ກົມຄຸ້ມຄອງວິທະຍາສາດ, ກະຊວງສຶກສາທິການ ແລະ ກິລາ ໄດ້ມີ ພິທີ ມອບ-ຮັບເຄື່ອງຊ່ວຍເຫລືອ
ໃນລະຫວ່າງວັນທີ 25 ຫາ 27 ເມສາ 2023, ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ໄດ້ລົງຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດມາດຕະຖານ 3 ສ້າງ, ການຄຸ້ມຄອງ ແລະການສົ່ງເສີມວຽກງານວິທະຍາສາດຕິດພັນກັບວຽກງານສຶກສາ ແລະ ກິລາ ຢູ່ທີ່ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ, ການລົົງໄປຕິດຕາມໃນຄັ້ງນີ້ ເຊຶ່ງນຳພາໂດຍທ່ານສຸກສະຫວາດ ສີຫາປັນຍາຫົວໜ້າກົມຄຸ້ມຄອງວິທະຍາສາດ, ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ, ມີຕາງໜ້າສາມ ອົງການຈັດຕັ້ງມະຫາຊົນ ຂອງກົມຄຸ້ມຄອງວິທະຍາສາດ, ຕາງຈາກຫ້ອງການກະຊວງສສກ ແລະ ທີມງານຂອງກຸ່ມບໍລິສັດ ເອັສເຄເອັສຈຳກັດ ເຊີ່ງເປັນຜູ້ອຸປະຖໍາ ອຸປະກອນການຮຽນ-ການສອນ ແລະ ອຸປະກອນກິລາ ລວມເປັນມູນຄ່າທັງໝົດ 55,000.000 ກີບ
(ຫ້າສິບຫ້າລ້ານກີບ) ສໍາລັບການລົງຕິດຕາມ ແລະ ຊຸກຍູ້ວຽກງານດັ່ງກ່າວ ຍັງໄດ້ມອບເຄື່ອງອຸປະກອນຮັບໃຊ້ການຮຽນການສອນ ໃຫ້ແກ່ຫ້ອງການສຶກສາ ແລະ ກິລາເມືອງໄຊສະຖານ ແຂວງໄຊຍະບູລີເພື່ອນໍາໄປແຈກຢາຍໃຫ້ບັນດາ ໂຮງຮຽນອະນຸບານ, ປະຖົມ ແລະ ມັດທະຍົມ 27 ແຫ່ງ ໃນທົ່ວເມືອງ, ໃນພິທີມອບ-ຮັບເຄື່ອງດັັັ່ງກ່າວ ໂດຍແມ່ນທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າ ກົມຄຸ້ມຄອງວິທະຍາສາດ ແລະ ຕາງໜ້າຮັບໂດຍ ທ່ານ ເຈົ້າເມືອງ ແລະ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ ພ້ອມດ້ວຍ ອົງການຈັດຕັ້ງມະຫາຊົນ ແລະ ບັນດາຄູອາຈານເຂົ້າຮ່ວມເປັນສັກຂິພີຍານໃນພິທີ ດັັ່ງກ່າວ.