ປະຫັວດຄວາມເປັນມາຂອງສູນເຕັກໂນໂລຊີຂໍ້ມູນຂ່າວສານການສຶ່ສານການສຶກສາ ແລະ ກິລາ
- Details
- Category: ປະຫວັດຄວາມເປັນມາ
- Published: Monday, 29 October 2018 07:24
- Written by Super User
- Hits: 446
ປະຫັວດຄວາມເປັນມາ ແລະ ການພັດທະນາສູນ ໄອຊີທີ ໃນແຕ່ລະໄລຍະ
I.ປະຫວັດຄວາມເປັນມາ
ຂອງສູນເຕັກໂນໂລຊີຂໍ້ມູນຂ່າວສານການສຶ່ສານການສຶກສາ ແລະ ກິລາ (ສູນ ICT )
ສູນເຕັກໂນໂລຊີຂ່າວສານ ແລະ ການສືສານ ການສຶກສາ ແລະ ກິລາ ອັງກິດເອີ້ນວ່າ: Information andcommunication Technology center ຕົວຫຍໍ້ (ICT) ; ເຊິ່ງໂຄງການກໍ່ສ້າງສູນເຕັກໂນໂລຊີຂ່າວສານ ການສືສານການສືກສາ ແລະ ກິລາ ໄດ້ເລີ່ມສຶກສາຄົ້ນຄວ້າຂໍ້ມູນຄວາມ ເປັນໄປໄດ້ ແລະ ເລີ່ມຂຽນໂຄງການແຕ່ປີ 2009 ເຊິ່ງແມ່ນກະຊວງສຶກສາທິການ ແລະ ກິລາເປັນຜູ້ຮັບຜິດຊອບໂຄງການ. ມາຮອດ ເດືອນ ມີນາ (3) ປີ 2010 –2011 ໄດ້ເລີ່ມລົງມືກໍ່ສ້າງສູນໄອຊີທີໃນທຸກແຂວງທົ່ວປະເທດ. ສໍາລັບການກໍ່ສ້າງຕຶກໄອຊີທີຢູ່ແຂວງຜົ້ງສາລີແມ່ນສຳເລັດໃນ ເດືອນ 9 ປີ 2012.ໃນວັນທີ 4.11.2013 ກໍ່ເລີ່ມຕິດຕັ້ງລະບົບເຄືອຂ່າຍ, ອຸປະກອນຕ່າງໆພາຍໃນສູນສຳເລັດແລ້ວຈຶ່ງໄດ້ມອບ-ຮັບສູນ ໄອຊີທີໃຫ້ພະແນກສຶກສາທິການ ແລະ ກິລາແຂວງຮັບຜິດຊອບ ແລະ ປະກາດນໍາໃຊ້ໃນທົ່ວປະເທດຢ່າງເປັນທາງການໂດຍການເປີດພິທີທາງການຢູ່ທີ່ສູນໄອຊິທີສູນກາງໃນຄັ້ງວັນທີ 06.12.2013, ໃນທົ່ວປະເທດມີທັງໝົດ 18 ຫຼັງປະຈໍາຢູ່ແຕ່ລະແຂວງ; ເຊິ່ງມີມູນຄ່າການລົງທືນກໍ່ສ້າງ ແລະ ອຸປະກອນຮັບໃຊ້ລວມປະມານ 1,5-2 ລ້ານ USA $, ເປັນທຶນຖູ້ຢືມດອກເບ້ຍຕໍ່າຈາກລັດຖະບານ ສ.ປ ຈີນ; ລັດຖະມົນຕິວ່າການກະຊວງສຶກສາທິການ ແລະ ກິລາ ໄດ້ອອກຂໍ້ຕົກລົງກໍານົດພາລະບົດບາດ ແລະ ຂອບເຂດສິດ, ໜ້າທີຂອງສູນສະບັບເລກທີ 2870ລົງວັນທີ 29.7.2013 ສູນເປັນກົງຈັກວິຊາການທຽບເທົ່າຂະແໜງຂອງພະແນກມີໂຄງປະກອບການຈັດຕັ້ງມີບຸກຄະລາກອນທັງໜົດ 15 ຕໍາແໜ່ງງານ, ປະກອບມີ 4 ໜ່ວຍງານ; ອໍານວຍການ 1 ທ່ານ ແລະ ຮອງອໍານວຍການ 1 ທ່ານ; ປະກອບມີອຸປະກອນ ໄອທີ ເຄືອງເອເລັກໂທຣນິກທີ່ທັນສະໄໝຮັບໃຊ້ຫຼາຍຢ່າງ ແລະ ສະດວກສະບາຍຕາມມາດຕະຖານລະດັບສາກົນ, ໃຊ້ລະບົບອິນເຕີເນັດ, ອິນຕຣາເນັດໂດຍລະບົບສະກາຍໂທລະຄົມ - ສາຍໃຍແກ້ວ ປະກອບມີເຄືອງຄອມພິວເຕີ 235 ຊຸດ, ຫ້ອງຮຽນຄອມພິວເຕີ 3 ຫ້ອງ, ຫ້ອງພາສາ 1 ຫ້ອງ ແລະ ຫ້ອງຄົ້ນຄວ້າ (ຫໍສະໝຸດ) 1 ຫ້ອງ ແລະ ມີຫ້ອງທົດລອງ 3 ວິຊາຄື: ເຄມີສາດ, ຟີຊິກສາດ ແລະ ຊິວະສາດ; ລວມຫ້ອງເຮັດວຽກ 16 ຫ້ອງ, ແລະ ສາມາດປະຊຸມທາງໄກໄດ້ໂດຍນໍາໃຊ້ວິດີໂອຄອນເຟີເຣັນ;
ສູນເຕັກໂນໂລຊີ ຂ່າວສານ ການສື່ສານການສຶກສາ ແລະ ກິລາ ຂອງພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ຕັ້ງຢູ່ໃຈກາງເທດສະບານເມືອງບູນເໜືອເຂດໂຮງຮຽນ ມສ ບ້ານໃໝ່,ບ້ານໃໝ່, ເມືອງບູນເໜືອ, ແຂວງຜົ້ງສາລີ.
ຈະລຶກຜົນງານຜູ້ມາອຸປະຖໍາເພື່ອພັດທະນາສູນ ໄອຊີທີ ໃນແຕລະໄລຍະ
- 1.ການຊ່ວຍເຫຼືອເງິນແປງເສັ້ນທາງເຂົ້າສູນ ໄອຊີທີ ສົກປີ 2018
1). ທ່ານ: ພອນທອງ ສຸວັນ ຫົວໜ້າສູນ ໄຟໄຟ້າເມືອງບຸນເໜືອ ມູນຄາ 1,000,000 ກີບ;
2). ທ່ານ: ບຸນວິໄຊ ບໍລິສັດຕ່າຂາຍ ໄຟ້ຟາເມືອງບຸນເໜືອ ມູນຄາ 1,300,000 ກີບ;
3). ທ່ານ: ທອງໄຊ ອິນທະແສງ ບໍລິັດຂົວທາງເມືອງບຸນເໜືອ ມູນຄາ 800,000 ກີບ;
4). ທ່ານ: ອາທັງ ເຈົ້າຂອງຄົບຫິນເມືອງບຸນເໜືອ ມູນຄາ 1,000,000 ກີບ;
ລວມມູຄາໃນການຊ່ວຍໃນຄັ້ງນີ້ປະມານ 3, 100,000 ກີບ;
II.ປະຫວັດການຂະຫຍາຍຕົວຂອງແຕ່ລະໄລຍະ
v ສະພາບການພັດທະນາໃນແຕ່ໄລຍະ
- ໄລຍະ 2014-2015
- 1.ດ້ານບຸກຄາລະກອນ ແລະ ຜູ້ບໍລິຫານ
- ພະນັກງານພາຍໃນສູນໄອຊີທີທັງໝົດມີ11 ທ່ານ, ຍິງ4 ທ່ານ, ຈົບດ້ານ ໄອທີ IT 6 ທ່ານ ພາສາອັງກິດ 2 ປະລິນຍາໂທສາຂາ ບໍລິຫານກສຶກສາ 1 ແລະ ຄູປະຖົມຊັ້ນກາງ 1 ;
- 2.ຮູບພາບການພັດທະນາສະພາບແວດລ້ອມຂ້າງສູນ
ຮູບພາບການພັດທະນາດ້ານວິຊາການ
- ໄລຍະ 2015-2016
- 1.ດ້ານບຸກຄາລະກອນ ແລະ ຜູ້ບໍລິຫານ
- ພະນັກງານພາຍໃນສູນໄອຊີທີທັງໝົດມີ12 ທ່ານ, ຍິງ4 ທ່ານ, ຈົບດ້ານ ໄອທີ IT 6 ທ່ານ ພາສາອັງກິດ 2 ປະລິນຍາໂທ ສາຂາ ບໍລິຫານກສຶກສາ 1 ແລະ ຄູປະຖົມຊັ້ນກາງ 1 ;
2. ຮູບພາບການພັດທະນາດ້ານວິຊາການ
ພະນັກງານພາຍໃນສູນໄອຊີທີທັງໝົດມີ12 ທ່ານ, ອາສະມັກ 3 ຍິງ6 ທ່ານ, ຈົບດ້ານ ໄອທີ IT 8ທ່ານ ພາສາອັງກິດ
2 ບໍລິຫານກສຶກສາ 1 ;
- 1.ຮູບພາບການພັດທະນາສະພາບແວດລ້ອມຂ້າງສູນ
- 1.ຮູບພາບການພັດທະນາດ້ານວິຊາການ
- ໄລຍະ 2017-2018
- 1.ດ້ານບຸກຄາລະກອນ ແລະ ຜູ້ບໍລິຫານ
- ພະນັກງານພາຍໃນສູນໄອຊີທີທັງໝົດມີ11 ທ່ານ, ຍິງ4 ທ່ານ, ຈົບດ້ານ ໄອທີ IT 6 ທ່ານ ພາສາອັງກິດ 2 ປະລິນຍາໂທ ສາຂາ ບໍລິຫານກສຶກສາ 1 ທ່ານ ;
2. ຮູບພາບການພັດທະນາດ້ານວິຊາການ
- 1.ຮູບພາບການພັດທະນາດ້ານວິຊາການ
- ໄລຍະ 2018-2019
- 1.ດ້ານບຸກຄາລະກອນ ແລະ ຜູ້ບໍລິຫານ
- ພະນັກງານພາຍໃນສູນໄອຊີທີທັງໝົດມີ11 ທ່ານ, ຍິງ4 ທ່ານ, ຈົບດ້ານ ໄອທີ IT 6 ທ່ານ ພາສາອັງກິດ 2 ປະລິນໂທ ສາຂາ ບໍລິຫານການສຶກສາ ;
2. ຮູບພາບການພັດທະນາດ້ານວິຊາການ
v ປະຫວັດຫຍໍ້ຂອງຜູ້ບໍລິຫານສູນ
- 1.ອໍານວຍການສູນ ໄອຊີທີ ຜູ້ທໍາອິດ
ຊື່ ແລະ ນາມສະກຸນ ທ້າວ ສົມພອນ ວິໄລຈິດ ເກີດເມື່ອວັນທີ່ 16.12.1975ບ້ານເກີດ ເມືອງຂວາ ແຂວງຜົ້ງສາລີ ຊົນເຜົ່າກຶມຫມຸ ສາສະໜາພຸດ ເຂົ້າຊາວໜຸມ ວັນທີ 14 /2/1995, ກໍາມະບານ ວັນທີ 16/6/1998 ແລະ ພັກສໍາວັນທີ 17/9/2009 ແລະ ສົມບູນ ວັນທີ 17/9/2009;
ໄດ້ການແຕ່ງຕັ້ງເປັນອໍານວຍການສູນ ໄອຊີທີ ຄົນທໍາອິດວັນທີ 28/3/2014 ຈົນເຖິງປັດຈຸບັນ;
v ລະດັບການສຶກສາ
- ປີ 1992ຈົບຊັ້ນປະຖົມສຶກສາ ທີ່ບ້ານ ມົກແພກ ເມືອງຂວາ ແຂວງຜົ້ງສາລີ;
- ປີ 1996ຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ເມືອງຂວາ ແຂວງຜົ້ງສາລີ;
- ປີ 1998ຈົບຄູຊັ້ນກາງລະບົບ ( 8 + 3 ) ທີ່ແຂວງຫຼວງນໍ້າທາ;
- ປີ 2008 ຈົບປະລິນຍາຕີ ສາຂາຄູພາສາລາວ - ວັນນະຄະດີ ທີ່ມະຫາວິທະຍາໄລສຸພານຸວົງ ແຂວງ
ຫຼວງພະບາງຊຸດທໍາອິດ;
- ປີ 2013 ຈົບປະລິນຍາໂທ ສາຂາ ບໍລິຫານການສຶກສາ ທີ່ມະຫາວິທະຍາໄລແຫ່ງຊາດລາວ
( ຊຸດທໍາອິດ );
v ການປະຕິວັດ
- ປີ 1998 – 1999ເຂົ້າເປັນຄູສອນມັດທະຍົມຕອນຕົ້ນ ບ້ານສົບກາຍ;
- ປີ 1999 – 2000 ເປັນອໍານວຍການໂຮງຮຽນມັດທະຍົມຕອນຕົ້ນບ້ານສົບກາຍ ເມືອງຂວາ ແຂວງ
ຜົ້ງສາລີ;
- ປີ 2001 – 2002 ເປັນອໍານວຍການໂຮງຮຽນມັດທະຍົມຕອນຕົ້ນ ບ້ານຫ້ວຍຍ່າງ ເມືອງຂວາ
ແຂວງຜົ້ງສາລີ;
- ປີ 2009 – 2010 ເປັນຮອງອໍານວຍການໂຮງຮຽນມັດທະຍົມສົມບູນ ບ້ານນາຕູ່ນ ເມືອງຂວາ
ແຂວງຜົ້ງສາລີ;
- ປີ 2013 ເປັນຮອງຫົວໜ້າຂະແໜງບໍລິຫານ ແລະ ເລຂານຸການຫົວໜ້າພະແນກສຶກສາທິການ ແລະ
ກິລາແຂວງ ຜົ້ງສາລີ;
- ປີ 2014 ເປັນອໍານວຍການສູນ ໄອຊີທີ ພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ຜູ້ທໍາອິດຈົນ
ເຖິງປັດຈຸບັນ;