• 1

    ສະບາຍດີ

  • 2

  • 3

  • 4

  • 5

  • 6

  • 7

  • 8

ສາມັກຄີ ມີວິໄນ ທັນສະໄໝ ໄດ້ມາດຕະຖານ

-      

ເລື່ອງ:​ ​ການອອກກຳລັງກາຍ ແລະ ການຫຼີ້ນກິລາຂອງມວນຊົນ ໃນໄລຍະການປະຕິບັດມາດ ຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ມາດຕະການຜ່ອນຜັນໃນບາງບໍລິເວນ ໃນລະຫວ່າງ ວັນທີ 21 ພຶດສະພາ ຫາ 4 ມິຖຸນາ 2021

 

ອີງຕາມ ຄຳ​ສັ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ບັບ​ເລກ​ທີ 15/ນຍ, ລົງ​ວັນ​ທີ 21 ເມ​ສາ 2021​;

-       ອີງ​ຕາມ ແຈ້ງ​ການ​ຂອງ​ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ບັບ​ເລກ​ທີ 528/​ຫ​ສນຍ, ລົງ​ວັນ​ທີ 20 ພຶດ​ສະ​ພາ 2021;

-       ອີງ​ຕາມ​ ແຈ້ງ​ການ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກ່ຽວ​ກັບ​ການ​ກຳ​ນົດ​ເຂດ​ລະ​ບາດ ເພຶ່ອ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສະ​ບັບ​ເລກ​ທີ 0488/ສ​ທ, ລົງ​ວັນ​ທີ 20 ພຶດ​ສະ​ພາ 2021;

-       ອີງ​ຕາມ ແຈ້ງ​ການ​ຂອງ​ຫົວ​ໜ້າ​ຄະ​ນະ​ສະ​ເພາະ​ກິດ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ສະ​ບັບ​ເລກ​ທີ 470/​ສ​ສກ, ລົງ​ວັນ​ທີ 20 ພຶດ​ສະ​ພາ 2021.

ເພື່ອ​ສືບ​ຕໍ່​ເພີ່ມ​ທະ​ວີ​ປະ​ຕິ​ບັດມາດ​ຕະ​ການປ້ອງ​ກັນ, ​ສະ​ກັດ​ກັ້ນ, ຄວບ​ຄຸມ ແລະ ແກ້​ໄຂການ​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ ໂຄວິດ 19 (COVID-19) ແລະ ​ບາງ​ມາດ​ຕະ​ການ​ຜ່ອນ​ຜັນຢູ່ບາງ​ບໍ​ລິ​ເວນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ຫ້ອງ​ການກະ​ຊວງສຶກ​ສ​າ​ທິ​ການ ແລະ ກິ​ລາ ຈຶ່ງອອກ​ແຈ້ງ​ການ ກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳການອອກກຳລັງກາຍ ແລະ ຫຼີ້ນກິລາມວນຊົນ ນັບ​ແຕ່​ວັນ​ທີ 27 ພຶດ​ສະ​ພາ - 04 ມິ​ຖຸ​ນາ 2021ດັ່ງລຸ່ມນີ້:

  1. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງວຽງຈັນ ເປັນເຈົ້າການໃນການເຜີຍແຜ່ຄວາມຮູ້ກ່ຽວກັບວິທີການອອກກຳລັງກາຍເພື່ອສຸຂະພາບ ຕາມທິດຫັນປ່ຽນການດຳລົງຊີວິດແບບໃໝ່ ທີ່ເຫັນວ່າມີຄວາມ     ເໝາະສົມກັບສະພາບຂອງທ້ອງຖິ່ນຕົນເພຶ່ອເສີມສ້າງສຸຂະພາບຂອງມວນຊົນໃຫ້ແຂງແຮງ, ສ້າງພູມຄຸ້ມກັນຕໍ່ພະຍາດ ແລະ ມີອາລົມຈິດທີ່ແຈ່ມໃສ ທັງສອດຄ່ອງກັບ​​ມາດຕະການ​​ປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຂອງຄະນະສະເພາະກິດກະຊວງ ເຊັ່ນ:
    1. 1ສຳລັບພະນັກງານ, ທະຫານ,​ ຕຳຫຼວດ ແລະ ປະຊາຊົນ ທີ່ຈຳກັດບໍລິເວນຢູ່ເຮືອນ ຫຼື ທີ່ພັກອາໄສຂອງຕົນ ແມ່ນໃຫ້ແນະນຳອອກກຳລັງກາຍຢູ່ພາຍໃນຂອບເຂດທີ່ພັກສາໄສ ເຊັ່ນ:​ ເຕັ້ນແອໂຣບິກ,​ ຍ່າງ, ແລ່ນເບົາ (ຈອກກິ້ງ), ຕີດອກປີກໄກ່, ປິ່ງປ່ອງ ແລະ ອື່ນໆ ທີ່ເຮັດໃຫ້ ສະມາຊິກ ແລະ ທຸກຄົນໃນຄອບຄົວໄດ້ສ້າງກິດຈະກຳຮ່ວມກັນພາຍໃນຄອບຄົວຂອງຕົນ ແຕ່ໃຫ້ເອົາໃຈໃສ່ປະຕິບັດມາດຕະການຮັກສາໄລຫ່າງທາງສັງຄົມ;
    2. 2ຫຼີກລ່ຽງຫຼິ້ນປະເພດກິລາທີ່ມີລັກສະນະປະທະກັນຊຶ່ງມີຄວາມສ່ຽງທີ່ຈະໄດ້ຮັບບາດເຈັບ ແລະ ບໍ່ໃຫ້ມີຄົນພາຍນອກເຂົ້າຮ່ວມຫຼິ້ນກິລາປະເພດຕ່າງໆພາຍໃນຄອບຄົວຂອງຕົນ.
  2. ອະນຸຍາດໃຫ້ມວນຊົນ ໄດ້ອອກກຳລັງກາຍເພື່ອສຸຂະພາບ ຢູ່ສວນສາທາລະນະ ​​ທີ່ເໝາະສົມກັບບາງປະ​​ເພດກິລາ ໃນເຂດທີ່ບໍ່ມີຜູ້ຕິດເຊື້ອໂຄວິດ-19 ໃນໄລຍະ 14 ວັນຜ່ານມາ ​​ປະກອບມີ: ແລ່ນ, ຍ່າງ, ຕີດອກປີກໄກ່ ແລະ ຂີ່ລົດຖີບ ໂດຍມີລາຍລະອຽດດັ່ງນີ້:
    1. 1ຖ້າຫາກຮູ້ສຶກວ່າຕົນເອງມີອາການໄຂ້ ຄື:​ ມີອຸນຫະພູມ 37.5 ອົງສາເຊ ຫຼື ສູງກວ່າ, ເຈັບຫົວ,​ ໄອ, ດັງບໍ່ໄດ້ກິ່ນ, ລິ້ນບໍ່ໄດ້ຮັບລົດຊາດ ຫຼື ມີຜື່ນແດງຕາມຕົນຕົວ ບໍ່ຄວນໄປອອກກຳລັງກາຍ ແລະ ໃຫ້ໂທປຶກສາເບີສາຍດ່ວນກະຊວງສາທາລະນະສຸກ 165, 166;
    2. 2ຜູ້ອອກກຳລັງກາຍຈະຕ້ອງປະຕິບັດມາດຕະການຮັກສາໄລຍະຫ່າງ 2 ແມັດຂຶ້ນໄປ, ໃສ່ຜ້າປິດປາກ-ດັງ;
    3. 3ຫຼີກລ່ຽງການຈັບມືທັກທາຍກັນໃນສະຖານທີ່ສາທາລະນະ,​ ຫາກສຳພັດ ຫຼື ຈັບຮາວທາງຍ່າງ - ເຄື່ອງໃຊ້ທີ່ຫຼາຍຄົນນຳໃຊ້ ບໍ່ຄວນເອົາມືມາສຳພັດຕາ ດັງ ປາກ ແລະ ຄວນລ້າງມືໃຫ້ສະອາດພາຍຫຼັງທີ່ໄດ້ສຳພັດທຸກຄັ້ງ;
  3. ອະນຸຍາດໃຫ້ຫຼີ້ນກິລາກາງແຈ້ງບາງປະເພດທີ່ມາດຮັກສາໄລຍະຫ່າງ ແລະ ບໍ່ໃຫ້ມີຜູ້ເຂົ້າຊົມ ສຳລັບເຂດ ທີ່ບໍ່ມີຜູ້ຕິດເຊື້ອໂຄວິດ-19 ໃນໄລຍະ 14 ວັນຜ່ານມາ ຫຼື ຫຼາຍກວ່າ ປະກອບມີ: ກິລາຕີດອກປີກໄກ່, ເທັນນິດ ແລະ ກິລາກ໊ອບ ແຕ່ຕ້ອງປະຕິບັດມາດຕະການເພີ່ມເຕີມດັ່ງນີ້:
    1. 1ຕ້ອງສະເໜີແຜນ, ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມໂຄວິດ-19 ພາຍໃນສະໜາມກິລາກາງແຈ້ງຂອງຕົນ ຕໍ່ຄະນະສະເພາະກິດຂັ້ນຂອງຕົນພິຈາລະນາອະນຸມັດ;
    2. 2ຕ້ອງປະຕິບັດມາດຕະການຮັກສາໄລຍະຫ່າງ 2 ແມັດຂຶ້ນໄປ, ໃສ່ຜ້າປິດປາກ-ດັງ ແລະ ຈຳກັດປະຕູເຂົ້າ​-ອອກ ພຽງປະຕູດຽວ, ວັດແທກ ແລະ ບັນທຶກອຸນຫະພູມຜູ້ທີ່ເຂົ້າມາຊົມໃຊ້ທຸກຄັ້ງ ຖ້າຜູ້ມາຊົມໃຊ້ຫາກມີອຸນຫະພູມ
  4. ອະນຸຍາດໃຫ້ສະຖານການສຶກສາ ທີ່ໄດ້ຮັບອະນຸຍາດເປີດການຮຽນ-ການສອນ ໃນເຂດທີ່ບໍ່ມີຜູ້ຕິດເຊື້ອໂຄວິດ-19 ໃນໄລຍະ 14 ວັນຜ່ານມາ ຫຼື ຫຼາຍກວ່າ ຈັດກິດຈະກຳການຫັດກາຍກາງໂມງ ແລະ ຕ້ອງປະຕິບັດການຮັກສາໄລຍະຫ່າງ 2 ແມັດຂຶ້ນໄປ ແລະ ມາດຕະການຕ່າງໆທີ່ເໝາະສົມ​;
  5. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງວຽງຈັນ ຈັດຕັ້ງຜັນຂະຫຍາຍແຈ້ງການສະບັບນີ້ເປັນອັນລະອຽດໃຫ້ບັນດາ ຫ້ອງການ, ພະແນກການ,​ ອົງການທຽບເທົ່າພະແນກ, ຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ ແລະ ສະຖານການສຶກສາ ແລະ ກິລາ ໃຫ້ຮັບຊາບຢ່າງທົ່ວເຖິງ; ພ້ອມກັນນີ້ ໃຫ້ເປັນເຈົ້າການໃນການຊຸກຍູ້, ກວດກາ, ຕິດຕາມ ສະພາບການເຄື່ອນໄຫວຂອງມວນຊົນ ທີ່ເຂົ້ານຳໃຊ້ສວນສາທາລະນະ, ເດິ່ນກິລາກາງແຈ້ງ ແລະ ບັນດາຫົວໜ່ວຍທຸລະກິດກິລາປະເພດຕ່າງໆທີ່ຖືກອະນຸມັດໄປແລ້ວໃນການຈັດຕັ້ງປະຕິບັດຄຳສັ່ງຂອງລັດຖະບານ, ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ແຈ້ງການຂອງຄະນະສະເພາະກິດສູນກາງ, ​ກະຊວງສຶກສາທິການແລະກິລາ ແລະ ທ້ອງຖິ່ນ. ໃນກໍລະນີພົບເຫັນ​​ການລະເມີດ ​​ບໍ່ປະຕິບັດຕາມມາດຕະການຕ່າງໆທີ່ທາງການກຳນົດໄວ້ໃຫ້ລາຍງານຄະນະສະເພາະໃນຂັ້ນຂອງຕົນຢ່າງທັນການ;
  6. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປຈົນຮອດວັນທີ 04 ມິຖຸນາຖ້າມີການປ່ຽນແປງຫ້ອງການຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.

   ຫົວ​ໜ້າ​ຫ້ອງ​ການ