Fanpage

ເຂົ້າສູ່ລະບົບ

ໄປທັດສະນະແລກປ່ຽນບົດຮຽນໃນການຄຸ້ມຄອງ ແລະ ສົ່ງເສີມສະຖານການສຶກສາເອກະຊົນ ທີ່ ສປ ຈີນ.

ໄປທັດສະນະແລກປ່ຽນບົດຮຽນໃນການຄຸ້ມຄອງ ແລະ ສົ່ງເສີມສະຖານການສຶກສາເອກະຊົນ ທີ່ ສປ ຈີນ.

        ຄະນະທີມງານກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຈຳນວນ 07 ທ່ານ ປະກອບມີ ກົມຈັດຕັ້ງ ແລະ ພະນັກງານ 01 ທ່ານ, ກົມມັດທະຍົມສຶກສາ 01 ທ່ານ, ກົມພົວພັນຕ່າງປະເທດ 01 ທ່ານ ແລະ ຫ້ອງການສະພາທີ່ປຶກສາການສຶກສາພາກເອກະຊົນ 03 ທ່ານ ໄດ້ໄປທັດສະນະສຶກສາແລກປ່ຽນບົດຮຽນ ໃນການຄຸ້ມຄອງ ແລະ ສົ່ງເສີມສະຖານການສຶກສາເອກະຊົນຢູ່ເມືອງ ຊູໂຈ ແລະ ນານຈິງ ແຂວງຊຽງຈູ ສປ ຈີນ. ໃນການໄປຖອດຖອນບົດຮຽນໃນຄັ້ງນີ້ໄດ້ສ້າງຄວາມເຂົ້າໃຈ ແລະ ຮູ້ເຖິງທິດທາງການສົ່ງເສີມວຽກງານການສຶກສາເອກະຊົນ ຂອງ ສປ ຈີນ ດີຂຶ້ນ ເຫັນວ່າມີຫຼາຍຢ່າງທີ່ຈະມາປັບໃຊ້ໃຫ້ເຂົ້າກັບສະພາບຕົວຈິງ ຂອງ ສປປ ລາວ.

ໄປທັດສະນະສຶກສາແລກປ່ຽນບົດຮຽນດ້ານການສຶກສາພາກເອກະຊົນ ຢູ່ທີ່ປະເທດໄທ

ໄປທັດສະນະສຶກສາແລກປ່ຽນບົດຮຽນດ້ານການສຶກສາພາກເອກະຊົນ ຢູ່ທີ່ປະເທດໄທ

ຄະນະທີມງານຈາກກະຊວງສຶກສາທິການ ແລະ ກິລາ ໄດ້ໄປຖອດຖອນບົດຮຽນກ່ຽວກັບ ການສຶກສາພາກເອກະຊົນ ຢູ່ທີ່ ຣາຊະອານາຈັກໄທ ໃນຄັ້ງວັນທີ 6-8/12/2015 ປະກອບມີພະນັກງານຈາກ ຫ້ອງການສະພາທີ່ປຶກສາການສຶກສາພາກເອກະຊົນ, ກົມອາຊີວະສຶກສາ, ກົມຈັດຕັ້ງ ແລະ ພະນັກງານ ມີທັງໝົດ 6 ທ່ານ ຍິງ 3 ທ່ານ. ການໄປທັດສະນະໃນຄັ້ງນີ້ໄດ້ພົບປະແລກປ່ຽນບົດຮຽນ ດ້ານການຈັດຕັ້ງ, ການຄຸ້ມຄອງບໍລິຫານການສຶກສາ ແລະ ດ້ານນະໂຍບາຍຕ່າງທີ່ມີຕໍ່ການສຶກສາພາກເອກະຊົນຂອງ ຣາຊະອານາຈັກໄທ.