ກອງປະຊຸມຮຽບຮຽງຮ່າງດຳລັດວ່າດ້ວຍຂອບວຸດທິການສຶກສາແຫ່ງຊາດ
ກອງປະຊຸມຮຽບຮຽງຮ່າງດຳລັດວ່າດ້ວຍຂອບວຸດທິການສຶກສາແຫ່ງຊາດຈັດຂຶ້ນໃນວັນທີ 06 ສິງຫາ 2021.
ກົມນິຕິກຳ ແລະ ປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຮຽບຮຽງຮ່າງດຳລັດວ່າດ້ວຍຂອບວຸດທິການສຶກສາແຫ່ງຊາດ ໃນວັນທີ 06 ສິງຫາ 2021 ຜ່ານມາ ທີ່ຫ້ອງປະຊຸມໂຮງແຮມແລນມາກລີເວີໄຊ້ ໂດຍການເປັນປະທານຂອງ ທ່ານ ປອ ສຳລານ ພັນຄະວົງ ຄະນະປະຈຳພັກກະຊວງ, ຫົວໜ້າກົມນິຕິກຳ ແລະ ປະກັນຄຸນນະພາບການສຶກສາ, ໃນກອງປະຊຸມມີຜູ້ແທນທີ່ມາຈາກ ກົມນິຕິກຳ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກົມກົດໝາຍ ກະຊວງຍຸຕິທຳ, ກົມອາຊີວະສຶກສາ, ກົມການສຶກສາຊັ້ນສູງ, ກົມສາມັນສຶກສາ, ກົມນິຕິກຳ ແລະ ປະກັນຄຸນນະພາບການສຶກສາ ແລະ ຜູ້ຕາງໜ້າຈາກໂຄງການ Lao/029 ລວມທັງໝົດ 16 ທ່ານ ຍິງ 02 ທ່ານ.
ໂອກາດດັ່ງກ່າວ, ທ່ານ ປອ ສຳລານ ພັນຄະວົງ ຄະນະປະຈຳພັກກະຊວງ, ຫົວໜ້າກົມນິຕິກຳ ແລະ ປະກັນຄຸນນະພາບການສຶກສາ ໄດ້ໃຫ້ທິດຕໍ່ກອງປະຊຸມກ່ຽວກັບການປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍຂອບວຸດທິການສຶກສາແຫ່ງຊາດ ໂດຍອີງໃສ່ ມະຕິກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນກໍລະກົດ ປີ 2021 ສະບັບເລກທີ 05/ລບ ລົງວັນທີ 30 ກໍລະກົດ 2021. ໂດຍມະຕິດັ່ງກ່າວໄດ້ເຫັນດີທາງດ້ານຫຼັກການ ຮັບຮອງເອົາ ຮ່າງດໍາລັດວ່າດ້ວຍຂອບວຸດທິການສຶກສາແຫ່ງຊາດ ແລະ ມອບໃຫ້ຄະນະຮັບຜິດຊອບ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນໍາເອົາການປະກອບຄໍາເຫັນ ຂອງບັນດາສະມາຊິກລັດຖະບານໄປປັບປຸງ ຮຽບຣຽງຄືນ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ.
ໃນກອງປະຊຸມ, ນັກສໍາມະນາກອນ ກໍ່ໄດ້ປະກອບຄຳເຫັນຕໍ່ຄຳຖາມເຈາະຈີ້ມຂອງສະມາຊິກລັດຖະບານ ເປັນຕົ້ນແມ່ນ ມາດຕາ 4, ມາດຕາ 7, ມາດຕາ 8, ມາດຕາ 9 ແລະ ມາດຕາ 24 ຂອງຮ່າງດຳລັດວ່າດ້ວຍຂອບວຸດທິການສຶກສາແຫ່ງຊາດ ພາຍຫຼັງປັບປຸງສໍາເລັດແລ້ວ ຄະນະເນື້ອໃນກອງປະຊຸມກໍ່ຈະສົ່ງບົດລາຍງານ ພ້ອມທັງຮ່າງດໍາລັດສະບັບປັບປຸ່ງ ໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອກວດກາຄືນ ແລະ ສະເໜີທ່ານນາຍົກລັດຖະມົນຕີ ເພື່ອພິຈາລະນາລົງນາມປະກາດໃຊ້ຕາມລະບຽບການ.
ສຳລັບກອງປະຊຸມໃນຄັ້ງນີ້ ຖືເປັນຂີດໝາຍທີ່ສຳຄັນ ສຳລັບຂອບວຸດທິການສຶກສາແຫ່ງຊາດ, ເພື່ອເຮັດໃຫ້ທຸກພາກສ່ວນມີຄວາມເຂົ້າໃຈຕື່ມ ກ່ຽວກັບຄວາມໝາຍຄວາມສຳຄັນ ຂອງຂອບວຸດທິການສຶກສາແຫ່ງຊາດ ແລະ ເຂົ້າໃຈກ່ຽວກັບກົນໄກໃນການເຊື່ອມໂຍງກັບບັນດາປະເທດໃນອາຊຽນ.
(ບົດຂ່າວໂດຍ: ຄິນນິທັກ ແສງບັນດິດ)