• 1

    ສະບາຍດີ

  • 2

  • 3

  • 4

  • 5

  • 6

  • 7

  • 8

ສາມັກຄີ ມີວິໄນ ທັນສະໄໝ ໄດ້ມາດຕະຖານ

ແຈ້ງການ ຂອງກະຊວງສຶກສາທິການ ແລະ ກິລາ

ເຖິງ :- ບັນດາທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ອໍານວຍການ ສະຖາບັນ, ສໍານັກພິມສຶກສາ ແລະ ກິລາ ແລະ ສູນ

- ທ່ານ ອະທິການບໍດີ ມະຫາວິທະຍາໄລ 4 ແຫ່ງ

- ທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ ນະຄອນຫຼວງ

- ທ່ານ ປະທານສະມາຄົມການສຶກສາ ພາກເອກະຊົນ

- ທ່ານ ຜູ້ອໍານວຍການສະຖານການສຶກສາ ແລະ ກິລາ ທັງພາກລັດ ແລະ ເອກະຊົນ

         ເລື່ອງ:ານສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການ ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະ ວັນທີ 21 ພຶດສະພາ ຫາ 04 ມິຖຸນາ 2021 ຂອງຂະແໜງການສຶກສາ ແລະ ກິລາ.

-     ອີງຕາມ ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19;

-     ອີງຕາມ ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 528/ຫສນຍ, ລົງວັນທີ 20ພຶດສະພາ 2021;

ເພື່ອເປັນການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ,ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທົ່ວຂະແໜງການສຶກສາ ແລະ ກິລາ ໃນຂອບເຂດທົ່ວປະເທດ.

ຫົວໜ້າຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການດັ່ງນີ້:

  1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຄົນ ສືບຕໍ່ເພີ່ມທະວີປະຕິບັດມາດຕະການຕ່າງໆທີ່ລະບຸໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ, ຄຳສັ່ງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,ຄໍາສັ່ງເພີ່ມເຕີມ ແລະ ແຈ້ງການຂອງຫົວໜ້າຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ແລະ ຄໍາສັ່ງ-ຄຳແນະນໍາຂອງຄະນະສະເພາະກິດຂັ້ນແຂວງ/ນະຄອນຫຼວງອອກໄປຕື່ມອີກ 15 ວັນຢ່າງເຂັ້ມງວດ ນັບແຕ່ວັນທີ 21 ພຶດສະພາ - 04 ມິຖຸນາ 2021ແລະ ມອບໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ ຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດຢ່າງເຂັ້ມງວດ;
  2. ມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ປະສານສົມທົບກັບຄະນະສະເພາະກິດຂັ້ນແຂວງ/ນະຄອນຫຼວງ ຖ້າ ແຂວງ/ນະຄອນຫຼວງ ຫຼື ເມືອງ/ນະຄອນ ທີ່ບໍ່ມີກໍລະນີຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນຊຸມຊົນ ໃນ 14 ວັນຜ່ານມາ (ແຕ່ວັນທີ 6 ເຖິງວັນທີ 20 ພຶດສະພາ 2021) ແລະ ສາມາດຈຳກັດຄົນທີ່ເດີນທາງມາຈາກເຂດທີ່ມີການແຜ່ລະບາດໄດ້ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ ແລະ ນະຄອນຫຼວງ, ແມ່ນອະນຸຍາດໃຫ້ເປີດການຮຽນ-ການສອນໃນສະຖານການສຶກສາ ແລະ ສູນຝຶກອົບຮົມວິຊາຊີບໄດ້ ໂດຍມີລາຍລະອຽດດັ່ງນີ້:
    1. 1ການສຶກສາກ່ອນໄວຮຽນ: ໃຫ້ສະຖານການສຶກສາກ່ອນໄວຮຽນທັງພາກລັດ ແລະ ເອກະຊົນ ສືບຕໍ່ໂຈະການຮຽນ-ການສອນ ແຕ່ວັນທີ 21 ພຶດສະພາ ເຖິງ 04 ມິຖຸນາ 2021,ເພາະຍັງບໍ່ສາມາດປະຕິບັດມາດຕະການຮັກສາໄລຍະຫ່າງ, ລ້າງມືເປັນປະຈຳ ແລະ ການຊ່ວຍຕົນເອງຍັງບໍ່ທັນໄດ້ເທື່ອ ຫຼື ໃຫ້ຄະນະສະເພາະກິດຂັ້ນແຂວງ ແລະ ນະຄອນຫຼວງ ພິຈາລະນາຕາມສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ;
    2. 2ສາມັນສຶກສາ ແລະ ການສຶກສານອກໂຮງຮຽນ:​ ຖ້າບໍ່ມີການລະບາດໃນຊຸມຊົນ 14 ວັນຜ່ານມາ ແມ່ນອະນຸຍາດໃຫ້ເປີດຮຽນຄືນແຕ່ຊັ້ນປະຖົມສຶກສາປີທີ 5, ມັດທະຍົມສຶກສາ ປີທີ 4 ແລະ ມັດທະຍົມສຶກສາ ປີທີ 7 ໃນວັນທີ 24 ພຶດສະພາ 2021, ສະເໜີໃຫ້ສ້າງແຜນລະອຽດໃນການປະຕິບັດມາດຕະການສະກັດກັ້ນ,​ ປ້ອງກັນພະຍາດໂຄວິດ-19 ຢ່າງເຄັ່ງຄັດ ແລ້ວສະເໜີຕໍ່ຄະນະສະເພາະກິດ ແລະ ອົງການປົກຄອງທ້ອງຖິ່ນ ເປັນຜູ້ພິຈາລະນາອະນຸມັດເປີດຮຽນ ລວມທັງຂັ້ນຮຽນທີ່ເຫຼືອ; ການຈັດການຮຽນ-ການສອນ ແມ່ນໃຫ້ຄັດຈ້ອນບົດຮຽນທີ່ຍັງບໍ່ທັນຈົບຕາມຫຼັກສູດ ເນັ້ນເນື້ອໃນຫຼັກ ແລະ ສອນທົດແທນຄືນ ເພື່ອກະກຽມການສອບເສັງ. ການສອບເສັງແມ່ນໃຫ້ປະຕິບັດຕາມແຈ້ງການຂອງກົມສາມັນສຶກສາ ແລະ ກົມການສຶກສານອກໂຮງຮຽນ.
    3. 3ອາຊີວະສຶກສາ, ວິທະຍາໄລ, ສະຖາບັນ ແລະ ມະຫາວິທະຍາໄລ ທີ່ຢູ່ທ້ອງຖິ່ນຕ່າງໆທີ່ບໍ່ມີການລະບາດໃນຊຸມຊົນ 14 ວັນຜ່ານມາ:​ ສະຖານການສຶກສາໃດທີ່ເຫັນວ່າມີຄວາມປອດໄພຈາກການຕິດເຊື້ອ, ມີຄວາມພ້ອມໃນການເປີດຮຽນຄືນ, ນັກສຶກສາທັງໝົດສາມາດກັບມາຮຽນຄືນໄດ້ ແມ່ນໃຫ້ເປີດຮຽນຄືນໃນສະຖານການສຶກສາ. ແຕ່ຕ້ອງໄດ້ເອົາໃຈໃສ່ຕໍ່ນັກສຶກສາທີ່ກັບມາຈາກຕ່າງແຂວງ ຫຼື ນັກສຶກສາທີ່ພັກອາໄສນຳຍາດພີ່ນ້ອງໃນເຂດທີ່ມີຄວາມສ່ຽງສູງ. ໂດຍປະຕິບັດມາດຕະການກວດວັດແທກອຸນຫະພູມ, ຮັກສາໄລຍະຫ່າງ, ໃຊ້ຜ້າປິດປາກ-ດັງ, ລ້າງມືດ້ວຍເຈວ ແລະ ສະບູ ເປັນປະຈຳ.
    4. 4ສຳລັບນະຄອນຫຼວງວຽງຈັນ ແລະ ບາງທ້ອງຖິ່ນທີ່ຍັງມີການລະບາດແມ່ນໃຫ້ສືບຕໍ່ໂຈະການຮຽນ-ການສອນຊົ່ວຄາວ ທຸກຊັ້ນ ທຸກສາຍ ໃນສະຖານການສຶກສາເຖິງວັນທີ 04 ມິຖຸນາ 2021;
    5. 5ສູນຝຶກອົບຮົມວິຊາຊີບ: ສູນທີ່ຢູ່ທ້ອງຖິ່ນຕ່າງໆທີ່ບໍ່ມີການລະບາດໃນຊຸມຊົນ 14 ວັນ ຜ່ານມາແມ່ນໃຫ້ເປີດຮຽນຄືນໃນສູນ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນໂຄວິດ-19 ໃຫ້ເຂັ້ມງວດ;
    6. 6ສະຖານການສຶກສາໃດທີ່ໄດ້ຮັບການອະນຸຍາດໃຫ້ເປີດ, ແມ່ນໃຫ້ຈັດບ່ອນນັ່ງໃຫ້ນັກຮຽນ-ນັກສຶກສາຫ່ນັ່ງຮຽນ 1 ຄົນຕໍ່ໂຕະ, ຖ້າເຫຼືອຫ້ອງແມ່ນໃຫ້ຈັດເປັນຫຼາຍຫ້ອງ, ເຮັດການວັດແທກອຸນຫະພູມທຸກຄົນທີ່ເຂົ້າໃນສະຖານການສຶກສາ, ຖ້າມີຄູ-ອາຈານ ຫຼື ນັກຮຽນ-ນັກສຶກສາຫາກເຈັບເປັນກະທັນຫັນໃນເວລາຮຽນ ແມ່ນໃຫ້ແຍກຜູ້ທີ່ເຈັບເປັນອອກຈາກຄົນອື່ນ ແລະ ໃຫ້ໂທຫາຜູ້ປົກຄອງ, ສຸກສາລາ ຫຼື ໂຮງໝໍທີ່ຢູ່ໃກ້ ເພື່ອຮັບໄປປິ່ນປົວໃຫ້ທັນການ;
    7. 7ສະຖານການສຶກສາທີ່ຈະເປີດຮຽນຄືນໃຫ້ມີການຂ້າເຊື້ອ ແລະ ເຮັດອະນາໄມ ໂດຍສະເພາະສະຖານການສຶກສາທີ່ຖືກໃຊ້ເປັນສູນຈຳກັດບໍລິເວນ ແລະ ສະຖານທີ່ເພື່ອກວດຫາເຊື້ອໂຄວິດ-19 ໂດຍໃຫ້ປະສານກັບຄະນະສະເພາະຂັ້ນຂອງຕົນເພື່ອດຳເນີນການ;
  3. ສຳລັບເຂດໃດ ຫຼື ສະຖານການສຶກສາໃດ ທີ່ຍັງບໍ່ທັນເປີດການຮຽນ-ການສອນໃນສະຖານການສຶກສາ ແມ່ນໃຫ້ສືບຕໍ່ຈັດການຮຽນ-ການສອນທາງໄກ ຜ່ານທາງໂທລະພາບການສຶກສາ-ກິລາ, ວິທະຍຸ, ນຳໃຊ້ຄັງປັນຍາລາວ, ນຳໃຊ້ປຶ້ມແບບຮຽນເພື່ອຮຽນຢູ່ເຮືອນ ແລະ ຮູບແບບຕ່າງໆທີ່ເຫັນວ່າເໝາະສົມ;ຖ້າໂຮງຮຽນເອກະຊົນຫຼື ເອກະຊົນນາໆຊາດທີ່ສາມາດດໍາເນີນການຮຽນ-ການສອນທາງໄກຄົບຕາມຫລັກສູດໄດ້ແມ່ນໃຫ້ດໍາເນີນການສອບເສັງຕາມໂຄງການຫລັດສູດຂອງໂຮງຮຽນທີ່ວາງໄວ້.
  4. ອະນຸຍາດໃຫ້ອອກກຳລັງກາຍ ແລະ ຫຼິ້ນກິລາກາງແຈ້ງ ໃນເຂດທີ່ບໍ່ມີກໍລະນີຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນຊຸມຊົນ ໃນ 14 ວັນຜ່ານມາ ດັ່ງນີ້:

4.1   ອະນຸຍາດໃຫ້ອອກກຳລັງກາຍຢູ່ສວນສາທາລະນະ ຫຼື ສະຖານທີ່ກາງແຈ້ງທີ່ເໝາະສົມ ເຊັ່ນ: ແລ່ນ, ຍ່າງແລະ ຂີ່ລົດຖີບ ແຕ່ຕ້ອງໃສ່ຜ້າປິດປາກ-ດັງ,​ ຮັກສາໄລຍະຫ່າງບໍ່ໃຫ້ຫຼຸດ 2 ແມັດ, ບໍ່ໃຫ້ຈັດກຸ່ມກັນສົນທະນາກັນ ຫຼື ເຮັດກິດຈະກຳອື່ນໆ ເກີນ 2 ຄົນ;

4.2   ອະນຸຍາດໃຫ້ຫຼິ້ນກິລາກາງແຈ້ງຈຳນວນໜຶ່ງປະກອບມີ: ກິລາກ໊ອບ, ເຕັນນິສ, ບານເຕະ ແລະ ອື່ນໆ; ໃຫ້ເຈົ້າຂອງ ຫຼື ຜູ້ປະກອບການ ສ້າງແຜນລະອຽດໃນການປະຕິບັດມາດຕະການສະກັດກັ້ນ,​ປ້ອງກັນພະຍາດໂຄວິດ-19 ຢ່າງເຄັ່ງຄັດ ແລ້ວສະເໜີຕໍ່ຄະນະສະເພາະກິດ ແລະ ອົງການປົກຄອງທ້ອງຖິ່ນ ເປັນຜູ້ພິຈາລະນາອະນຸມັດ ເປັນແຕ່ລະກໍລະນີ;

  1. ໃຫ້ລະດົມ ແລະ ຈັດຕັ້ງການສັກວັກຊີນໃຫ້ແກ່ຜູ້ບໍລິຫານ, ພະນັກງານ ແລະ ຄູ-ອາຈານ ໃຫ້ສຳເລັດໂດຍໄວ ໂດຍສະເພາະແມ່ນຄູ-ອາຈານ ທີ່ເປັນຜູ້ສຳພັດໃກ້ຊິດກັບນັກຮຽນ-ນັກສຶກສາ ຈຳນວນຫຼາຍ ທັງນີ້ເພື່ອເປັນການສ້າງຄວາມໝັ້ນໃຈໃຫ້ພໍ່ແມ່-ຜູ້ປົກຄອງ ແລະ ສັງຄົມ;
  2. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ສືບຕໍ່ປະສານສົມທົບກັບຄະນະສະເພາະກິດຂັ້ນແຂວງ/ນະຄອນຫຼວງ ເພື່ອເຝົ້າລະວັງ, ຕິດຕາມ ແລະ ປະເມີນຄວາມສ່ຽງການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດຄວາມຮັບຜິດຊອບຂອງຕົນເປັນປົກກະຕິ ເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດໃຫ້ທັນການ;
  3. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ, ຄູ-ອາຈານ ແລະນັກຮຽນ-ນັກສຶກສາ ຈົ່ງສືບຕໍ່ມີສະຕິໃນການຮັບຂໍ້ມູນຂ່າວສານຈາກສື່ອອນລາຍ ໂດຍສະເພາະແມ່ນຂ່າວທີ່ບໍ່ມີມູນຄວາມຈິງ ຫ້າມບໍ່ໃຫ້ເຜີຍແຜ່ ຫຼືແຊຕໍ່ຢ່າງເດັດຂາດ, ໃຫ້ຕິດຕາມຂ່າວສານຈາກສື່ອອນລາຍທີ່ເຊື່ອຖືໄດ້ຄື: ສູນຂ່າວສານການແພດສຸຂະສຶກສາ (ສະເພາະຂໍ້ມູນກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19); ສໍາລັບຂໍ້ມູນຂ່າວສານສຶກສາ ແລະ ກິລາ ໃຫ້ຕິດຕາມຂ່າວຈາກ:Edu-SportTV online ແລະ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ; ຖ້າມີກໍລະນີຮີບດ່ວນໃຫ້ປະສານ ແລະ ລາຍງານຫາຫ້ອງການກະຊວງສຶກສາທິການ ແລະ ກິລາ,​ ຈຸດປະສານງານຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ໂທ/ແຟັກ:​ 021 254702, ຫຼື whatsapp 020 22475552, 020 54922051, ອີເມວ:This email address is being protected from spambots. You need JavaScript enabled to view it.;
  4. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ວັນທີ 20 ພຶດສະພາ 2021 ຫາ ເວລາ 24:00 ໂມງ ຂອງວັນທີ 04 ມິຖຸນາ 2021. ໃນກໍລະນີທີ່ມີການປ່ຽນແປງ ກະຊວງສຶກສາທິການ ແລະ ກິລາ ຈະແຈ້ງໃຫ້ຊາບ ເປັນແຕ່ລະໄລຍະ.

   ຮອງລັດຖະມົນຕີ

ຫົວໜ້າຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ

ອ່ານຟາຍເອກະສານທາງການກົດລິ້ງນີ້

 

    M7M4