໃຫ້ໄດ້ຮັບຜົນສຳເລັດ. ກອງປະຊຸມຝຶກອົບຮົມຄັ້ງນີ້ ເປັນການເລີ່ມຕົ້ນການຝຶກອົບຮົມໃຫ້ຄູສິດສອນຂັ້ນ ປ.3 ທຸກຄົນ ເພື່ອພັດທະນາທັກສະທີ່ຈຳເປັນ, ເຕັກນິກຕ່າງໆ ແລະ ຈັດຕັ້ງປະຕິບັດຕາມຄວາມຮູ້ຂອງພວກເຂົາເພື່ອນຳໃຊ້ເຂົ້າໃນສື່ອຸປະກອນການຮຽນການສອນສຳລັບຫຼັກສູດຊັ້ນປະຖົມສຶກສາໃໝ່ນີ້ໃນຫ້ອງຮຽນຂອງພວກເຂົາ ແລະ ເພື່ອປັບປຸງຜົນການຮຽນຂອງນັກຮຽນ". ທ່ານກ່າວຕື່ມວ່າ: "ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງລັດຖະບານອົດສະຕຣາລີ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນໃນການພັດທະນາ ແລະ ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ນີ້”.

ໃນໂອກາດນີ້, ທ່ານນາງ ເຈນ ເຊນເຣີ, ຮອງເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ, ໄດ້ກ່າວວ່າ: “ໃນທ່າມກາງວຽກງານຢ່າງຫຼວງຫຼາຍ ທີ່ເກີດຂຶ້ນໃນການກະກຽມກອງປະຊຸມຝຶກອົບຮົມບຳລຸງຄູ ໃນໄລຍະວິກິດການຂອງການຮັກສາມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍມາຍັງພະນັກງານກະຊວງ ສສກ ທີ່ໄດ້ມີສ່ວນຮ່ວມເຂົ້າໃນການປັບປຸງຫຼັກສູດທີ່ສຳຄັນ ພ້ອມທັງເຂົ້າຮ່ວມກິດຈະກຳຕ່າງໆຂອງການຈັດຕັ້ງກອງປະຊຸມຝຶກອົບຮົມນີ້. ລັດຖະບານອົດສະຕຣາລີ, ມີຄວາມຍິນດີຫຼາຍທີ່ໄດ້ເປັນພາກສ່ວນໜຶ່ງໃນການຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ເພື່ອໃຫ້ການຊ່ວຍເດັກນ້ອຍໂຮງຮຽນຊັ້ນປະຖົມສຶກສາ ໃນ ສປປ ລາວ ໄດ້ຮຽນ ແລະ ຮັບຜົນສຳເລັດຫຼາຍຂຶ້ນ.”

ໃນໄລຍະ 6 ວັນຂອງການຝຶກອົບຮົມແບບໜ້າເຊີງໜ້າ ຜູ້ເຂົ້າຮ່ວມຈະໄດ້ຮັບການຝຶກອົບຮົມຜ່ານທາງອອນລາຍຢູ່ໃນໄລຍະເວລາ 8 ວັນຂອງການຝຶກອົບຮົມ, ຊຶ່ງທີມງານຄູຝຶກຫຼັກແຫຼ່ງ ຈໍານວນ 59 ຄົນ ຈະໄດ້ຮັບການແນະນໍາກ່ຽວກັບສື່ອຸປະກອນການຮຽນການສອນສຳລັບຫຼັກສູດຊັ້ນປະຖົມສຶກສາຂັ້ນ ປ.3 ສະບັບປັບປຸງໃໝ່. ພວກເຂົາຈະມີໂອກາດໄດ້ຮຽນ ແລະ ທົດລອງນຳໃຊ້ວິທີການຮຽນການສອນທີ່ແຕກຕ່າງເຂົ້າໃນກິດຈະກຳພາຍໃນຫ້ອງຮຽນຂອງພວກເຂົາ ເພື່ອສ້າງການຮຽນການສອນ ທີ່ເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງຜ່ານຂັ້ນຕອນການສິດສອນນ້ອຍໆ. ພວກເຂົາຍັງໄດ້ຮັບການແນະນຳກ່ຽວກັບຮູບແບບການຮຽນການສອນຫ້ອງຄວບໃໝ່ໆ ລວມທັງເຂົ້າຮ່ວມການສາທິດການສອນຫ້ອງຄວບອີກດ້ວຍ. ນອກຈາກນີ້ ຍັງໄດ້ເນັ້ນໃສ່ການສົ່ງເສີມຄວາມສະເໝີພາບດ້ານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ຊຶ່ງແຕ່ລະໂມດູນ ຈະມີຍຸດທະສາດການຈັດຕັ້ງປະຕິບັດດ້ານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ເພື່ອໃຫ້ຄູສາມາດຈັດຕັ້ງປະຕິບັດໃນຫ້ອງຮຽນຂອງພວກເຂົາ. ໃນເດືອນ ກໍລະກົດນີ້, ຄູຝຶກຫຼັກແຫຼ່ງ ຈະໄດ້ຈັດຕັ້ງກອງປະຊຸມຝຶກອົບຮົມ ພາຍຫຼັງທີ່ພວກເຂົາໄດ້ຮັບການຝຶກອົບຮົມມາ ໂດຍພວກເຂົາຈະແບ່ງຈຳນວນຄູຝຶກຂັ້ນແຂວງ 600 ຄົນອອກເປັນ 18 ທີມ ແລະ ຝຶກໃຫ້ແຕ່ລະແຂວງ ຊຶ່ງຈະດຳເນີນກອງປະຊຸມຝຶກອົບຮົມແບບໜ້າເຊີງໜ້າ ເປັນເວລາ 4 ວັນໃຫ້ຄູສິດສອນ ແລະ ຄູສຶກສານິເທດທົ່ວປະເທດ ຈຳນວນ 9.500 ຄົນ.

ນັບແຕ່ປີ 2015 ເປັນຕົ້ໜມາ, ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ພັດທະນາຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ລວມທັງສື່ອຸປະກອນການຮຽນການສອນ ສະບັບປັບປຸງໃໝ່ ແລະ ແຜນການຝຶກອົບຮົມໃຫ້ຄູສອນຊັ້ນປະຖົມສຶກສາ. ນອກຈາກນີ້, ຍັງໄດ້ຜະລິດຊຸດວິດີໂອສຳລັບການພັດທະນາຄູ ຊຶ່ງວິດີໂອເຫຼົ່ານີ້ ຈະຊ່ວຍໃຫ້ຄູຝຶກ ແລະ ຄູສິດສອນສາມາດນຳໃຊ້ເພື່ອເພີ່ມເຂົ້າໃນການຮຽນດ້ວຍຕົນເອງ, ການກະກຽມບົດສອນ ແລະ ການທວນຄືນເຕັກນິກໃໝ່ໆຜ່ານທາງອອນລາຍ. ທຸກວິດີໂອ ແມ່ນສາມາດເຂົ້າເບີ່ງຜ່ານຊ່ອງຍູທູບ “ວິດີໂອສໍາລັບການພັດທະນາຄູ Teacher Development Videos” ວິດີໂອເຫຼົ່ານີ້ ສາທິດການສະແດງເຕັກນິກການສອນໃໝ່ໆທີ່ສຳຄັນ ລວມທັງສະແດງການຈັດຕັ້ງປະຕິບັດການຮຽນການສອນ ແລະ ນຳໃຊ້ເຂົ້າໃນການແກ້ໄຂບັນຫາສິ່ງທ້າທາຍຢ່າງມີປະສິດທິພາບ. ທຸກວິດີໂອ ໄດ້ຖືກຖ່າຍທຳພາຍໃນຫ້ອງຮຽນຂອງໂຮງຮຽນລາວ ແລະ ການສະແດງຈິງໃນການຮຽນການສອນຂອງຄູໃນການນຳໃຊ້ຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່

#ຂໍ້ມູນຈາກທີມງານປະຊາສຳພັນ ຂອງອົງການບີຄົວ