Fanpage

ເຂົ້າສູ່ລະບົບ

ກອງປະຊຸມສະພາທີ່ປຶກສາການສຶກສາເອກະຊົນ ສະໄໝສາມັນ ຄັ້ງທີ VIII

ກອງປະຊຸມສະພາທີ່ປຶກສາການສຶກສາເອກະຊົນ ສະໄໝສາມັນ ຄັ້ງທີ VIII

ກອງປະຊຸມໄດ້ຈັດຂື້ນລະຫວ່າງວັນທີ 12 ຫາ 16 ກຸມພາ (2) 2019 ທີ່ທ່າລາດ ພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ. ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານສະພາທີ່ປຶກສາການສຶກສາພາກເອກະຊົນ, ມີບັນດາທ່ານຄະນະກຳມະການສະພາ ປະກອບມີ: ຫົວໜ້າຫ້ອງການພັກ, ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ຫົວໜ້າກົມ/ຮອງກົມ, ຫົວໜ້າ/ຮອງຫົວໜ້າຫ້ອງການ ສປອ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ/ຮອງຫົວໜ້າຂະແໜງ,

ພະນັກງານວິຊາການ ຈາກກະຊວງສຶກສາທິການ ແລະ ກິລາ, ຄະນະບໍລິຫານງານ/ຫົວໜ້າສະມາຄົມການສຶກສາເອກະຊົນ ປະຈຳແຂວງ ແລະ ຜູ້ປະກອບການສະຖານການສຶກສາພາກເອກະຊົນ ໃນທົ່ວປະເທດ ເຂົ້າຮ່ວມທັງໝົດ 48 ທ່ານ, ຍິງ 13 ທ່ານ.

ໃນກອງປະຊຸມ ທ່ານຄະນະກຳມະການ ແລະ ຜູ້ແທນ ໄດ້ຮັບຟັງ ແລະ ປຶກສາຫາລື ຕາມວາລະຄື:

-     ຜ່ານຮ່າງບົດສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານ ປະຈຳປີ 2018, ຮ່າງແຜນການເຄື່ອນໄຫວວຽກງານ ປະຈຳປີ 2019 ຂອງສະພາທີ່ປຶກສາການສຶກສາພາກເອກະຊົນ ແລະ ຜົນການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມສະພາທີ່ປຶກສາການສຶກສາພາກເອກະຊົນ ສະໄມສາມັນຄັ້ງທີ VII ປະຈຳປີ 2018;

-        ລາຍງານຜົນການລົງເກັບກຳຂໍ້ມູນ ຄ່າຮຽນ-ຄ່າບໍລິການ, ນະໂຍບາຍຂອງຜູ້ລົງທຶນທີ່ມີຕໍ່ຄູພາກເອກະຊົນ, ການຕິດຕາມ ກວດກາ ແລະ ປະເມີນຜົນ ຢູ່ 5 ແຂວງ;

                  -        ໄດ້ຮັບຟັງທິດຊີ້ນຳຈາກ ປະທານກອງປະຊຸມ ກ່ຽວກັບ ແນວທາງການຊຸກຍູ້ສົ່ງເສີມ ແລະ ຄຸ້ມຄອງວຽກງານການສຶກສາພາກເອກະຊົນ.