ໄຊຍະບູລີ ໄຂສົກຮຽນໃໝ່ທົ່ວແຂວງຢ່າງເປັນທາງການ
ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຜູ້ອໍານວຍການໂຮງຮຽນ, ນາຍບ້ານ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ຄູອາຈານ, ນັກຮຽນ ນັກສຶກສາພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ອ່ອນຕາ ພົມມະຈິດ ຜ່ານບົດລາຍງານໃຫ້ຮູ້ວ່າ: ສຳລັບສົກຮຽນໃໝ່ 2020-2021 ແມ່ນສົກຮຽນໜຶ່ງທີ່ມີຄວາມສຳຄັນຫຼາຍ ເປັນປີເລີ່ມຂອງການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງລັດ ຄັ້ງທີ IX (2021-2025) ໂດຍປະຕິບັດຕາມຕາມແຈ້ງການຂອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 2569/ຫກ ລົງວັນທີ 17 ສິງຫາ 2020 ວ່າດ້ວຍການໄຂສົກຮຽນໃໝ່. ສຳລັບສົກຮຽນນີ້ ທົ່ວແຂວງມີໂຮງຮຽນອະນຸບານ-ລ້ຽງເດັກ 322 ແຫ່ງ. ໃນນີ້, ເອກະຊົນ 19 ແຫ່ງ, ຄາດວ່າມີນັກຮຽນລ້ຽງເດັກ 1.517 ຄົນ, ຍິງ 727, ນັກຮຽນອານຸບານ 16.227 ຄົນ, ຍິງ 7.966 ຄົນ, ມີໂຮງຮຽນປະຖົມສຶກສາທັງໝົດ 383 ແຫ່ງ, ຄາດວ່າມີນັກຮຽນ 36.622 ຄົນ, ຍິງ 17.929 ຄົນ, ຄາດວ່າຫຼຸດລົງ 1.000 ຄົນ, ໂຮງຮຽນມັດທະຍົມທັງໝົດ 102 ແຫ່ງ. ໃນນີ້, ມີຊັ້ນມັດທະຍົມສຶກສາຕອນຕົ້ນ 39 ແຫ່ງ, ມັດທະຍົມສົມບູນ 63 ແຫ່ງ (ເປັນໂຮງຮຽນສົງ 6 ແຫ່ງ ຕອນຕົ້ນ 4 ແຫ່ງ) ຄາດວ່າມີນັກຮຽນ 37.704 ຄົນທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 1.796 ຄົນ.
ໂອກາດນີ້, ທ່ານ ປອ ສົມລິດ ເປືອກແກ້ວ ກ່າວວ່າ: ສົກຮຽນ 2019-2020 ຜ່ານມາ ພາຍໃຕ້ການຊີ້ນຳ ນຳພາຂອງຄະນະພັກ-ອົງການປົກຄອງແຕ່ລະຂັ້ນ, ຄວາມເປັນເຈົ້າການຂອງຜູ້ບໍລິຫານການສຶກສາ, ຄູສອນໃນຂອບເຂດທົ່ວແຂວງ ແລະ ການປະກອບສ່ວນຢ່າງຕັ້ງໜ້າຈາກທຸກພາກສ່ວນສັງຄົມ ເຮັດໃຫ້ການພັດທະນາການສຶກສາ ແລະ ກິລາຂອງແຂວງສືບຕໍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ເຮັດໃຫ້ລູກຫຼານປະຊາຊົນບັນດາເຜົ່າໄດ້ເຂົ້າຮຽນເພີ່ມຂຶ້ນ ເລີ່ມແຕ່ລ້ຽງເດັກ-ອະນຸບານ, ປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ-ຕອນປາຍ ແລະ ເຂົ້າຮຽນຕໍ່ວິຊາຊີບ. ຄຸນນະພາບການຮຽນການສອນ ໄດ້ຮັບການປັບປຸງໃຫ້ດີຂຶ້ນ. ຄູອາຈານສ່ວນໃຫຍ່ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ມີຄວາມຈູບຈ້າວຫ້າວຫັນ, ມີນ້ຳໃຈຮັກອາຊີບແພງເດັກ. ຄູຈຳນວນໜຶ່ງໄດ້ອົບຮົມຍົກລະດັບກ່ຽວກັບວິທີສິດສອນການນຳໃຊ້ຫຼັກສູດ ແລະ ປຶ້ມແບບຮຽນໃໝ່ຊັ້ນປະຖົມສຶກສາ ໄດ້ຍົກລະດັບຄູໄລຍະສັ້ນ, ໄລຍະຍາວຢ່າງເປັນລະບົບຕໍ່ເນື່ອງ, ຊຶ່ງຈຸດປະສົງກໍເພື່ອປະກາດໃຫ້ທົ່ວສັງຄົມຮັບຮູ້ວ່າ ແຂວງໄຊຍະບູລີ ກໍຄືເມືອງໄຊຍະບູລີ ໄດ້ເລີ່ມຕົ້ນດໍາເນີນການຮຽນການສອນເປັນທາງການ, ສ້າງທຸກເງື່ອນໄຂເພື່ອຈັດການຮຽນການສອນໃຫ້ທ່ວງທັນກໍານົດເວລາ ແລະ ຖືກຕ້ອງຕາມກົດໝາຍການສຶກສາວາງອອກ.
ນອກຈາກນີ້, ທ່ານຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ຍັງໄດ້ກ່າວໃຫ້ຮູ້ອີກວ່າ: ອີກດ້ານໜຶ່ງ ແມ່ນເພື່ອເປັນການສ້າງເງື່ອນໄຂກະຕຸກຊຸກຍູ້ໃຫ້ຜູ້ບໍລິຫານການສຶກສາ-ກິລາ, ຄູອາຈານ, ທຸກການຈັດຕັ້ງ, ທຸກພາກສ່ວນເສດຖະກິດ-ສັງຄົມ ເອົາໃຈໃສ່ເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບ ຮັບປະກັນໃຫ້ນັກຮຽນນັກສຶກສາໄດ້ເຂົ້າຮຽນນັບແຕ່ວັນໄຂສົກຮຽນໃໝ່ນີ້ເປັນຕົ້ນໄປ.
ຫຼັງຈາກນັ້ນ, ໃນພິທີ ບັນດາຄະນະປະທານ ແລະ ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນຕັດແທບຜ້າ, ປ່ອຍໝາກປູມເປົ້າຂຶ້ນສູ່ທ້ອງຟ້າ ເພື່ອເປັນສັນຍາລັກໃນການໄຂສົກຮຽນໃໝ່ຢ່າງເປັນທາງການ.
ໂດຍ: ນາລີ ແພງວິໄລ