ສຶກສາ-ກິລາ ນວ ສະຫຼຸບປັ້ນສອບເສັງຈົບ ມ.4 ແລະ ມ.7 ສົກ 2019- 2020
ໂດຍໃຫ້ກຽດເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ມະໂນສິນ ມາສະວົງດີ ຫົວໜ້າພະແນກບໍລິຫານ ກົມສາມັນສຶກສາ ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ມີ ເຈົ້າເມືອງ-ຮອງເຈົ້າເມືອງ, ຄະນະພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານວິຊາການ, ຄູອາຈານ, ນ້ອງນັກຮຽນ ຕະຫຼອດຮອດຜູ້ປົກຄອງເຂົ້າຮ່ວມ.
ໃນພິທີ, ທ່ານ ສົມພອນ ສອນດາລາ ໄດ້ກ່າວວ່າ: ທົ່ວນະຄອນຫຼວງວຽງຈັນ ມີໂຮງຮຽນມັດທະຍົມຕອນຕົ້ນ ແລະ ຕອນປາຍ ທັງໝົດ 180 ແຫ່ງ, ພາກເອກະຊົນມີ 76 ແຫ່ງ, ຈຳນວນນັກຮຽນທັງໝົດ 83.445 ຄົນ, ຍິງ 41.587, ຄູທັງໝົດມີ 4.519 ຄົນ, ຍິງ 2.628 ຄົນ. ໃນນັ້ນ, ນັກຮຽນ ມ.4 ມີ 11.421 ຄົນ, ຍິງ 5.681 ຄົນ, ມີໜ້າສອບເສັງຕົວຈິງ 11.368 ຄົນ, ຍິງ 5.674 ຄົນ, ແບ່ງເປັນ 28 ສູນສອບເສັງ, ໃຊ້ຫ້ອງສອບເສັງທັງໝົດ 576 ຫ້ອງ, ຫ້ອງລະ 20 ຄົນ, ກຳມະການທັງໝົດ 1.107 ຄົນ, ປະກອບມີ 6 ວິຊາສອບເສັງ ຄື: ວິຊາຄະນິດສາດ, ພາສາລາວ-ວັນນະຄະດີ, ວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ, ສຶກສາພົນລະເມືອງ ແລະ ພາສາອັງກິດ, ຊຶ່ງຈັດສອບເສັງເອກະພາບກັນທົ່ວປະເທດລະຫວ່າງວັນທີ 22-24 ກໍລະກົດ 2020 ແລະ ສອບເສັງຄືນໃຫ້ນັກຮຽນທີ່ຂາດມີເຫດຜົນ ລະຫວ່າງວັນທີ 29-31 ກໍລະກົດ 2020, ເສັງໄດ້ທັງໝົດ 11.342 ຄົນ, ຍິງ 5.667 ຄົນ, ເທົ່າກັບ 99,77%, ສົມທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 0,87%, ເສັງໄດ້ຮອບດ້ານທັງໝົດ ຈຳນວນ 1.008 ຄົນ, ຍິງ 657 ຄົນ ເທົ່າກັບ 8,87%, ສົມທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 3,2%, ເສັງໄດ້ໃບປະກາດແດງ ຈຳນວນ 29 ຄົນ, ຍິງ 23 ຄົນ, ສົມທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ ຈຳນວນ 9 ຄົນ, ຍິງ 9 ຄົນ, ນັກຮຽນເສັງໄດ້ຄະແນນສູງສຸດ 58,41 ຈຳນວນ 1 ນ້ອງ.
ສ່ວນນັກຮຽນ ມ.7 ມີ 9.707 ຄົນ, ຍິງ 4.874 ຄົນ, ແບ່ງເປັນ 22 ສູນສອບເສັງ, ໃຊ້ຫ້ອງສອບເສັງທັງໝົດ 492 ຫ້ອງ, ຫ້ອງລະ 20 ຄົນ ແລະ ກຳມະການ 1.107 ທ່ານ, ປະກອບມີ 4 ວິຊາສອບເສັງ ຄື: ວິຊາຄະນິດສາດ, ຊິີວະສາດ, ພາສາລາວ-ວັນນະຄະດີ ແລະ ພູມສາດ, ຈັດສອບເສັງເອກະພາບກັນທົ່ວປະເທດ ໃນລະຫວ່າງວັນທີ 29-30 ກໍລະກົດ 2020 ແລະ ສອບເສັງຄືນໃຫ້ນັກຮຽນທີ່ຂາດມີເຫດຜົນ ໃນລະຫວ່າງວັນທີ 3-5 ສິງຫາ 2020, ເສັງໄດ້ທັງໝົດ 9.667 ຄົນ, ຍິງ 4.860 ຄົນ, ເທົ່າກັບ 99,59%, ສົມທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 0,17%, ເສັງໄດ້ຮອບດ້ານທັງໝົດ ຈຳນວນ 2.581 ຄົນ, ຍິງ 1.593 ຄົນ ເທົ່າກັບ 26,59%, ສົມທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 11,6%, ເສັງໄດ້ປະກາດສະນິຍະບັດແດງ ຈຳນວນ 39 ຄົນ, ຍິງ 31 ຄົນ, ສົມທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ ຈຳນວນ 28 ຄົນ, ຍິງ 26 ຄົນ, ນັກຮຽນເສັງໄດ້ຄະແນນສູງສຸດ 39,28 ຈຳນວນ 1 ນ້ອງ, ຈຳນວນໂຮງຮຽນທີ່ເສັງໄດ້ 100% ມີທັງໝົດ 82 ໂຮງຮຽນສົມທຽບສົກຮຽນຜ່ານມາເພີ່ມຂຶ້ນ 18 ໂຮງຮຽນ.
ສະເພາະໂຮງຮຽນສົງ ມ.4 ມີຈຳນວນ 5 ໂຮງຮຽນ, ມີໜ້າສອບເສັງຕົວຈິງ 320 ອົງ, ເສັງໄດ້ທັງໝົດ ຈຳນວນ 317 ອົງ ເທົ່າກັບ 99,06% ແລະ ນັກຮຽນເກັ່ງຮອບດ້ານ ຈຳນວນ 6 ອົງ ແລະ ໂຮງຮຽນສົງ ມ.7 ມີຈຳນວນ 2 ໂຮງຮຽນ, ມີໜ້າສອບເສັງຕົວຈິງ 351 ອົງ, ຂາດເສັງ 1 ອົງ, ເສັງໄດ້ທັງໝົດ ຈຳນວນ 351 ອົງ ເທົ່າກັບ 100% ແລະ ນັກຮຽນເກັ່ງຮອບດ້ານ ຈຳນວນ 74 ອົງ.
ໂອກາດດັ່ງກ່າວ, ທ່ານ ສີຫຸນ ສິດທິລືໄຊ ໄດ້ກ່າວສະແດງຍ້ອງຍໍຊົມເຊີຍມາຍັງການນຳ ກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຄະນະຮັບຜິດຊອບການສອບເສັງ, ອຳນາດການປົກຄອງ, ອົງການຈັດຕັ້ງຕ່າງໆ ຕະຫຼອດເຖິງຜູ້ປົກຄອງນັກຮຽນທີ່ໄດ້ໃຫ້ການສະໜັບສະໝູນຕະຫຼອດມາ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຜູ້ບໍລິຫານການສຶກສາທຸກຂັ້ນ, ຄູອາຈານຕະຫຼອດເຖິງນ້ອງນັກຮຽນທຸກຄົນທີ່ໄດ້ຕັດສິນໃຈໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນດ້ວຍຄວາຮັບຜິດຊອບສູງ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີ, ບໍ່ວ່າການສອບເສັງຈົບ ປ.5, ມ.4, ມ.7 ແລະ ສາມາດຍາດໄດ້ໃບປະກາດແດງເພີ່ມຂຶ້ນ ອັນເຮັດໃຫ້ການນຳ, ຜູ້ບໍລິຫານ ແລະ ພໍ່ແມ່ຜູ້ປົກຄອງມີຄວາມພາກພູມໃຈ ແລະ ຕັ້ງໃຈສຶກສາຮ່ຳຮຽນຕໍ່ໄປໃຫ້ປະສົບຜົນສຳເລັດ.
ໃນຕອນທ້າຍພິທີ, ທ່ານຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ມອບປະກາດສະນິຍະບັດແດງໃຫ້ນັກຮຽນ, ໃບຍ້ອງຍໍຊົມເຊີຍໃຫ້ແກ່ຄູອາຈານ, ນ້ອງນັກຮຽນທີ່ໄດ້ປະກອບສ່ວນເຂົ້າໃນໜ້າທີ່ວຽກງານດັ່ງກ່າວອີກດ້ວຍ.
ໂດຍ: ສີວອນ (ສຶກສາ-ກິລາ ນວ)