ກອງປະຊຸມສະພາທີ່ປຶກສາການສຶກສາພາກເອກະຊົນ ຄັ້ງທີ IX
- Details
- Category: ຂ່າວສານ
- Published: Wednesday, 25 March 2020 07:32
- Written by Super User
- Hits: 1138
ກອງປະຊຸມສະພາທີ່ປຶກສາການສຶກສາພາກເອກະຊົນ ຄັ້ງທີ IX
ກອງປະຊຸມສະພາທີ່ປຶກສາການສຶກສາພາກເອກະຊົນ ສະໄໝທີ IX ໄດ້ຈັດຂຶ້ນທີ່ທ່າລາດ ແຂວງວຽງຈັນ ໃນລະຫວ່າງວັນທີ 27-30 ສິງຫາ 2019. ພາຍໃຕ້ການເປັນປະທານຂອງ ທ່ານ ຮອງສາດສະດາຈານ ປະລິນຍາເອກ ກອງສີ ແສງມະນີ ຮອງເລຂາຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານສະພາທີ່ປຶກສາການສຶກສາພາກເອກະຊົນ, ຄະນະກຳມະການສະພາທີ່ປຶກສາການສຶກສາພາກເອກະຊົນ ປະກອບດ້ວຍ ທ່ານ ຫົວໜ້າຫ້ອງການ/ຮອງຫ້ອງການ, ບັນດາຫົວໜ້າກົມ/ຮອງກົມ, ຫົວໜ້າສູນ/ຮອງສູນ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ,
ປະທານສະມາຄົມການສຶກສາພາກເອກະຊົນຂັ້ນສູນກາງ, ຂັ້ນແຂວງ, ຜູ້ອໍານວຍການ ແລະ ຜູ້ປະກອບການສະຖານການສຶກສາພາກເອກະຊົນ ແລະ ພະນັກງານຫ້ອງການສົ່ງເສີມການສຶກສາພາກເອກະຊົນລວມທັງໝົດ 55 ທ່ານ, ຍິງ 16 ທ່ານ.
ຈຸດປະສົງ:
- ຜ່ານບົດສະຫຼຸບການຈັດຕັ້ງເຄື່ອນໄຫວ ຜົນຂອງກອງປະຊຸມສະພາທີ່ປຶກສາການສຶກສາພາກເອກະຊົນ ສະໄໝທີ VIII ປະຈຳປີ 2018 ແລະ ວາງທິດທາງແຜນການເຄື່ອນໄຫວ ປະຈຳປີ 2019.
- ລາຍງານຜົນການຈັດຕັ້ງກອງປະຊຸມກ່ຽວກັບການສ້າງຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການເກັບຄ່າຮຽນ, ຄ່າທຳນຽມ ແລະ ຄ່າບໍລິການ ຂອງການສຶກສາພາກເອກະຊົນໃນຂອບເຂດທົ່ວປະເທດ.
- ເຜີຍແຜ່ແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ, ກົມຄຸ້ມຄອງສຳມະໂນຄົວກ່ຽວກັບການອອກກາປະທັບໂຮງຮຽນເອກະຊົນ.
- ປຶກສາຫາລືວຽກງານອື່ນໆ ເພື່ອຊຸກຍູ້ ແລະ ສົ່ງເສີມການສຶກສາເອກະຊົນບົນພື້ນຖານພາລະບົດບາດ ແລະ ແນວທາງນະໂຍບາຍຂອງລັດຖະບານ.
ກອງປະຊຸມໄດ້ແລກປ່ຽນບົດຮຽນ ແລະ ປຶກສາຫາລືໃນບັນຫາຕ່າງໆ.