ຂ່າວປະຈໍາວັນທີ 2 ຕຸລາ 2019
ຄສສ ຕີລາຄືນວຽກງານ ພ້ອມເປີດສົກຮຽນໃໝ່ 2019-2020
ຄະນະສຶກສາສາດ (ຄສສ) ມະຫາວິທະຍາໄລແຫ່ງຊາດ ໄດ້ສະຫຼຸບຊຸດຮຽນ 2015-2019 ພ້ອມທັງຊົມເຊີຍພະນັກງານ, ຄູອາຈານ ທີ່ສ້າງຜົນງານເດັ່ນ ແລະ ນັກສຶກສາທີ່ຮຽນຈົບ. ຂະນະດຽວກັນນີ້, ຍັງເປັນການເປີດສົກຮຽນໃໝ່ 2019-2020 ແລະ ຕ້ອນຮັບນັກສຶກສາໃໝ່ຢ່າງເປັນທາງການ ດ້ວຍບັນຍາກາດທີ່ອົບອຸ່ນ.ພິທີສະຫຼຸບຊຸດຮຽນ 2015-2019 ແລະ ເປີດສົກຮຽນໃໝ່ 2019-2020 ຂອງຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ມີຂຶ້ນເມື່ອບໍ່ດົນຜ່ານມາ ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ (ດົງໂດກ), ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ຮສ.ປອ ສົມຈັນ ບຸນພັນມີ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ.ປອ ຄຳແສງ ທະລັງສີ ຮັກສາການຄະນະບໍດີ ຄະນະສຶກສາສາດ, ມີອະດີດຄະນະບໍດີ ຄະນະສຶກສາສາດ, ບັນດາຜູ້ແທນຈາກຄະນະອ້ອມຂ້າງ, ຫົວໜ້າພາກວິຊາ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງ, ຄູອາຈານ, ພະນັກງານ ແລະ ນັກສຶກສາຂອງຄະນະສຶກສາສາດເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ຄຳແສງ ທະລັງສີ ຮັກສາການຄະນະບໍດີ ຄະນະສຶກສາສາດ ໄດ້ຜ່ານບົດສະຫຼຸບຊຸດຮຽນ 2015-2019 ໃຫ້ຊາບວ່າ: ຄະນະສຶກສາສາດ ຍາມໃດກໍຖືຄຳຂວັນທີ່ວ່າ “ຄູສ້າງຄົນ, ຄົນສ້າງຊາດ, ສຶກສາສາດສ້າງຄູ” ແລະ ຖືວ່າການສຶກສາເປັນເຄື່ອງມືທີ່ສຳຄັນໃນການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ແລະ ພ້ອມດຽວກັນນີ້ເຊື່ອວ່າ ຊັບພະຍາກອນມະນຸດຈະມີຄຸນນະພາບ ກໍຕໍ່ເມື່ອໄດ້ຮັບການສຶກສາທີ່ມີຄຸນນະພາບ ແລະ ຄູອາຈານຈະມີຄຸນນະພາບ ກໍຕໍ່ເມື່ອສະຖາບັນສ້າງຄູມີຄຸນນະພາບ. ປັດຈຸບັນຄະນະສຶກສາ ປະກອບດ້ວຍ 6 ພະແນກ, 6 ພາກວິຊາ ແລະ ມີ 3 ໂຮງຮຽນທີ່ຂຶ້ນກັບ ໄດ້ຈັດການຮຽນການສອນປະລິນຍາຕີ ລະບົບ 4 ປີ 12 ຫຼັກສູດ, ລະບົບປະລິນຍາຕີຕໍ່ເນື່ອງ ມີ 4 ຫຼັກສູດ ແລະ ລະດັບປະລິນຍາໂທ 3 ຫຼັກສູດ, ມີຄູອາຈານ ທັງໝົດ 234 ທ່ານ ເປັນຍິງ 138 ທ່ານ. ໃນນັ້ນ, ຕຳແໜ່ງຮອງສາດສະດາຈານ ຈຳນວນ 4 ທ່ານ ເປັນຍິງ 1 ທ່ານ, ຕຳແໜ່ງອາຈານ 31 ທ່ານ ເປັນຍິງ 13 ທ່ານ, ຕຳແໜ່ງຜູ້ຊ່ວຍອາຈານ ມີ 18 ທ່ານ ເປັນຍິງ 12 ທ່ານ, ປະລິນຍາເອກ 14 ທ່ານ ເປັນຍິງ 2 ທ່ານ, ປະລິນຍາໂທ 102 ທ່ານ ເປັນຍິງ 58 ທ່ານ, ເໜືອປະລິນຍາຕີ 1 ທ່ານ, ປະລິນຍາຕີ 107 ທ່ານ ເປັນຍິງ 68 ທ່ານ, ອະນຸປະລິນຍາຕີ 11 ທ່ານ ເປັນຍິງ 10 ທ່ານ, ມີນັກສຶກສາລະດັບປະລິນຍາໂທ 174 ຄົນ ເປັນຍິງ 68 ຄົນ ແລະ ນັກສຶກສາລະດັບປະລິນຍາຕີ ຈຳນວນ 5.211 ຄົນ ເປັນຍິງ 2.727 ຄົນ.
ຕະຫຼອດໄລຍະການປະຕິບັດວຽກງານປະຈຳຊຸດຮຽນ 2015-2019 ຄະນະສຶກສາສາດ ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນສຳເລັດວຽກງານແນວຄິດ-ການເມືອງ, ວຽກງານການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ, ວຽກງານວິຊາການ, ວຽກງານການຮຽນການສອນ, ວຽກງານຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ວຽກງານການສຶກສາຫຼັງປະລິນຍາຕີ, ວຽກງານຄຸ້ມຄອງນັກສຶກສາ, ວຽກງານຄຸ້ມຄອງແນວຄິດ, ລະບຽບວິໄນ ແລະ ສະຫວັດດີການນັກສຶກສາ, ວຽກງານກິດຈະກຳຕ່າງໆ, ວຽກງານຄຸ້ມຄອງບໍລິຫານທົ່ວໄປ, ວຽກງານບໍລິການສັງລວມ, ເຄຫະ ແລະ ບໍລິການ, ວຽກງານການເງິນ, ວຽກງານປ້ອງກັນຄວາມສະຫງົບ ແລະ ວຽກງານຜົວພັນພາຍນອກ ແລະ ຕ່າງປະເທດ.
ຂະນະດຽວກັນນັ້ນ, ທ່ານ ຮສ.ປອ ຄຳແສງ ທະລັງສີ ຍັງໄດ້ລາຍງານໃຫ້ຮູ້ກ່ຽວກັບຈຸດອ່ອນ ແລະ ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ຂໍ້ສະເໝີໃນການປະຕິບັດແຜນການໃນຕໍ່ໜ້າ, ພ້ອມທັງໄດ້ຜ່ານທິດທາງແຜນການໃນສົກສຶກສາ 2019-2020. ນອກຈາກນີ້, ໃນພິທີຍັງໄດ້ມີການສະແດງສິລະປະ ແລະ ມອບໃບຍ້ອງຍໍໃຫ້ແກ່ພະນັກງານ, ຄູອາຈານ ຜູ້ທີ່ມີຜົນງານເດັ່ນ ແລະ ມອບໃບຍ້ອງຍໍແກ່ນັກສຶກສາທີ່ໄດ້ຮັບໃບປະກາດກຽດນິຍົມ ແລະ ນັກສຶກສາດີເດັ່ນປະຈຳຊຸດຮຽນ 2015-2019 ນຳອີກ.
ອຳໄພວັນ
ສສກ ວາງແນວທາງແກ້ໄຂຢູ່ 6 ແຂວງທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ວາງແນວທາງແກ້ໄຂສະເພາະໜ້າ ແລະ ໄລຍະຍາວ ຢູ່ 6 ແຂວງທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ເປັນຕົ້ນແມ່ນ ກະກຽມສົ່ງສັງກະສີ, ປື້ມແບບຮຽນ, ປື້ມຄູ່ມືຄູ, ປື້ມຕິດຕາມການຮຽນ, ປື້ມຮຽກຊື່, ອຸປະກອນການຮຽນ, ກະດານດໍາ, ອຸປະກອນ ແລະ ສື່ການຮຽນການສອນທີ່ຈໍາເປັນອື່ນໆສະໜອງໃຫ້ໂຮງຮຽນທີ່ຖືກຜົນກະທົບ ເພື່ອໃຫ້ສາມາດດໍາເນີນການຮຽນການສອນໄດ້.
ເມື່ອວັນທີ 30 ກັນຍາ ຜ່ານມາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສໍາພາດວ່າ: ນັບແຕ່ໄດ້ຮັບຊາບຂ່າວນໍ້າຖ້ວມ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ ໄດ້ຊີ້ນໍາໃຫ້ຄະນະຮັບຜິດຊອບແກ້ໄຂໄພພິບັດຂອງກະຊວງປະສານເອົາຂໍ້ມູນນໍາບັນດາພະແນກສຶກສາທິການ ແລະ ກິລາແຂວງ ແລະ ສະຖາບັນການສຶກສາຕ່າງໆທີ່ຖືກຜົນກະທົບ ແລະ ຕິດຕາມສະພາບເກັບກໍາຂໍ້ມູນຢ່າງໃກ້ສິດ. ພ້ອມດຽວກັນນັ້ນ, ກະຊວງສຶກສາທິການ ແລະ ກິລາໄດ້ແຕ່ຕັ້ງທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະລົງຊຸກຍູ້ ແລະ ໃຫ້ກໍາລັງໃຈຜູ້ບໍລິຫານ, ຄູອາຈານ, ພໍ່ແມ່ຜູ້ປົກຄອງ, ນັກຮຽນໃນເຂດທີ່ໄດ້ຮັບຜົນກະທົບ ແລະ ໄດ້ມອບເງິນ - ເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ທັງເປັນການປະເມີນຮີບດ່ວນ ເພື່ອກໍານົດມາດຕະການຊ່ວຍເຫຼືອຕໍ່ຂະແໜງການສຶກສາ ແລະ ກິລາ ຢ່າງທັນການ ເພື່ອເຮັດໃຫ້ການຈັດການຮຽນການສອນໄດ້ກັບເຂົ້າສູ່ສະພາບປົກກະຕິ.
ນອກຈາກນີ້, ກະຊວງ ສສກ ໄດ້ອອກແຈ້ງການຂໍແຜ່ປັດໄຈ ແລະ ເຄຶ່ອງອຸປະໂພກ-ບໍລິໂພກຈາກບັນດາກົມ, ສະຖາບັນ, ສູນ, ຫ້ອງການທຽບເທົ່າກົມ, ບໍລິສັດລັດວິສະຫະກິດທີ່ຂຶ້ນກັບກະຊວງ, ບັນດາວິທະຍາໄລ ແລະ ໂຮງຮຽນພາຍໃນນະຄອນຫຼວງວຽງຈັນ ເພື່ອຊ່ວຍບັນດາໂຮງຮຽນທີ່ຖືກຜົນກະທົບ. ຄຽງຄູ່ກັນນີ້, ກະຊວງພວກເຮົາໄດ້ເປັນເຈົ້າການຮ່ວມກັບຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ລົງປະເມີນຜົນເສຍຫາຍແບບຮີບດ່ວນໃນ 6 ແຂວງທີ່ໄດ້ຮັບຜົນກະທົບ ໃນລະຫວ່າງວັນທີ 21-30 ກັນຍາ 2019 ເພື່ອສັງລວມຂໍ້ມູນຜົນເສຍຫາຍເບື້ອງຕົ້ນ ໂດຍສະເພາະແມ່ນຄວາມຕ້ອງການອັນຮີບດ່ວນ ເຊັ່ນ: ປື້ມແບບຮຽນ, ຄູ່ມືຄູ ແລະ ອຸປະກອນການຮຽນການສອນຕ່າງໆທີ່ຈໍາເປັນສໍາລັບການດໍາເນີນການຮຽນການສອນ.
ພາຍຫຼັງທີ່ນໍ້າໄດ້ແຫ້ງລົງແລ້ວ, ໄດ້ແນະນໍາໃຫ້ບັນດາຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ ສົມທົບຢ່າງໃກ້ຊິດກັບຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຕ່ລະຂັ້ນ ພ້ອມທັງປຸກລະດົມທົ່ວກໍາລັງແຮງຂອງສັງຄົມ, ຄະນະພັດທະນາການສຶກສາຂັ້ນບ້ານ, ສະມາຄົມພໍ່ແມ່ນັກຮຽນ, ປະຊາຊົນຮ່ວມກັບຜູ້ບໍລິຫານການສຶກສາ, ຄູ ແລະ ນັກຮຽນຊ່ວຍກັນເຮັດອານາໄມ ແລະ ສ້ອມແປງຕຶກອາຄານ ແລະ ບໍລິເວນເດີ່ນໂຮງຮຽນທີ່ຖືກນໍ້າຖ້ວມຕາມເງື່ອນໄຂຕົວຈິງ ເພື່ອໃຫ້ສາມາດຈັດການຮຽນການສອນໄດ້. ພ້ອມກັນນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການເຖິງພະແນກສຶກສາທິການ ແລະ ກິລາແຂວງ (ສະບັບເລກທີ 5177/ຫກ) ຊີ້ນໍາໃຫ້ໂຮງຮຽນທີ່ໄດ້ຮັບຜົນກະທົບ ແລະ ເຂົ້າຮຽນຊ້າໄດ້ຈັດສັນເວລາສອນທົດແທນຄືນໃຫ້ແກ່ນັກຮຽນຄົບຕາມມາດຕະຖານຫຼັກສູດ ເຊັ່ນ: ຈັດການຮຽນການສອນໃນວັນພັກ ຫຼື ສອນເພີ່ມຊົ່ວໂມງກິດຈະກໍາ ຫຼື ເວລາອື່ນໆຕາມຄວາມເໝາະສົມຂອງແຕ່ລະທ້ອງຖິ່ນ.
ທັງນີ້, ເພື່ອແກ້ໄຂສະເພາະໜ້າ ກະຊວງສຶກສາທິການ ແລະ ກິລາ ມີແຜນຄື: ສືບຕໍ່ປະສານງານກັນຢ່າງໃກ້ຊິດກັບຄະນະກໍາມະການຄວບຄຸມ ແລະ ປ້ອງກັນໄພພິບັດແຕ່ລະຂັ້ນ, ອຳນາດການປົກຄອງທ້ອງຖິ່ນ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ, ບັນດາສະຖານອາຊີວະສຶກສາ, ອົງການຈັດຕັ້ງຊາວໜຸ່ມ ລົງຊ່ວຍອະນາໄມ-ບູລະນະ ແລະ ສ້ອມແປງໂຮງຮຽນ ຫຼື ປຸກໂຮງຮຽນຊົ່ວຄາວໃຫ້ສາມາດນຳໃຊ້ຈັດການຮຽນການສອນໃຫ້ເປັນປົກກະຕິໂດຍໄວ; ກະກຽມສົ່ງສັງກະສີ, ປື້ມແບບຮຽນ, ປື້ມຄູ່ມືຄູ, ປື້ມຕິດຕາມການຮຽນ, ປື້ມຮຽກຊື່, ອຸປະກອນການຮຽນ (ປື້ມ, ສໍ ຫຼື ເຄື່ອງຂຽນ), ກະດານດໍາ, ອຸປະກອນ ແລະ ສື່ການຮຽນການສອນທີ່ຈໍາເປັນອື່ນໆ ສະໜອງໃຫ້ໂຮງຮຽນທີ່ຖືກຜົນກະທົບ ເພື່ອໃຫ້ສາມາດດໍາເນີນການຮຽນການສອນໄດ້ ທີ່ກະຊວງມີແຮໄວ້ຈໍານວນໜຶ່ງ ແລະ ອີງໃສ່ງົບປະມານອັນຈໍາກັດກະຊວງຈະຂໍສະເໜີນໍາໃຊ້ເງິນແຮສຸກເສີນຈາກລັດຖະບານ ແລະ ອົງການຈັດຕັ້ງທີ່ເປັນຄູ່ຮ່ວມພັດທະນາຕ່າງໆ ເພື່ອຈັດຊື້ປື້ມ ແລະ ອຸປະກອນຕ່າງໆ ເພື່ອສົ່ງໃຫ້ໂຮງຮຽນ; ສືບຕໍ່ລະດົມທຶນ ແລະ ວັດຖຸປັດໃຈຕ່າງໆຈາກພາກສ່ວນເອກະຊົນຜູ້ປະກອບການ, ອົງການຈັດຕັ້ງສາກົນພາຍໃນຂະແໜງການສຶກສາ ແລະ ກິລາ ແລະ ພໍ່ແມ່ປະຊາຊົນຜູ້ມີນໍ້າໃຈສັດທາ ເພື່ອຊ່ວຍໂຮງຮຽນ ແລະ ຄູ ທີ່ຖືກຜົນກະທົບຈາກໄພພິບັດໃນບັນດາແຂວງຕ່າງໆ. ຄະນະພັກກະຊວງມີແຜນຈະນໍາເອົາເຄື່ອງທີ່ຮີບໂຮມໄດ້ທັງໝົດລົງໄປທັງ 6 ແຂວງ ເພື່ອຊ່ວຍເຫຼືອ ແລະ ໃຫ້ກໍາລັງໃຈຜູ້ບໍລິຫານການສຶກສາ, ຄູອາຈານ ແລະ ນ້ອງນັກຮຽນໃຫ້ຜ່ານຜ່າຂໍ້ຫຍຸ້ງຍາກໄດ້ກວ່ານີ້, ພ້ອມທັງຈະມີການແນະນໍາກັບທີ່ຕໍ່ບັນຫາຕ່າງໆທີ່ເກີດຂຶ້ນຢູ່ແຕ່ລະບ່ອນ; ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງປະເມີນຄວາມຕ້ອງການຫຼັງເກີດໄພພິບັດ ເພື່ອວາງແຜນຟື້ນຟູ ແລະ ພັດທະນາບັນດາໂຮງຮຽນທີ່ຖືກຜົນກະທົບ; ແນະນໍາໃຫ້ເປີດສິດສອນ ມ.4 ແລະ ມ.7 ກ່ອນຫ້ອງອື່ນໆ ໃນບ່ອນທີ່ສາມາດເຮັດໄດ້.
ສໍາລັບແຜນໄລຍະຍາວ ກະຊວງສຶກສາທິການ ແລະ ກິລາມີແຜນຄື: ຈັດບູລິມະສິດໂຄງການປຸກສ້າງ, ສ້ອມແປງໃຫຍ່ ໂຮງຮຽນທີ່ໄດ້ຮັບຜົນກະທົບໃນ 6 ແຂວງ; ຂຶ້ນແຜນຈັດພິມ, ຈັດຊື້ອຸປະກອນການຮຽນການສອນ ແລະ ເຟີນິເຈິໃຫ້ຫ້ອງການ ແລະ ໂຮງຮຽນທີ່ຖືກນໍ້າຖ້ວມໃຫ້ພຽງພໍກັບຄວາມຕ້ອງການຂັ້ນພື້ນຖານ; ຝຶກອົບຮົມຜູ້ບໍລິຫານສະຖານສຶກສາໃນການສ້າງແຜນປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດແຕ່ລະຮູບແບບໃນເຂດທີ່ມີຄວາມສ່ຽງ ເພື່ອຫຼຸດຜ່ອນການສູນເສຍຊິວີດຄູອາຈານນັກຮຽນ ແລະ ຊັບສິນຂອງສະຖານການສຶກສາ; ສ້າງເຄື່ອງມືປະເມີນຜົນຮີບດ່ວນພາຍຫຼັງໄພພິບັດແບບອອນລາຍ ແລະ ຝຶກອົບຮົມໃຫ້ຜູ້ບໍລິຫານສະຖານສຶກສາເຮັດການປະເມີນຄວາມເສຍຫາຍເບື້ອງຕົ້ນຕໍ່ສະຖານການສຶກສາຂອງຕົນ ເພື່ອຮັບປະກັນຄວາມເອກະພາບຂອງຂໍ້ມູນໃນລະຂັ້ນສູນກາງ ແລະ ທ້ອງຖິ່ນ; ປັບປຸງແຜນຮັບມືກ່ຽວກັບໄພພິບັດ ແລະ ຕອບໂຕ້ເຫດການສຸກເສີນຂອງຂະແໜງການສຶກສາ ແລະ ກິລາ ແລະ ເອົາວຽກງານຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນເຂົ້າໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ.
ສ່ວນໂຮງຮຽນທີ່ໄດ້ຮັບຜົນກະທົບທັງໝົດມີເຖິງ 741 ແຫ່ງ. ໃນນັ້ນ, ມີໂຮງຮຽນອະນຸບານ 77 ແຫ່ງ, ໂຮງຮຽນປະຖົມສຶກສາ (ມູນລະປະຖົມ ແລະ ປະຖົມສົມບູນ) 571 ແຫ່ງ, ມັດທະຍົມສຶກສາຕອນຕົ້ນ 68 ແຫ່ງ, ແລະ ມັດທະຍົມສົມບູນ 25 ແຫ່ງ, ສູນການສຶກສານອກໂຮງຮຽນຂັ້ນແຂວງ 2 ແຫ່ງ, ໂຮງຮຽນເຕັກນິກ - ວິຊາຊີບແບບປະສົມແຂວງ 2 ແຫ່ງ, ສູນເຕັກໂນໂລຊີຂ່າວສານ ແລະ ການສື່ສານການສຶກສາ ແລະ ກິລາ ແຂວງ 1 ແຫ່ງ, ຫ້ອງການສຶກສາທິການ ແລະ ກິລາເມືອງ 2 ແຫ່ງ. ອຸປະກອນ-ສື່ສານຮຽນການສອນ, ປຶ້ມແບບຮຽນ, ຄູ່ມືຄູ, ປຶ້ມແຕ່ງບົດສອນ, ປຶ້ມອ່ານເສີມຕ່າງໆ ໄດ້ເສຍຫາຍຢ່າງຫຼວງຫຼາຍ, ປະເພດເຟິນິເຈິ ເຊັ່ນ: ໂຕະຄູ, ຕູ້ໃສ່ເອກກະສານເປ່ເພ ລວມທັງອຸປະກອນ IT ຄອມພິວເຕີ, ເຄື່ອງສຽງ, ເຄື່ອງດົນຕີໃຊ້ການບໍ່ໄດ້ຈຳນວນໜຶ່ງ, ຊຶ່ງປະເມີນມູນຄ່າເສຍຫາຍເບື້ອງຕົ້ນປະມານ 16.639.355.846 ກີບ. ຍ້ອນຄວາມເອົາໃຈໃສ່ຂອງທຸກພາກສ່ວນມາຮອດປະຈຸບັນນີ້ ໂດຍສ່ວນໃຫຍ່ທຸກໂຮງຮຽນໃນ 6 ແຂວງທີ່ຖືກຜົນກະທົບ ແມ່ນໄດ້ເປີດການຮຽນການສອນປົກກະຕິແລ້ວ.
(ບຸນທະວີ)
ວລ ເຕັກນິກ-ວິຊາຊີບ ວຽງຈັນ-ຮ່າໂນ້ຍ ເປີດສົກຮຽນໃໝ່ ພ້ອມຍ້ອງຍໍຄູ ແລະ ນັກສຶກສາດີເດັ່ນ
ວິທະຍາໄລ (ວລ) ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ໄດ້ຈັດພິທີປິດສົກຮຽນ 2018-2019 ແລະ ເປີດສົກຮຽນໃໝ່ 2019-2020, ພ້ອມທັງເປັນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 25 ປີ (7 ຕຸລາ 1994 – 7 ຕຸລາ 2019) ແລະ ຍ້ອງຍໍພະນັກງານຄູອາຈານ ແລະ ນັກສຶກສາດີເດັ່ນ ທັງໝົດ 217 ຄົນ.
ພິທີດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 27 ກັນຍາ ຜ່ານມາ ທີ່ສະໂມສອນວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ນາງ ນີວອນ ມຸງຄຸນສະຫວັດ ຜູ້ອຳນວຍການ ວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ, ພ້ອມດ້ວຍຜູ້ຕາງໜ້າຈາກກົມກ່ຽວຂ້ອງໃນກະຊວງສຶກສາທິການ ແລະ ກິລາ, ຄະນະອຳນວຍການ, ແຂກທີ່ຖືກເຊີນ, ພະນັກງານ, ຄູອຈານ ແລະ ນັກສຶກສາ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ນີວອນ ມຸງຄຸນສະຫວັດ ໄດ້ຜ່ານຮ່າງບົດສະຫຼຸບການຈັດ ຕັ້ງປະຕິບັດແຜນພັດທະນາການສຶກສາ ສົກ 2018-2019 ແລະ ທິດທາງແຜນການໃນຕໍ່ໜ້າ ສົກ 2019-2020 ວ່າ: ໃນໄລຍະຜ່ານມາວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ໄດ້ມີຜົນສຳເລັດຫຼາຍດ້ານ ໂດຍສະເພາະແມ່ນດ້ານການຈັດຕັ້ງການຮຽນການສອນ ທາງວິທະຍາໄລ ໄດ້ປະຕິບັດຕາມຫຼັກສູດວິຊາທີ່ໄດ້ຮັບການອະນຸມັດຈາກ ກະຊວງສຶກສາທິການ ແລະ ກິລາ 2 ລະດັບ ຄື: ລະດັບຊັ້ນກາງ ແລະ ຊັ້ນສູງ, ມີ 3 ພາກວິຊາ, ມີ 10 ສາຂາວິຊາຮຽນ. ໃນນັ້ນ, ພາກວິຊາເຕັກໂນໂລຊີຂໍ້ມູນນຂ່າວສານ ມີສາຂາເຕັກໂນໂລຊີຂໍ້ມູນຂ່າວສານ, ຄອມພິວຕີ ແລະ ສາຂາວິຊາອິນຟໍເມຕິກຄຸ້ມຄອງຫ້ອງການ; ພາກວິຊາບໍລິຫານທຸລະກິດ ມີສາຂາຄອມພິວເຕີທຸລະກິດ ແລະ ອິນຟໍເມຕິກບັນຊີ; ພາກວິຊາໄຟຟ້າ-ເອເລັກໂຕຣນິກ ມີສາຂາເອເລັກໂຕຣນິກ. ນອກຈາກນັ້ນ, ຍັງສາມາດສ້າງໄດ້ນັກສຶກສາດີເດັ່ນດ້ານການຮຽນ ທັງໝົດ 132 ຄົນ, ຍິງ 82 ຄົນ. ໃນນີ້, ກຽດນິຍົມ ອັນດັບທີ 1 ມີ 12 ຄົນ, ຍິງ 8 ຄົນ, ອັນດັບ 2 ມີ 120 ຄົນ, ຍິງ 74 ຄົນ.
ນອກຈາກນີ້, ທາງດ້ານວຽກງານພັດທະນາຄູ ແມ່ນໄດ້ສົ່ງຄູໄປຍົກລະດັບຢູ່ຕ່າງປະເທດ ມີປະລິນຍາເອກ 1 ທ່ານ, ປະລິນຍາໂທ 2 ທ່ານ, ຢູ່ພາຍໃນ 8 ທ່ານ, ຍິງ 4 ທ່ານ, ໄດ້ສົ່ງຄູເຂົ້າຝຶກອົບຮົມໃນຫົວຂໍ້ຕ່າງໆຢູ່ຕ່າງປະເທດ ແລະ ໄດ້ເຂົ້າຮ່ວມກອງປະຊຸມຕ່າງໆຕາມການເຊີນ. ສ່ວນທິດທາງແຜນການໃນຕໍ່ໜ້າ ແມ່ນຈະໄດ້ສືບຕໍ່ຈັດຕັ້ງການຮຽນການສອນຊັ້ນກາງ ແລະ ຊັ້ນສູງຕາມຫຼັກສູດທີ່ຂັ້ນເທິງອະນຸມັດ; ແບ່ງຄວາມຮັບຜິດຊອບແຕ່ລະວຽກງານໃຫ້ບຸກຄົນພາຍໃນພະແນກ-ຫ້ອງການ, ຕິດຕາມ-ກວດກາການແຕ່ງບົດສອນຂອງຄູ, ນຳສົ່ງນັກສຶກສາລົງຝຶກງານຕາມສະຖານປະກອບການຕ່າງໆ ໂດຍໃຫ້ສອດຄ່ອງຕາມສາຍວິຊາສະເພາະ; ຈັດຕັ້ງການຮຽນການສອນຫຼັກສູດວິຊາຊີບລະດັບ 1 ໃຫ້ໄດ້ 60 ຄົນ ແລະ ຫຼັກສູດວີຊາຊີບ ລະດັບ 3 ໃຫ້ໄດ້ 40 ຄົນ ພ້ອມທັງສ້າງຂະບວນການແຂ່ງຂັນການສອນດີຮຽນເກັ່ງໃຫ້ເປັນໄປຕາມແຜນການ ແລະ ທິດທາງທີ່ວິທະຍາໄລກຳນົດໄວ້.
ໃນຕອນທ້າຍ, ຍັງໄດ້ມີການມອບໃບຍ້ອງຍໍໃຫ້ນັກສຶກສາ ແລະ ຄູດີເດັ່ນ. ໃນນັ້ນ, ນັກສຶກສາດີເດັ່ນ ປະເພດ 1 ມີ 12 ຄົນ, ຍິງ 8 ຄົນ, ປະເພດ 2 ມີ 120 ຄົນ, ຍິງ 74 ຄົນ; ຜູ້ບໍລິຫານດີເດັ່ນ ປະເພດ 1 ມີ 15 ຄົນ, ຍິງ 7 ຄົນ, ປະເພດ 2 ມີ 26 ຄົນ, ຍິງ 16 ຄົນ; ຄູສອນດີເດັ່ນ ປະເພດ 1 ມີ 57 ຄົນ, ຍິງ 32 ຄົນ, ດີເດັ່ນປະເພດ 2 ມີ 21 ຄົນ, ຍິງ 12 ຄົນ ແລະ ດີເດັ່ນໃນການປະກອບສ່ວນວຽກງານພາຍໃນ ຈຳນວນ 5 ຄົນ, ຍິງ 2 ຄົນ.
ບົວລະພາ
ວລ ພຽນຈະເລີນ ຮ່ວມກັບ ສຄຂ ຈັດກິດຈະກຳກິລາ ຕ້ອນຮັບວັນຄູແຫ່ງຊາດ ຢ່າງຟົດຟື້ນ
ວິທະຍາໄລ (ວລ) ພຽນຈະເລີນ ຮ່ວມກັບ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຈັດກິດຈະກຳແຂ່ງຂັນກິລາເຕະບານ ທີມຍິງ-ຊາຍ ແລະ ກິລາເປຕັງທີມຍິງ-ຊາຍ ຄັ້ງທີ ll ໃນສົກຮຽນ 2019-2020 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 25 ປີ ທີ່ເມືອງປາກຊັນ ແຂວງບໍລິຄຳໄຊ ຢ່າງຟົດຟື້ນ ແນໃສ່ສ້າງຄວາມຮັດແໜ້ນສາມັກຄີຮັກແພງ ໃຫ້ພະນັກງານ ແລະ ຄູອາຈານ ຕະຫຼອດຮອດນັກສຶກສາ ໄດ້ແລກປ່ຽນບົດຮຽນໃຫ້ເຊິ່ງກັນແລະກັນ ໃຫ້ມີຄວາມໝາຍຢ່າງເລິກເຊິ່ງ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ກິດຈະກຳຄັ້ງນີ້ ໄດ້ຈັດຂຶ້ນເມື່ອວັນທີ 27 ກັນຍາ ຜ່ານມາ ທີ່ສະໜາມກິລາຫຍ້າທຽມ ຈາລະນາ ເມືອງປາກຊັນ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຄຳພຽນ ລັດຕະນະເດດ ຜູ້ອຳນວຍການວິທະຍາໄລ ພຽນຈະເລີນ, ມີບັນດາອະດີດການນຳຂັ້ນແຂວງ, ບັນດາຕາງໜ້າກົມສາມັນສຶກສາ, ກົມສ້າງຄູ, ຮັກສາການຜູ້ອຳນວຍການສູນໄອຊີທີ ກະຊວງ ສສກ ແລະ ຄະນະອຳນວຍການວິທະຍາໄລຕະຫຼອດຮອດພະນັກງານ ແລະ ນັກສຶກສາທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຟົດຟື້ນ.
ກິດຈະກຳດັ່ງກ່າວ ທັງ 2 ພາກສ່ວນຮ່ວມກັນຈັດຂຶ້ນ ກໍເພື່ອເປັນການສ້າງຂະບວນການສະ ເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 25 ປີ ທີ່ເມືອງປາກຊັນ ແຂວງບໍລິຄຳໄຊ ຢ່າງຟົດຟື້ນ ແນໃສ່ສ້າງຄວາມຮັດແໜ້ນສາມັກຄີຮັກແພງ ໃຫ້ພະນັກງານ ແລະ ຄູອາຈານ ຕະຫຼອດຮອດນັກສຶກສາຂອງທັງສອງພາກສ່ວນ ໄດ້ແລກປ່ຽນບົດຮຽນໃຫ້ເຊິ່ງກັນແລະກັນ ໃຫ້ມີຄວາມໝາຍຢ່າງເລິກເຊິ່ງ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ໃນບັນຍາກາດດັ່ງກ່າວ ທັງ 2 ພາກສ່ວນ ກໍໄດ້ມີການແລກປ່ຽນດ້ວຍການມອບຂອງຂວັນທີ່ລະນຶກເພື່ອສະແດງຄວາມຂອບໃຈ ແລະ ອວຍພອນໃຫ້ເຊິ່ງກັນແລະກັນ ຢ່າງມີຄວາມໝາຍເລິກເຊິ່ງ ກ່ອນຜົນການແຂ່ງຂັນກິລາ 2 ປະເພດດັ່ງກ່າວ ປະກົດວ່າ: ກິລາເຕະບານ 8 ຄົນ ທີມຊາຍ ທີມສູນໂຄສະນາຂ່າວສານ ຈະເປັນຝ່າຍເອົາຊະນະ ວິທະຍາໄລ ພຽນຈະເລີນ ໄປໄດ້ 8-6 ປະຕູ ສ່ວນທີມ ຍິງ ວິທະຍາໄລ ພຽນຈະເລີນ ຊະນະ ທີມສູນໂຄສະນາຂ່າວສານ 2-0 ປະຕູ ຂະນະທີ່ກິລາເປຕັງ ທີມວິທະຍາໄລ ພຽນຈະເລີນ ຊະນະທັງ 2 ປະເພດ ກໍຄື ທີມຊາຍ ຊະນະ 2-1 ເກມ ແລະ ທີມຍິງ ຊະນະ 2-0 ເກມ.
ໂດຍ ສົງການ
ລາວ ໂຕໂຢຕ້າ ຖະຫຼົ່ມ ອີໂວ 8-0 ຄວ້າແຊ໋ມເຕະບານ ຄອມມານໂດ ແອວເອັບເອັບ ຄັບ 2019 ໄປຄອງ ສະໄໝທຳອິດ
ສະໂມສອນ ລາວ ໂຕໂຢຕ້າ ເອັບຊີ ແຊ໋ມລາວພຣີເມຍລີກ 4 ສະໄໝ ລົງສະໜາມຮອດຊີງຊະນະເລີດ ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນ ໄລ່ຖະຫຼົ່ມ ສະໂມສອນ ອີໂວ ຢູໄນເຕັດ ໄປແບບໝົດສະພາບ 8-0 ປະຕູ ຄວ້າແຊ໋ມການແຂ່ງຂັນເຕະບານຄອມມານໂດ ຊີງຂັນສະຫະພັນກິລາບານເຕະແຫ່ງຊາດລາວ ປະຈຳປີ 2019 ຫຼື “COMMANDO LFF CUP 2019” ໄປຄອງເປັນສະໄໝທຳອິດ ພ້ອມເງິນລາງວັນ 30 ລ້ານກີບ.
ພິທີປິດການແຂ່ງຂັນ ແລະ ມອບລາງວັນໃນຄັ້ງນີ້ ໄດ້ຈັດຂຶ້ນເມື່ອວັນທີ 28 ກັນຍາ ຜ່ານມາ ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ແລະ ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍທັງ 2 ທີມ ຮ່ວມຊົມຮ່ວມເຊຍ ຢ່າງຫຼວງຫຼາຍ.
ການແຂ່ງຂັນເຕະບານ ຄອມມານໂດ ຊີງຂັນສະຫະພັນກິລາບານເຕະແຫ່ງຊາດລາວ ປະຈຳປີ 2019 ນັດຊີງຊະນະເລີດ ເປັນການພົບກັນ ລະຫວ່າງ ສະໂມສອນ ລາວ ໂຕໂຢຕ້າ ເອັບຊີ ແຊ໋ມເຕະບານ ເປບຊີ ລາວພຣີເມຍລີກ 2019 ແລະ ຍັງເປັນແຊ໋ມລາວພຣີເມຍລີກ 4 ສະໄໝ ພົບກັບ ສະໂມສອນ ອີໂວ ຢູໄນເຕັດ ທີມນ້ອງໃໝ່ ໃນການແຂ່ງຂັນເຕະບານເປບຊີ ລາວພຣີເມຍລີກ 2019. ຜ່ານການແຂ່ງຂັນຜົນປະກົດວ່າເປັນຝ່າຍ ສະໂມສອນ ລາວ ໂຕໂຢຕ້າ ເອັບຊີ ທີ່ຫຼິ້ນໄດ້ດີກວ່າຕາມເຊີງ, ຄຸນນະພາບນັກເຕະ ແລະ ຊື່ຊັ້ນທີ່ເໜືອກວ່າ ໄລ່ຖະຫຼົ່ມ ສະໂມສອນ ອີໂວ ຢູໄນເຕັດ ໄປແບບໝົດສະພາບ 8-0 ປະຕູ ຄວ້າແຊ໋ມການແຂ່ງຂັນເຕະບານ ຄອມມານໂດ ຊີງຂັນສະຫະພັນກິລາບານເຕະແຫ່ງຊາດລາວ ປະຈຳປີ 2019 ພ້ອມເງິນສົດ 30 ລ້ານກີບ ໄປຄອງໄດ້ເປັນສະໄໝທຳອິດ. ຂະນະທີ່ ຮອງແຊ໋ມ ສະໂມສອນ ອີໂວ ຢູໄນເຕັດ ໄດ້ຮັບເງິນລາງວັນ 15 ລ້ານກີບ.
ສຳລັບການແຂ່ງຂັນເຕະບານ ຄອມມານໂດ ຊີງຂັນສະຫະພັນກິລາບານເຕະແຫ່ງຊາດລາວ ປະຈຳປີ 2019 ແມ່ນມີທີມເຂົ້າຮ່ວມທັງໝົດ 14 ທີມ ມາຈາກການແຂ່ງຂັນເຕະບານ ເປບຊີ ລາວ ພຣີເມຍລີກ ແລະ ການແຂ່ງຂັນເຕະບານ ຄອມມານໂດ ດິວິຊັນ I ປະຈຳປີ 2019. ຊຶ່ງເລີ່ມແຂ່ງຂັນກັນມາແຕ່ວັນທີ 13 ກໍລະກົດ ຫາ 28 ກັນຍາ 2019 ກໍສຳເລັດລົງຕາມລະດັບຄາດໝາຍ.
ຂ່າວໂດຍ: ອຳໄພວັນ
ເປີດສາກແລ້ວ ເຕະບານນັກຮຽນສາມັນ ລາຍການ ໂຄປາ ໂຄຄາ-ໂຄລາ 2019
ເປີດສາກຂຶ້ນຢ່າງເປັນທາງການແລ້ວ ສຳລັບການແຂ່ງຂັນກິລາເຕະບານນັກຮຽນສາມັນສຶກສາ ລາຍການ ໂຄປາ ໂຄຄາ-ໂຄລາ ຮຸ່ນອາຍຸບໍ່ເກີນ 16 ປີ ຫຼື “COPA Coca-Cola Laos U16” ຄັ້ງທີ 3 ປະຈໍາປີ 2019 ຊີງເງິນລາງວັນລວມ 261 ລ້ານກີບ ໂດຍປີນີ້ ມີ 119 ທີມ ເຂົ້າຮ່ວມແຂ່ງຂັນ, ໃນນັ້ນມີທີມຍິງ 42 ທີມ ແລະ ທີມຊາຍ 77 ທີມຈາກ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນ.
ພິທີເປີດການແຂ່ງຂັນເຕະບານເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 16 ປີ ລາຍການ ໂຄປາ ໂຄຄາ-ໂຄລາ 2019 ໄດ້ມີຂຶ້ນເມື່ອວັນທີ 27 ກັນຍາ ຜ່ານມາ ທີ່ສະໜາມກິລາລ້ານຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ທ່ານ ພະສິນ ບັນດິດ ຕາງໜ້າບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອດຕລິງ ຈໍາກັດ ພ້ອມດ້ວຍຄະນະນຳ, ຄູຝຶກ ແລະ ນັກກິລາພາກສ່ວນຕ່າງໆ ຕະຫຼອດຮອດບັນດາສື່ມວນຊົນທຸກຂະແໜງການ.
ໂອກາດນີ້, ທ່ານ ຊົມພູ ແກ້ວປັນຍາ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ຈັດຂຶ້ນເປັນຄັ້ງທີ 3 ໂດຍເປັນລາຍການທີ່ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ ຕໍ່ຂະບວນການພັດທະນາກິລາບານເຕະ ນະຄອນຫຼວງວຽງຈັນ ແລະ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງ ເຫັນໄດ້ການຈັດແຂ່ງຂັນໃນຄັ້ງທໍາອິດ ເມື່ອປີ 2016 ແລະ ຄັ້ງທີ 2 ໃນປີ 2018 ມີນັກກິລາເພີ່ມຂຶ້ນ 113 ທີມຈາກ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນ ຕົກມາປີນີ້ ກໍເພີ່ມສູງຂຶ້ນກວ່າເກົ່າ ເປັນ 119 ທີມ ເຊື່ອວ່າລາຍການນີ້ ຈະເປັນເວທີແຈ້ງເກີດຂອງນັກກິລາລາວ ກໍຄືນະຄອນຫຼວງຫຼາຍຄົນ ເພື່ອໄຕ່ເຕົ້າຂຶ້ນໄປເປັນນັກກິລາທີມຊາດ ໃນຕໍ່ໜ້າ ເນື່ອງຈາກໃນໄລຍະຜ່ານມາ ທີມຊາດຍິງລາວ ສ່ວນໃຫຍ່ແມ່ນເປັນນັກກິລາລູກຫຼານຂອງຊາວນະຄອນຫຼວງວຽງຈັນ ທັງໝົດ ສາມາດສ້າງຊື່ສຽງ ແລະ ກຽດສັກສີໃຫ້ແກ່ປະເທດຊາດໃນເວທີອາຊຽນທີ່ຜ່ານມາ.
ສໍາລັບເຫດຜົນໃນການປ່ຽນຈາກການແຂ່ງຂັນແບບ 11 ຄົນມາແຂ່ງຂັນແບບ 7 ຄົນ ເຊື່ອວ່າຈະເຮັດໃຫ້ເດັກນ້ອຍໄດ້ມາຫຼິ້ນບານນໍາກັນຫຼາຍຂຶ້ນໃນອີກຮູບແບບໜຶ່ງ ເພາະການຫຼິ້ນແບບ 11 ຄົນແມ່ນການແຂ່ງຂັນແບບມືອາຊີບ, ແຕ່ການແຂ່ງຂັນ 7 ຄົນ ຈະສາມາດເຮັດໃຫ້ສາຍພົວພັນໃຫ້ແກ່ນັກກິລາໄດ້ແລກປ່ຽນໃຫ້ເຊິ່ງກັນແລະກັນ ອີກດ້ານໜຶ່ງກໍຈະເຮັດໃຫ້ຜູ້ປົກຄອງທີ່ມາຊົມມາເຊຍໄດ້ຕິດແທດໃກ້ຊິດກັບລູກຫຼາຍຂຶ້ນ, ພິເສດປີນີ້ທາງ ບໍລິສັດ ລາວ ໂຄໂຄາ-ໂຄລາ ຍັງມີເງິນລາງວັນສໍາລັບແຊ໋ມ ແລະ ຮອງແຊ໋ມ ທັງທີມຍິງ ແລະ ຊາຍ ເພື່ອພັດທະນາໂຄງການໃດໜຶ່ງຂອງໂຮງຮຽນລວມມູນຄ່າ 261 ລ້ານກີບ.
ການແຂ່ງຂັນ ປີນີ້ມີ 119 ທີມ ສົ່ງເຂົ້າຮ່ວມແຂ່ງຂັນ, ໃນນັ້ນມີທີມຍິງ 42 ທີມ ແລະ ທີມຊາຍ 77 ທີມຈາກ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນ ປະກອບມີ ເມືອງຈັນທະບູລີ ສົ່ງນັກກິລາປະເພດທີມ ຊາຍ 7 ທີມ ແລະ ທີມຍິງ 3 ທີມ, ເມືອງໄຊເສດຖາ ຊາຍ 12 ທີມ ແລະ ຍິງ 4 ທີມ, ເມືອງສີສັດຕະນາກ ຊາຍ 12 ທີມ ແລະ ຍິງ 5 ທີມ, ເມືອງໄຊທານີ ຊາຍ 4 ທີມ ແລະ ຍິງ 3 ທີມ, ເມືອງປາກງຶ່ມ ຊາຍ 9 ທີມ ແລະ ຍິງ 9 ທີມ, ເມືອງຫາດຊາຍຟອງ ຊາຍ 4 ທີມ ແລະ ຍິງ 2 ທີມ, ເມືອງສີໂຄດຕະບອງ ຊາຍ 8 ທີມ, ເມືອງນາຊາຍທອງ ຊາຍ 12 ທີມ ແລະ ຍິງ 12 ທີມ, ເມືອງສັງທອງ ຊາຍ 4 ທີມ ແລະ ຍິງ 4.
ໂດຍຮູບແບບການແຂ່ງຂັນໄດ້ມີການຈັບສະຫຼາກເສຍຕົກຮອບທັນທີ ເພື່ອເອົາທີມທີດີທີ່ສຸດຕົວແທນຂອງແຕ່ລະເມືອງລະ 1 ທີມ ຈາກ 9 ຕົວເມືອງຈະໄດ້ ທີມຍິງ 9 ທີມ ແລະ ທີມຊາຍ 9 ທີມ ເຂົ້າມາແຂ່ງຂັນຮອບສຸດທ້າຍ ໂດຍໃຊ້ 3 ສະໜາມຈັດແຂ່ງຂັນເປັນຫຼັກ ຄື: ລະຫວ່າງວັນທີ 28 ກັນຍາ - 4 ຕຸລາ 2019 ແຂ່ງຂັນຂັ້ນເມືອງໃຊ້ສະໜາມເຕະບານຫຍ້າທຽມ ກູດໄລ ເຂດເມືອງສີໂຄດຕະບອງ ແລະ ສະໜາມເຕະບານຫຍ້າທຽມ ນິວອາຣີນາ ເຂດເມືອງສີສັດຕະນາກ, ລະຫວ່າງວັນທີ 7-8 ຕຸລາ 2019 ແຂ່ງຂັນຂັ້ນນະຄອນຫຼວງວຽງຈັນ ແລະ ວັນທີ 11 ຕຸລາ 2019 ນັດຊີງອັນດັບ 3 ແລະ ຊີງຊະນະເລີດ ໃຊ້ສະໜາມລ້ານຊ້າງ ບ້ານໜອງໄຮ ເມືອງຫາດຊາຍຟອງ.
ສຳລັບຜົນງານໃນການແຂ່ງຂັນ ເມື່ອປີ 2018 ຜ່ານມາ ແຂ່ງຂັນ ປະເພດ 11 ຄົນ ມີທີມເຂົ້າຮ່ວມ 113 ທີມ ໂດຍທີມທີ່ໄດ້ຊະນະເລີດ ປະເພດທີມຊາຍ ຕົກເປັນຂອງ ມສ ນາຊາຍທອງ ເມືອງນາຊາຍທອງ ແລະ ທີມຍິງແມ່ນ ມສ ສີຖານໃຕ້ ເມືອງຫາດຊາຍຟອງ.
ໂດຍ ສົງການ