• moes

3 ພາກສ່ວນ ຮ່ວມສະຫຼອງວັນແມ່ຍິງສາກົນ ຄົບຮອບ 112 ປີ ພ້ອມຍ້ອງຍໍຜູ້ມີຜົນງານດີເດັ່ນ

275758857 368367685139715 7162322573157259847 nວິທະຍາໄລເຕັກນິກສັບພະວິຊາ (ວຕສ), ວິທະຍາໄລເຕັກນິກລາວ-ເຢຍລະມັນ (ວຕລຢ) ແລະ ສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ ຫຼື ສລດ ຮ່ວມກັນໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 112 ປີ ຢ່າງເປັນຂະບວນການຟົດຟື້ນ ແລະ ມ່ວນຊື່ນ ໃນວັນທີ 8 ມີນາ ຜ່ານມາ ທີ່ສະໂມສອນໃຫຍ່ ວຕສ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສິລິກິດ ບຸບຜາ ຮອງປະທານສູນກາງສະຫະພັນແມ່ຍິງລາວ ແລະ ສະຫາຍ ນາງ ບົວຄໍາ ດາວສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ,

ຄະນະພັກ, ປະທານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຫົວໜ້າກົມໂຄສະນາອົບຮົມ ແລະ ວັດທະນະທຳ ສູນກາງສະຫະພັນແມ່ຍິງລາວ, ບັນດາສະຫາຍຄະນະພັກຮາກຖານ, ຄະນະອຳນວຍການ ແລະ ສະມາຊິກສາມອົງການຈັດຕັ້ງມະຫາຊົນ ຂອງທັງ 3 ພາກສ່ວນ ແລະ ນັກສຶກສາເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ນາງ ສິລິກິດ ບຸບຜາ ໄດ້ໃຫ້ກຽດເລົ່າຄືນມູນເຊື້ອວັນແມ່ຍິງສາກົນ ຊຶ່ງຍົກໃຫ້ເຫັນເຖິງປະຫວັດການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານທີ່ພົ້ນເດັ່ນຂອງເອື້ອຍນ້ອງແມ່ຍິງຕະຫຼອດ 112 ປີ ຜ່ານມາ.
ຢ່າງໃດກໍຕາມ, ຕະຫຼອດໄລະ 5 ປີທີ່ຜ່ານມາ (2016-2020) ຄະນະພັກຮາກຖານ ໄດ້ເອົາໃຈໃສ່ຊີ້ນຳນຳພາ ສາມອົງການຈັດຕັ້ງມະຫາຊົນ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຈົນໄດ້ຮັບໃບຍ້ອງຍໍກົມກອງດີເດັ່ນ ແລະ ບຸກຄົນທີ່ດີເດັ່ນ ຂັ້ນສູນກາງ ແລະ ຂັ້ນກະຊວງສຶກສາທິການ ແລະ ກິລາ ສະນັ້ນ ໃນໂອກາດດັ່ງກ່າວ ກໍໄດ້ມີການຜ່ານຂໍ້ຕົກລົງ ເພື່ອມອບໃບຍ້ອງຍໍໃຫ້ກັບຄະນະພັກຮາກຖານ ວິທະຍາໄລເຕັກນິກສັບພະວິຊາ ທີ່ມີຜົນງານດີເດັ່ນໃນການຊີ້ນຳນຳພາ ການຈັດຕັ້ງປະຕິບັດຂໍ້ແຂງຂັນ 3 ດີ ສະໄໝທີ VII (2016-2020) ຂອງສູນກາງສະຫະພັນແມ່ຍິງລາວ ພ້ອມທັງມອບໃບຍ້ອງຍໍໃຫ້ກັບບຸກຄົນທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ແຂງຂັນ 3 ດີ ສະໄໝທີ VII (2016-2020) ຂອງສູນກາງສະຫະພັນແມ່ຍິງລາວ ໃຫ້ແກ່ສະມາຊິກ ຈາກ 3 ພາກສ່ວນດັ່ງກ່າວອີກດ້ວຍ.
ນອກຈາກນັ້ນ, ກໍຍັງໄດ້ມອບໃບຍ້ອງຍໍໃຫ້ກັບຄະນະພັກຮາກຖານ 3 ພາກສ່ວນດັ່ງກ່າວ ທີ່ມີຜົນງານດີເດັ່ນໃນການຊີ້ນຳນຳພາ ເຄື່ອນໄຫວວຽກງານຂະບວນການແຂ່ງຂັນ 3 ດີ ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ ໄລຍະ 5 ປີ ສະໄໝທີ V (2016-2020) ແລະ ມອບໃບຍ້ອງຍໍໃຫ້ກັບບຸກຄົນທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານຂະບວນການແຂ່ງຂັນ 3 ດີ ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ ໄລຍະ 5 ປີ ສະໄໝທີ V (2016-2020) ປະເພດ 1 ແລະ ປະເພດ 2 ອີກດ້ວຍ.
ໂດຍ: ສົງການ ພັນແພງດີ

Print Email

vdcasino vdcasino vdcasino vdcasino vdcasino vdcasino betexper casino siteleri bedava bonus rulet siteleri