ໃນຕອນເຊົົ້າຂອງ ວັນທີ 20 ສິງຫາ 2019 ທີ່ຜ່ານມາ ທີີ່ຫ້ອງປະຊຸຸມຫ້ອງວ່າການປົກຄອງແຂວງວຽງຈັນ ສະຖາບັນພັດທະນການບໍລິຫານການສຶກສາໄດ້ຈັດກອງປະຊຸມຂຽນ ແລະ ກຳນົດຫົວຂໍ້ຍ່ອຍແຕ່ລະໄລຍະປະຫວັດສາດສຶກສາທັງ 4 ໄລຍະຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ຮສ ປອ ພຸດ ສິມມາລາວົງ ຄະນະພັກກະຊວງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະຄົົ້ນຄວ້າ ປະຫວັດສາດການສຶກສາ ແລະ ທ່ານ ນາງ ຈັນແພງ ວິພາວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ວຽງຈັນ ມີບັນດາທ່ານ ອະດີດການນຳຂັ້ນສູງ, ຜູ້ຊົງຄຸນວຸດທິ, ພະນັກງານປະຕິວັດອາວຸໂສບຳນານ, ຕາງໜ້າພະນັກງານຈາກ ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ຕະຫຼອດຮອດພະນັກງານວິຊາການຈາກສະຖາບັນພັດທະນາການບໍລິຫານການສຶກສາເຂົົ້າຮ່ວມທັງໝົດ 34 ທ່ານ ຍິງ 4 ທ່ານ.