ຂ່າວປະຈໍາວັນທີ 19 ກໍລະກົດ 2019
ສວສ ເຜີຍແຜ່ບົດລາຍງານການຄົ້ນຄວ້າ “ສຶກສາສະພາບ-ບັນຫາການສ້າງໂຮງຮຽນຕົວແບບຄຸນນະພາບ”
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມກ່ຽວກັບການກຳນົດໂຮງຮຽນເປົ້າໝາຍເພື່ອເຂົ້າຮ່ວມໂຄງການທົດລອງຝຶກເວົ້າພາສາລາວ ເພື່ອເປັນການສະເໜີເປົ້າໝາຍ ແລະ ຈຸດປະສົງຂອງໂຄງການທົດລອງຝຶກເວົ້າພາສາລາວ ທີ່ນຳພາໂດຍ ກະຊວງສຶກສາທິການ ແລະ ກິລາ, ກຳນົດໂຮງຮຽນເພື່ອເຂົ້າຮ່ວມໂຄງການທົດລອງດັ່ງກ່າວຈາກແຂວງຜົ້ງສາລີ, ບໍລິຄຳໄຊ, ຄຳມ່ວນ ແລະ ແຂວງສາລະວັນ.
ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 17 ກໍລະກົດ ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີທ່ານ ນາງ ປອ ຊາຣາ ຣິດ ຫົວໜ້າດ້ານການພັດທະນາຫຼັກສູດ ແຜນງານບີຄວາ, ພ້ອມດ້ວຍບັນດາຜູ້ຮັບຜິດຊອບໂຄງການ, ພະນັກງານ ແລະ ວິຊາທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ນາງ ປອ ຊາຣາ ຣິດ ໄດ້ນຳສະເໜີກ່ຽວກັບເປົ້າໝາຍ ແລະ ການອອກແບບໂຄງການທົດລອງຝຶກເວົ້າພາສາລາວ, ເຫດຜົນຄວາມເປັນມາກ່ຽວກັບໂຄງການ, ການອອກແບບໂຄງການ, ສື່ການຮຽນການສອນ ແລະ ການສະໜັບສະໜູນຂອງໂຄງການ, ການແຂ້ໄຂບັນຫາ ແລະ ວິທີທາງແກ້ໄຂສິ່ງທ້າທາຍທີ່ອາດຈະເກີດຂຶ້ນ, ຂັ້ນຕອນການກຳນົດໂຮງຮຽນ, ເງື່ອນໄຂກຳນົດໂຮງຮຽນເພື່ອເຂົ້າຮ່ວມໂຄງການທົດລອງ, ເປົ້າໝາຍສຳລັບຂັ້ນຕອນການກຳນົດໂຮງຮຽນ, ຂັ້ນຕອນການກວດຄວາມຖືກຕ້ອງຂອງຂໍ້ມູນ, ຂັ້ນຕອນການກວດຄວາມຖືກຕ້ອງຂອງຂໍ້ມູນທາງດ້ານໂຮງຮຽນທີ່ຮູ້ຈັກດີ, ຂະໜາດ ແລະ ໄລຍະທາງ, ຊົນຜົ່າ ແລະ ຂັ້ນຕອນກວດກາຄັ້ງສຸດທ້າຍ.
ນອກຈາກນັ້ນ, ຜູ້ເຂົ້າຮ່ວມໃນກອງປະຊຸມຍັງໄດ້ພ້ອມກັນປຶກາຫາລື, ແລກປ່ຽນຄວາມຄິດຫັນໃນການເລີ່ມຂັ້ນຕອນກຳນົດໂຮງຮຽນເປົ້າໝາຍເພື່ອເຂົ້າຮ່ວມໂຄງການ ແລະ ການກຳນົດໂຮງຮຽນໃນແຕ່ລະເມືອງຈາກແຂວງຜົ້ງສາລີ, ບໍລິຄຳໄຊ, ຄຳມ່ວນ ແລະ ແຂວງສາລະວັນ.
ບົວລະພາ
ແມ່ຍິງ ສວສ ທັດສະນະສຶກສາ ໂອກາດວັນແມ່ຍິງລາວ ຄົບຮອບ 64 ປີ
ສະຫະພັນແມ່ຍິງຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ໄປທັດສະນະສຶກສາ ທີ່ຫ້ອງວາງສະແດງມູນເຊື່ອຂອງສະຫະພັນແມ່ຍິງລາວ ເພື່ອເປັນການສ້າງຂະບວນການໂອກາດສະເຫຼີມສະຫຼອງ ແລະ ຕ້ອນຮັບວັນແມ່ຍິງລາວ (20 ກໍລະກົດ 1955 - 20 ກໍລະກົດ 2019) ຄົບຮອບ 64 ປີ, ພ້ອມທັງເປັນການປູກຈິດສຳນຶກໃຫ້ແມ່ຍິງພາຍໃນໄດ້ຮັບຮູ້ເຖິງປະຫວັດຄວາມ
ເປັນມາໃນການສ້າງຕັ້ງສະຫະພັນແມ່ຍິງລາວຕັ້ງແຕ່ອະດີດຈົນເຖິງປັດຈຸບັນ.
ການທັດສະນະສຶກສາຄັ້ງນີ້, ໄດ້ມີຂຶ້ນເມື່ອວັນທີ 18 ກໍລະກົດ ຜ່ານມາ ທີ່ຫ້ອງວາງສະແດງມູນເຊື້ອຂອງສະຫະພັນແມ່ຍິງລາວ, ໂດຍໃຫ້ກຽດນຳພາຂອງສະຫາຍ ນາງ ລັດດາວັນ ຈິດຕະວົງ ປະທານສະຫະພັນແມ່ຍິງຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີບັນດາຫົວໜ້າຈຸ ແລະ ສະມາຊິກແມ່ຍິງພາຍໃນເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ. ໃນໂອກາດດັ່ງກ່າວ, ສະຫາຍ ນາງ ລັດດາວັນ ຈິດຕະວົງ ໄດ້ກ່າວໃຫ້ຮູ້ກ່ຽວກັບການມາທັດສະນະສຶກສາໃນຄັ້ງນີ້ ແມ່ນເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ, ພ້ອມທັງເປັນການສ້າງຂະບວນການໃນການນຳພາເອື້ອຍນ້ອງແມ່ຍິງເຂົ້າຊົມຫ້ອງວາງສະແດງມູນເຊື້ອຂອງແມ່ຍິງລາວ ເພື່ອໃຫ້ຮັບຮູ້ເຖິງປະຫວັດຄວາມເປັນມາໃນການສ້າງຕັ້ງສະ ຫະພັນແມ່ຍິງລາວຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ເປັນຕົ້ນແມ່ນການເຄື່ອນໄຫວ, ພາລະບົດບາດ ຕັ້ງແຕ່ເລີ່ມການສ້າງຕັ້ງຈົນ ເຖິງປັດຈຸບັນກໍຄື ເອື້ອຍນ້ອງແມ່ຍິງໄດ້ມີການເຮັດວຽກຢ່າງ ບໍ່ຢຸດບໍ່ຢ່ອນ ເພື່ອສ້າງສະຫະພັນແມ່ຍິງໃຫ້ມີຄວາມກ້າວໜ້າ ແລະ ກ້າວສູ່ສາກົນ.
ພ້ອມກັນນັ້ນ, ເອື້ອຍນ້ອງແມ່ຍິງພາຍໃນ ສວສ ຍັງໄດ້ຮັບຮູ້ເຖິງຄວາມເປັນມາຂອງແມ່ຍິງກ່ອນທີ່ຈະຢູ່ໄດ້ມາເຖິງທຸກມື້ນີ້ ໂດຍໄດ້ມີການເຄື່ອນໄຫວຕໍ່ສູ້ຢ່າງພິລະອາດຫານຈົນເຮັດ ໃຫ້ສະຫະພັນ ແມ່ຍິງລາວຢູ່ໄດ້ຢ່າງໝັ້ນຄົງຈົນເຖິງປັດຈຸບັນ. ນອກຈາກນີ້, ສະຫາຍ ນາງ ລັດດາວັນ ຈິດຕະວົງ ຍັງໄດ້ກ່າວຕື່ມອີກວ່າ: ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວນີ້ ຂໍຮຽກຮ້ອງມາຍັງສະມາຊິກພາຍໃນ ສວສ ຈົ່ງພ້ອມກັນສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນເອງຕາມການມອບໝາຍຂອງພັກ-ລັດ, ເຮັດສຸດຄວາມສາມາດ ແລະ ພ້ອມກັນນຳເອົາຜົນ ສຳເລັດມາສູ່ພາຍໃນສະຖາບັນຂອງຕົນໃຫ້ນັບມື້ຂະຫຍາຍຕົວຂຶ້ນເປັນກ້າວໆ.
ໂດຍ ບົວລະພາ
ໜ່ວຍພັກ ກົມການເງິນ ສສກ ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ່ ເຂັ້ມແຂງ ໜັກແໜ້ນ ປີ 2018
ໜ່ວຍພັກ ກົມການເງິນ ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ່ ເຂັ້ມແຂງ ໜັກແໜ້ນ ປີ 2018 ພ້ອມທັງຮັບການຢັ້ງຢືນເປັນໜ່ວຍພັກແຂງ ຮູ້ນຳພາຮອບດ້ານ ປະຈຳປີ 2017. ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານໜ່ວຍພັກ ກົມການເງິນ ກະຊວງສຶກສາທິການ ແລະ ກິລາ ປະຈຳໄຕມາດ 2 (ເດືອນ 4-6) ແລະ ແຜນການເຄື່ອນໄຫວ ປະຈຳໄຕມາດ 3 (7-9) ປີ 2019 ພ້ອມທັງຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ ທີ່ຫ້ອງປະຊຸມສຳນັກງານ ກະຊວງສຶກສາທິການ ແລະ ກິລາ, ໂດຍການເປັນປະທານຂອງສະຫາຍ ນາງ ດາຣາ ພຣະກອນຄຳ ເລຂາໜ່ວຍພັກ ທັງເປັນຫົວໜ້າກົມການເງິນ ກະຊວງສຶກສາທິການ ແລະ ກິລາ, ຊຶ່ງໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ສຳລານ ພັນຄະວົງ ຄະນະພັກກະຊວງ, ຮອງຫົວໜ້າຫ້ອງການຄະນະພັກ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ ນາງ ບົວຄຳ ດາວສະຫວັນ ຮອງເລຂາໜ່ວຍພັກ ກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ ຕຸດາວັນ ຮອງປະທານກວດກາໜ່ວຍພັກຮາກຖານ ຫ້ອງການກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄະນະພັກ, ຄະນະກົມ, ສະມາຊິກພັກ ແລະ ພະນັກງານທີ່ກ່ຽວຂ້ອງຢ່າງພ້ອມພຽງ.
ການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອເປັນການຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 5 ສະຫາຍ, ເປັນຍິງ 1 ສະຫາຍ ແລະ ມອບໃບຢັ້ງຢືນໜ່ວຍພັກແຂງ ຮູ້ນຳພາຮອບດ້ານ ປະຈຳປີ 2017 ແລະ ໃບຢັ້ງຢືນໜ່ວຍພັກປອດໃສ່ ເຂັ້ມແຂງ ໜັກແໜ້ນ ປີ 2018 ໃຫ້ແກ່ກົມການເງິນ, ຜ່ານບົດສະຫຼຸບຮ່ວມຊີວິດການເມືອງປົກກະຕິ ປະຈຳເດືອນ 4-6 ປີ 2019 ແລະ ແຜນການເຄື່ອນໄຫວປະຈຳເດືອນ 7-9 ປີ 2019, ປຶກສາຫາລືເພື່ອກຽມເປີດກອງປະຊຸມໃຫຍ່ຂອງໜ່ວຍພັກກົມ, ເຜີຍແຜ່ເອກະສານຂອງພັກ ແລະ ປະເມີນສະມາຊິກພັກສຳຮອງ ຈຳນວນ 2 ສະຫາຍ.
ໂອກາດດັ່ງກ່າວ, ສະຫາຍ ປອ ສຳລານ ພັນຄະວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະໜ່ວຍພັກກົມການເງິນ ພ້ອມທັງຊີ້ທິດເຍືອງທາງໃຫ້ແກ່ສະມາຊິກພັກສຳຮອງ ຈົ່ງພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ມີຄວາມຫ້າວຫັນ, ເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ ແລະ ເປັນກຳລັງແຮງໃຫ້ໜ່ວຍພັກ, ພ້ອມກັນເສີມຂະຫຍາຍ ແລະ ພັດທະນາໜ່ວຍພັກກົມໃນທຸກວຽກງານຢ່າງຮອບດ້ານ, ເຮັດໃຫ້ໜ່ວຍພັກກົມການເງິນກາຍເປັນໜ່ວຍພັກທີ່ມີຄວາມປອດໃສ່ ເຂັ້ມແຂງ ແລະ ໜັກແໜ້ນໃນທຸກໆປີ.
(ໂດຍ ບຸນທະວີ)
“ໜຶ່ງເມືອງລາວ” ຜ່ານເຂົ້າຮອບ 64 ຄົນ ສະນຸກເກີ ໄຮຄລາດ ໂຄຣາດ 2019
ສິດທິເດດ ສັກບ່ຽງ ຫຼື ໜຶ່ງເມືອງລາວ ນັກສອຍຄິວທີມຊາດລາວ ເຈົ້າຂອງຫຼຽນຄຳ ຊີເກມ ຄັ້ງທີ 29 ຍັງຮັກສາຟອມເກັ່ງໄດ້ດີຢ່າງຕໍ່ເນື່ອງ ເອົາຊະນະ ໄຊຈັນ ນັກສອຍຄິວຊາວໄທ ໄປແບບສະບາຍມື 4-2 ເຟຣມ ຜ່ານເຂົ້າໄປພົບກັບ ເອັບ ນະຄອນນາຍົກ ຈາກປະເທດໄທ ໃນຮອບ 64 ຄົນສຸດທ້າຍ ໃນມື້ນີ້ (19 ກໍລະກົດ) ການແຂ່ງຂັນສະນຸກເກີ 6 ແດງ ລາຍການ ໄຮຄລາດ ໂຄຣາດ 2019 ຫຼື “Hi Class Korat 6 red Handicap Open Lady Dubble 2nd 2019”.
ເມື່ອວັນທີ 17 ກໍລະກົດ ຜ່ານມາ ທີ່ແຂວງນະຄອນຣາຊະສີມາ ປະເທດໄທ ໄດ້ມີການແຂ່ງຂັນສະນຸກເກີ 6 ແດງ ລາຍການ ໄຮຄລາດ ໂຄຣາດ 2019 ຫຼື “Hi Class Korat 6 red Handicap Open Lady Dubble 2nd 2019” ຊີງເງິນລາງວັນລວມ 50 ລ້ານກວ່າກີບ ຫຼື 2 ແສນບາດ (ເງິນສະກຸນໄທ) ຮອບ 128 ຄົນ, ໃນນັ້ນມີນັກສະນຸກເກີ 1 ດຽວຕາງໜ້າສປປ ລາວ ຄື ທ້າວ ສິດທິເດດ ສັກບ່ຽງ ລູກຫຼານພໍ່ກະດວດ ຈາກແຂວງສະຫວັນນະເຂດ ລົງແຂ່ງຂັນພົບກັບ ໄຊຈັນ ນັກສອຍຄິວເຈົ້າຖິ່ນ ໃນເກມດັ່ງກ່າວ ສິດທິເດດ ສັກບ່ຽງ ສີມືດີກວ່າ ເປັນຝ່າຍຕໍ່ແຕ້ມ ຜ່ານການແຂ່ງຂັນຜົນປະກົດວ່າ ເປັນໄປຕາມຄາດ ສິດທິເດດ ສັກບ່ຽງ ເຮັດໃຫ້ກອງເຊຍສະນຸກ ເກີລາວ ບໍ່ຜິດຫວັງໄລ່ເອົາຊະນະໄປໄດ້ຢ່າງສະບາຍມື 4-2 ເຟຣມ ຜ່ານເຂົ້າຮອບ 64 ຄົນສຸດທ້າຍ ພົບກັບ ເອັບ ນະຄອນນາຍົກ ມືລະດັບທັອບເທັນຂອງປະເທດໄທ ຊຶ່ງຈະການແຂ່ງຂັນໃນວັນທີ 19 ກໍລະກົດ 2019.
ການແຂ່ງຂັນລາຍການດັ່ງກ່າວ ມີນັກກິລາສະນຸກເກີພາຍໃນປະເທດໄທ ແລະ ຕ່າງຊາດ ເຂົ້າຮ່ວມຊີງໄຊເຖິງ 512 ຄົນ, ໃນນັ້ນມີນັກສອຍຄິວລະດັບມືອາຊີບຂອງໂລກທີ່ເປັນນັກ ກິລາຊາວໄທ ເຂົ້າຮ່ວມຢ່າງຫຼວງຫຼາຍ ເປັນຕົ້ນແມ່ນ: ຕອງ ຊິງຊອຍ, ເທບໄຊຍາ, ຊັນນີ ສາຍລໍ້ຟ້າ, ອຸ່ນໜູ, ເອັບ ນະຄອນນາຍົກ, ລັດຊະພົນ ພູອົບອ້ອມ, ນົບພົນ ແສງຄຳ, ໝູ ປາກນໍ້າ ແລະ ຄົນອື່ນໆອີກ ສ່ວນນັກກິລາລາວ ເຂົ້າຮ່ວມພຽງ 1 ຄົນ ກໍຄື ສິດທິເດດ ສັກບ່ຽງ ລູກຫຼານພໍ່ກະດວດ ຈາກແຂວງສະຫວັນນະເຂດ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ລົງແຂ່ງຂັນ 3 ຄັ້ງ ສາມາດເອົາຊະນະ 3 ຄັ້ງລວດ ໂດຍສະເພາະ ໃນນັດທີ 2 ທີ່ເອົາຊະນະ ນ້ອງອາມ ຂາດຮອຍ 4-2 ເຟຣມ ຜ່ານເຂົ້າຮອບ 128 ຄົນນັ້ນ ສິດທິເດດ ສັກບ່ຽງ ສາມາດສ້າງແຕ້ມໂດຍສາຍສະນຸກ ໄດ້ເຖິງ 6 ແດງ 6 ດຳ ຄວ້າລາງວັນ Lady Dubble Maximum 82 ແຕ້ມ ຮ່ວມກັບ ຊັນນີ ສາຍລໍ້ຟ້າ ນັກສະນຸກເກີມືອາຊີບ ແບ່ງເງິນລາງວັນໄປຜູ້ລະ 3 ລ້ານກວ່າກີບ ໄປຄອງ.
ໂດຍ ສົງການ
ຣັກບີ້ລາວ ຈັດແຄ້ມຝຶກທັກສະໃຫ້ເຍົາວະຊົນ 80 ຄົນຈາກຕຳນານຣັກບີ້ລະດັບໂລກ
ສະຫະພັນກິລາຣັກບີ້ແຫ່ງຊາດລາວ ຈັດແຄ້ມຝຶກສອນທັກສະ ແລະ ປະສົບການ ໃຫ້ແກ່ເຍົາວະຊົນ ແລະ ນັກກິລາຣັກບີ້ ສປປ ລາວ ຈຳນວນ 80 ຄົນ ໂດຍໄດ້ຮັບການຖ່າຍທອດຄວາມຮູ້ຈາກນັກກິລາຣັກບີ້ຕຳນານລະດັບໂລກ ແລະ ຄູຝຶກລະດັບຊາດ ທີ່ມີປະສົບການສູງ.
ເມື່ອວັນທີ 17 ກໍລະກົດ ຜ່ານມາ ທີ່ສູນຝຶກກິລາແຫ່ງຊາດ (ສີເກີດ) ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ສະຫະພັນກິລາ ຣັກບີ້ແຫ່ງຊາດລາວ ຮ່ວມກັບນັກກິລາຣັກບີ້ຕຳນານລະດັບໂລກ 4 ທ່ານ ຄື: ທ່ານ David Corkery ນັກກິລາທີມຊາດອຽກລັງ, ທ່ານ Todd Clever ນັກກິລາທີມຊາດສະຫະລັດອາເມຣິກາ, ທ່ານ ນາງ Grace Davitt ນັກກິລາທີມຊາດອຽກລັງ ແລະ ທ່ານ ນາງ Tamara Taylor ນັກກິລາທີມຊາດອັງກິດ ໄດ້ຈັດແຄ້ມຝຶກສອນ ພາຍໃຕ້ໂຄງການ “ແຄ້ມຫຼິ້ນຕຳ 100 World legends Rugby for life champ ban contact camp” ໃຫ້ແກ່ນ້ອງໆນັກກິລາຣັກບີ້ ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ ຈຳນວນ 80 ຄົນ.
ທ່ານ ປີຊາ ວົງເດືອນເພັງ ຜູ້ອຳນວຍການຝ່າຍພັດທະນາກິລາຣັກບີ້ ສະຫະພັນກິລາຣັກບີ້ແຫ່ງຊາດລາວ ກ່າວວ່າ: ການຈັດແຄ້ມຝຶກສອນໃຫ້ແກ່ນັກກິລາເຍົາວະຊົນໃນຄັ້ງນີ້ ແມ່ນເພື່ອເປັນການສ້າງໂອກາດດີໆໃຫ້ກັບເຍົາວະຊົນ ແລະ ນັກກິລາຣັກບີ້ລາວເຮົາໃຫ້ໄດ້ຮຽນຮູ້, ທັກສະ ແລະ ປະສົບການ ຈາກຄູຝຶກທີ່ເປັນນັກກິລາໃນຕຳນານຂອງກິລາຣັກບີ້ລະດັບໂລກ ຊຶ່ງເປັນສິ່ງທີ່ທຸກຄົນຫາຮຽນຮູ້ໄດ້ຍາກ. ໂດຍການຈັດແຄ້ມດັ່ງກ່າວ ແມ່ນຈະດຳເນີນໄປເປັນເວລາ 4 ວັນ ລະຫວ່າງວັນທີ 17-20 ກໍລະກົດ 2019. ຊຶ່ງຕະຫຼອດໄລຍະການຈັດແຄ້ມ ນັກກິລາຈະໄດ້ຮຽນຮູ້ທັກສະຕ່າງໆ ທັງພາກທິດສະດີ ແລະ ການປະຕິບັດຕົວຈິງ. ນອກຈາກນັ້ນ, ທາງພວກເຮົາຍັງຈະມີການຈັດການແຂ່ງຂັນອີກດ້ວຍ ເພື່ອທົດສອບຄວາມເຂົ້າໃຈຂອງ ນັກກິລາ ວ່າໄດ້ຫຍັງແດ່ຈາກການຈັດແຄ້ມຝຶກສອນໃນຄັ້ງນີ້.
ຢ່າງໃດກໍຕາມ, ການຈັດແຄ້ມຝຶກສອນດັ່ງກ່າວ ນອກຈາກນັກກິລາລາວເຮົາໄດ້ຮຽນຮູ້ທັກສະ ແລະ ປະສົບການຈາກອະດີດນັກກິລາຕຳນານລະດັບໂລກແລ້ວ, ທາງສະຫະພັນກິລາຣັກບີ້ ແຫ່ງຊາດລາວ ຍັງໄດ້ນຳເອົາຄູຝຶກສອນທີມຊາດ, ນັກກິລາທີມຊາດ ແລະ ຄູຝຶກທີ່ມີປະສົບການສູງຈາກ Tribe 7s ຊຶ່ງເປັນທີມທີ່ສ້າງນັກກິລາທີມຊາດ ໃຫ້ແກ່ທີມຊາດອົດສະຕຣາລີ ຫຼາຍທີ່ສຸດ ກໍຄື ທ່ານ ນາງ Maia ມາແລກປ່ຽນບົດຮຽນ ແລະ ຖ່າຍທອດປະສົບການຕ່າງໆອີກດ້ວຍ.
ອຳໄພວັນ