ກອງປະຊຸມຮ່າງຂໍ້ຕົກລົງວ່າດ້ວຍການເກັບຄ່າຮຽນ,ຄ່າທຳນຽມ - ຄ່າບໍລິການ ສະຖານການສຶກສາເອກະຊົນ
- Details
- Category: ຂ່າວສານ
- Published: Wednesday, 25 March 2020 03:51
- Written by Super User
- Hits: 1135
ກອງປະຊຸມຮ່າງຂໍ້ຕົກລົງວ່າດ້ວຍການເກັບຄ່າຮຽນ,ຄ່າທຳນຽມ - ຄ່າບໍລິການ ສະຖານການສຶກສາເອກະຊົນ
ກອງປະຊຸມໄດ້ຈັດຂຶ້ນທີ່ແຂວງວຽງຈັນ ຄັ້ງວັນທີ 13-15 ສິງຫາ 2019. ພາຍໃຕ້ການເປັນປະທານຂອງທ່ານ ຄຳພອນ ໄຊສົມພູ ຫົວໜ້າຫ້ອງການສົ່ງເສີມການສຶກສາພາກເອກະຊົນ, ກະຊວງສຶກສາທິການ ແລະ ກິລາ, ມີຜູ້ແທນເຂົ້າຮ່ວມຈາກບັນດາກົມກອງພາຍໃນກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາ ນະຄອນ ຫຼວງວຽງຈັນ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະບໍລິຫານງານສະມາຄົມການສຶກສາພາກເອກະຊົນສູນກາງ, ສະມາຄົມການສຶກສາພາກເອກະຊົນປະຈຳພາກ/ແຂວງ, ຜູ້ອໍານວຍການ,ຜູ້ປະກອບການໂຮງຮຽນເອກະຊົນ ແລະ
ພະນັກງານຫ້ອງການສົ່ງເສີມການສຶກສາພາກເອກະຊົນລວມທັງໝົດ 54 ທ່ານ, ຍິງ 17 ທ່ານ.
ຈຸດປະສົງ:
ສ້າງຂໍ້ຕົກລົງວ່າດ້ວຍການເກັບຄ່າຮຽນ, ຄ່າທຳນຽມ ແລະ ຄ່າບໍລິການ ຂອງສະຖານການສຶກສາພາກເອກະຊົນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງຢ່າງເປັນລະບົບໃນຂອບເຂດທົ່ວປະເທດ.
ເນື້ອໃນກອງປະຊຸມ:
- ນຳສະເໜີບັນດານິຕິກໍາກ່ຽວຂ້ອງກັບການສົ່ງເສີມການສຶກສາເອກະຊົນ;
- ນຳສະເໜີການເກັບຄ່າຮຽນ, ຄ່າທຳນຽມ ແລະ ຄ່າບໍລິການຂອງຕ່າງປະເທດ;
- ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການເກັບຄ່າຮຽນ, ຄ່າທຳນຽມ ແລະ ຄ່າບໍລິການ ການສຶກສາກ່ອນໄວຮຽນ, ສາມັນສຶກສາ ແລະ ອາຊີວະສຶກສາ-ການສຶກສາຊັ້ນສູງ.
ກອງປະຊຸມໄດ້ຄົ້ນຄວ້າ, ສົນທະນາ ການກຳນົດຄ່າຕ່າງໆ ແລະ ປັບປຸງເນື້ອໃນໃຫ້ເໝາະສົມ ເພື່ອລາຍງານ ແລະ ນໍາສະເໜີກອງປະຊຸມຄັ້ງຕໍ່ໄປ.