ກອງປະຊຸມ ຜູ້ບໍລິຫານການສຶກສາ ພາກເອກະຊົນທົ່ວປະເທດ ປະຈຳປີ 2019
- Details
- Category: ຂ່າວສານ
- Published: Wednesday, 25 March 2020 07:40
- Written by Super User
- Hits: 1173
ກອງປະຊຸມ ຜູ້ບໍລິຫານການສຶກສາ ພາກເອກະຊົນທົ່ວປະເທດ ປະຈຳປີ 2019
ກອງປະຊຸມຜູ້ບໍລິຫານການສຶກສາ ພາກເອກະຊົນທົ່ວປະເທດ ປະຈຳປີ 2019 ໄດ້ຈັດຂຶ້ນທີ່ ທ່າລາດ, ແຂວງວຽງຈັນ. ໃນຄັ້ງວັນທີ 24 - 27 ກັນຍາ 2019 ພາຍໃຕ້ການເປັນປະທານຂອງ ທ່ານ ຮອງສາດສະດາຈານ ປະລິນຍາເອກ ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າຫ້ອງການ/ຮອງຫົວໜ້າຫ້ອງການ,ຫົວໜ້າກົມ/ຮອງຫົວໜ້າກົມ, ຫົວໜ້າພະແນກ/ຮອງຫົວໜ້າ ພະແນກຈາກກະຊວງສຶກສາທິການ ແລະ ກິລາ,
ພະແນກ ສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານສະມາຄົມ ການສຶກສາພາກເອກະຊົນ ສູນກາງ, ສະມາຄົມການສຶກສາພາກເອກະຊົນປະຈຳພາກ/ແຂວງ, ຜູ້ປະກອບການ/ຜູ້ບໍລິຫານສະຖານການສຶກສາເອກະຊົນໃນຂອບເຂດທົ່ວປະເທດ ແລະ ຄະນະຫ້ອງການພ້ອມດ້ວຍພະນັກງານວິຊາການຫ້ອງ ການສົ່ງເສີມການສຶກສາພາກເອກະຊົນເຂົ້າຮ່ວມທັງໝົດ 74 ທ່ານ, ຍິງ 19 ທ່ານ.
ທ່ານຄະນະກຳມະການ ແລະ ຜູ້ແທນ ໄດ້ຮັບຟັງ ແລະ ປຶກສາຫາລື ຕາມວາລະກອງປະຊຸມດັ່ງນີ້:
- ຮັບຟັງທິດຊີ້ນຳ ຈາກທ່ານປະທານກອງປະຊຸມ ໃຫ້ເອົາໃຈໃສ່ບາງດ້ານທີ່ມີຄວາມຈຳເປັນ ແລະ ຕ້ອງໄດ້ປັບປຸງໃຫ້ມີຄວາມສອດຄ່ອງກັບການສົ່ງເສີມ ແລະ ຄຸ້ມຄອງວຽກງານການສຶກສາພາກເອກະຊົນ.
- ຜ່ານຮ່າງບົດສະຫຼຸບ ປະຈຳປີ 2018 - 2019 ແລະ ທິດທາງແຜນການ ປະຈໍາປີ 2019-2020 ຂອງຫ້ອງການສົ່ງເສີມການສຶກສາພາກເອກະຊົນ.
- ເຜີຍແຜ່ຜົນສຳເລັດກອງປະຊຸມ ຜູ້ບໍລິຫານການສຶກສາທົ່ວປະເທດ ປະຈຳປີ 2018-2019.
- ຜ່ານຮ່າງຂໍຕົກລົງຂອງ ລັດຖະມົນຕີວ່າດ້ວຍການຄຸ້ມຄອງ ການເກັບຄ່າຮຽນ ແລະ ຄ່າບໍລິການ ສະຖານການສຶກສາພາກເອກະຊົນ.
- ແລກປ່ຽນ ແລະ ຖອດຖອນບົດຮຽນວຽກງານການສຶກສາ ພາກເອກະຊົນ.